ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່
ບໍ່ວ່າຈະຜ່ານມາຈັກຍຸກສະໄໝ ໜຶ່ງສິ່ງໃນວົງການການຕະຫຼາດທີ່ຢູ່ເໜືອການເວລາ ແລະ ຖືກພິສູດມາຫຼາຍຕໍ່ຫຼາຍຄັ້ງແລ້ວວ່າ ສາມາດສ້າງຜົນລັບໄດ້ຈິງ ນັ້ນກໍຄື ການເລົ່າເລື່ອງ ຫຼື Storytelling. ດຽວບົດຄວາມ The Marketing Renaissance ນີ້, ມ່ວນ ສະເປຊຽວຕີ້ ຈະພາທຸກຄົນທຳຄວາມຮູ້ຈັກກກັບ ການເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກຂອງການຕະຫຼາດຍຸກດິຈິຕອລ.
ໃນຖານະທີ່ຜູ້ຂຽນເຮັດວຽກໃນສາຍ Digital Marketing ມາສິບກວ່າປີ, ຜ່ານຫຼາຍຍຸກສະໄໝຂອງວົງການ Digital Marketing ທັງພາກປະຕິບັດ ແລະ ພາກບໍລິຫານອົງກອນການຕະຫຼາດທີ່ໃຫ້ບໍລິການແກ່ຫຼາຍຮ້ອຍທຸລະກິດຕະຫຼອດເວລາຜ່ານມາ ໄດ້ເຫັນເຖິງພະລັງຂອງເລື່ອງເລົ່າທີ່ດີ ຖືກສົ່ງຜ່ານໄປສູ່ຜູ້ຊົມໃຊ້ ກໍ່ໃຫ້ເກີດເປັນສາຍສຳພັນທີ່ດີລະຫວ່າງ ຜູ້ຊົມໃຊ້ ແລະ ແບຣນທຸລະກິດໃຫ້ເຕີບໂຕຕໍ່ເນື່ອງ, ທັງຍັງໄດ້ຮັບຜົນສຳເລັດຕາມເປົ້າໝາຍ.
ຍົກຕົວຢ່າງແບຣນເຄື່ອງປະດັບເກົ່າແກ່ໃນລາວ ທີ່ຜູ້ຂຽນ ແລະ ທີມງານໄດ້ເຮັດວຽກນຳກັນມາຫຼາຍປີ ປ່ຽນຈາກຍຸກ Offline ສູ່ຍຸກ Online ໂດຍການໃຊ້ການເລົ່າເລື່ອງ ແຮງບັນດານໃຈ ຄວາມມຸ່ງໝັ້ນຂອງແບຣນທີ່ທີມງານໄດ້ເຮັດວຽກບ້ານຈາກການຟັງເລື່ອງເລົ່າ ຈາກປາກຂອງເຈົ້າຂອງ ແບຣນ ໃນຂະນະດຽວກັນກໍເປັນຜູ້ກໍ່ຕັ້ງແບຣນຂຶ້ນມາດ້ວຍໂຕລາວເອງ, ເອົາມາຕີຄວາມໃນແຜນການຕະຫຼາດ, ສົ່ງໃຈຄວາມສຳຄັນ ຫຼື key message ເຫຼົ່ານັ້ນ ໄປສູ່ລູກຄ້າຂອງເຂົາເຈົ້າໄດ້ຊຶມຊັບ, ເກີດຄວາມເຂົ້າໃຈ ເຊື່ອໃຈ, ຈົນສາມາດສ້າງຄວາມໄວ້ວາງໃຈຕໍ່ກັນໃນໄລຍະຍາວທ້າວປັດຈຸບັນ.
