Lotus Fever! ຖອດລະຫັດເທຣນ “ຖືດອກບົວຖ່າຍຮູບ” ຂອງ Gen Z ໄທ ສູ່ໄວຣັລທີ່ໄວລຸ້ນລາວເກາະກະແສ

ແບ່ງປັນ

Lotus Fever! ຖອດລະຫັດເທຣນ “ຖືດອກບົວຖ່າຍຮູບ” ຂອງ Gen Z ໄທ ສູ່ໄວຣັລທີ່ໄວລຸ້ນລາວເກາະກະແສ

03 April 2026 4

ຖ້າໃຜເລື່ອນຟີດ TikTok ຫຼື X (Twitter) ໃນຊ່ວງນີ້ ແລ້ວບໍ່ເຫັນຮູບໄວລຸ້ນຖືຊໍ່ດອກບົວໄປຢືນໂພສທ່າເກ໋ໆ ຢູ່ເທິງສະພານ ຫຼື ຕາມຍ່ານເມືອງເກົ່າ ຖືວ່າເຈົ້າພາດເທຣນທີ່ມາແຮງທີ່ສຸດຂອງຕົ້ນປີ 2026 ແລ້ວ.

ຈາກດອກໄມ້ທີ່ເຮົາເຄີຍເຫັນຢູ່ເທິງຮ້ານພະ ຫຼື ໃນວັດວາອາຮາມ, ຕອນນີ້ ດອກບົວ ໄດ້ກາຍມາເປັນ Must-have Item ທີ່ Gen Z ຕ້ອງມີໄວ້ຄອບຄອງໃນຖານະພຣັອບ (Prop) ແຟຊັນໄວ້ຖ່າຍຮູບອັບລົງໂຊຊຽວ.

ກະແສນີ້ເລີ່ມມາຈາກໃສ?

ຈຸດເລີ່ມຕົ້ນຂອງຄວາມກະແສນີ້ຕ້ອງຍົກເຄຣດິດໃຫ້ໄວຣັລໃນໄທ ເມື່ອຊ່ວງເດືອນກຸມພາ 2026 ທີ່ຜ່ານມາ.

ມີການຕັ້ງຄຳຖາມໃນໂລກໂຊຊຽວວ່າ: “ເສຍເງິນຊື້ດອກໄມ້ນອກແພງໆມາແຕ່ດົນ”

ຖ້າຈະຂະຫຍາຍຄວາມຄຳຖາມນີ້ກໍຄື“ເປັນຫຍັງເຮົາຕ້ອງຈ່າຍເງິນແພງຊື້ດອກທິວລິບ ຫຼື ດອກເດຊີຈາກຕ່າງປະເທດມາປະດັບຕົກແຕ່ງ? ທັງທີ່ດອກບົວບ້ານເຮົາກໍສວຍງາມ ແລະ ມີສະໄຕລ໌ບໍ່ໜ້ອຍກວ່າກັນເລີຍ”

ບວກກັບກະແສ Quiet Luxury ຫຼື ຄວາມລຽບງ່າຍທີ່ເບິ່ງແພງ ເຮັດໃຫ້ດອກບົວສີບົວຫວານໆ ກາຍເປັນສັນຍາລັກຂອງຄວາມ Soft Aesthetic ທັນທີ. ພ້ອມນີ້ ແຮງໜູນຈາກ Lisa Effect ທີ່ມາໃນແຄມເປນທ່າມກາງທະເລບົວແດງ ຂອງອົງການທ່ອງທ່ຽວໄທເມື່ອຕົ້ນປີທີ່ຜ່ານມາ ກໍຍິ່ງເຮັດໃຫ້ເທຣນນີ້ກາຍເປັນ Soft Power ທີ່ຊັດເຈນທີ່ສຸດ.

ພິທີກຳໃໝ່ບຳບັດຈິດໃຈດ້ວຍການ “ພັບກີບດອກບົວ”

ສິ່ງທີ່ໜ້າສົນໃຈຄື Gen Z ບໍ່ໄດ້ພຽງແຕ່ຊື້ມາຖືຖ່າຍຮູບຊື່ໆ, ແຕ່ຍັງມີກິດຈະກຳ ພັບກີບດອກບົວ ຫຼື Lotus Folding ຜູກຕິດມານຳ. ຈາກທີ່ມັນເຄີຍເປັນວຽກສີມືເພື່ອຝຶກສະມາທິຖະຫວາຍ ຫຼື ໄຫວ້ພະ, ຕອນນີ້ມັນໄດ້ກາຍເປັນ Art Therapy ຫຼື ການບຳບັດດ້ວຍສິລະປະ.

ອ່ານຕື່ມ:  ອີ່ຫຍັງກະ Gen Z: ສະໜາມອາລົມໃນໂລກອອນລາຍ ແລະ ເຄັດລັບການຢູ່ຮ່ວມກັນດ້ວຍຄວາມເຂົ້າໃຈ
@maebanofficial

พับดอกบัวไหว้พระ พับง่ายกว่าที่คิด 💐🌷🌸 ดอกบัวไหว้พระ พับง่ายกว่าที่คิดนะ ใครคิดว่ายาก ลองดูคลิปนี้ก่อน วันนี้เรารวม 3 วิธีพับดอกบัวแบบง่ายๆ ทำตามได้จริง ใช้เวลาไม่นาน และมือใหม่ก็พับได้มาฝาก ใครชอบแบบไหน ลองพับตามกันดูนะ 🌿 🌼 วิธีที่ 1: กลีบมะลิซ้อน 🌼 วิธีที่ 2: กลีบผกา 🌼 วิธีที่ 3: กลีบสัตตบุษย์ ใครเคยพับแบบไหนแล้วบ้าง คอมเมนต์บอกหน่อย #Maeban #hometips #ดอกบัว #พับดอกบัว #วิธีพับดอกบัว

♬ ปรางรำเพย – ปราง ปรางทิพย์

ມັນຄືການໃຊ້ເວລາຢູ່ກັບຕົວເອງ, ວາງມືຖືລົງ ແລ້ວມາສ້າງສັນດອກບົວໃນແບບຂອງຕົນເອງ ເພື່ອໃຫ້ໄດ້ພຣັອບທີ່ມີພຽງອັນດຽວໃນໂລກກ່ອນຈະໄປກົດຊັດເຕີຖ່າຍຮູບ.


