ໜ້າຫຼັກ Gadzila Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້
Gadzila

Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

ແບ່ງປັນ
Getting your Trinity Audio player ready...

Facebook ໄດ້ອອກມາປະກາດວ່າ ວິດີໂອ Livestream ຈະສາມາດເກັບໄວ້ໃຫ້ເບິ່ງຍ້ອນຫຼັງພຽງ 30 ວັນ ຫຼັງຈາກສິ້ນສຸດການ Live ຜູ້ໃຊ້ຕ້ອງດາວໂຫຼດເກັບໄວ້ໄດ້ພຽງໄລຍະເວລານີ້ເທົ່ານັ້ນ. ໂດຍຈະເລີ່ມຕັ້ງແຕ່ມື້ນີ້ ວັນທີ 19 ກຸມພາ 2025 ເປັນຕົ້ນໄປ.

ຫຼັງຈາກ 30 ວັນ Facebook Live ກໍຈະຖືກລົບອອກຈາກແພລັດຟອມໂດຍອັດຕະໂນມັດ ເຊິ່ງໃນການປັບແກ້ລະບົບໃນຄັ້ງນີ້ແມ່ນມີເປົ້າໝາຍເນັ້ນໄປທີ່ການຈັດການເນື້ອຫາໃຫ້ມີຄວາມເປັນປັດຈຸບັນ ແລະ ຫຼຸດພາລະໃນການເກັບຂໍ້ມູນເກົ່າເຖິງເຊີບເວີຣ໌ຂອງ Facebook.

Facebook Live ທີ່ໄດ້ມີການໄລຟ໌ກ່ອນໜ້ານີ້ຍັງຈະຢູ່ໃນແພລັດຟອມພຽງແຕ່ 90 ວັນ ແລະ ຈະຖືກລົບອອກແບບອັດຕະໂນມັດທັນທີ. ສະນັ້ນ ຜູ້ໃຊ້ສາມາດຍ້າຍຂໍ້ມູນອອກ ຫຼື ດາວໂຫຼດເກັບໄວ້ໄດ້ເລີຍ.

ສຳລັບການດາວໂຫຼດວິດີໂອເກັບໄວ້ນັ້ນທາງ Facebook ໄດ້ແນະນຳເຄື່ອງມືທີ່ຈະຊ່ວຍໃຫ້ການດາວໂຫຼດວິດີໂອໃຫ້ງ່າຍຂຶ້ນຜ່ານວິທີການຕ່າງໆ ແກັດຊິລ່າຈະວາງລິ້ງໄວ້ໃນຄອມເມັ້ນເດີ.

ໂດຍ: ທີມ Gadzila

ອ່ານຕື່ມ:  ຮູ້ຫຍັງບໍ່ສູ້ ຮູ້ AI - ປີ 2025 ຄວນເພີ່ມຄວາມຮູ້ດ້ານ AI ເປັນໜຶ່ງໃນທັກສະທີ່ເຮົາຕ້ອງມີ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ມັກໃຜຢູ່ “ສະກິດ” ເລີຍ ຄົນໂສດອາດມີແຟນກ່ອນຈົບປີ ເພາະ Meta ນຳຟີເຈີເກົ່າສຸດຮິດໃນຍຸກທຳອິດກັບມາ

ຂ່າວດີສຳລັບຄົນໂສດ Meta ດຶງເອົາຟີເຈີ Poke ສຸດຮິດໃນຍຸກທຳອິດຂອງ Facebook ກັບມາໃຊ້ໃນສະຖານະການທີ່ເໝາະກັບການສະແດງອອກຄືການ Flirting ຫຼື Playfu ໃຫ້ເຮົາສາມາດທັກທາຍຄົນທີ່ກຳລັງສົນໃຈ.

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.