ການສ້າງຄວາມຮູ້ສຶກທີ່ເຂົ້າໃຈ ຄືຫົວໃຈຂອງການເລົ່າເລື່ອງ
ການເລົ່າເລື່ອງໃນທາງການຕະຫຼາດ ແມ່ນການສ້າງສັນເລື່ອງລາວທີ່ສາມາດເຊື່ອມຈອດກັບອາລົມຂອງຄົນທີ່ ໄດ້ເຫັນ ໄດ້ອ່ານ ໃນລະດັບເລິກ. ຍົກຕົວຢ່າງການໂປຣໂໝດສິນຄ້າ ໂດຍສ່ວນໃຫຍ່ ທຸລະກິດ ຫຼື ແບຣນ ຈະນຶກເຖິງການອະທິບາຍສິນຄ້າ ຫຼື ການບໍລິການຢ່າງດຽວ ແຕ່ບໍ່ໄດ້ສ້າງຄວາມຮູ້ສຶກທີ່ດີ ສ້າງສາຍສຳພັນທີ່ກໍ່ໃຫ້ເກີດຄວາມໄວ້ໃຈ ແລະ ຄວາມຮັກຕໍ່ກັບແບຣນເລີຍ. ໂດຍສະເພາະໃນຍຸກທີ່ທຸກຄົນເບື່ອກັບໂຄສະນາເຕັມຟີດ ແລະ ການຖາໂຖມຄຳໂຄສະນາເກີນຈິງ ຈົນຜູ້ເຫັນເກີດຄວາມຮູ້ສຶກຕໍ່ຕ້ານທີ່ຈະຮັບຮູ້ ຫຼື ສຶກສາໂຕຜະລິດຕະພັນຂອງເຮົາຕໍ່ ຊ້ຳບໍ່ໜຳອາດລຸກລາມໄປເຖິງການເກີດຄວາມຮູ້ສຶກລຳຄານ ເຊິ່ງເຮັດໃຫ້ແບຣນ ຫຼື ທຸລະກິດນັ້ນຫຼຸດອອກຈາກວົງໂຄຈອນຂອງລູກຄ້າໄປ.
ເປັນຫຍັງ ການເລົ່າເລື່ອງ ຈຶ່ງເຮັດໃຫ້ການຕະຫຼາດໄດ້ຮັບຜົນສຳເລັດໄດ້?
ໂດຍທຳມະຊາດຂອງມະນຸດເຮົາ ໄດ້ມີການນຳໃຊ້ການເລົ່າເລື່ອງ ສົ່ງຕໍ່ເປັນພູມປັນຍາມາໂດຍຕະຫຼອດປະຫວັດສາດ ຂອງການມີຢູ່ ລວມໄປເຖິງການຢູ່ລອດຂອງສັງຄົມມະນຸດ. ເລື່ອງເລົ່າທີ່ສ້າງອາລົມ, ສ້າງຄວາມເຫັນອົກເຫັນໃຈ ແລະ ໃຫ້ຂໍ້ມູນທີ່ຄົນຮັບ ຮູ້ສຶກເປັນສ່ວນໜຶ່ງຂອງກັນແລະກັນ. ຈຸດນີ້ເອງ ທີ່ເຮັດໃຫ້ເລື່ອງເລົ່າສາມາດລົງເລິກໄປຫາຄວາມຮູ້ສຶກຂອງຜູ້ພົບເຫັນ ຈົນເຮັດໃຫ້ເກີດຄວາມຮູ້ສຶກເປັນໜຶ່ງດຽວ ແລະ ຈະສົນໃຈໃນແບຣນ, ເພາະເຊື່ອວ່າທັງທຸລະກິດຫຼືແບຣນ ກັບ ໂຕລູກຄ້າເປັນພວກດຽວກັນ.
