ຈົບໄປດົນແລ້ວແຕ່ລືມບໍ່ໄດ້? ສຳຜັດຄວາມແຕກສະຫຼາຍທີ່ຍັງ “ວົນວຽນ” ໃນໃຈຈາກ GX2

ແບ່ງປັນ

ຈົບໄປດົນແລ້ວແຕ່ລືມບໍ່ໄດ້? ສຳຜັດຄວາມແຕກສະຫຼາຍທີ່ຍັງ “ວົນວຽນ” ໃນໃຈຈາກ GX2

30 March 2026 6

Highlights

  • ເພງ ວົນວຽນ ແມ່ນສື່ເຖິງຄວາມເຈັບປວດຂອງຄົນທີ່ຍັງຍຶດຕິດຢູ່ບ່ອນເກົ່າ ເຖິງວ່າຄວາມສຳພັນຈະຈົບລົງແລ້ວກໍຕາມ.
  • ຄວາມທໍລະມານທີ່ຕ້ອງເຫັນພາບອະດີດວົນວຽນກັບມາຫຼອກຫຼອນທຸກຄັ້ງກ່ອນນອນ ເຖິງວ່າອີກຝ່າຍຈະເລີ່ມຕົ້ນຊີວິດໃໝ່ໄປແລ້ວ.
  • ຄວາມສັບສົນ ແລະ ຄວາມໂຫຍຫາຂອງຄົນທີ່ພະຍາຍາມຍອມຮັບຄວາມຈິງ ແຕ່ຫົວໃຈຍັງຈົມຢູ່ກັບຄາບນ້ຳຕາ ແລະ ບໍ່ສາມາດກ້າວຂ້າມຜ່ານໄປໄດ້.


ຖ້າເຈົ້າເຄີຍມີຄວາມຮັກ ແລ້ວກໍເຄີຍເລີກລາກັບເຂົາຄົນນັ້ນມາກ່ອນ ເຈົ້າຄົງຈະເຂົ້າໃຈເຖິງຄວາມເຈັບປວດຈາກການຕິດຢູ່ໃນຄວາມຊົງຈຳດີໆໃນເວລາທີ່ຍັງເຄີຍຮັກກັນ ຄືກັບເພງໃໝ່ “ວົນວຽນ Haunt” ຂອງ GX2 ທີ່ໄດ້ສື່ສານໃຫ້ເຮົາເຂົ້າໃຈກັບຄວາມຮູ້ສຶກຂອງການທີ່ຍັງຍຶດຕິດຢູ່ບ່ອນເກົ່າ ແລະ ບໍ່ສາມາດຫາທາງອອກໄດ້.

ເຖິງວ່າຄວາມສຳພັນໄດ້ຈົບລົງໄປດົນ ແຕ່ຄົນທີ່ຍັງຮັກກໍຮູ້ສຶກທໍລະມານກັບພາບທີ່ເຫັນນັ້ນຊ້ຳໆ ພາບມັນຍັງວົນວຽນສະເໝີ ເຖິງວ່າເຂົາຈະເລີ່ມຕົ້ນຊີວິດໃໝ່ກັບຄົນອື່ນໄປແລ້ວ ເຮົາກໍບໍ່ສາມາດລືມພາບໃນອະດີດທີ່ຄອຍຕາມຫຼອກຫຼອນທຸກຄັ້ງກ່ອນຈະນອນໄດ້ເລີຍ. 

ເພງ ວົນວຽນ ໄດ້ເຮັດໃຫ້ເຮົາສຳຜັດເຖິງຄວາມຮູ້ສຶກທີ່ສັບສົນ  ແລະ ຄວາມໂຫຍຫາທີ່ໄດ້ຖ່າຍທອດຜ່ານເນື້ອຮ້ອງໄດ້ຢ່າງຊັດເຈນ ພ້ອມທັງໄດ້ເນັ້ນຢ້ຳໃຫ້ເຫັນວ່າການທີ່ຈະລືມພາບຂອງຄົນຮັກເກົ່າ ແລະ ນຳອອກຈາກໃຈເປັນສິ່ງທີ່ຍາກຫຼາຍ.

ເຖິງຈະພະຍາຍາມເຮັດຄວາມເຂົ້າໃຈກັບຄວາມຈິງຫຼາຍພຽງໃດ ແຕ່ໃຈຂອງເຮົາກໍຍັງຄົງສັ່ນໄຫວ, ຈົມຢູ່ກັບຄາບນ້ຳຕາ ແລະ ຈິດໃຈທີ່ແຕກສະຫຼາຍ ຂອງຄົນທີ່ຍັງກ້າວຂ້າມຜ່ານຄວາມຮັກທີ່ຈົບລົງບໍ່ໄດ້ຈັກເທື່ອ.

ອ່ານຕື່ມ:  ຄວາມຝັນກິນໄດ້! LIL ROXZ ສົ່ງເພງ "ຫ້າລ້ານ" ພິສູດຄວາມສຳເລັດເພື່ອລ້າງຄຳດູຖູກ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.