ເຈນນີ້ ຕົ້ນຄຳ ຈາກລູກແມ່ຄ້າສູ່ການເປັນ Miss Universe Laos ແລະ ບົດບາດທີ່ຫຼາຍຄົນຍັງບໍ່ຮູ້

ແບ່ງປັນ

ເຈນນີ້ ຕົ້ນຄຳ ຈາກລູກແມ່ຄ້າສູ່ການເປັນ Miss Universe Laos ແລະ ບົດບາດທີ່ຫຼາຍຄົນຍັງບໍ່ຮູ້

ໂດຍ: Tonmai Phoutthasack Tonmai Phoutthasack
13 March 2026 7

ຫາກຈະເວົ້າເຖິງຜູ້ຍິງທີ່ເປັນ “Icon” ແຫ່ງຄວາມພະຍາຍາມໃນວົງການນາງງາມລາວ, ຊື່ຂອງ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ຄືຊື່ທຳອິດທີ່ລອຍຂຶ້ນມາ. ຈາກເດັກຍິງທີ່ເຕີບໂຕມາໃນຄອບຄົວແມ່ຄ້າ, ກ້າວສູ່ການເປັນເຈົ້າຂອງມົງກຸດລະດັບປະເທດເຖິງສອງເວທີໃຫຍ່ເຈົ້າຂອງມົງກຸດ Miss World Laos 2017 ແລະ Miss Universe Laos 2021, ແລະໃນປັດຈຸບັນ ເຈນນີ້ກັບໄວ 31 ປີ ມື້ນີ້ລາວກ້າວຂ້າມບົດບາດນາງງາມ ສູ່ການເປັນ ຜູ້ອຳນວຍການໃຫຍ່ ບໍລິສັດ Tonkham Modeling ແລະ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Ehouse Advertising.

ມື້ນີ້ຈະພາທຸກຄົນໄປຮູ້ຈັກກັບມຸມມອງຊີວິດ ຕັ້ງແຕ່ມື້ທີ່ກ້າວຂຶ້ນເວທີມື້ທຳອິດ ຈົນຮອດວັນທີ່ກາຍເປັນ “ຜູ້ສ້າງ” ບຸກຄະລາກອນໃນວົງການບັນເທີງ.


“ຄອບຄົວ” ຄືແຮງຊຸກຍູ້ສູ່ການເດີນເທິງເວທີນາງງາມ

ຈຸດເລີ່ມຕົ້ນຂອງເຈນນີ້ບໍ່ໄດ້ເລີ່ມຈາກຄວາມຢາກເດັ່ນຢາກດັງເພື່ອຕົນເອງ, ແຕ່ມັນຄື “ຄອບຄົວ”.

ເຈນຢາກສ້າງຊື່ສຽງ ຢາກມີວຽກມີງານຫຼາຍໆ ເພື່ອມາສົ່ງເສີມ ແລະ ລ້ຽງຄອບຄົວ

ໃຫ້ເລົ່າຍ້ອນກັບໄປໃນຊ່ວງທີ່ຕັດສິນໃຈລົງປະກວດ Miss Universe Laos 2021 ແຮງຜັກດັນທີ່ສຳຄັນທີ່ສຸດໃນຕອນນັ້ນແມ່ນ ‘ຄອບຄົວ’. ເຈນເຕີບໂຕມາຈາກຈຸດທີ່ຢາກສ້າງຊື່ສຽງ ແລະ ຢາກມີວຽກງານຫຼາຍໆ ເພື່ອມາສົ່ງເສີມ ແລະ ລ້ຽງດູຄອບຄົວໃຫ້ດີຂຶ້ນ. ນອກຈາກນັ້ນ ກໍແມ່ນສະພາບແວດລ້ອມ ແລະ ສັງຄົມທີ່ຊຸກຍູ້ໃຫ້ເຮົາຢາກພິສູດສັກກະຍະພາບຂອງຕົນເອງ.