ມາຮອດຈຸດນີ້ ບາງຄົນອາດຈະຄິດເຫັນໂຄສະນາປະກັນຊີວິດຂອງບາງແບຣນຈາກຕ່າງປະເທດ ເມື່ອຈັກ 10-20 ປີກ່ອນ ທີ່ໃຊ້ສື່ໂຄສະນາແບບເລົ່າເລື່ອງຊີວິດຂອງຄົນໃນສັງຄົມໄປແລ້ວ 95%, ເຫຼືອອີກ 5% ທີ່ເປັນຄຳໂຄສະນາບາດທ້າຍຂອງວິດີໂອ. ເຊິ່ງເປັນວິດີໂອໂຄສະນາທີ່ເຊື່ອວ່າ ຫຼາຍຄົນເສຍນ້ຳຕາໃຫ້ກັບວິດີໂອເຫຼົ່ານັ້ນມາແລ້ວບໍ່ອັນໃດກໍອັນໜຶ່ງ. ເລື່ອງເລົ່າແບບນີ້ ສ້າງພາບຈຳໄດ້ຍາວນານຫຼາຍກວ່າພຽງແຕ່ບອກຂໍ້ມູນ, ເຮົາຈະຈື່ໄດ້ວ່າ ໂຄສະນານັ້ນເວົ້າເລື່ອງຫຍັງ ເພາະມັນອາດເປັນເຫດການທີ່ເຄີຍເກີດກັບໂຕເຮົາ ຫຼື ຄົນໃກ້ໂຕເຮົາແທ້. ການໃຊ້ວິທີເລົ່າເລື່ອງແບບນີ້ ຍັງສ້າງຄວາມແຕກຕ່າ,ງ ໂດດເດັ່ນ, ທ່າມກາງເນື້ອຫາໂຄສະນາທີ່ມີຢູ່ຫຼວງຫຼາຍ ເພາະມັນສາມາດເລົ່າ ຄຸນຄ່າ, ພາລະກິດບາງຢ່າງ ຫຼື ຜູ້ຄົນທີ່ຢູ່ເບື້ອງຫຼັງທຸລະກິດ ເບື້ອງຫຼັງຜະລິດຕະພັນນັ້ນໆ ຈົນກາຍເປັນເອກະລັກສະເພາະໂຕທີ່ຄູ່ແຂ່ງບໍ່ສາມາດມີໄດ້ຄືກັນ (ເຊື່ອວ່າຊີວິດຄົນ 100 ຄົນ ກໍມີ 100 ແບບບໍ່ຊ້ຳກັນແນ່ນອນ ແຕ່ກໍຕ້ອງຫາຈຸດຮ່ວມລະຫວ່າງຜູ້ຊົມ ກັບ ທຸລະກິດນັ້ນໃຫ້ໄດ້).
ການເລົ່າເລື່ອງຂອງແບຣນກໍຄື ງານສິລະປະ ງານຝີມື ແບບໜຶ່ງ
ນັກການຕະຫຼາດມືອາຊີບໃນລະດັບໂລກ Maria Alonso ໄດ້ແນະວິທີການສ້າງເລື່ອງເລົ່າໃຫ້ໄດ້ຜົນ ຜ່ານບົດຄວາມຂອງ Forbes – The Power Of Storytelling In Modern Marketing ໂດຍໄດ້ໃຫ້ທິດທາງໄວ້ 5 ສ່ວນ ເຊິ່ງແຕ່ລະສ່ວນມີຜົນຕໍ່ກັນທີ່ແບຣນ ຈຳເປັນຕ້ອງລະວັງ ແລະ ພິນິດພິຈາລະນາ ໃຫ້ລະອຽດ ໃນການໃສ່ເຂົ້າໄປໃນແຜນກົນລະຍຸດຂອງໂຕເອງ. ຜູ້ຂຽນຈຶ່ງຢາກຍົກມາເລົ່າສູ່ກັນໄດ້ອ່ານ ແລະ ທົບທວນໃສ່ກັບວຽກຂອງຕົນເອງ, ພ້ອມທັງຈະພະຍາຍາມຍົກຕົວຢ່າງທີ່ເໝາະກັບຄົນລາວໃຫ້ເຂົ້າໃຈໄປນຳກັນ.
- ຄວາມຈິງແທ້ ຈິງໃຈ (Authenticity): ເປັນຈຸດເລີ່ມຕົ້ນທີ່ສຳຄັນທີ່ສຸດແລ້ວ, ລູກຄ້າສາມາດສັງເກດໄດ້ວ່າອັນໃດເປັນເລື່ອງທີ່ບໍ່ມີຄວາມຈິງໃຈ ອັນໃດເປັນເລື່ອງທີ່ອອກມາຈາກຄວາມຮູ້ສຶກຈິງແທ້, ເຊິ່ງຖ້າເຮັດບໍ່ດີ ມັນກໍສາມາດເຮັດໃຫ້ທຸລະກິດເສຍຫາຍໄດ້ເຊັ່ນກັນ. ສະນັ້ນ, ຕ້ອງເຮັດໃຫ້ແນ່ໃຈວ່າ ເລື່ອງລາວສິ່ງທີ່ສື່ສານອອກໄປນັ້ນສອດຄ່ອງ ໄປໃນທິດທາງດຽວກັນ ກັບ ຄຸນຄ່າ ແລະ ພາລະກິດ ຂອງແບຣນຂອງຕົນເອງ.
