ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ FAZ $F: ສິລະປິນລາວ-ສັນຊາດມາເລເຊຍ ປ່ອຍເພງໃໝ່ “SHOW YOU MY LOVE”
Muan Listen - ມ່ວນຊວນຟັງ

FAZ $F: ສິລະປິນລາວ-ສັນຊາດມາເລເຊຍ ປ່ອຍເພງໃໝ່ “SHOW YOU MY LOVE”

ຜົນງານນີ້ບໍ່ພຽງແຕ່ສະແດງເຖິງຄວາມສາມາດໃນການແຕ່ງເພງທີ່ມີຫຼາຍພາສາຂອງລາວເທົ່ານັ້ນ, ແຕ່ຍັງເປັນການເລີ່ມຕົ້ນການເດີນທາງສາຍດົນຕີຄັ້ງໃໝ່ຂອງ FAZ $F ເພື່ອສ້າງສັນຜົນງານທີ່ມີຄຸນນະພາບສູງໃຫ້ກັບແຟນເພງ.

ແບ່ງປັນ
Getting your Trinity Audio player ready...

ກ່ອນທີ່ຈະພາໄປຟັງເພງໃໝ່ກັນນັ້ນ, ມື້ນີ້ ມ່ວນ ຂໍພາມາຮູ້ຈັກກັນແດ່ໜ່ອຍໜຶ່ງກັບ FAZ $F ສິລະປິນສັນຊາດມາເລເຊຍ ທີ່ມາຕັ້ງຖິ່ນຖານຢູ່ປະເທດລາວ ແລະ ລາວຍັງໄດ້ສ້າງສັນຜົນງານຢູ່ໃນບ້ານເຮົາຢ່າງຫຼາກຫຼາຍ. FAZ $F ເປັນສິລະປິນທີ່ມີຄວາມສາມາດຫຼາຍຮູບແບບ ບໍ່ວ່າຈະເປັນການທີ່ລາວແຕ່ງເພງໄດ້ເຖິງ 7 ພາສາ, ຜົນງານເພງກໍສ້າງສັນເອງ, ທັງເຮັດວິດີໂອ, ເປັນພິທີກອນ ແລະ ຍັງມີທັກສະການສະແດງ ອີກດ້ວຍ.

ຖ້າຖາມເຖິງຜົນງານເພງທີ່ຜ່ານມາຂອງ FAZ $F ມີເພງໃດແດ່? ມ່ວນ ຄິດວ່າຫຼາຍຄົນຄົງຄຸ້ນຫູກັນແນ່ນອນ ເພາະເພງຂອງລາວນັ້ນທັງມ່ວນຕິດຫູ ແລະ ເພງທີ່ເຮັດໃຫ້ເປັນທີ່ຮູ້ຈັກກໍມີນຳກັນຫຼາຍເພງ. ຜົນງານທີ່ຜ່ານມາສ່ວນຫຼາຍກໍຈະເປັນຜົນງານທີ່ລາວໄດ້ຮ່ວມສ້າງສັນກັບທັງສິລະປິນທັງໃນລາວ ແລະ ຕ່າງປະເທດເຊັ່ນ: Sok Dee Pi Mai (2022), I Wanna (2022) ແລະ Uchida 1 Lao Remix (2024).

ຟັງເພງໝ່ SHOW YOU MY LOVE

ຜົນງານເພງໃໝ່ SHOW YOU MY LOVE ຈາກ FAZ $F ເພງນີ້ຖືກຂຽນຂຶ້ນເພື່ອບອກເລົ່າຄວາມຮູ້ສຶກຂອງ ຄວາມຮັກ ແລະ ຕ້ອງການຂອບໃຈຄົນສຳຄັນທີ່ສຸດໃນຊີວິດ. ເພງໄດ້ເລີ່ມຕົ້ນດ້ວຍການເລົ່າເຖິງຊ່ວງເວລາທີ່ຍາກລຳບາກຂອງຄວາມສຳພັນ ແລະ ລາວກໍຈະເຮັດທຸກຢ່າງເພື່ອຄົນໆນີ້ ບໍ່ປ່ອຍມື ຂໍພຽງໃຫ້ເຊື່ອໃຈກັນ.

