ແຮງບັນດານໃຈຈາກບຸນຊ່ວງເຮືອ? ຖ້າຟັງ Go ເພງໃໝ່ຈາກ BLACKPINK

ແບ່ງປັນ

ແຮງບັນດານໃຈຈາກບຸນຊ່ວງເຮືອ? ຖ້າຟັງ Go ເພງໃໝ່ຈາກ BLACKPINK

26 February 2026 14

Highlights

  • ການກັບມາຂອງຕົວແມ່ BLACKPINK ໃນເພງ Go ພ້ອມມິນິອາລະບ້ຳໃໝ່ DEADLINE.
  • ການລວມໂຕທີ່ສຳຄັນຂອງວົງ BLACKPINK ທີ່ແຟນເພງທົ່ວໂລກຕ່າງກໍລໍຄອຍ.
  • ການກ້າວໄປຂ້າງໜ້າ ແລະ ການທະລຸຂີດຈຳກັດຂອງວົງ BLACKPINK.


ໂຕແມ່ກັບມາແລ້ວ! ໃນທີ່ສຸດ BLACKPINK ກໍຈະກັບມາສ້າງຕຳນານອີກຄັ້ງກັບເພງ Go ຈາກມິນິອາລະບ້ຳ (Mini album) ໃໝ່ທີ່ມີຊື່ວ່າ DEADLINE.

ການກັບມາຄັ້ງນີ້, ມີຄວາມໝາຍກັບ ເພາະທີ່ຜ່ານມາ ສະມາຊິກແຕ່ລະຄົນຕ່າງກໍໄດ້ໄປເຮັດກິດຈະກຳສ່ວນໂຕ ທັງການອອກເພງດ່ຽວ ແລະ ການສະແດງ ຈົນ 4 ສາວ BLACKPINK ໄດ້ປະສົບຄວາມສຳເລັດໃນເສັ້ນທາງຂອງຕົນເອງ.

ການທີ່ສະມາຊິກກັບມາເຮັດກິດຈະກຳວົງຄົບທັງ 4 ຄົນ ຈຶ່ງປຽບເໝືອນການລວມພະລັງຄັ້ງໃຫຍ່ຂອງ BLACKPINK ທີ່ແຟນເພງທົ່ວໂລກຕ່າງກໍລໍຄອຍ.

Go ຄືເພງຫຼັກໃນອາລະບ້ຳ ເຊິ່ງຈະເປັນການສະແດງໂຕຕົນຂອງຄອນເຊັບ (Concept) ແລະ ທິດທາງຂອງໂປຣເຈັກທັງໝົດ.

ແຕ່ ມ່ວນຊວນຟັງ ກໍແອບຄິດຫຼິ້ນໆວ່າສາວໆ Blackpink ອາດຈະໄດ້ແຮງບັນດານໃຈມາຈາກບຸນຊ່ວງເຮືອແທ້ໆບໍ່? ເພາະມີສາກການຖືໄມ້ພາຍຈົນເຮັດໃຫ້ຈິນຕະນາການບໍ່ອອກວ່າ MV ຈະອອກມາເປັນຮູບແບບໃດ ຄົງຕ້ອງລໍຖ້າເບິ່ງກັນແລ້ວ.

ຈາກທີເຊີ (Teaser) ທີ່ປ່ອຍອອກມາ, ບັນຍາກາດແມ່ນເບິ່ງງາມ ແລະ ລ້ຳສະໄໝຄືພ້ອມຈະ “Go” ອອກໄປຈະຫຼອດເວລາ ເຊິ່ງສື່ເຖິງການກ້າວໄປທາງໜ້າ, ການທະລຸຂີດຈຳກັດ ແລະ ເປັນການປະກາດຢ່າງຊັດເຈນວ່າ BLACKPINK ກຳລັງຍົກລະດັບຕົວເອງໄປອີກຂັ້ນໜຶ່ງ.

ອ່ານຕື່ມ:  ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ

ລໍຟັງພ້ອມກັນໃນວັນທີ 27 ກຸມພາ 2025 ນີ້ ທີ່ຊ່ອງ Official ຂອງ BLACKPINK:

https://youtube.com/@blackpink?si=B3FV-FALeagdmcsS

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.