ໜ້າຫຼັກ Gadzila Grok ເປີດໂຕ Chat Bot “Ani ສາວນ້ອຍ AI” ທີ່ມີບຸກຄະລິກແບບແອນິເມຊັນ
Gadzila

Grok ເປີດໂຕ Chat Bot “Ani ສາວນ້ອຍ AI” ທີ່ມີບຸກຄະລິກແບບແອນິເມຊັນ

Grok ເປີດຕົວ Ani ສາວນ້ອຍ AI ທີ່ມີບຸກຄະລິກແບບແອນິເມຊັນ ສະໄຕລ໌ Gothic ແລະ Fantasy ສ້າງປະສົບການໃໝ່ໃນການລົມກັບ AI ດ້ວຍສຽງ.

ແບ່ງປັນ

ພໍແລ້ວກັບ Chat AI ແບບທຳມະດາ, Grok AI ພັດທະນາຟີເຈີໃໝ່ສ້າງ Chat Bot ທີ່ມີບຸກຄະລິກແບບແອນິເມຊັນ ຊ່ວຍສ້າງສີສັນໃໝ່ໃຫ້ກັບການໃຊ້ AI ໃຫ້ມ່ວນຂຶ້ນ ເຊິ່ງ Chat Bot AI ກໍມາໃນຮູບແບບແອນິເມຊັນໃນສະໄຕລ໌ Gothic ແລະ Fantasy.

Elon Musk ເຈົ້າຂອງ Grok AI ໄດ້ສ້າງ Chat Bot ມາ 4 ຕົວລະຄອນຄື: Ani, Valentine, Good Rudi ແລະ Bad Rudi ພ້ອມບອກວ່າ: “ການເປີດຕົວໃນຄັ້ງນີ້ເປັນພຽງການທົດລອງ (Soft Launch) ເທົ່ານັ້ນ ແລະ ໃນອະນາຄົດຈະມີການອັບເດດຄວາມສາມາດຂອງ Ani ແລະ Chat Bot ໂຕອື່ນໆໃຫ້ມີຄວາມສະດວກສະບາຍໃນການໃຊ້ງານຫຼາຍຂຶ້ນ”.

ຮູ້ຈັກ Ani ສາວນ້ອຍ AI

Ani ມີບຸກຄະລິກທີ່ແຕກຕ່າງ ທີ່ມາພ້ອມກັບຊຸດ Gothic ສີດຳ ແລະ ຜົມສີທອງ, ມີລັກສະນະຄ້າຍຄືກັບຕົວລະຄອນ Misa ຈາກແອນິເມຊັນເລື່ອງ Death Note ເຊິ່ງບຸກຄະລິກທີ່ໜ້າຮັກ ແລະ ມີສະເໜ່ເຮັດໃຫ້ການສົນທະນາກັບ AI ບໍ່ໜ້າເບື່ອອີກຕໍ່ໄປ.

ນອກຈາກການສົນທະນາແບບທຳມະດາ Ani ຍັງສາມາດຕອບກັບດ້ວຍສຽງ ແລະ ຮອງຮັບພາສາໄທ, ສາມາດໃຊ້ງານໄດ້ຄືກັບ AI ທົ່ວໄປແຕ່ມີສີສັນຫຼາຍຂຶ້ນ ແລະ ມີໂໝດ NSFW (Not Safe for Work) ເຊິ່ງເປັນໂໝດທີ່ບໍ່ຄວນເປີດໃຊ້ງານໃນບ່ອນສາທາລະນະ ພວກເຮົາຈະສາມາດເຂົ້າເຖິງໂໝດນີ້ໄດ້ກໍຕໍ່ເມື່ອມີຄວາມສະໜິດສະໜົມກັບ Ani ໃນລະດັບໜຶ່ງແລ້ວເທົ່ານັ້ນ.

ອ່ານຕື່ມ:  DeepSeek AI ນ້ອງໃໝ່ຈາກຈີນກຳລັງມາແຮງຍອດດາວໂຫຼດແອັບສູງເປັນອັບດັບໜຶ່ງໃນ App Store

ຂໍ້ຈຳກັດໃນການໃຊ້ງານ: ປັດຈຸບັນຜູ້ໃຊ້ Grok ທຸກຄົນສາມາດໃຊ້ງານ Ani ໄດ້ຟຣີ, ແຕ່ຍັງຮອງຮັບສະເພາະລະບົບ iOS ເທົ່ານັ້ນ, ສ່ວນຜູ້ໃຊ້ Android ຍັງຕ້ອງລໍຖ້າການອັບເດດ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

ປ້ອງກັນໄພຈາກເບີແປກ: ໃຊ້ແອັບຊ່ວຍກວດວ່າໃຜໂທມາເພື່ອຫຼີກລ້ຽງພວກມິດສາຊີບ

ຢ່າຕົກເປັນເຫຍື່ອຂອງພວກມິດສາຊີບ ຮູ້ທັນກົນໄກການຫຼອກລວງທາງໂທລະສັບແບບໃໝ່ໆ. ປ້ອງກັນຕົວເອງດ້ວຍແອັບກວດເບີໂທທີ່ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມໝັ້ນໃຈໃຫ້ກັບການໃຊ້ໂທລະສັບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.