ທຸກຄົນອາດເຄີຍເຫັນວິດີໂອການເຕັ້ນໂຍກໂຕເບົາໆແບບໜ້າຮັກໆທີ່ມີການເຮັດ Challenge ກັນໃນ TikTok ໂດຍການນຳແຜ່ນສຽງ ຫຼື ເພງທີ່ກຳລັງເປັນໄວຣັລມາຫຼິ້ນກັນມ່ວນໆ ແລະ ເພງນັ້ນກໍຄືເພງທີ່ມາຈາກປະເທດຍີ່ປຸ່ນ ທີ່ມີຊື່ວ່າ Night Dancer ຂອງ imase ເຊິ່ງເພງນີ້ເປັນທີ່ນິຍົມກັນຫຼາຍໃນຊ່ວງທີ່ຜ່ານມາ.
ຈາກທີ່ເປັນກະແສມາໄດ້ໄລຍະໜຶ່ງ ແຕ່ວ່າເຮົາພັດຫາກໍໄປຮູ້ຈັກສິລະປິນຄົນນີ້ (ຢາກວ່າຊ້າກວ່າໝູ່) ແລະ ດ້ວຍຄວາມທີ່ກຳລັງຕິດເພງຂອງລາວ, ເຮົາເລີຍຢາກມາເລົ່າ ແລະ ເປີດປະຫວັດໜຸ່ມແດນປາດິບຄົນນີ້ສູ່ທຸກຄົນຟັງ ວ່າເສັ້ນທາງການເປັນສິລະປິນຂອງລາວເປັນແນວໃດ ເພາະລາວນັ້ນໄດ້ເລີ່ມຕົ້ນຈາກການທີ່ບໍ່ມີປະສົບການທາງດ້ານດົນຕີເລີຍ. ແຕ່ດ້ວຍຄວາມທີ່ເປັນຄົນມຸ່ງໝັ້ນ, ຕັ້ງໃຈ ແລະ ລົງມືເຮັດທັນທີ ມັນໄດ້ສົ່ງຜົນໃຫ້ເພງຂອງລາວກາຍເປັນກະແສດັງໃນ TikTok ທັນທີ ແລະ ກວດລາງວັນຈາກຫຼາຍສາຂາທັງນອກ ແລະ ໃນປະເທດ. ລາງວັນເຫຼົ່ານີ້, ໄດ້ກາຣັນຕີຄວາມສາມາດຂອງລາວ ແລະ ເພງ Night Dancer ກໍເຮັດໃຫ້ລາວກາຍເປັນທີ່ຮູ້ຈັກໄປທົ່ວໂລກພາຍໃນເວລາພຽງ 3 ປີ.
imase (ອິມາເສະ) ນັກຮ້ອງ-ນັກແຕ່ງເພງ ຮຸ່ນໃໝ່ທີ່ມີເອກະລັກໃນການເຮັດເພງ ແລະ ຮູບແບບແນວເພງທີ່ຟັງງ່າຍ, ສະບາຍໆ ເຮັດໃຫ້ຄົນຟັງເຂົ້າເຖິງຄວາມໝາຍ ແລະ ຮູ້ສຶກດີ. ເພງຂອງລາວແມ່ນເປັນແນວ J-POP ທີ່ມີຮູບແບບເອກະລັກທີ່ສະເພາະຕົວປະສົມປະສານດົນຕີໃນຍຸກປີ 80 ທີ່ມີກິ່ນອາຍຂອງ City Pop ທີ່ຄົນຍຸກໃໝ່ກຳລັງນິຍົມກັບໄປຟັງດົນຕີແນວນີ້ກັນ.

