ໜ້າຫຼັກ Muan Specialty 3 ຂັ້ນຕອນ: ກຽມໂຕແນວໃດ ກ່ອນໄປສຳພາດວຽກ
Muan SpecialtyWorking Tips

3 ຂັ້ນຕອນ: ກຽມໂຕແນວໃດ ກ່ອນໄປສຳພາດວຽກ

ແບ່ງປັນ

ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ.

ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້ ທີ່ຈະປ່ຽນຄວາມຕື່ນເຕັ້ນໃຫ້ເປັນໂອກາດສ້າງຄວາມປະທັບໃຈໃຫ້ກັບທີມ HR ທີ່ສຳພາດ ຫຼື ອາດຈະແມ່ນເຈົ້າຂອງບໍລິສັດທີ່ກຳລັງນັ່ງສຳພາດຢູ່ຕໍ່ໜ້າ.

ເຂົ້າໃຈໂຕເອງ: ຈຸດເລີ່ມຕົ້ນຂອງຄວາມສຳເລັ

ໄປສຳພາດວຽກ ກໍບໍ່ຕ່າງຫຍັງກັບການທີ່ເຮົາກຳລັງຂາຍສິນຄ້າ ຫຼືວ່າ ເວົ້າອີກມຸມກໍແມ່ນຂາຍຄວາມສາມາດຂອງເຮົາໃຫ້ກັບຄົນອື່ນໄດ້. ໂຕເຮົາຕ້ອງເຂົ້າໃຈໂຕເອງໃຫ້ດີກ່ອນ. ລອງຖາມໂຕເອງເບິ່ງວ່າ:

ຈຸດແຂງ ແລະ ຈຸດອ່ອນຂອງເຈົ້າແມ່ນຫຍັງ?

ໃຫ້ຄິດເຖິງປະສົບການໃນຊີວິດຜ່ານມາ, ການມີສ່ວນຮ່ວມກັບໝູ່ເພື່ອນ, ໃນວຽກອາສາສະໝັກ, ເຮົາມັກຈະໄດ້ຮັບບົດບາດໃດ, ສິ່ງໃດທີ່ເຮັດແລ້ວຮູ້ສຶກດີເປັນພິເສດ ແລະ ໝູ່ເພື່ອນໄວ້ວຽງໃຈ. ການຮູ້ຈຸດອ່ອນກໍເຊັ່ນກັນ, ມັນບໍ່ໄດ້ແປວ່າ ຄົນມີຈຸດອ່ອນ ຈະເປັນຄົນບໍ່ເກັ່ງ ເພາະໃນຄວາມເປັນຈິງບໍ່ມີໃຜສົມບູນແບບ. ໃນທາງປະຕິບັດ ການສຳພາດເຖິງ “ຈຸດອ່ອນ”, ບໍ່ໄດ້ໝາຍເຖິງຢາກໃຫ້ໄປແກ້ໄຂຈົນເຮັດໃຫ້ມັນກາຍເປັນຈຸດແຂງ ແຕ່ເປັນການທົດສອບວ່າ ເຈົ້າມີຄວາມຮັບຮູ້ໃນຂໍ້ບົກຜ່ອງຂອງຕົນເອງບໍ່? (Self-Awareness), ເຈົ້າມີວິທີການຮັບມືກັບມັນແນວໃດ?​ (Proactive Thinking) ຂໍ້ບົກຜ່ອງນັ້ນກະທົບຕໍ່ວຽກແນວໃດ?

ຕົວຢ່າງ: ຖ້າເຈົ້າສະໝັກວຽກເປັນຝ່າຍຂາຍ, ການບອກວ່າ “ຂ້ອຍເປັນຄົນບໍ່ມັກເວົ້າ” ບໍ່ແມ່ນຄຳຕອບທີ່ດີເລີຍ ເພາະມັນຄື “ຈຸດອ່ອນ” ທີ່ເປັນຂໍ້ບົກພ່ອງຫຼັກຂອງວຽກສາຍຂາຍ.