ອ່ານຕື່ມ:  How to ຖືກຖິ້ມ: ເພງທຳອິດຈາກ The Meow ft RGB

ເຊິ່ງການໄປປະກວດກໍໄດ້ແມ່ນແຕ່ການແຂ່ງຂັນ ບັນດາເວທີທີ່ຜ່ານມາກໍໄດ້ສອນຫຼາຍສິ່ງທີ່ຄົນພາຍນອກອາດບໍ່ເຄີຍຮູ້ຄື “ສອນໃຫ້ເຈນມີ ‘ສະຕິ’ ຫຼາຍຂຶ້ນ. ມັນເຮັດໃຫ້ເຮົາຮູ້ຈັກໃຊ້ຄວາມຄິດນຳໜ້າອາລົມ ແລະ ຍັງສອນໃຫ້ເຈນຮູ້ຈັກລະມັດລະວັງໃນການໃຊ້ໂຊຊຽວມີເດຍ, ຕ້ອງຫຼິ້ນໃຫ້ເປັນ ແລະ ໃຊ້ໃຫ້ເກີດປະໂຫຍດສູງສຸດ.

ວິນາທີທີ່ໄດ້ຮັບມົງກຸດ Miss Universe Laos 2021 ຄືຊ່ວງເວລາເທິງເວທີທີ່ເຈນຮູ້ສຶກວ່າ “ນີ້ແຫຼະຄືຈຸດປ່ຽນຂອງຊີວິດເຮົາ” ຕອນນັ້ນໃນຫົວຄິດທັນທີເລີຍວ່າ ‘ຊີວິດເຮົາຈະປ່ຽນໄປຕະຫຼອດການ’ ແລະ ມັນກໍເປັນແບບນັ້ນແທ້ໆ ມັນເປີດປະຕູທຸກບານໃຫ້ເຈນກ້າວມາຮອດຈຸດນີ້.


ຈາກ “ເບື້ອງໜ້າ” ສູ່ “ເບື້ອງຫຼັງ”

ຫຼັງຈາກຜ່ານການເປັນນາງງາມມາແລ້ວ ເຈນກໍໄດ້ຜັນໂຕຈາກບຸກຄົນເບື້ອງໜ້າມາຢູ່ເບື້ອງຫຼັງແທນ ເພາະມັນແມ່ນເລື່ອງການເຕີບໂຕຂອງຊີວິດ. ເຈນຮູ້ສຶກວ່າໃນຊ່ວງ 2-3 ປີ ທີ່ດຳລົງຕຳແໜ່ງ ເຈນເຮັດໄດ້ດີທີ່ສຸດແລ້ວ ທັງການເປັນຕົວແທນປະເທດ, ການຊ່ວຍເຫຼືອສັງຄົມ ແລະ ກອງປະກວດ. ເຈນຮູ້ສຶກວ່າຕົນເອງເຕີບໃຫຍ່ພໍທີ່ຈະຜັນຕົວມາເປັນຄົນເບື້ອງຫຼັງດ້ວຍການສ້າງ  Tonkham Modeling ທີ່ໃຫ້ບໍລິການພິທິກອນ, ນາງແບບ, ພິດຕີ້ ແລະ Influencer ຣີວິວທຸກຮູບແບບເພື່ອສ້າງອາຊີບ ແລະ ສ້າງຄົນລຸ້ນໃໝ່.

