ເຖິງວ່າຈະເບິ່ງຄືວ່າເປັນສິ່ງຟຸ່ມເຟືອຍ, ແຕ່ເຄື່ອງນຸ່ງ ແລະ ເທຣນແຟຊັ່ນກໍສະທ້ອນເຖິງຄວາມຮູ້ສຶກຂອງສັງຄົມສະເໝີ. ໃນຊ່ວງປ່ຽນຜ່ານປີຈາກ 2025 ມາເປັນ 2026, Depop ແອັບພລິເຄຊັນສັນຊາດອັງກິດຢູ່ໃນເຄືອ Etsy ສຳລັບການຊື້ຂາຍເສື້ອຜ້າມືສອງ, ສິນຄ້າແຟຊັ່ນວິນເທດ ແລະ ຂອງສະສົມສຸດຮິບ ທີ່ໄດ້ຮັບຄວາມນິຍົມສູງຫຼາຍໃນກຸ່ມ Gen Z ທົ່ວໂລກ ໄດ້ໃຊ້ສະຖິຕິທີ່ພວກເຂົາພົບເຫັນໃນປີທີ່ຜ່ານມາເພື່ອເດົາທິດທາງທີ່ແຟຊັ່ນອາດຈະເກີດຂຶ້ນໄປໃນປີນີ້ ແລະ ຈາກການລາຍງານດັ່ງກ່າວເຮັດໃຫ້ເຫັນວ່າ ໂລກອິນເຕີເນັດ, ບັນຍາກາດການເມືອງໂລກ ແລະ ສະພາບເສດຖະກິດສົ່ງຜົນກະທົບຕໍ່ວິທີການທີ່ເຮົາແຕ່ງຕົວແນວໃດ.
Depop ຕັ້ງຫົວຂໍ້ວ່າປີ 2026 ຈະເປັນປີແຫ່ງ ‘The Edited Self’ ທີ່ແປວ່າ ‘ຕົວຕົນທີ່ເຕີມແຕ່ງແລະຂັດເກົາ’ ແລະ ການຈະເຂົ້າໃຈວ່າມັນແມ່ນຫຍັງ ຕ້ອງເບິ່ງສິ່ງທີ່ພວກເຂົາຂຽນໄປພ້ອມໆ ກັບການມອງຍ້ອນເທຣນໃຫຍ່ຂອງປີ 2025 ໄປພ້ອມໆ ກັນ.
“ໂລກທຸກມື້ນີ້ຖືກສ້າງຂຶ້ນຈາກຄວາມວິຕົກກັງວົນເລື່ອງເສດຖະກິດ, ສຽງລົບກວນທາງການເມືອງ, ຄວາມກັງວົນກັບສິ່ງແວດລ້ອມ ແລະ ບົດສົນທະນາອອນລາຍແບບບໍ່ຮູ້ຈົບ. ແຕ່ໃນສຽງເຫຼົ່ານັ້ນ, ຜູ້ຄົນກຳລັງຊອກຫາຄວາມຊັດເຈນໃນຕົວຕົນ. ແຟຊັ່ນນັ້ນຈະຍ່າງໄປໄວຄືເກົ່າ, ແຕ່ຜູ້ຄົນຈະບໍ່ຍ່າງໄປກັບມັນດ້ວຍວິທີການເດີມໆ. ເທຣນຈະແລ່ນໄວຂຶ້ນເລື້ອຍໆ ໃນຂະນະທີ່ຄວາມສົນໃຈ, ເງິນ ແລະ ພະລັງງານຕ່າງກໍມີປະລິມານຈຳກັດຂຶ້ນກວ່າບໍ່ເທົ່າໃດປີທີ່ຜ່ານມາ, ສົ່ງຜົນໃຫ້ເຮົາບໍ່ໃຫ້ຄວາມສົນໃຈກັບເທຣນຫຼາຍເທົ່າເດີມ.” — Depop ຂຽນເຖິງພາບລວມ

ຫາກໃຜຕິດຕາມເທຣນການແຕ່ງຕົວປີ 2025 ມາຕະຫຼອດ, ສິ່ງທີ່ຈຳກັດຄວາມໝາຍຂອງເທຣນຄືຄວາມໄວ, ຄວາມຫວືຫວາ ແລະ ການແຕ່ງຕົວເພື່ອໃຫ້ ‘ຄົນສົນໃຈ’. ເທຣນປ່ຽນແປງໄປອາທິດຕໍ່ອາທິດ ຈົນຄຳວ່າ ‘Outfit Repeater’ (ພວກຄົນທີ່ໃສ່ຊຸດຊ້ຳ) ກາຍເປັນຄຳລໍ້ລຽນ ແລະ ເຄື່ອງນຸ່ງທີ່ໄດ້ຮັບຄວາມນິຍົມມັກຈະໂດດເດັ່ນເຕະຕາຢ່າງຫຼາຍ ເຊັ່ນ: ເສື້ອແຈັກເກັດນັກດັບເພີງ ແລະ ໂສ້ງຊົງຂາໂຄ້ງທີ່ກວ້າງຂຶ້ນທຸກມື້.