ແຕ່ຖ້າເຈົ້າປ່ຽນເປັນ: “ບາງຄັ້ງຂ້ອຍກໍໃຊ້ເວລາໃນການວາງແຜນຫຼາຍເກີນຈຳເປັນ ເພາະຢາກໃຫ້ທຸກຢ່າງສົມບູນແບບ. ແຕ່ຂ້ອຍໄດ້ຮຽນຮູ້ທີ່ຈະບໍລິຫານເວລາໂດຍການກຳນົດຕາຕະລາງເວລາ ແລະ ບັງຄັບໃຫ້ໂຕເອງເລີ່ມລົງມືເຮັດ, ເຊິ່ງມັນຊ່ວຍໃຫ້ຂ້ອຍເຮັດວຽກໄດ້ຢ່າງທັນເວລາຫຼາຍຂຶ້ນ.”

ຄຳຕອບແບບນີ້ແມ່ນສອດຄ່ອງກັບທັງຫຼັກການ Strength Finder ຂອງ Gallup (ເພາະມັນບໍ່ແມ່ນການແກ້ໄຂຈຸດອ່ອນແທ້ໆ) ແລະ ຫຼັກການຂອງການສຳພາດວຽກ (ເພາະມັນສະແດງເຖິງຄວາມຮັບຮູ້ ແລະ ຄວາມພະຍາຍາມ). ມັນເປັນການປັບໃຊ້ແນວຄິດເພື່ອໃຫ້ເໝາະສົມກັບສະຖານະການ.

ເຈົ້າຢາກເຮັດວຽກຫຍັງ? ແລະເປັນຫຍັງຈຶ່ງຢາກເຮັດ?

ຄຳຖາມນີ້ບໍ່ໄດ້ໝາຍເຖິງແຕ່ໜ້າວຽກເທົ່ານັ້ນ, ແຕ່ລວມເຖິງເປົ້າໝາຍໃນອາຊີບຂອງເຈົ້າ ແລະ ຄວາມຄາດຫວັງຕໍ່ວຽກນີ້ວ່າຢາກຕໍ່ຍອດແນວໃດ,​ ມີມຸມມອງແນວໃດກັບອາຊີບຕົນເອງ.

ອ່ານຕື່ມ:  Keezy ກັບເພງໃໝ່ “2 SKRRT” ຜົນງານທີ່ສື່ເຖິງຄວາມຫຼົງໄຫຼໃນ Fashion ແລະ ຄວາມໄວ

ສຶກສາຂໍ້ມູນບໍລິສັດ

ກ່ອນໄປ, ເຈົ້າຕ້ອງຮູ້ກ່ອນວ່າເຈົ້າກຳລັງສະໝັກວຽກກັບໃຜ. ໃຊ້ເວລາຈັກມື້ໜຶ່ງ ຄົ້ນຫາຂໍ້ມູນກ່ຽວກັບບໍລິສັດ, ເຊັ່ນ: ປະຫວັດຂອງບໍລິສັດ, ຜະລິດຕະພັນ, ການບໍລິການ, ແລະ ວັດທະນະທຳອົງກອນ ຂອງເຂົາເຈົ້າໃຫ້ດີ ແລ້ວທຽບໃສ່ກັບທັກສະທີ່ເຮົາມີ ວ່າເຮົາສາມາດເຂົ້າໄປປະກອບສ່ວນແນວໃດໄດ້ແດ່. ການເຮັດແບບນີ້ຈະຊ່ວຍໃຫ້ເຈົ້າຕອບຄຳຖາມໄດ້ຢ່າງມີນໍ້າໜັກ ແລະ ສະແດງໃຫ້ເຫັນວ່າເຈົ້າສົນໃຈໃນຕຳແໜ່ງນີ້ຢ່າງແທ້ຈິງ. ບໍ່ເອົາແບບ ປະຂໍ້ຄວາມໄວ້ວ່າ “ສົນໃຈວຽກນີ້ ໂທຫາແດ່” ແລ້ວໃຫ້ບໍລິສັດເຂົາໂທໄປຫາ ແບບນີ້ບໍ່ເຮັດເດັດຂາດເດີ.