ຈາກໄທສູ່ລາວ

ແນ່ນອນວ່າກະແສນີ້ບໍ່ໄດ້ຢຸດຢູ່ພຽງແຕ່ຝັ່ງໄທ, ແຕ່ໄດ້ແຜ່ອິດທິພົນມາຮອດປະເທດລາວເຮົາຢ່າງໄວວາ. ເຮົາເລີ່ມເຫັນໄວລຸ້ນລາວ ແລະ ບັນດາອິນຟລູເອນເຊີ ຫັນມາຖືດອກບົວຖ່າຍຮູບຕາມສະຖານທີ່ຕ່າງໆ ໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ.

ບໍ່ວ່າຈະເປັນຊຸດທຳມະດາທົ່ວໄປ, ຊຸດຜ້າຝ້າຍສະໄຕລ໌ມິນິມໍ ຫຼື ແມ່ນແຕ່ການນຸ່ງຊຸດລາວ. ການຖືດອກບົວທີ່ພັບກີບຢ່າງສວຍງາມ ມາຕັດກັບໂສ້ງຢີນ ແລະ ເສື້ອຢືດສີຂາວ ເຮັດໃຫ້ Look ນັ້ນເບິ່ງທັນສະໄໝ ແຕ່ກໍຍັງມີກິ່ນອາຍຄວາມທຳມະດາທີ່ຊັດເຈນ.

ບໍ່ຈຳເປັນຕ້ອງໄປຮອດສະພານພຸດຢູ່ໄທ ເພາະຄົນລາວເຮົາເລືອກໃຊ້ພື້ນທີ່ແຄມທາງໃນເຂດຕົວເມືອງໃນຊ່ວງ Golden Hour, ຕາມວັດວາອາຮາມເກົ່າໆ ຫຼື ແມ່ນແຕ່ຖ່າຍໃນຄາເຟທີ່ມີແສງທຳມະຊາດນຸ່ມໆ (ລວມທັງ Electric Pole Super Star ທີ່ກຳລັງເປັນກະແສ) ໂດຍໃຊ້ໂທນພາບເກົ່າໆເພື່ອໃຫ້ໄດ້ພາບທີ່ມີ Grain ເທ້ໆ ຄືກັບຖ່າຍດ້ວຍກ້ອງຟິມ.

ອ່ານຕື່ມ:  ຢາກເບິ່ງເປັນ "ລູກຜູ້ດີ" ຕ້ອງແຕ່ງໂຕແນວໃດ? Old Money Style ຄືຄຳຕອບ

ຖ່າຍຮູບແລ້ວ ຢ່າລືມຮັກສາຄວາມສະອາດ

ເຖິງເທຣນນີ້ຈະງາມ ແລະ ສ້າງລາຍໄດ້ໃຫ້ຊາວສວນດອກບົວ, ແຕ່ກໍມີບົດຮຽນຈາກຝັ່ງໄທເລື່ອງຂີ້ເຫຍື້ອດອກໄມ້.

ເພື່ອໃຫ້ເປັນ Gen Z ທີ່ Cool ແທ້ໆ, ເມື່ອເຮົາຖ່າຍຮູບແລ້ວ ບໍ່ຄວນຖິ້ມດອກບົວໄວ້ຕາມບ່ອນສາທາລະນະໃຫ້ກາຍເປັນຂີ້ເຫຍື້ອຊະຊາຍ. ເພາະດອກບົວເປັນສັນຍາລັກແຫ່ງຄວາມສັກສິດທີ່ເຮົາເຄົາລົບ, ການນຳກັບມາບູຊາຢູ່ເຮືອນ ຫຼື ຈັດການໃຫ້ຖືກບ່ອນ ຈຶ່ງເປັນການສະແດງເຖິງຄວາມຮັບຜິດຊອບຕໍ່ວັດທະນະທຳ ແລະ ສິ່ງແວດລ້ອມໄປພ້ອມໆ ກັນ.

ການຖ່າຍຮູບກັບດອກບົວ ບໍ່ແມ່ນພຽງແຕ່ການຕາມກະແສ, ແຕ່ມັນຄືການທີ່ຄົນຮຸ່ນໃໝ່ຫັນມາໃຫ້ຄຸນຄ່າກັບສິ່ງທີ່ຢູ່ໃກ້ຕົວ ແລະ ນຳມາຕີຄວາມໝາຍໃໝ່ໃຫ້ເບິ່ງທັນສະໄໝ. ມັນຄືການເຊື່ອມຕໍ່ລະຫວ່າງ ອະດີດ ແລະ ປັດຈຸບັນ ທີ່ເຮັດໃຫ້ວັດທະນະທຳຍັງຄົງຢູ່ໄດ້ສືບໄປ.

ໃຜມີຮູບຖ່າຍກັບດອກບົວງາມໆ ຫຼື ໄອເດຍການພັບກີບດອກບົວແບບເລີດໆ ຢ່າລືມມາແຊຣ໌ໃຫ້ໝູ່ເບິ່ງນຳແດ່ເດີ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.