ຕົວຢ່າງສົມມຸດ: ແບຣນສິນຄ້າ ທີ່ໃຫ້ຄຸນຄ່າກັບ ຄວາມຍືນຍົງ ຮັກສາສິ່ງແວດລ້ອມ ມີພາລະກິດໃນການເປັນສ່ວນໜຶ່ງໃນການຫຼຸດກາກບອນ ຫຼື ກ໊າດເຮືອນແກ້ວທີ່ເປັນໜຶ່ງໃນສາເຫດເຮັດໃຫ້ໂລກຮ້ອນ, ແຕ່ເວລາສື່ສານເລື່ອງເລົ່າ ພັດບອກໃຫ້ລູກຄ້າອອກໄປຜະຈົນໄພທົ່ວໂລກ ດ້ວຍການແຈກປີ້ຍົນທ່ຽວອ້ອມໂລກ ແບບນີ້ໄປກັນຄົນລະທິດທາງແນ່ນອນ ເພາະຂັດກັບຫຼັກການໃນເລື່ອງການຫຼຸດກາກບອນ ເປັນການເດີນທາງໂດຍບໍ່ຈຳເປັນ, ເປັນແຄມເປນການຕະຫຼາດທີ່ບໍ່ຍືນຍົງ ເປັນຕົ້ນ. - ທຳຄວາມເຂົ້າໃຈ ຮູ້ຈັກຜູ້ຊົມເປົ້າໝາຍຂອງຕົນເອງ: ເຊັ່ນກັນ ການສຶກສາພຶດຕິກຳ ເຂົ້າໃຈຄວາມເຈັບປວດຂອງກຸ່ມເປົ້າໝາຍວ່າແມ່ນເລື່ອງຫຍັງ, ຄຸນຄ່າທີ່ເຂົາເຈົ້າຕ້ອງການແມ່ນຫຍັງ? ເລື່ອງເລົ່າຂອງແບຣນຕ້ອງສອດຄ່ອງໃນຈຸດນີ້.
ຜູ້ຂຽນຂໍຍົກຕົວຢ່າງຕໍ່ຈາກຂໍ້ 1: ຜູ້ຊົມເປົ້າໝາຍຂອງແບຣນຜະລິດຕະພັນທີ່ຮັກໂລກ ຮັກສິ່ງແວດລ້ອມ, ຕອນນີ້ແມ່ນກຸ່ມຄົນຍຸກໃໝ່ (ທີ່ມີກຳລັງຊື້) ຕື່ນຕົວກັບປະເດັນສິ່ງແວດລ້ອມ, ມີສະຕິໃນການເລືອກສິນຄ້າສູງ, ຫຼາຍຄັ້ງມັກໃຊ້ການຊື້ສິນຄ້າ ເປັນໜຶ່ງໃນການສະແດງອອກໃນການເຄື່ອນໄຫວທາງຈາລິຍະທຳຄວາມເຊື່ອຂອງຕົນເອງວ່າ ຂ້ອຍຮັກໂລກ ແລະ ຢາກປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ເຂົ້າກັບວິຖີຊີວິດຂອງຕົນເອງ. ແນ່ນອນວ່າ ກຸ່ມນີ້ກໍຈະໃຫ້ຄວາມສຳຄັນກັບ ຄວາມຍືນຍົງ, ຄວາມຮັບຜິດຊອບຕໍ່ສັງຄົມ, ສົນໃຈຄຸນນະພາບ ຫຼາຍກວ່າປະລິການ ຫຼື ລາຄາ, ພວກເຂົາຄາດຫວັງເລື່ອງລາວຈາກແບຣນທີ່ຈິງໃຈ ບໍ່ແມ່ນພຽງແຕ່ເອົາກະແສຊົ່ວຄັ້ງຊົ່ວຄາວ. ຄວາມເຈັບປວດຂອງພວກເຂົາແມ່ນ ການບໍ່ມີທາງເລືອກທີ່ຕອບໂຈດວິຖີຊີວິດຂອງເຂົາເຈົ້າ ເພາະສິນຄ້າສ່ວນໃຫຍ່ເນັ້ນຜະລິດມາຫຼາຍເກີນຈຳເປັນ (Overproduction) ຫຼື