ເພງ SHOW YOU MY LOVE ແມ່ນມີເນື້ອຮ້ອງເປັນພາສາອັງກິດ-ຈີນ ແລະ ເປັນເພງທີ່ຟັງງ່າຍສະບາຍໆ, ເນື້ອຫາມີຄວາມໝາຍທີ່ສື່ໄດ້ເລິກເຊິ່ງຫວານລະມຸນ. ຄວາມຮູ້ສຶກທີ່ ມ່ວນ ໄດ້ຟັງໃນຕອນທຳອິດແມ່ນຮັບຮູ້ໄດ້ເລີຍວ່າ FAZ $F ໄດ້ຖ່າຍທອດອາລົມຄວາມຮູ້ສຶກຜ່ານເນື້ອເພງ ຜ່ານສຽງຂອງລາວອອກມາເພື່ອສື່ສານເຖິງຄວາມຈິງໃຈ, ການອ້ອນວອນ ແລະ ການທີ່ຢາກຈະດູແລຄົນສຳຄັນຄົນນີ້ຕະຫຼອດໄປ.

ອ່ານຕື່ມ:  ຢຸດ ສາລະວັນ ປ່ອຍເພງ "ຢືນໜຶ່ງ" ໄດ້ Zamio P ຊ່ວຍ Producer ເພງໃຫ້

ຜົນງານນີ້ບໍ່ພຽງແຕ່ສະແດງເຖິງຄວາມສາມາດໃນການແຕ່ງເພງທີ່ມີຫຼາຍພາສາຂອງລາວເທົ່ານັ້ນ, ແຕ່ຍັງເປັນການເລີ່ມຕົ້ນການເດີນທາງສາຍດົນຕີຄັ້ງໃໝ່ຂອງ FAZ $F ເພື່ອສ້າງສັນຜົນງານທີ່ມີຄຸນນະພາບສູງໃຫ້ກັບແຟນເພງ.

ເສັ້ນທາງໃນວົງການບັນເທິງຂອງ FAZ $F

FAZ $F ເລີ່ມຕົ້ນກ້າວເຂົ້າສູ່ວົງການບັນເທີງໃນປີ 2012 ໂດຍເລີ່ມຈາກການເປັນພິທີກອນ, ນັກສະແດງ ແລະ ນັກເຕັ້ນ. ໃນປີ 2016, ລາວກໍໄດ້ເຂົ້າສູ່ວົງການດົນຕີຢ່າງເຕັມຕົວ ແລະ ໄດ້ຮ່ວມຈັດງານຄອນເສີດໃນຫຼາຍຮູບແບບ ເພື່ອສ້າງບັນຍາກາດທີ່ດີ, ມ່ວນຊື່ນ ແລະ ສ້າງເວທີໃຫ້ກັບສິລະປິນໄດ້ມີພື້ນທີ່ສະແດງຄວາມສາມາດ.

ໃນຊ່ວງເວລາການລະບາດຂອງພະຍາດໂຄວິດ, FAZ $F ແລະ ໝູ່ຮ່ວມງານຂອງລາວກໍໄດ້ສຶກສາຢ່າງເລິກເຊິ່ງກ່ຽວກັບທຸລະກິດວົງການເພງ ໂດຍໄດ້ມີສ່ວນຮ່ວມໃນການພັດທະນາສິລະປິນ. ຫຼັງຈາກນັ້ນ, ພວກເຂົາກໍໄດ້ປ່ອຍຜົນງານເພງຂອງຕົນເອງ ແລະ ໄດ້ຂຶ້ນສະແດງໃນລະດັບສາກົນ ເຊິ່ງເປັນການຍົກລະດັບເສັ້ນທາງອາຊີບດົນຕີຂອງພວກເຂົາໃຫ້ກ້າວໜ້າໄປອີກຂັ້ນ ແລະ ມ່ວນ ຍັງໄດ້ຍິນຂ່າວວ່າພາຍໃນປີ 2026 ລາວກຳລັງຈະປ່ອຍຜົນງານເພງມາອີກທັງໝົດ 15 ເພງ, ແຟນເພງຂອງ FAZ $F ລໍຖ້າຕິດຕາມກັນໄດ້ເລີຍ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.