ເຊິ່ງສະໄຕລ໌ເຕະຕາເຫຼົ່ານີ້ໄດ້ຮັບຄວາມນິຍົມຢ່າງຫຼາຍສຳລັບການໂພສລົງແພລັດຟອມວິດີໂອສັ້ນທີ່ເຮົາເຫັນແຕ່ລະໂພສພຽງບໍ່ເທົ່າໃດວິນາທີ. ສະໄຕລ໌ດັ່ງກ່າວຈຶ່ງຖືກເອີ້ນວ່າ ‘High Screen Time Style’ ທີ່ແປວ່າສະໄຕລ໌ຂອງຄົນຫຼິ້ນເນັດຫຼາຍ.
ຄວາມວ່ອງໄວຂອງໂຊຊຽວມີເດຍບໍ່ອາດຈະປ່ຽນແປງໄປໃນໄວໆ ນີ້, ແຕ່ສິ່ງທີ່ປ່ຽນໄປຄືຄວາມເມື່ອຍຂອງຜູ້ຄົນ. ເມື່ອໂລກໝູນໄວ ແລະ ກະແສຂອງເນື້ອຫາໄຫຼຜ່ານເຮົາແບບບໍ່ມີສິ້ນສຸດ, ການ ‘ອອຟລາຍ’ ຫຼື ການຫາທາງໜີຈາກໂຊຊຽວມີເດຍກາຍເປັນເປົ້າໝາຍສູງສຸດຂອງຄົນຫຼາຍໆ ຄົນໃນຍຸກນີ້ ແລະ ໃນການແຕ່ງຕົວທີ່ຕ້ອງອາໄສການແບ່ງເງິນອັນຈຳກັດໄປຊື້ເຄື່ອງນຸ່ງ, ມີແນວໂນ້ມວ່າເທຣນຕ່າງໆ ຈະຊ້າລົງ.
ເທຣນສຳຄັນປີ 2026 ຕາມການຄາດການຂອງ Depop
1. ຕູ້ເສື້ອຜ້າແບບຢູນິຟອມ (The Everyday Uniform) ເທຣນທຳອິດທີ່ Depop ເວົ້າເຖິງຄືການທີ່ຄົນສ່ວນຫຼາຍຈະແຕ່ງຕົວດ້ວຍ ‘ຢູນິຟອມ’ ຫຼາຍຂຶ້ນ. ໂດຍຢູນິຟອມໃນທີ່ນີ້ບໍ່ໄດ້ແປວ່າເຄື່ອງແບບ, ແຕ່ໝາຍຄວາມວ່າຄົນຈະເລີ່ມປັບຕູ້ເສື້ອຜ້າຂອງຕົນເອງໃຫ້ບໍ່ຫວືຫວາຈົນເກີນໄປ ແຕ່ທຸກໂຕຕ້ອງແມ່ນສິ່ງທີ່ເຂົ້າກັບຕົວເອງ, ຈັບມາໃສ່ ມິກແອນແມັດ (mix and match) ໄດ້ໂດຍບໍ່ຕ້ອງຄິດຫຼາຍ. ເຊິ່ງເທຣນນີ້ຈາກເຫັນມາຈາກສັດສ່ວນການຄົ້ນຫາເສື້ອຜ້າແຄບຊູນ (Capsule wardrobe) ຫຼື ເສື້ອຜ້າທີ່ໃສ່ໄດ້ກັບທຸກຊຸດເພີ່ມຂຶ້ນ ເຊັ່ນ:
- ເສື້ອແຈັກເກັດເວີກແວຣ໌ (Workwear) ຍອດຄົ້ນຫາເພີ່ມຂຶ້ນ 579%
- ເສື້ອໂຄ້ດຊົງ Peacoat ຍອດຄົ້ນຫາເພີ່ມຂຶ້ນ 499%
- ເສື້ອແຂນຍາວ Quarter Zip ຍອດຄົ້ນຫາເພີ່ມຂຶ້ນ 405%
- ເສື້ອເຊີດຕິດກະດຸມທີ່ຄໍເສື້ອ ຍອດຄົ້ນຫາເພີ່ມຂຶ້ນ 179%

