ໜ້າຫຼັກ Gadzila IG ເພີ່ມຟີເຈີຣ໌ໃໝ່ໃຫ້ Insight ເພື່ອວັດຈຳນວນ Views Rate
Gadzila

IG ເພີ່ມຟີເຈີຣ໌ໃໝ່ໃຫ້ Insight ເພື່ອວັດຈຳນວນ Views Rate

IG ເພີ່ມຟີເຈີຣ໌ໃໝ່ໃຫ້ Insight ເພື່ອວັດຈຳນວນ Views Rate

ແບ່ງປັນ
Getting your Trinity Audio player ready...

Instagram ເພີ່ມຂໍ້ມູນ Insight ສຳລັບຕົວຊີ້ວັດ Views ເພື່ອ Content Creator & Business ໃຫ້ສາມາດວິເຄາະ Views Rate ຜູ້ເບິ່ງຄລິບເກີນ 3 ວິນາທີທຳອິດ ແລະ ເຂົ້າໃຈພຶດຕິກຳຂອງຜູ້ໃຊ້ໄດ້ດີຍິ່ງຂຶ້ນ, ເຊິ່ງຂໍ້ມູນເຊິ່ງເລີກເຫຼົ່ານີ້ຍັງຊ່ວຍໃຫ້ຜູ້ໃຊ້ເຂົ້າໃຈວ່າຄົນເບິ່ງໄດ້ມີ engage ກັບເນຶ້ອຫາແນວໃດ ແລະ ຍັງຊ່ວຍໃຫ້ສາມາດປັບປຸງເພື່ອສ້າງຄອນເທັ້ນທີ່ສາມາດດຶງດູດໃຫ້ດີຍິ່ງຂຶ້ນ.

ສຳລັບຟີເຈິຣ໌ນີ້ປະເທດລາວຍັງບໍ່ສາມາດໃຊ້ງານໄດ້ ແລະ ຕ້ອງລໍຖ້າອັບເດດໃນອະນາຄົດ ເພາະ Instagram ຈະເປີດໃຫ້ໃຊ້ງານໃນບາງປະເທດທີ່ສາມາດສະໜັບສະໜຸນ ແລະ ພັດທະນາທາງດ້ານທຸລະກິດຜ່ານແພລັດຟອມ, ແຕ່ຢ່າງໃດກໍຕາມພວກເຮົາຍັງຄົງໃຊ້ງານ Insight ພຶ້ນຖານທີ່ Instagram ມີໃຫ້ກ່ອນໄດ້.

ຂໍ້ມູນໃໝ່ໆທີ່ໄດ້ເພີ່ມເຂົ້າມາກໍມີ 5 ຟີເຈີຣ໌ດ້ວຍກັນເຊັ່ນ:

Watch Time
ຜູ້ໃຊ້ຈະສາມາດເບິ່ງໄດ້ວ່າຄົນເບິ່ງໃຊ້ເວລາໃນການເບິ່ງເນື້ອຫາຂອງຕົວເອງເປັນໄລຍະເວລາດົນເທົ່າໃດ ເຊິ່ງຊ່ວຍໃຫ້ເຂົ້າໃຈວ່າຕອນເທັ້ນນັ້ນມີສິ່ງເຮັດໃຫ້ໜ້າສົນໃຈຫຼາຍນ້ອຍເທົ່າໃດ.

    Completion Rate
    ນີ້ແມ່ນຕົວຊີ້ວັດທີ່ສະແດງເຖິງຈຳນວນຜູ້ເບິ່ງວິດີໂອຈົນຈົບຊ່ວຍໃຫ້ຜູ້ສ້າງເນື້ອຫາວິເຄາະວ່າເປັນຫຍັງບາງຄົນເຖິງຢຸດເບິ່ງວິດີໂອກ່ອນຈະຈົບ.

    Source of Views
    Source of Views ໝາຍເຖິງວ່າ Views ນັ້ນມາຈາກໃສ? ບໍ່ວ່າຈະເປັນ Main Feed, Explore, Profile ຫຼື Story ເຮັດໃຫ້ສາມາດປັບກົນລະຍຸດໃນການໂພສເນຶ້ອຫາໃຫ້ເຂົ້າເຖິງກຸ່ມເປົ້າໝາຍໄດ້ດີຍິ່ງຂຶ້ນ.

    Engagement Rate
    ຟີເຈີຣ໌ນີ້ແມ່ນໄດ້ເພີ່ມຂໍ້ມູນກ່ຽວກັບການ Like, Comment, share ແລະ Save ເພຶ່ອໃຫ້ເຫັນພາບລວມວ່າຜູ້ຊົມມີສ່ວນຮ່ວມກັບເນຶ້ອຫາຫຼາຍນ້ອຍເທົ່າໃດ.

    Replays
    ການ Replays ຖືວ່າເປັນຕົວຊີ້ວັດການເບິ່ງຊ້ຳຂອງຜູ້ໃຊ້ງານ ແລະ ຊ່ວຍໃຫ້ເຂົ້າໃຈພຶດຕິກຳຂອງການເບິ່ງເນຶ້ອຫາທີ່ຕົວເອງສ້າງວ່າໜ້າສົນໃຈ ຫຼື ສາມາດດຶງດູດໃຫ້ເບິ່ງຊ້ຳໄດ້.

    ໂດຍ: ທີມ Gadzila

    ຂຽນໂດຍ
    Khainapha Chanthathilath - Content Creator

    ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

    ບົດຄວາມທີ່ກ່ຽວຂ້ອງ

    ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

    ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

    Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

    ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

    ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

    Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

    ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

    ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

    ກ່ຽວກັບພວກເຮົາ - About Muan

    ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.