ຕອນທີ 2 ທີ່ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະຮູ້ສຶກບໍ່ໂອເຄ It’s Okay to Not Be Okay ໃນ ສຸກໃຈ It’s Okay the series, ຕອນນີ້ກໍມີປະເດັນທີ່ໜ້າສົນໃຈອີກແລ້ວນັ້ນກໍຄືບັນຫາສຸຂະພາບຈິດ “Depression ຫຼື ໂລກຊຶມເສົ້າ” ເຊິ່ງເລື່ອງລາວໄດ້ເລົ່າມາໃນບັນຫາທີ່ກ່ຽວຂ້ອງກັບຄວາມບໍ່ເຂົ້າໃຈໃນຄອບຄົວ ແລະ ເລື່ອງຄວາມກົດດັນທາງດ້ານການຮຽນ.
ຕອນນີ້ແມ່ນໄດ້ເລົ່າກ່ຽວກັບສຶກສາສາວທີ່ມີຊື່ວ່າ “ເນດ” ທີ່ກຳລັງຮຽນຢູ່ວິທະຍາໄລແຫ່ງໜຶ່ງ ແລະ ເປັນລູກຄ້າປະຈຳທີ່ຮ້ານກາແຟ ສຸກໃຈ. ເນດໄດ້ມາທີ່ຮ້ານກາແຟເກືອບທຸກມື້ ແລະ ນັ່ງຢູ່ໃນຮ້ານຈົນຮ້ານປິດ. ໂນ້ ພະນັກງານຮ້ານ ສຸກໃຈ ກໍເກີດແປກໃຈ ແລະ ສົງໃສໃນຕົວເນດວ່າເປັນຫຍັງຄືມາທຸກມື້ແທ້ແຖມຍັງມັກນັ່ງເສົ້າເປັນປະຈຳ. ເລື່ອງໄດ້ດຳເນີນມາຮອດຕອນຄໍ່າເນດນັ່ງຢູ່ໃນບ່ອນມືດໆຄົນດຽວ ແລະ ເກືອບຈະພົບເຫດການບໍ່ດີເກີດຂຶ້ນ, ແຕ່ຍັງໂຊກດີທີ່ໂນ້ເຂົ້າມາຊ່ວຍເຫຼືອໄດ້ທັນ.

ເບິ່ງຕອນທີ 2 ທີ່ມີຊື່ວ່າ: ບໍ່ເປັນຫຍັງທີ່ຈະຮູ້ສຶກບໍ່ໂອເຄ It’s Okay to Not Be Okay
ພໍເນດໄດ້ກັບມາຮອດເຮືອນຈຶ່ງໄດ້ເຫັນວ່າພໍຂອງລາວນັ້ນນັ່ງກິນເຂົ້າຖ້າຢູ່ ແລະ ໄດ້ຖາມເຖິງເລື່ອງການເສັງເອົາທຶນເພື່ອໄປຮຽນຕໍ່ທີ່ຕ່າງປະເທດ, ແຕ່ເນດກໍ່ໄດ້ບອກກັບພໍ່ວ່າຜົນຍັງບໍ່ທັນອອກເທື່ອ. ເນດເປັນນັກຮຽນເກັ່ງຂອງຫ້ອງ ແລະ ເປັນຄົນທີ່ທຸ້ມເທກັບການຮຽນຫຼາຍ. ເຊິ່ງພໍ່ໄດ້ເຮັດວຽກໜັກ ແລະ ຊຸກຍູ້ໃນດ້ານການຮຽນຕ່າງໆໃຫ້ກັບເນດ, ທັງການໃຫ້ເຂົ້າໂຮງຮຽນດີໆ ແລະ ການໃຫ້ຮຽນເພີ່ມເພື່ອຄະແນນຈະໄດ້ສູງ.
ພໍ່ຂອງລາວໄດ້ກົດດັນດ້ານການຮຽນ ແລະ ເນດກໍໄດ້ພະຍາຍາມຈົນກາຍເປັນຄົນທີ່ຮຽນເກັ່ງສົມໃຈພໍ່, ດ້ວຍຄວາມທີ່ພໍ່ເປັນຄົນປາກແຂງຈຶ່ງບໍ່ເຄີຍເອີຍຄຳຍ້ອງຍໍເນດເລີຍຈັກຄັ້ງ ເຮັດໃຫ້ເນດຮູ້ສຶກວ່າການທີ່ເຮັດນັ້ນມັນບໍ່ເຄີຍພໍ ແລະ ສຳຄັນ. ເນດກົດດັນຕົນເອງໃນເລື່ອງຮຽນຫຼາຍເພື່ອຢາກໃຫ້ພໍ່ຍອມຮັບຕົນເອງ, ຈົນເຮັດໃຫ້ບໍ່ຄ່ອຍມີໝູ່ສະໜິດເພາະລາວບໍ່ຄ່ອຍໄດ້ໃສ່ໃຈພວກໝູ່ເທົ່າໃດ, ສົນໃຈແຕ່ເລື່ອງການຮຽນເທົ່ານັ້ນ. ເວລາມີບັນຫາເນດກໍບໍ່ຮູ້ຈະໄປລະບາຍ ຫຼື ປຶກສາໃຜ ແລະ ເລືອກເກັບບັນຫາໄວ້ກັບຕົນເອງຈົນກາຍເປັນຄົນເກັບກົດ, ມັກຈະຄິດລົບ ແລະ ຂີ້ກັງວົນ.

