ຫຼັງຈາກການແຂ່ງຂັນໃນເວທີ FACE of LAOS 2025 ຈົບລົງ, ຊີ – ອິນຊີ ເລືອງວິຫານ ກໍໄດ້ຄວ້າຕຳແໜ່ງຊະນະເລີດມາຄອງໄດ້ສຳເລັດຮ່ວມກັບ ເມ – ຈິນດາ ຈັນມູນນີ. ລາວບໍ່ໄດ້ມາພ້ອມກັບຄວາມໝັ້ນໃຈພຽງຢ່າງດຽວ ແຕ່ມາພ້ອມຄວາມເປັນຜູ້ໃຫຍ່, ຄວາມຄິດທີ່ເລິກເຊິ່ງ ແລະປະສົບການທີ່ບໍ່ທຳມະດາ.
ມາເປີດເຜີຍ 10 ເລື່ອງສຸດພິເສດທີ່ຈະພາທຸກຄົນໄປຮູ້ຈັກກັບນາຍແບບຜູ້ຊະນະຄົນນີ້:
1. ລາວໄດ້ກ່າວໄວ້ວ່າ: “ຖ້າຂ້ອຍໄດ້ໄປເກົາຫຼີ ຊິເອົາລາງວັນຕິດມືມາໃຫ້ຄົນລາວພູມໃຈໃຫ້ໄດ້” ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງຕົນເອງ ແລະ ຄວາມຕັ້ງໃຈທີ່ຈະສ້າງຊື່ສຽງໃຫ້ປະເທດ.
2. ອິນຊີເຊື່ອວ່າຈຸດຂາຍທີ່ເຮັດໃຫ້ຄົນຈື່ລາວໄດ້ບໍ່ແມ່ນຮູບຮ່າງໜ້າຕາ, ແຕ່ເປັນ “ມຸມມອງທີ່ເປັນຜູ້ໃຫຍ່” ແລະຄວາມຄິດທີ່ແຕກຕ່າງຈາກຜູ້ເຂົ້າປະກວດຄົນອື່ນ.
3. ລາວເຄີຍມີປະສົບການໃນການເດີນແບບໃນງານ Lao Fashion Week 2019 ມາແລ້ວ, ເຊິ່ງເຮັດໃຫ້ລາວຮູ້ຈັກກັບບັນຍາກາດການເຮັດວຽກທີ່ເປັນມືອາຊີບ.
4. ລາວຮູ້ສຶກແປກໃຈໃນທາງບວກກັບບັນຍາກາດຂອງກອງປະກວດ FACE of LAOS ປີນີ້ທີ່ເປັນລະບົບ, ຮຽບງ່າຍ ແລະເປັນກັນເອງ ເຊິ່ງແຕກຕ່າງຈາກທີ່ລາວຄິດໄວ້.
5. ອິນຊີເປີດເຜີຍວ່າລາວໄດ້ກຽມຕົວມາຢ່າງເຕັມທີ່ຕະຫຼອດ 1 ປີ, ເຊິ່ງເຮັດໃຫ້ລາວພ້ອມທີ່ຈະປະເຊີນກັບທຸກສະຖານະການໃນການປະກວດ.


6. ລາວໄດ້ຕັ້ງໃຈຮັກສາຮູບຮ່າງໜ້າຕາເພື່ອການປະກວດນີ້ໂດຍສະເພາະ ແລະນຳເອົາປະສົບການຕ່າງໆທີ່ເຄີຍມີມາປະຍຸກໃຊ້ກັບການແຂ່ງຂັນໄດ້ຢ່າງລົງໂຕ.
7. ສຳລັບອິນຊີ, ແຄມເປນຂອງລາຍການບໍ່ເຖິງຂັ້ນຍາກ ແຕ່ເປັນສິ່ງທີ່ແປກໃໝ່, ເຮັດໃຫ້ລາວໄດ້ທົດລອງ ແລະ ເພີ່ມພູນປະສົບການໃຫ້ກັບຕົວເອງ.
8. ເຖິງຈະມີອາຍຸ 29 ປີ, ເຊິ່ງເປັນຜູ້ໃຫຍ່ກວ່າຜູ້ເຂົ້າປະກວດຄົນອື່ນ, ລາວກັບເຫັນວ່ານີ້ຄືຂໍ້ໄດ້ປຽບທີ່ຊ່ວຍໃຫ້ລາວມີມຸມມອງ ແລະ ຄວາມຄິດທີ່ຮອບດ້ານກວ່າ.
9. ລາວບໍ່ໄດ້ເບິ່ງຜູ້ເຂົ້າປະກວດຄົນອື່ນເປັນຄູ່ແຂ່ງ, ແຕ່ເຫັນວ່າການປະກວດນີ້ເປັນການທ້າທາຍ ແລະ ພັດທະນາຕົນເອງ.
10. ດ້ວຍປະສົບການ, ຄວາມຕັ້ງໃຈ ແລະມຸມມອງທີ່ເປັນຜູ້ໃຫຍ່, ອິນຊີໄດ້ພິສູດແລ້ວວ່າລາວຄືນາຍແບບຄົນໃໝ່ທີ່ພ້ອມແລ້ວທີ່ຈະສ້າງຊື່ສຽງໃຫ້ກັບວົງການແຟຊັ່ນຂອງລາວ.
ອິນຊີ ໄດ້ສະແດງໃຫ້ເຫັນແລ້ວວ່າຄວາມສຳເລັດບໍ່ໄດ້ຂຶ້ນຢູ່ກັບອາຍຸ, ແຕ່ຂຶ້ນຢູ່ກັບປະສົບການ ແລະ ຄວາມຕັ້ງໃຈທີ່ແທ້ຈິງ. ມາຮ່ວມສົ່ງກຳລັງໃຈໃຫ້ລາວໃນເສັ້ນທາງການເຮັດໜ້າທີ່ຕໍ່ໄປໃນການແຂ່ງຈັນ Asia Model Festival 2025 ໃນເດືອນກັນຍານີ້ ທີ່ປະເທດເກົາຫຼີໃຕ້.