ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ EXO ກັບມາທວງບັນລັງ! ສົ່ງເພງໃໝ່ “Crown” ພ້ອມອາລະບຳທີ 8 REVERXE ສະຫຼອງຄົບຮອບ 14 ປີ
Muan Listen - ມ່ວນຊວນຟັງ

EXO ກັບມາທວງບັນລັງ! ສົ່ງເພງໃໝ່ “Crown” ພ້ອມອາລະບຳທີ 8 REVERXE ສະຫຼອງຄົບຮອບ 14 ປີ

King of K-Pop ກັບມາແລ້ວ! EXO ສົ່ງເພງໃໝ່ 'Crown' ທວງບັນລັງໃນອາລະບຳ REVERXE ສະຫຼອງຄົບຮອບ 14 ປີ. ຈັດເຕັມທັງ Vocal ແລະ Visual ທີ່ EXO-L ບໍ່ຄວນພາດ

ແບ່ງປັນ

The King is back! ແລະ ຄັ້ງນີ້ພວກເຂົາມາພ້ອມກັບມົງກຸດທີ່ແຂງແກ່ນກວ່າເກົ່າ ພ້ອມຈະພາເຫຼົ່າ EXO-L ເດີນທາງສູ່ໂລກໃໝ່ທີ່ຍິ່ງໃຫຍ່ກວ່າທີ່ເຄີຍ.

ຫຼັງຈາກທີ່ປ່ອຍໃຫ້ແຟນໆ ທົ່ວໂລກຕ້ອງຄິດຮອດ ແລະ ເຝົ້າລໍຄອຍມາໄລຍະໜຶ່ງ, ໃນທີ່ສຸດ EXO ກໍໄດ້ສ້າງປາກົດການສັ່ນສະເທືອນວົງການ K-Pop ອີກຄັ້ງ ດ້ວຍການເປີດຕົວອາລະບຳເຕັມຊຸດທີ 8 ທີ່ມີຊື່ວ່າ “REVERXE”.

ການກັບມາຄັ້ງນີ້ບໍ່ແມ່ນພຽງແຕ່ການອອກຜົນງານໃໝ່ທຳມະດາ ແຕ່ຍັງເປັນການສະເຫຼີມສະຫຼອງເສັ້ນທາງດົນຕີທີ່ຍາວນານກວ່າ 14 ປີ ຂອງກຸ່ມສິລະປິນທີ່ຖືກຂະໜານນາມວ່າເປັນ King of K-Pop ໂດຍມີເພງເອກນັ້ນກໍຄື “Crown” ເປັນຕົວຊູໂຮງ ທີ່ປະກາດໃຫ້ໂລກຮູ້ວ່າບັນລັງຂອງພວກເຂົາຍັງຄົງສະຫງ່າງາມບໍ່ເຄີຍປ່ຽນ.

“Crown” ມຸງກຸດແຫ່ງຄວາມພາກພູມໃຈ ແລະ ຄວາມຜູກພັນ

ເພງ “Crown” ປຽບເໝືອນດັ່ງບົດບັນທຶກແຫ່ງຄວາມອົດທົນ ແລະ ການເຕີບໃຫຍ່. ເນື້ອຫາຂອງເພງໄດ້ເຈາະເລິກເຖິງການຮັກສາ “ມົງກຸດ” ຫຼື ຄຸນຄ່າຂອງຕົວເອງໄວ້ທ່າມກາງພາຍຸຂອງການປ່ຽນແປງ ໂດຍສົ່ງຂໍ້ຄວາມກົງເຖິງແຟນໆ ວ່າ ມຸງກຸດນີ້ຈະບໍ່ມີຄວາມໝາຍເລີຍ ຖ້າຫາກຂາດການສະໜັບສະໜູນຈາກຜູ້ທີ່ຄອຍຢູ່ຄຽງຂ້າງມາຕະຫຼອດ.

ຄວາມພິເສດຂອງອາລະບຳ “REVERXE” ຄືການຫຼິ້ນກັບຄຳວ່າ Reverse ທີ່ສື່ເຖິງການຍ້ອນກັບໄປຫາຮາກເຫງົ້າ ແລະ ຈຸດເລີ່ມຕົ້ນຂອງພວກເຂົາ ແຕ່ເປັນການກັບໄປດ້ວຍປະສົບການທີ່ເໜືອກວ່າເກົ່າ. ມັນຄືການ Evolution ທີ່ສົມບູນແບບ ເຊິ່ງເຮົາຈະໄດ້ເຫັນຄວາມເກົ່າແກ່ທີ່ຄຸ້ນເຄີຍ ປະສົມປະສານກັບຄວາມລ້ຳສະໄໝຂອງດົນຕີໃນຍຸກປັດຈຸບັນ ເຮັດໃຫ້ທຸກວິນາທີຂອງເພງເຕັມໄປດ້ວຍສະເໜ່ທີ່ໜ້າຄົ້ນຫາ.