ນອກຈາກນັ້ນ, ຍັງມີລາຍງານວ່າກຸ່ມຕົວຢ່າງ 8 ໃນ 10 ບອກວ່າຕົນເອງເປັນຄົນໃສ່ຊຸດຊ້ຳ. ຫຼາຍໆ ຄົນມີເຫດຜົນວ່າທີ່ເຮັດແບບນັ້ນເປັນຍ້ອນພວກເຂົາເລີ່ມເມື່ອຍຈາກການທີ່ຕ້ອງເລືອກຫຼາຍເກີນໄປໃນການແຕ່ງຕົວ. ວິທີແຕ່ງຕົວແບບນີ້ບໍ່ໄດ້ເປັນພຽງການຫຼຸດການຕັດສິນໃຈເທົ່ານັ້ນ, ແຕ່ມັນຊ່ວຍໃຫ້ເຮົາໂຟກັສຂອງການແຕ່ງຕົວກັບມາໄວ້ທີ່ຕົວເຮົາເອງ. ເຮົາໂຟກັສສະໄຕລ໌ສ່ວນຕົວ ແລະ ລົດສະນິຍົມຂອງຕົນເອງຫຼາຍກວ່າເທຣນ, ຕັດສິນໃຈຊື້ເຄື່ອງນຸ່ງຈາກລາຍລະອຽດຂອງພວກມັນ ເຊັ່ນ: ຄຸນນະພາບ, ຜິວສຳຜັດ ແລະ ຄວາມທົນທານ ຫຼາຍກວ່າການຊື້ເພາະຂອງມັນຕ້ອງມີ. ທ້າຍທີ່ສຸດເຮັດໃຫ້ເຮົາມີການແຕ່ງຕົວໃນແບບທີ່ສະທ້ອນຕົວເອງໃນແບບທີ່ຊັດເຈນຂຶ້ນ, ຫຼັກແຫຼມຍິ່ງຂຶ້ນ ແລະ ສິ້ນເປືອງໜ້ອຍລົງ.
2. ອາລົມຖະຫວິນຫາອະດີດ (Neo Nostalgia) ຫົວຂໍ້ຖັດມາຄື Neo Nostalgia ທີ່ Depop ບອກວ່າຜູ້ຄົນກຳລັງແນມຫາເຄື່ອງນຸ່ງທີ່ພາພວກເຂົາຫວນນຶກເຖິງອະດີດຫຼາຍຂຶ້ນ, ອາດຈະເປັນອະດີດສ່ວນຕົວ ຫຼື ວ່າອະດີດຂອງອຸດສາຫະກຳເສື້ອຜ້າກໍໄດ້. ທີ່ສະຫຼຸບແບບນັ້ນກໍເປັນຍ້ອນວ່າມີການຊື້ຂາຍສິນຄ້າວິນເທດ (Vintage) ຫຼາຍຂຶ້ນ ບໍ່ວ່າຈະເປັນໂສ້ງຢີນຂາກວ້າງ JNCO, ເຄື່ອງແຕ່ງກາຍສະໄຕລ໌ Y2K ຈາກ Von Dutch, ເສື້ອຜ້າດີໄຊເນີວິນເທດ ຫຼື ເສື້ອຜ້າທີ່ໄດ້ແຮງບັນດານໃຈມາຈາກການອອກແບບຍຸກກາງ.
“ນີ້ບໍ່ແມ່ນເລື່ອງໃໝ່. ໃນອະດີດເມື່ອໂລກຄວາມເປັນຈິງມືດມົນ ແລະ ບໍ່ໝັ້ນຄົງ, ສັງຄົມ ແລະ ວັດທະນະທຳຈະຫັນເຂົ້າຫາຄວາມແຟນຕາຊີ (Fantasy), ຄວາມໂຣແມນຕິກຍຸກກາງ ແລະ ເສື້ອຜ້າທີ່ອ້າງອີງການອອກແບບຈາກເສື້ອຜ້າທີ່ຂ້າມຜ່ານປະຫວັດສາດ” – Depop

ໃນສະຖານະການໂລກທີ່ບໍ່ໝັ້ນຄົງ ເຮັດໃຫ້ເຮົາເກາະຕິດ ຫຼື ຊອກຫາຫຍັງບາງຢ່າງໃນອະດີດເພື່ອຄວາມສະບາຍໃຈ ກ່ອນຈະນຳພວກມັນມາຕີຄວາມໃໝ່ໃຫ້ເຂົ້າກັບໂລກປັດຈຸບັນ, ນຳໄປສູ່ຄວາມນິຍົມຂອງສະໄຕລ໌ ເຊັ່ນ: Americana ທີ່ພາເຮົາຫວນຄືນເຖິງວັນວານທີ່ໂລກນີ້ດີກວ່ານີ້. ແບຣນກະເປົາທີ່ມີປະຫວັດສາດດົນນານຢ່າງ Coach ກັບມາໄດ້ຮັບຄວາມນິຍົມຢ່າງຫຼາຍ ຍ້ອນວ່າຜູ້ອອກແບບໄດ້ນຳເອົາການອອກແບບເກົ່າມາປະສົມປະສານໃຫ້ເຂົ້າກັບຄວາມຕ້ອງການຂອງຄົນຍຸກໃໝ່.