ເປັນປະເພດບໍລິໂພກນິຍົມ (Consumerism) ປ່ຽນໃໝ່ຕະຫຼອດທຸກເດືອນ. ຖ້າແບຣນໄປທຸ້ມເລື່ອງ “ແຮງຊື້ຫຼາຍ ແຮງໄດ້ຫຼຸດຫຼາຍ” ແບບນີ້ເປັນການກະຕຸ້ນການຂາຍໃຫ້ເນັ້ນປະລິມານ ເຊິ່ງມັນຂັດກັບຄຸນຄ່າຂອງລູກຄ້າທີ່ໄດ້ຂຽນມາໃນເບື້ອງຕົ້ນ, ກໍຈະເຮັດໃຫ້ຜູ້ຮັບສານສັບສົນວ່າໂຕຕົນຂອງແບຣນເປັນແນວໃດກັນແທ້. - ໃຈຄວາມສຳຄັນທີ່ຊັດເຈນ (Clear Key Message): ເລື່ອງລາວທີ່ໜ້າສົນໃຈ ຄວນຊັດເຈນ ແລະ ເປັນອັນໜຶ່ງອັນດຽວກັນຕະຫຼອດຈົນຈົບ. ຫຼີກລ່ຽງການເຮັດໃຫ້ມັນຊັບຊ້ອນເກີນໄປ, ໃຫ້ສຸມໃສ່ໃຈຄວາມສຳຄັນແຕ່ຈຸດດຽວ ແລ້ວໃຊ້ມັນຂະຫຍາຍເລື່ອງລາວ (ພາສາຄຣີເອທີບ ຕ້ອງເອີ້ນວ່າ ເອົາມາຈີ້ຈຸດ) ເພື່ອຊວນໃຫ້ຜູ້ຊົມເຂົ້າເຖິງໄດ້ງ່າຍ.
- ການສະທ້ອນອາລົມຄວາມຮູ້ສຶກ: ເລືອກອົງປະກອບທີ່ສາມາດກະຕຸ້ນອາລົມເຂົ້າໄປ ບໍ່ວ່າຈະເປັນຄວາມຮູ້ສຶກດີ, ມ່ວນ, ຕື່ນເຕັ້ນ, ໃຫ້ແຮງບັນດານໃຈ, ຄວາມເສົ້າ, ຄວາມຄິດຮອດ, ຄວາມໝັ້ນໃຈ, ຄວາມກ້າຫານ… ຄວາມຮູ້ສຶກເຮັດໃຫ້ຜົນກະທົບຈາກເລື່ອງເລົ່າ ມີມິຕິເລິກຂຶ້ນ ແລະ ເນັ້ນຢ້ຳຫຼາຍຂຶ້ນໄປອີກ.
- ພາບ ແລະ ພາສາ ຄຳເວົ້າ ສຽງ: ການປະສານອົງປະກອບດ້ານພາບ, ຄຳເວົ້າ ແລະ ສຽງຕ່າງໆ ໃຫ້ໄປໃນທິດທາງດຽວກັນ ແມ່ນສາມາດສ້າງປະສົບການທີ່ກົມກືນ, ເຮັດໃຫ້ຜູ້ເບິ່ງ ແລະ ຜູ້ຮັບສານ ສາມາດຄິດພາບຕາມ ແລະ ອິນໄປກັບມັນໄດ້. ດ້ວຍການກຳກັບສິລປ໌ທີ່ລົງໂຕ (Art Direction), ບົດ ຫຼື ເນື້ອຫາທີ່ຂຽນຢ່າງຕັ້ງໃຈ ເພື່ອເຮັດໃຫ້ເລື່ອງລາວມີຊີວິດ ເປັນຕາຢາກຕິດຕາມຫຼາຍຂຶ້ນ.
ການລົງມືຈັດຕັ້ງປະຕິບັດໃນການເຮັດວຽກໂຕຈິງ
ໃຜທີ່ກຳລັງຢາກລອງເອົາແນວຄິດນີ້ເຂົ້າໄປໃນກົນລະຍຸດການຕະຫຼາດໃຫ້ກັບຕົນເອງ, ເຮົາມາເລີ່ມເຮັດໄປເທື່ອລະຂັ້ນຕອນນຳກັນ ເພື່ອເຮັດໃຫ້ແນວຄິດນີ້ອອກມາດີທີ່ສຸດ.