ພາບ Instagram: imase11_9
ໃນສ່ວນເນື້ອຫາຂອງເພງຂອງລາວກໍໄດ້ແຕ່ງເພງທີ່ມີຄວາມໝາຍອັນເລິກເຊິ່ງເອົາໄວ້ ໂດຍໄດ້ອະທິບາຍເຖິງຄວາມຮູ້ສຶກຂອງຄວາມຮັກ, ຄວາມສຸກ, ຄວາມເສົ້າ ແລະ ການຕັ້ງຄຳຖາມໃນເລື່ອງຄວາມສຳພັນ. ດ້ວຍຜົນງານເພງທີ່ເຂົ້າໃຈງ່າຍ ແລະ ເຂົ້າເຖິງອາລົມຜູ້ຟັງນັ້ນເອງ ເລີຍເຮັດໃຫ້ເພງຂອງລາວກາຍເປັນກະແສໄວຣັລ (Viral) ມີສິລະປິນດັງຫຼາຍຄົນນຳເພງຂອງລາວໄປຮ້ອງ Cover (ໂຄເວີ) ແລະ challenge ກັນໃນ TikTok.
ປະຫວັດຂອງ imase ແລະ ຈຸດເລີ່ມຕົ້ນຂອງການເປັນສິລະປິນ
imase ເກີດໃນວັນທີ 9 ເດືອນ ພະຈິກ ປີ 2000, ປັດຈຸບັນອາຍຸ 24 ປີ. ພູມຫຼັງແມ່ນເປັນຄົນພາກກາງ ຈາກແຂວງ ກິຟຸ (Gifu), ປະເທດຍີ່ປຸ່ນ (Japan). ສິ່ງທີ່ເຮັດໃຫ້ເລື່ອງລາວຂອງລາວເປັນທີ່ໜ້າສົນໃຈຫຼາຍ, ລາວເປັນຄົນທີ່ມີເປົ້າໝາຍຊັດເຈນ, ມີຄວາມຕັ້ງໃຈ ແລະ ມີລະບຽບວິໄນໃນຕົນເອງສູງ ເຖິງວ່າລາວຈະບໍ່ມີປະສົບການທາງດ້ານດົນຕີ ຫຼື ເຄີຍຫຼິ້ນເຄື່ອງດົນຕີໃດໆມາກ່ອນ (ຕອນນັ້ນຄວາມສາມາດໃນດ້ານດົນຕີຂອງລາວເປັນສູນເລີຍ) ແຕ່ຍ້ອນທີ່ເປັນຄົນມັກຮ້ອງເພງ ແລະ ເຫັນຄົນໃນໂຊຊຽວ (social media) ເຮັດເພງດ້ວຍຕົນເອງ, ລາວເລີຍຄິດວ່າມືໃໝ່ແບບລາວກໍຄົງເຮັດເພງລົງໃນ TikTok ໄດ້ຄືກັນ.

ພາບ Instagram: imase11_9
ຫຼັງຈາກນັ້ນ, ລາວກໍເລີ່ມຮຽນຮູ້ກ່ຽວກັບດົນຕີແບບຈິງຈັງ ໂດຍການຊື້ ກີຕ້າ (Guitar) ມາຮຽນຫຼິ້ນ ເພື່ອທີ່ຈະສ້າງເພງດ້ວຍຕົນເອງ ຕັ້ງແຕ່ປີ 2020 ເປັນຕົ້ນມາ ແລະ ເຖິງຈະຍາກລຳບາກຂະໜາດໃດ, ລາວກໍອົດທົນໃຊ້ເວລາໃນການຝຶກຝົນທຸກໆມື້ ແລະ ການທີ່ລາວເລີ່ມເດີນທາງໃນສາຍດົນຕີໄດ້ບໍ່ຮອດໜຶ່ງປີຫຼັງຈາກລາວປ່ອຍເພງທຳອິດລົງໃນແພລດຟອມ TikTok ກໍເຮັດໃຫ້ລາວເປັນທີ່ຮູ້ຈັກທັນທີ.
ການເດີນທາງຂອງ imase ໃນຖານະສິລະປິນ
imase ໄດ້ເຂົ້າເປັນສິລະປິນໃນຄ້າຍເພງ Virgin Music / Universal Music Japan ແລະ ໄດ້ເດບິວໃນເດືອນ ທັນວາ ປີ 2021, ດ້ວຍເພງ Have a Nice Day ພຽງແຕ່ໜຶ່ງປີຫຼັງຈາກທີ່ລາວເລີ່ມຮຽນຮູ້ການຫຼິ້ນດົນຕີ ແລະ ແຕ່ງເພງ.