3. ພິທີກຳປະຈຳວັນ (Everyday Ceremony) ອີກສິ່ງທີ່ສຳຄັນໃນປະເດັນເຄື່ອງນຸ່ງຄືການແຕ່ງຕົວໃນຕົວຂອງມັນເອງ. ເຊິ່ງ Depop ບອກວ່າໃນປີ 2026 ຜູ້ຄົນຈະຈິງຈັງກັບການແຕ່ງຕົວຫຼາຍຂຶ້ນ ບໍ່ແມ່ນແຕ່ຍ້ອນວ່າມັນຄືການສະແດງອອກ, ແຕ່ການເລືອກເສື້ອຜ້າໃນຫ້ອງຂອງເຮົາເປັນເໝືອນ ‘ພິທີກຳ’ ບາງຢ່າງທີ່ພວກເຂົາເອີ້ນວ່າ Everyday Ceremony. ເຮົາອາດຈະລຶ້ງເຄີຍກັບການໃສ່ເສື້ອນອນຄີບເກີບແຕະໄປຊື້ເຄື່ອງໃຊ້ຢູ່ຕະຫຼາດ, ແຕ່ມີແນວໂນ້ມວ່າແມ້ແຕ່ໃນມື້ຊິວໆທຳມະດາ ເຮົາກໍຈະແຕ່ງຕົວຈັດເຕັມຂຶ້ນ ເພື່ອຍົກລະດັບຈິດໃຈຕົນເອງ ເຮັດໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ.
4. ກະແສຊຸດກິລາ (Sportscore / Blockcore) ຫົວຂໍ້ສຸດທ້າຍເປັນເໝືອນພາກຕໍ່ຈາກເທຣນປີນີ້, ນັ້ນຄືການກັບມາຢ່າງເຕັມຮູບແບບຂອງການແຕ່ງຕົວດ້ວຍເຄື່ອງກິລາ. ຕັ້ງແຕ່ປີ 2025 ເສື້ອບານທີ່ເຄີຍເປັນສັນຍາລັກຂອງຄົນບໍ່ແຕ່ງຕົວກັບກາຍເປັນໄອເທັມຍອດຮິດທີ່ແບຣນໃດໆ ກໍເຮັດ. ປັດໄຈສຳຄັນຄືມັນເຮັດໃຫ້ລຸກ (Look) ຂອງເຮົາເບິ່ງສະບາຍຂຶ້ນ, ເຮັດໃຫ້ຊຸດທີ່ອາດຈະເບິ່ງເຄັ່ງຂຶມໄປຊອຟລົງ. ນອກຈາກນັ້ນ, ປີ 2026 ຍັງເປັນປີບານໂລກ ເຊິ່ງຈະກະຕຸ້ນເທຣນນີ້ຕື່ມອີກ. ລວມເຖິງກະແສການອອກກຳລັງກາຍຕ່າງໆ ເຊັ່ນ Run Club, ພິລາທິສ ທີ່ເຮັດໃຫ້ຄົນສະດວກໃນການເອົາເຄື່ອງກິລາມາໃສ່ໃນຊີວິດປະຈຳວັນຫຼາຍຂຶ້ນ.

“2026 ຄືປີແຫ່ງການຮ່ວມກັນປັບຈູນວັດທະນະທຳ. ຜູ້ບໍລິໂພກເລືອກຄຸນນະພາບເໜືອປະລິມານ, ຄວາມສຳພັນທາງອາລົມເໜືອສິ່ງແປກຕາ ແລະ ຄວາມເປັນເຈົ້າເຂົ້າເຈົ້າຂອງໃນສະໄຕລ໌ເໜືອສິ່ງທີ່ອັນກໍຣິທຶມ (Algorithm) ປ້ອນໃຫ້.” Depop Newsroom ຂຽນສະຫຼຸບ.
ສະນັ້ນ ຫຼາຍກວ່າການແຕ່ງຕົວ, ການຍ້າຍໂຟກັສສິ່ງທີ່ຢູ່ນອກໂລກອອນລາຍນີ້ອາດເປັນທິດທາງຂອງສິ່ງອື່ນໆ ໃນໂລກນຳອີກ.