ສິ່ງທີ່ເຮັດໃຫ້ “Crown” ກາຍເປັນຜົນງານລະດັບ Masterpiece ຄືການຮຽບຮຽງດົນຕີໃນແບບ Epic R&B ທີ່ໜັກແໜ້ນ. ສຽງເບສທີ່ເລິກເຊິ່ງປະກອບກັບສຽງສັງເຄາະທີ່ໃຫ້ຄວາມຮູ້ສຶກຍິ່ງໃຫຍ່ ກໍຍິ່ງສົ່ງໃຫ້ເພງນີ້ສົມກັບຊື່ Crown ແທ້ໆ. ແນ່ນອນວ່າຈຸດເດັ່ນທີ່ຂາດບໍ່ໄດ້ຄື Vocal Power ຂອງສະມາຊິກ ໂດຍສະເພາະການປະສານສຽງທີ່ນຸ້ມນວນແຕ່ຊົງພະລັງ ແລະ ທ່ອນ High-note ທີ່ພ້ອມຈະເຮັດໃຫ້ຜູ້ຟັງຂົນລຸກໄດ້ທຸກຄັ້ງ.

ອ່ານຕື່ມ:  CORTIS ສິລະປິນ K-POP ນ້ອງໃໝ່ມາແຮງ ມ້າມືດ Gen 5 ຈາກ BIGHIT MUSIC

ນອກຈາກພາກສ່ວນຂອງດົນຕີແລ້ວ, ໃນມິວສິກວິດີໂອ (MV) ຍັງໄດ້ຖ່າຍທອດງານພາບທີ່ມີຄວາມເປັນສິລະປະສູງ ຜ່ານການນຳໃຊ້ແສງ ແລະ ເງົາທີ່ສະແດງເຖິງຄວາມລຶກລັບ. ສາກທີ່ສະມາຊິກແຕ່ລະຄົນປາກົດໂຕທ່າມກາງສະຖາປັດຕະຍະກຳທີ່ງົດງາມ ຊ່ວຍຕອກຍ້ຳພາບລັກຂອງ King ແຫ່ງວົງການດົນຕີໄດ້ຢ່າງຊັດເຈນ ແລະ ສົມບູນແບບ.

ຄວາມຫຼາກຫຼາຍໃນອາລະບຳ REVERXE

ນອກຈາກເພງຫຼັກທີ່ຊົງພະລັງແລ້ວ, ໃນອາລະບຳ REVERXE ຍັງປະກອບໄປດ້ວຍບົດເພງອີກ 8 ເພງ ທີ່ພາເຮົາໄປສຳຜັດກັບທຸກອາລົມ ບໍ່ວ່າຈະເປັນຄວາມດຸດັນໃນ “Back It Up”, ຄວາມເສົ້າທີ່ເລິກເຊິ່ງໃນ “Suffocate” ແລະ “Flatline” ຫຼື ບັນຍາກາດທີ່ລະມຸນຄືກັບແສງຈັນໃນ “Moonlight Shadows”. ກ່ອນຈະປິດທ້າຍດ້ວຍ “I’m Home” ເຊິ່ງໃຫ້ຄວາມຮູ້ສຶກອົບອຸ່ນ ຄືກັບການທີ່ EXO ໄດ້ກັບມາຮອດບ້ານທີ່ມີແຟນໆ ຄອຍຖ້າຕ້ອນຮັບຢູ່ສະເໝີ.

ທັງໝົດນີ້ຄືຂໍ້ພິສູດວ່າ ຕະຫຼອດ 14 ປີທີ່ຜ່ານມາ EXO ບໍ່ເຄີຍຢຸດພັດທະນາ ແລະ ພວກເຂົາຍັງຄົງສ້າງມາດຕະຖານໃໝ່ໃຫ້ກັບວົງການ K-Pop ຢູ່ສະເໝີ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

7 ປີທີ່ລໍຄອຍ Wanna One ກັບມາຮວມໂຕຖ່າຍລາຍການດ້ວຍກັນໃນປີ 2026

ຢືນຢັນຢ່າງເປັນທາງການວ່າ "Wanna One" ກຸ່ມສິລະປິນໜຸ່ມຈາກລາຍການ Produce 101 Season 2 ຈະກັບມາຮວມໂຕເພື່ອຖ່າຍລາຍການດ້ວຍກັນໃນປີ 2026.

CORTIS ສິລະປິນ K-POP ນ້ອງໃໝ່ມາແຮງ ມ້າມືດ Gen 5 ຈາກ BIGHIT MUSIC

ສິລະປິນນ້ອງໃໝ່ CORTIS (ຄໍຕິສ) ຈາກ BIGHIT MUSIC ພວກເຂົາເປັນຕົວແທນຂອງຄວາມສົດໃສ, ພະລັງງານບວກທີ່ແບກຄວາມສາມາດກັນມາແບບແໜ້ນສຸດໆ

Felix – Stray Kids ບໍລິຈາກ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ເນື່ອງໃນວັນເກີດ

Felix ສະມາຊິກຂອງ Stray Kids ກຸ່ມສິລະປິນ KPOP ຈາກເກົາຫຼີໃຕ້ ບໍລິຈາກເງິນ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ຜ່ານໂຄງການໃນປະເທດລາວ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.