- ກຳນົດປະເດັນຫຼັກທີ່ຢາກຈະເລົ່າ: ເລືອກເອົາສິ່ງທີ່ເປັນເອກະລັກທີ່ສຸດ, ຄຸນຄ່າໃດທີ່ແບຣນໃຫ້ຄວາມສຳຄັນສຸດ, ພາລະກິດຂອງທຸລະກິດແມ່ນຫຍັງ, ເປັນຫຍັງຜະລິດຕະພັນທີ່ກຳລັງສື່ສານຢູ່ນີ້ ຈຶ່ງຖືກຳເນີດຂຶ້ນມາ ມັນມີທີ່ໄປທີ່ມາແນວໃດ.
- ສ້າງໂຕລະຄອນ ລູກຄ້າໃນອຸດົມຄະຕິ (Customer Persona) ຂຶ້ນມາ: ສ້າງລັກສະນະບຸກຄະລິກຂອງຄົນທີ່ແບຣນຢາກໃຫ້ເປັນລູກຄ້າ, ລະດົມຄວາມຄິດ ໃສ່ລາຍລະອຽດກ່ຽວກັບຄົນໆ ນີ້ໃຫ້ໄດ້ຫຼາຍທີ່ສຸດ, ຄົ້ນຫາແຮງຈູງໃຈ, ຄວາມມຸ່ງມາດປາດຖະໜາ, ຄວາມທ້າທາຍທີ່ຄົນຜູ້ນັ້ນພົບເຈິ ເພື່ອຫາຈຸດເຊື່ອມໂຍງທີ່ໂຕຜະລິດຕະພັນ ຫຼື ການບໍລິການນັ້ນເຂົ້າໄປຕອບໂຈດແກ້ໄຂ ແລ້ວພັດທະນາໃຫ້ກາຍເປັນເລື່ອງທີ່ຢາກເລົ່າ.
- ນຳໃຊ້ຫຼາຍຊ່ອງທາງໃນການສື່ສານໃຫ້ເປັນແລວດຽວກັນ: ບໍ່ພຽງແຕ່ໂຊຊຽວມີເດຍ, ແຕ່ທັງເວັບໄຊຕ໌, ເນື້ອຫາ PR, ເນື້ອຫາທີ່ເປັນວິດີໂອ, ບົດຄວາມ, ສຽງ, ສື່ອອຟລາຍອື່ນໆ ກໍ່ຕ້ອງສອດປະສານໃນ “ເລື່ອງເລົ່າ” ທີ່ຢາກບອກ ໃຫ້ໄປໃນທາງດຽວກັນ.
- ວາງແຜນການລົງເນື້ອຫາໃຫ້ເປັນແບບແຜນ ໃສ່ໃນປະຕິທິນ: ຈັດວາງເນື້ອຫາທີ່ຢາກເລົ່າອອກໄປໃຫ້ເປັນໄປຕາມລຳດັບ ຕາມເວລາປະຕິທິນ, ເພື່ອເປັນການຄຸມຕີມ (theme) ແລະ ໃຈຄວາມສຳຄັນຂອງແບຣນທີ່ຢາກສື່ສານກັບກຸ່ມເປົ້າໝາຍ ໃຫ້ມີຄວາມຕໍ່ເນື່ອງ ສອດຄ່ອງກັນແລະກັນ ເປັນອັນໜຶ່ງອັນດຽວກັນຈົນໝົດປີ.
- ມີປະຕິສຳພັນກັບຜູ້ທີ່ມາຕິດຕາມເລື່ອງລາວຂອງເຮົາ: ເນື້ອຫາທີ່ຈູງໃຈ ເຂົ້າເຖິງໄດ້ ຈະສາມາດເຊີນຊວນໃຫ້ຄົນທີ່ພົບເຫັນ ເຂົ້າມາມີປະຕິສຳພັນກັບແບຣນ. ລອງໃຊ້ຄຳເວົ້າເຊີນຊວນທີ່ເປັນມິດ ຈິງໃຈ ເປັນກັນເອງ ແລະ ເປີດຮັບ ເພື່ອຮັບຟັງຄວາມຄິດເຫັນ ລວມໄປເຖິງຂໍ້ຕຳໜິ ເພື່ອສ້າງບັນຍາກາດແຫ່ງຄວາມເປັນຊຸມຊົນ ທຸກຄົນສາມາດມີສ່ວນຮ່ວມນຳກັນໄດ້ຢ່າງສະບາຍໃຈ.