ພາບ Instagram: imase11_9
ຊື່ສຽງຂອງ imase ໄດ້ກ້າວເຂົ້າສູ່ລະດັບສາກົນໃນປີ 2022 ໂດຍເພງ Night Dancer ໄດ້ຕິດອັນດັບ Top 20 ໃນເວັບໄຊດົນຕີ Melon ຂອງເກົາຫຼີໃຕ້. ໃນຂະນະດຽວກັນ, ເພງນີ້ຍັງໄດ້ກາຍເປັນເພງໄວຣັລໃນຫຼາຍປະເທດທົ່ວໂລກ ໂດຍການຕິດອັນດັບ TOP 50 ໃນ Spotify Viral Chart ຂອງ 48 ປະເທດ.
ເພງ Night Dancer ໄດ້ກາຍເປັນເພງຍອດນິຍົມໃນ TikTok ແລະ ເປັນເພງທຳອິດຂອງນັກຮ້ອງຊາວຍີ່ປຸ່ນທີ່ສາມາດຕິດອັນດັບໃນ Melon 100 Chart ຂອງເກົາຫຼີໃຕ້ ເຊິ່ງເຮັດໃຫ້ລາວໄດ້ຮັບສົມຍານາມວ່າ Monster Rookie. ນອກຈາກນີ້, ລາວຍັງໄດ້ຮັບລາງວັນ Excellence Award ຈາກງານປະກາດຜົນລາງວັນ Japan Record Awards ຄັ້ງທີ 65 ແລະ ເປັນສິລະປິນຊາວຍີ່ປຸ່ນຄົນທຳອິດທີ່ຂຶ້ນສະແດງ ແລະ ໄດ້ຮັບລາງວັນ J-POP Favorite Artist ໃນງານ MMA 2023 ແລະ CCMA 2023 ທີ່ຈັດຂຶ້ນຢູ່ເກົາຫຼີໃຕ້.
imase ຍັງໄດ້ຮ່ວມງານກັບວົງ LE SSERAFIM ເຊິ່ງເປັນສິລະປິນສາວຈາກເກົາຫຼີໃຕ້ ເພື່ອເຮັດເພງທີ່ມີຊື່ວ່າ Jewelry. ໃນເດືອນພຶດສະພາ 2024, ລາວໄດ້ປ່ອຍອາລະບ້ຳຊຸດ (Album) ທຳອິດທີ່ມີຊື່ວ່າ BONSAI ພ້ອມກັນນັ້ນ, ລາວກໍໄດ້ມີການໄປຫຼິ້ນຄອນເສີດທົ່ວອາຊີ (Asia tour) ແລະ ຫຼິ້ນຄອນເສີດໃຫຍ່ຢູ່ໂຕກຽວ (Tokyo), ນາໂກຢາ (Nagoya) ແລະ ໂອຊາກາ (Osaka).

ພາບ Instagram: imase11_9
imase ໄດ້ຮັບການຍອມຮັບວ່າເປັນສິລະປິນຍຸກໃໝ່ທີ່ສ້າງສັນຜົນງານດ້ວຍຄວາມສາມາດຕົນເອງ ແລະ ໃຊ້ແພລດຟອມອອນລາຍ ໃຫ້ເປັນເຄື່ອງມືທີ່ມີປະໂຫຍດໃນການເຂົ້າເຖິງຜູ້ຟັງທົ່ວໂລກ ແລະ ບໍ່ພຽງແຕ່ເປັນຄົນທີ່ມຸ່ງໝັ້ນຕັ້ງໃຈ, ແຕ່ລາວຍັງເປັນຄົນທີ່ມີພອນສະຫວັນໃນດ້ານດົນຕີ ເຊິ່ງຜົນງານເຫຼົ່ານີ້ໄດ້ຊ່ວຍເຮັດໃຫ້ລາວມີຊື່ສຽງທັງໃນ ແລະ ຕ່າງປະເທດຢ່າງໄວວາ.