ເນດມີພາວະຊຶມເສົ້າ ແລະ ຍິ່ງມາເຈິກັບເຫດການທີ່ລາວສະໝັກທຶນບໍ່ຜ່ານຈຶ່ງເຮັດໃຫ້ເກີດຄວາມກັງວົນ, ຄວາມຄຽດຕ່າງໆ ແລະ ບໍ່ກ້າບອກຄວາມຈິງກັບພໍ່. ເພາະທຶນນີ້ພໍ່ໄດ້ຕັ້ງຄວາມຫວັງວ່າເນດຕ້ອງເຮັດໄດ້. ເນດເລືອກທີ່ຈະໜີ, ໂດຍໜີຈາກໂຮງຮຽນ, ໜີຈາກສຽງຊຸບຊິບນິນທາ ຫຼື ສາຍຕາເຫັນໃຈຈາກພວກໝູ່, ລາວໜີໄປເລື້ອຍໆ ແຕ່ຄວາມຮູ້ສຶກຂຸ່ນມົວ ແລະ ເຄັ່ງຄຽດພາຍໃນຈິດໃຈກໍບໍ່ໄດ້ຈາງຫາຍໄປເລີຍ, ມັນຍິ່ງມີແຕ່ເພີ່ມທະວີຄວາມຄິດລົບໆໃນຫົວຂອງເນດ. ຈົນຈີ່ເຈົ້າຂອງຮ້ານສຸກໃຈໄດ້ລົມກັບເນດ ແລະ ກໍໃຫ້ກໍາລັງໃຈເນດ, ເຊັ່ນດຽວກັບໂນ້ທີ່ພະຍາຍາມຊ່ວຍເຫຼືອເນດຄອຍຫ່ວງໃຍ, ຈົນໃນທີ່ສຸດເນດກໍຮູ້ສຶກໄດ້ເຖິງຄວາມເປັນຫ່ວງເປັນໃຍຂອງທຸກຄົນໃນຮ້ານສຸກໃຈຄາເຟ່ ແລະ ເລີ່ມເປີດໃຈ.
ໃນທີ່ສຸດ, ຄວາມລັບກໍບໍ່ມີໃນໂລກເພາະພໍ່ຂອງເນດໄດ້ຮູ້ແລ້ວວ່າເນດໂຕນຮຽນ ແລະ ເສັງຊີງທຶນບໍ່ໄດ້, ເຮັດໃຫ້ພໍ່ໃຈຮ້າຍຫຼາຍ ແລະ ຮ້າຍເນດຈົນເນດເອງກໍທົນບໍ່ໄຫວ, ສອງພໍ່ລູກຜິດຖຽງກັນຢ່າງຮຸນແຮງ, ເນດເສຍໃຈ ແລະ ຮູ້ສຶກຜິດຫວັງກັບຕົນເອງຫຼາຍຈຶ່ງໜີຂຶ້ນຫ້ອງໄປຮ້ອງໄຫ້ເສຍໃຈ. ບົດສະຫຼຸບຈະເປັນແນວໃດ ຕິດຕາມຕໍ່ໄດ້ໃນຕອນທີ 2: ບໍ່ເປັນຫຍັງທີ່ຈະຮູ້ສຶກບໍ່ໂອເຄ It’s Okay to Not Be Okay.

ແອັດຂໍສະຫຼຸບເລີຍສຳລັບປະເດັນເລື່ອງຄວາມກົດດັນໃນດ້ານການຮຽນທີ່ມັກເກີດຂຶ້ນຫຼາຍໃນສັງຄົມ ແລະ ການບໍ່ໄດ້ຮັບການເອົາໃຈໃສ່ດູແລໃນດ້ານຄວາມຮູ້ສຶກຂອງເດັກນ້ອຍ . ມັກເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ພວກເຂົາມີຄວາມກົດດັນ, ຈັດການກັບຄວາມຮູ້ສຶກຕົກຄ້າງບໍ່ໄດ້, ຮູ້ສຶກວ່າຕົນເອງນັ້ນບໍ່ມີຄ່າ ແລະ ມັກຢູ່ແຕ່ກັບຕົນເອງຫຼາຍເກີນໄປເພາະບໍ່ມີທີ່ປືກສາໃຫ້ພວກເຂົາ.
ແອັດຢາກຂໍໃຫ້ທຸກຄົນຊ່ວຍກັນສຶກສາກ່ຽວກັບ “Depression ຫຼື ໂລກຊຶມເສົ້າ” ໃຫ້ຫຼາຍຂຶ້ນເພາະມັນຖືວ່າເປັນສິ່ງທີ່ໃກ້ຕົວພວກເຮົາຫຼາຍ, ເພາະຖ້າສັງເກດອາການດີໆ, ອາດຈະເປັນເຮົາ ຫຼື ຄົນໃກ້ຕົວທີ່ກຳລັງພົບບັນຫາມີສະພາວະໂລກຊຶມເສົ້າ, ທາງຮັກສາທີ່ດີທີ່ສຸດຄື ການໄປພົບແພດໃຫ້ໄວທີ່ສຸດເພື່ອຈະໄດ້ຮັບການຮັກສາໃຫ້ຖືກຕາມແນວທາງ.
ພວກເຮົາຄວນດູແລ, ເອົາໃຈໃສ່ຄວາມຮູ້ສຶກ, ຮຽນຮູ້ ແລະ ເຂົ້າໃຈໂດຍທີ່ບໍ່ຕັດສິນອາການຂອງຄົນທີ່ເປັນໂລກຊຶມເສົ້າ, ຮັບຟັງ ແລະ ຊ່ວຍຢູ່ເປັນໝູ່ພວກເຂົາ, ການທີ່ພວກເຂົາຍິ້ມຢູ່ ຫຼື ສົດໃສອາລົມດີ ບໍ່ໄດ້ໝາຍຄວາມວ່າສະພາບຈິດໃຈເຂົາສະບາຍດີ.
ໂດຍ: ທີມບັນນາທິການ Muan