ກຽມໂຕທັງຮ່າງກາຍ-ຈິດໃຈ,​ ແລະ ກຽມຄຳຖາມທີ່ຕົນເອງຢາກຖາມໄປນຳ

ນອກຈາກກຽມເອກະສານແລ້ວ, ການແຕ່ງໂຕທີ່ໝັ້ນໃຈ ກໍເຮັດໃຫ້ການສຳພາດອອກມາລ່ຽນໄຫຼໄດ້ຄືກັນ. ເລືອກການແຕ່ງໂຕທີ່ເຂົ້າກັບກາລະເທສະຂອງບໍລິສັດນັ້ນໆ ເຊັ່ນ ບໍລິສັດທີ່ເນັ້ນຄວາມໜ້າເຊື່ອຖື ກໍຄວນໃສ່ຊຸດສຸພາບ ເສື້ອຜ້າໜ້າຜົມ ເລັບມື ໃຫ້ເຂົ້າກັນ, ແຕ່ຖ້າເປັນບໍລິສັດທີ່ເນັ້ນຄວາມຄິດສ້າງສັນ ກໍອາດຈະລອງສັງເກດຄົນເຮັດວຽກໃນນັ້ນວ່າ ເຂົາແຕ່ງປະມານໃດ, ມີຄວາມທັນສະໄໝບໍ່ ເປັນ Smart Casual ບໍ່,​ ດຽວນີ້ຊອກໃນອິນເຕີເນັດມີໝົດແລ້ວແນວທາງການແຕ່ງໂຕ. ທັງນີ້ທັງນັ້ນ, ການເລືອກຊຸດທີ່ ສຸພາບ, ເນັ້ນສະອາດ ແລະ ເໝາະສົມ ກໍເປັນທາງເລືອກທີ່ງ່າຍ ແລະ ປອດໄພທີ່ສຸດ. ສຸດທ້າຍ, ຈົ່ງຈື່ໄວ້ວ່າຢ່າໄປຕອບແບບທ່ອງບົດທ່ອງ, ແຕ່ໃຫ້ເຂົ້າໃຈແນວຄິດຫຼັກ ແລະ ໃຊ້ຄຳເວົ້າຂອງຕົວເອງ. ອາດຈະລອງຂຽນອອກມາເປັນຕົວໜັງສືກ່ອນ ຫຼື ຊ້ອມເວົ້າກັບໝູ່. ນອກຈາກນີ້, ໃຫ້ກຽມຄຳຖາມສອງສາມຄຳຖາມ ເພື່ອໄປຖາມຜູ້ສຳພາດ, ເພື່ອສະແດງເຖິງຄວາມສົນໃຈແທ້ຂອງເຈົ້າ ທີ່ມີຕໍ່ກັບບໍລິສັດ ຫຼື ໜ້າວຽກທີ່ເປີດຮັບຢູ່ ທຽບກັບຜົນຕອບແທນທີ່ໂຕເອງພໍໃຈ, ໂດຍສະເພາະຄຳຖາມທີ່ກ່ຽວກັບວັດທະນະທຳອົງກອນທີ່ເຈົ້າຢາກເຮັດວຽກນຳ.

ຢ່າປ່ອຍໃຫ້ຄວາມກັງວົນມາທຳລາຍໂອກາດດີໆ ຂອງເຈົ້າ. ລອງເອົາຄຳແນະນຳເຫຼົ່ານີ້ໄປໃຊ້ເພື່ອໃຫ້ການສຳພາດວຽກເທື່ອນີ້ສຳເລັດຜົນຕາມທີ່ຕັ້ງໃຈເດີ ທີມງານ Muan Specialty ຂໍເປັນກຳລັງໃຈໃຫ້ທຸກຄົນປະສົບຜົນສຳເລັດ!

