ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ Jazz & Hip Hop ການປະສົມປະສານເພງສະໄຕລ໌ໃໝ່ຈາກ UKNOWHATIMEAN ໃນເພງ “ສະອາດ”
Muan Listen - ມ່ວນຊວນຟັງ

Jazz & Hip Hop ການປະສົມປະສານເພງສະໄຕລ໌ໃໝ່ຈາກ UKNOWHATIMEAN ໃນເພງ “ສະອາດ”

ແບ່ງປັນ
Getting your Trinity Audio player ready...

ມ່ວນມາຊວນທຸກຄົນມາລອງຟັງເພງຂອງສິລະປິນຈາກບ້ານ huencrew ກັບເພງທີ່ມີຊື່ວ່າ “ສະອາດ” ເພງໃໝ່ຫຼ້າສຸດຈາກ UKNOWHATIMEAN ຫຼື ບິກ (Padasack Atvaly). ການກັບມາເທື່ອນີ້ເພງຂອງລາວນັ້ນໄດ້ປະສົມປະສານແນວບີສ jazz ແລະ hiphop ເຂົ້າດ້ວຍກັນເຮັດໃຫ້ພວກເຮົາໄດ້ເຫັນເຖິງຄວາມແຕກຕ່າງອອກໄປຈາກເພງລາວສ່ວນໃຫຍ່.

ຈຸດປະສົງຂອງການເຮັດເພງນີ້ຍ້ອນຢາກໃຫ້ຄົນລາວໄດ້ຟັງອີ່ຫຍັງທີ່ໃໝ່ ແລະ ບໍ່ຄືໃຜ, ເພາະໃນທຸກບາຣ໌ທຸກເນື້ອຮ້ອງແມ່ນມີຄວາມໝາຍ. ເພງນີ້ໄດ້ໃຊ້ເວລາໃນຫຼາຍເດືອນໃນການແກ້ຄຳຕ່າງໆເພື່ອໃຫ້ເຂົ້າເຖິງຜູ້ຟັງໄດ້ງ່າຍຂຶ້ນ, ເປັນເພງທີ່ມີຈັງຫວະດົນຕີສຽງແຣັບທີ່ຟັງແລ້ວຮູ້ສຶກວ່າໜັກ ແລະ ດິບ, ແຕ່ກໍບໍ່ໄວຈົນເກີນໄປເພາະດ້ວຍມີຈັງຫວະທີ່ຊັດເຈນ, ມີທັງຄວາມທຸກ ແລະ ເສົ້າ, ບາດແຜທີ່ລາວໄດ້ຮັບ. ໂດຍເພງນີ້ແມ່ນໄດ້ສື່ເຖິງຄວາມປິດປົກກະຕິຂອງໂລກທາງປະສາດ Neurological disorder ທີ່ບໍ່ສາມາດແຍກອອກຈາກບົດບາດທີ່ຕົວເອງໄດ້ຮັບ, ໂດຍຕົວຢ່າງທີ່ມັກເຫັນຄື: ນັກສະແດງທີ່ຍັງຄົງຕິດຢູ່ໃນຕົວຕົນຂອງບົດໜັງ ຫຼື ລະຄອນ.

ເພງນີ້ໄດ້ອີງໃສ່ເລື່ອງລາວຂອງບິກໃນຕະຫຼອດ 4 ປີທີ່ຜ່ານມາໃນສາຍງານຂອງການເຮັດເພງ ແລະ 2 ປີ, ທີ່ຄົ້ນພົບຕົນເອງວ່າຕົນເອງມັກຖ່າຍຮູບ ແລະ ຖ່າຍໜັງບໍ່ໜ້ອຍໄປກວ່າການເຮັດເພງ. ການທີ່ລາວໄດ້ໃຊ້ຊີວິດຍັງຖືວ່າໄປຢູ່ໃນບ່ອນທີ່ຜິດທີ່ຜິດທາງຈົນເຮັດໃຫ້ຕົວເອງໄດ້ຮັບບາດເຈັບທາງດ້ານຈິດໃຈ ແລະ ຍາກລຳບາກ. ຕະຫຼອດເວລາທີ່ເຕີບໃຫຍ່ມາບິກໄດ້ໃຊ້ເວລາໃນການພິສູດຕົວຕົນຫຼາກຫຼາຍ, ຈົນເກີດຄຳຖາມວ່າເຮັດໄປເພື່ອຫຍັງ ແລະ ເຮັດເພື່ອໃຜ? ຕົວຕົນຂອງລາວຕ້ອງການຫຍັງແທ້.

ມ່ວນຢາກຊວນທຸກຄົນໄປຫາຄຳຕອບກັນໃນເພງ ສະອາດ (CLEAN) – UKNOWHATIMEAN ກັນເລີຍນໍ, ແອັດແນະນຳໃຫ້ຟັງຫຼາຍໆເທື່ອເລີຍເພາະໃນເອັມວີນັ້ນມີຄວາມອິນເຕີ ແລະ ໄດ້ຟັງອີກມຸມມອງເລື່ອງລາວທີ່ເຮັດໃຫ້ພວກເຮົາຕ້ອງໄດ້ຮຽນຮູ້ກັບສິ່ງທີ່ເກີດຂຶ້ນກັບຕົວຕົນຂອງໜຸ່ມຄົນນີ້.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.