ຫຼາຍຄົນເບິ່ງວ່າເວທີນາງງາມຄືຈຸດໝາຍປາຍທາງ ແຕ່ສຳລັບເຈນແລ້ວມັນຄືຈຸດເລີ່ມຕົ້ນຫຼາຍກວ່າ ເວທີນາງງາມສຳລັບເຈນມັນຄື ‘ສະຖານີທຳອິດ’ ທີ່ເຮົາສາມາດນຳໄປຕໍ່ຍອດໄດ້ທັງສາຍນາງແບບ, ນັກສະແດງ, Influencer ຈົນຮອດນັກທຸລະກິດ. ເຈນເລືອກທີ່ຈະຄວບຄຸມທຸກບົດບາດ ແລະ ໃຊ້ຕຳແໜ່ງ Miss Universe Laos 2021 ເປັນຂົວຕໍ່ໃຫ້ໄດ້ໝາກຜົນສູງສຸດໃນສາຍງານບໍລິຫານ.

ແລະການປ່ຽນຈາກ “ຄົນທີ່ຢູ່ໜ້າກ້ອງ” ມາເປັນ “ຄົນເຮັດວຽກເບື້ອງຫຼັງ” ມັນທ້າທາຍຫຼາຍສຳຫຼັບເຈນ, ການທີ່ຈະເປັນຫົວໜ້າຄົນໄດ້ ເຮົາຕ້ອງຮູ້ ແລະ ເກັ່ງກວ່າທຸກຄົນໃນທຸກບໍລິບົດ. ເຈນເຊື່ອວ່າຫົວໜ້າຕ້ອງເຄີຍຜ່ານວຽກທຸກຕຳແໜ່ງທີ່ພະນັກງານເຮັດມາກ່ອນ ເຮົາຈຶ່ງຈະສາມາດສອນ, ສັ່ງງານ ແລະ ຄວບຄຸມທີມງານໄດ້ຢ່າງມີປະສິດທິພາບ.


ເຈນນີ້ ກັບ ບົດບາດໃໝ່ ຜູ້ບໍລິຫານຍິງຂອງທຸລະກິດຍຸກໃໝ່

ໃນບົດບາດຜູ້ອຳນວຍການ Tonkham Modeling, ເຈນນີ້ໄດ້ຮຽນຮູ້ການເຮັດວຽກກັບ “ໃຈຄົນ”. ໃຫ້ຄວາມສຳຄັນແລະຝຶກການວາງແຜນ, ຮູ້ຈັກເຫັນອົກເຫັນໃຈທີມງານ, ສິ່ງທີ່ເຮົາຄິດວ່າດີ ອາດບໍ່ໄດ້ດີສຳລັບທຸກຄົນ ແລະ ທີ່ສຳຄັນແມ່ນ ‘ການຍອມຮັບຄົນລຸ້ນໃໝ່’

“ເພາະໂລກນີ້ບໍ່ໄດ້ໝູນອ້ອມແຕ່ຕົວເຮົາ” ຄືບົດຮຽນທີ່ເຈນໄດ້ຮັບ.

ເວລາເບິ່ງເດັກນ້ອຍລຸ້ນໃໝ່ທີ່ຢາກເຂົ້າວົງການ ເຈນຈະຢາກໃຫ້ເຂົາເຈົ້າເປັນຄົນທີ່ຮູ້ຈັກກາລະເທສະ, ມີມາລະຍາດ ແລະ ຄວາມສາມາດ ເພາະສາມສິ່ງນີ້ສຳຄັນທີ່ສຸດ ແລະ ຈະເຮັດໃຫ້ຢູ່ໃນວົງການນີ້ໄດ້ດົນ ໄປໃສກໍມີແຕ່ຮັກແພງ. ສ່ວນຄວາມງາມ ຫຼື ຄວາມຫຼໍ່ ເຮົາສາມາດນຳມາປັ້ນ ແລະ ພັດທະນາໃຫ້ດີຂຶ້ນໄດ້.