#JobRecruitment #ຊອກວຽກ #ການສຳພາດວຽກ #HR ​#MuanSpecialty #WorkingTips

ຂຽນໂດຍ
Johnny Sayasane - CEO of Muan (Laos), Co-Founder & Chief Creative Officier of Bizgital/Muan/LOCA

[Art, Creative, Game, Tech & Science] CEO of Muan (Laos), Co-Founder of Bizgital/Muan/LOCA 宇宙人1.1 ???????????????? ????????????????

ບົດຄວາມທີ່ກ່ຽວຂ້ອງ
Muan Specialty

The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ...

Muan Specialty

ອ່ານເກມ “ທຸລະກິດທ່ອງທ່ຽວ” ເຂົ້າໃຈຕະຫຼາດ Niche ໂອກາດໃໝ່ໃນວົງການທ່ອງທ່ຽວ

ສະກູ໊ບພິເສດ Muan x the Standard ເມື່ອກ່ອນເວລາຄິດຫາການທ່ອງທ່ຽວ ຄົນບ້ານເຮົາມັກຈະຄິດວ່າ ການທ່ຽວ = ພັກຜ່ອນ ແມ່ນບໍ່? ແຕ່ພາບຈຳເຫຼົ່ານັ້ນກຳລັງປ່ຽນໄປ...

Muan Specialty

ອ່ານເກມທຸລະກິດ ຮັບມືແນວໃດກັບໂລກ ຫຼັງຍຸກໂລກາພິວັດ ໃນມື້ທີ່ໂລກເລີ່ມໂຫດຂຶ້ນກວ່າເກົ່າ

ສະກູ໊ບພິເສດ Muan x the Standard ຫຼາຍຄົນອາດຈະຄຸ້ນເຄີຍກັບຄຳເວົ້າທີ່ວ່າ: “ເຮົານິຢູ່ຍຸກໂລກາພິວັດແລ້ວ ເຮັດຫຍັງກໍງ່າຍ ສະດວກສະບາຍ ໄປມາຫາສູ່ກັນໄດ້ໝົດ ມີອິນເຕີເນັດຕິດຕໍ່ກັນໄດ້ທົ່ວໂລກ…” ແຕ່ເຈົ້າຮູ້ບໍ່ວ່າຕອນນີ້...

Muan SpecialtyWorking Tips

“ຫົວໜ້າມັກສັ່ງແຕ່ວຽກດ່ວນ” ຂຸດສາເຫດທີ່ເຮັດໃຫ້ຫຼາຍຄົນ “ຄິດແຜນໄລຍະຍາວ” ຍາກ

ສາເຫດເລິກໆ ທີ່ຫົວໜ້າມັກສັ່ງມື້ນີ້ ຂໍມື້ແລງ ເຊື່ອວ່າຫຼາຍຄົນທີ່ໄດ້ເຂົ້າສູ່ວົງໂຄຈອນຂອງການເຮັດວຽກ ເຄີຍປະສົບບັນຫານີ້ ທັງໃນມູມຂອງພະນັກງານທີ່ໄດ້ຮັບແຕ່ວຽກດ່ວນທຸກມື້ ຫຼື ຈະເປັນໃນມູມຂອງເຈົ້າຂອງທຸລະກິດທີ່ລູກຄ້າຂໍສັ່ງວຽກແບບຈານດ່ວນປະຈຳ. ບັນຫາເຫຼົ່ານີ້ບາງເທື່ອບໍ່ແມ່ນຍ້ອນວ່າ “ຈັດການບໍລິຫານເວລາບໍ່ດີ”, ແຕ່ມັນອາດມາຈາກ ບັນຫາຂອງລະບົບຄວາມຄິດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.