Highlights
- ເປີດຕົວສິລະປິນໃໝ່ JLIIXER ຈາກຄ່າຍ Highbros Entertainment ທີ່ເປີດຕົວດ້ວຍເພງຊື່ດຽວກັນ ເພື່ອປະກາດຕົວຕົນໃນວົງການຢ່າງເປັນທາງການ.
- ເອກະລັກດົນຕີທີ່ໂດດເດັ່ນດ້ວຍການປະສົມປະສານລະຫວ່າງ ຮິບຮັອບ, ປັອບ ແລະ ແຣັບ ທີ່ມາພ້ອມກັບຈັງຫວະດົນຕີທີ່ມີພະລັງ ແລະ ທຳນອງທີ່ຕິດຫູ.
- ເພງທີ່ສະແດງເຖິງໂຕຕົນສະໄຕລ໌, ມີຄວາມໝັ້ນໃຈ, ການແຣັບທີ່ຄົມຊັດ ແລະ ທີ່ໜ້າດຶງດູດ ເຊິ່ງເຮັດໃຫ້ເຫັນເຖິງຄວາມມຸ່ງໝັ້ນທີ່ຈະກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.
JLIIX3R ຄືເພງເປີດຕົວສຸດຈີດທີ່ເຜີຍເອກະລັກແນວເພງທີ່ຊັດເຈນ ແລະ ຍັງເປັນສິລະປິນຄົນໃໝ່ຫຼ້າສຸດຂອງຄ່າຍ Highbros Entertainment ເຊິ່ງກໍຄື JLIIXER ທີ່ໄດ້ປະສົມປະສານຄວາມໂດດເດັ່ນຂອງລາວໃນສະໄຕລ໌ ຮິບຮັອບ (Hip-hop) ທີ່ມີຄວາມເປັນປັອບສະຕາ (Popstar) ເຂົ້າກັບຄວາມໝັ້ນໃຈແບບແຣັບສະຕາ (Rapstar) ລົງໃນແນວເພງໄດ້ຢ່າງລົງຕົວ.
ເພງ JLIIX3R ໄດ້ສົ່ງຈັງຫວະດົນຕີທີ່ມີຄວາມມ່ວນຊື່ນ ແລະ ມີພະລັງງານສູງ ເພື່ອໃຫ້ເຮົາໄດ້ເຕັ້ນຕາມຕັ້ງແຕ່ບີດ (Beat) ທຳອິດທີ່ອັດແໜ້ນໄປດ້ວຍທຳນອງທີ່ຕິດຫູ ແລະ ມີຄວາມເທ້ໃນສະໄຕລ໌ສະແວກ (Swagger) ທີ່ມາພ້ອມກັບຈັງຫວະທີ່ມີຄວາມໄວທີ່ສ້າງໃຫ້ມີຄວາມຮູ້ສຶກຕື່ນຕາຕື່ນໃຈ.
ເພງນີ້, ຈະພາຜູ້ຟັງຍ່າງເຂົ້າສູ່ໂລກຂອງ JLIIXER ແລະ ລາວຍັງເປັນສິລະປິນທີ່ເປັນທີ່ຮູ້ຈັກໃນເລື່ອງການຮ້ອງທີ່ມີຄວາມໝັ້ນໃຈ, ການສະແດງເທິງເວທີທີ່ມີພະລັງ, ການແຣັບທີ່ຄົມຊັດ, ນ້ຳສຽງທີ່ມີສະເໜ່ດຶງດູດເຂົ້າກັບທຳນອງເພງທີ່ຕິດຫູ ແລະ ລາວກໍພ້ອມທີ່ຈະກ້າວໄປແບບບໍ່ມີສິ້ນສຸດ ທຸກການເຄື່ອນໄຫວຂອງລາວມີແຮງຊຸກດັນທີ່ບໍ່ມີຫຍັງຈະຢຸດຄວາມຕັ້ງໃຈຂອງລາວໄດ້.
JLIIX3R ບໍ່ແມ່ນພຽງແຕ່ເປັນເພງແນະນຳໂຕ ແຕ່ມັນຄືເພງທີ່ບົ່ງບອກເຖິງໂຕຕົນຂອງລາວ ແລະ ເປັນການປະກາດໂຕເດບິວ (Debut) ຢ່າງເປັນທາງການ.