ອ່ານຕື່ມ:  ຜົນງານໃໝ່ຈາກ Just” ກັບ “Playground” ພື້ນທີ່ຕົວຕົນພ້ອມເປີດໃຈໃຫ້ໃຜບາງຄົນເຂົ້າມາ

ເວລາຖ້າມີນາງງາມລຸ້ນໃໝ່ມາຂໍຄຳແນະນຳ ສິ່ງທຳອິດທີ່ເຈນຈະບອກພວກເຂົາຄື ເຮົາຕ້ອງພະຍາຍາມ ແລະ ອົດທົນໃຫ້ເປັນ. ຕ້ອງກຽມຕົວໃຫ້ພ້ອມແທ້ໆ ຈົນຮອດຈັງຫວະທີ່ເຮົາ ‘ພ້ອມຈົນໃຜກໍຕ້ານບໍ່ຢູ່’ ຈຶ່ງຄ່ອຍລົງປະກວດ. ຢ່າລົງພຽງເພາະຢາກໄດ້ປະສົບການ ເພາະຖ້າຄິດແບບນັ້ນ ເຈົ້າກໍແພ້ຕັ້ງແຕ່ເລີ່ມແລ້ວ.


ມຸມມອງ ແລະ ຄຸນຄ່າຂອງນາງງາມໃນຍຸກປັດຈຸບັນ

ໃນມຸມຂອງເຈນຫວາ “ນາງງາມທີ່ດີ” ນອກຈາກຄວາມງາມຄວນຕ້ອງຮູ້ຈັກຄຸນຄ່າຂອງຄົນ ແລະ ເຄົາລົບທຸກສາຍອາຊີບ. ບໍ່ມີໃຜຕໍ່າ ໃຜສູງ ທຸກຄົນຄືມະນຸດຄືກັນ. ຕ້ອງມີຄວາມເຫັນອົກເຫັນໃຈ (Empathy), ຮູ້ຈັກຜິດຮູ້ຈັກຖືກ, ຄວບຄຸມອາລົມຕົນເອງໃຫ້ໄດ້ ແລະ ໃຊ້ທຸກວິນາທີຢ່າງມີສະຕິ.

ແລະ ຖ້າໄດ້ມີໂອກາດກັບໄປເວົ້າກັບຕົວເອງໃນມື້ທຳອິດທີ່ຂຶ້ນເວທີໄດ້  ເຈນຢາກບອກວ່າ ຂອບໃຈຕົວເອງທີ່ຕັດສິນໃຈ ແລະ ກ້າຈະເຮັດໃນມື້ນັ້ນ.


ຈາກລູກແມ່ຄ້າ ສູ່ແຮງບັນດານໃຈໃນການໃຊ້ຊີວິດ

ຖ້າມື້ໜຶ່ງມີເດັກນ້ອຍຜູ້ຍິງຄົນໜຶ່ງມອງເຈົ້າເປັນແຮງບັນດານໃຈ ເຈນຢາກໃຫ້ລາວຈົດຈຳໃນເລື່ອງ ‘ການໃຊ້ຊີວິດ’ ເພາະເສັ້ນທາງຂອງເຈນບໍ່ງ່າຍເລີຍ ແຕ່ເຈນພັດທະນາຕົວເອງມາຈົນເປັນນັກຮ້ອງ, ນາງແບບລະດັບເອເຊຍ ແລະ ເປັນຜູ້ອຳນວຍການໃຫຍ່ເຖິງສອງບໍລິສັດ.

ຈາກລູກແມ່ຄ້າຕະຫຼາດ ທີ່ແມ່ບໍ່ໄດ້ຮຽນໜັງສື ພັດທະນາໂຕເອງມາໄດ້ຮອດທຸກມື້ນີ້. ຄົນເກັ່ງຖ້າບໍ່ມີຄວາມອົດທົນ ກໍສູນເປົ່າ. ແຕ່ຖ້າຄົນມີຄວາມອົດທົນ ແລະ ພະຍາຍາມ ກໍເປັນຄົນເກັ່ງໄດ້.