- ວັດຜົນ ແລະ ປັບຕົວ: ໃນການເຮັດການຕະຫຼາດແບບເລົ່າເລື່ອງ ຫຼື storytelling ນີ້ ເປັນການເຮັດການຕະຫຼາດແບບຫວັງຜົນໄລຍະຍາວ ສະນັ້ນຈຶ່ງຈຳເປັນຕ້ອງມີວັດຜົນຢ່າງເປັນລະບົບ ແລະ ຕໍ່ເນື່ອງ, ເຊັ່ນ: ວັດຜົນການເຂົ້າເບິ່ງເນື້ອຫາ, ການໂຕ້ຕອບ, ການສະແດງຄວາມຄິດເຫັນ ລວມໄປເຖິງການສົ່ງຂໍ້ຄວາມເຂົ້າມາເພື່ອສອບຖາມຂໍ້ມູນເພີ່ມຕື່ມ. ພ້ອມທັງສາມາດປັບຕົວ ປັບເນື້ອຫາໃຫ້ເຂົ້າກັບສະຖານະການຈິງຈາກລູກຄ້າໄດ້ຕາມຄວາມຈຳເປັນ ແຕ່ຍັງຄົງຫຼັກການ ຄຸນຄ່າເດີມຂອງສິ່ງທີ່ສື່ສານໄປກ່ອນໜ້າ.
ການເລົ່າເລື່ອງທີ່ດີ ສາມາດສ້າງຜົນລັບທີ່ສະທ້ອນເຖິງໂຕຕົນຂອງແບຣນ ເປັນອີກໜຶ່ງເຄື່ອງມືທີ່ຊົງພະລັງໃນການເຮັດການຕະຫຼາດຍຸກໃໝ່ ຜ່ານການຄິດ, ວິເຄາະ, ປະຕິດປະຕໍ່ໄອເດຍຢ່າງມີສິລະປະ, ໃສ່ຄວາມຮູ້ສຶກທີ່ຈິງໃຈ, ຈິງແທ້ ສ້າງເອກະລັກທີ່ແຕກຕ່າງຈາກຕະຫຼາດທີ່ສົນລະວົນໃນແຕ່ລະມື້ໄດ້ດີ ແລະ ຍັງສາມາດດຶງດູດໃຫ້ຄົນເຂົ້າມາປະຕິສຳພັນ, ຈົນອາດກາຍເປັນລູກຄ້າທີ່ຮັກແພງ ແລະ ຊື່ອໝັ້ນກັນ ໃນໄລຍະຍາວໄດ້ນຳອີກ.
ໃນຖານະຄົນເຮັດວຽກການຕະຫຼາດດິຈິຕອລມາຫຼາຍປີ ຍັງຄົງເຊື່ອສະເໝີວ່າ “ການເລົ່າເລື່ອງ” ຈະຍັງຄົງເປັນອົງປະກອບໃນການຂຶ້ນແຜນກົນລະຍຸດການຕະຫຼາດຕໍ່ໄປອີກ, ເຖິງວ່າວິທີນີ້ ຈະໃຊ້ເວລາດົນທັງໃນແງ່ການຄົ້ນຄວ້າ, ກຽມການ ແລະ ການປະຕິບັດ ແຕ່ຜົນລັບຂອງມັນກໍໄດ້ພິສູດມາຫຼາຍຄັ້ງແລ້ວວ່າ ມັນໄດ້ສ້າງຄວາມຊົງຈຳດີໆ ໃນໄລຍະຍາວ, ຍືນຍົງ, ເຂົ້າເຖິງຜູ້ຄົນຢ່າງເລິກເຊິ່ງ ເປັນທີ່ຈົດຈຳ ເວົ້າເຖິງໃນແງ່ບວກ ກັບມາເປັນລູກຄ້າອີກຫຼາຍຄັ້ງ ໄປອີກຫຼາຍປີ.