ເຈນຢາກບອກນ້ອງໆວ່າ ຈົ່ງມີຄວາມພະຍາຍາມ ແລະ ອົດທົນໃຫ້ສູງ. ຮູ້ຈັກຈັງຫວະຂອງຕົນເອງ ແລະ ໃຊ້ໃຫ້ຖືກທີ່ຖືກເວລາ. ຄົນເກັ່ງຖ້າບໍ່ມີຄວາມອົດທົນກໍສູນເປົ່າ ແຕ່ຖ້າມີຄວາມອົດທົນ ແລະ ພະຍາຍາມ ເຈົ້າກໍສາມາດກາຍເປັນຄົນເກັ່ງໄດ້.


“ເພາະເຈນນີ້ເຄີຍຜ່ານມາໝົດແລ້ວ ທັງເບື້ອງໜ້າ ແລະ ເບື້ອງຫຼັງ ເຈນນີ້ຈຶ່ງກ້າກາລັນຕີວ່າ ເຮົາຮູ້ດີທີ່ສຸດວ່າຈະເຮັດແນວໃດໃຫ້ງານຂອງທ່ານອອກມາດີທີ່ສຸດ.”

ຈາກມື້ທີ່ຢືນຢູ່ໜ້າກ້ອງໃນຖານະ Miss Universe Laos ສູ່ການເປັນ “ບຸກຄົນຫຼັງກ້ອງ” ທີ່ຢູ່ເບື້ອງຫຼັງຄວາມສຳເລັດຂອງຫຼາຍໆ Event ລະດັບປະເທດ. ເຈນນີ້ ບໍ່ໄດ້ບໍລິຫານພຽງແຕ່ໃຊ້ຕົວເລກ ແຕ່ໃຊ້ “ຫົວໃຈ” ແລະ “ປະສົບການ” ທີ່ຜ່ານມາກວ່າ 10 ປີ ໃນວົງການບັນເທີງ ມາສ້າງສັນຜົນງານຜ່ານ 2 ທຸລະກິດຫຼັກຄື

ອ່ານຕື່ມ:  ພອຍ ເພັດມະນີ: ເດັກສາວຜູ້ກ້າສູ້ເພື່ອຄວາມຝັນໃນ Oishi Teen Idol The Final Season

Tonkham Modeling “ເພາະເຈນນີ້ຮູ້ດີວ່າ “ໂອກາດ” ທີ່ມາຖືກທີ່ຖືກເວລາມີຄ່າສໍ່າໃດ. ທີ່ນີ້ເຮົາຈຶ່ງບໍ່ໄດ້ເປັນພຽງແຕ່ໂມເດລລິ້ງ ແຕ່ເຮົາຄືຜູ້ຄັດສັນ ແລະ ປັ້ນແຮງບັນດານໃຈໃຫ້ກາຍເປັນຄວາມເປັນມືອາຊີບ ບໍ່ວ່າຈະເປັນພິທິກອນ (MC), ນາງແບບ-ນາຍແບບ, ພິດຕີ້ (Pretty) ແລະ Influencer ທີ່ພ້ອມຈະເປັນຕົວແທນພາບລັກທີ່ດີທີ່ສຸດໃຫ້ກັບລູກຄ້າທີ່ໃຊ້ບໍລິການ.

Ehouse Advertising ຈາກປະສົບການທີ່ເຄີຍຢືນຢູ່ເທິງເວທີລະດັບໂລກ ເຮັດໃຫ້ເຈນນີ້ເຂົ້າໃຈທຸກອົງປະກອບຂອງງານ Event ທີ່ສົມບູນແບບ ບໍ່ວ່າຈະເປັນແສງ, ສີ, ສຽງ ຫຼື ຈັງຫວະຂອງເວທີ ເຊິ່ງເຈນຮັບຈັດງານ Event ຄົບວົງຈອນ (Full Organizer), ບໍລິການໃຫ້ເຊົ່າເຄື່ອງສຽງ, ລະບົບໄຟແສງສີ, ເວທີ ແລະ ຈໍ LED ມາດຕະຖານສາກົນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.