ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງເພງຮັກສຸດເສົ້າ “ເປັນດັ່ງມື້ວານ” ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ
Muan Listen - ມ່ວນຊວນຟັງ

ຟັງເພງຮັກສຸດເສົ້າ “ເປັນດັ່ງມື້ວານ” ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ

ເພງ ເປັນດັ່ງມື້ວານ ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ ປ່ອຍເພງຮັກສຸດເສົ້າທີ່ສູນເສຍໄປ ສຽງມີສະເໜ່ທີ່ມີເອກະລັກ ແລະ ກິ່ນອາຍເພງ Pop Indie.

ແບ່ງປັນ

ມາແລ້ວເພງເຕັມຂອງນັກຮ້ອງໜ້າໃໝ່ທີ່ມີຄວາມເລິກລັບກັບ Dr.Isolate ໃນເພງທຳອິດຂອງລາວທີ່ມີຊື່ວ່າ “ເປັນດັ່ງມື້ວານ” ເພງນີ້ໄດ້ເລົ່າເຖິງອາລົມຄວາມຮູ້ສຶກທີ່ທັງເສົ້າ ແລະ ການອ້ອນວອນເຖິງຄວາມຮັກທີ່ໄດ້ສິ້ນສຸດລົງໄປໃຫ້ກັບຄືນມາເປັນຄືເກົ່າ.

“ຢາກໃຫ້ເຈົ້າລອງກັບມາຮັກກັນອີກຄັ້ງ ເໝືອນດັ່ງມື້ວານທີ່ເຮົາສອງຄຽງຄູ່ກັນ” ສິ່ງທີ່ Dr.Isolate ໄດ້ສື່ສານຜ່ານເພງນີ້ແມ່ນໝາຍເຖິງເລື່ອງລາວຂອງຄວາມຮັກທີ່ສູນເສຍໄປ ແຕ່ມັນຍັງຄົງມີອິດທິພົນຕໍ່ຈິດໃຈຫຼາຍ, ເລີຍຢາກຂໍໂອກາດໃຫ້ສາມາດຍ້ອນເວລາກັບໄປເພື່ອຮັກສາສິ່ງທີ່ສຳຄັນທີ່ສຸດເອົາໄວ້ກໍຄືຄົນຮັກ ໂດຍການເວົ້າເຖິງຄວາມຮູ້ສຶກດີໆໃນວັນວານ ແລະ ຄວາມຮັກທີ່ເຄີຍມີໃຫ້ກັນຂອງທັງສອງຄົນ.

ເຖິງແມ່ນວ່າຄວາມຮັກທີ່ມີຢູ່ໃນປັດຈຸບັນຈະກາຍເປັນພຽງແຕ່ພາບເລືອນລາງຄ່ອຍໆຈາງຫາຍໄປ ແຕ່ຄວາມໝາຍຂອງເນື້ອຫາໃນເພງຍັງສື່ເຖິງມຸມມອງຂອງຄົນທີ່ຍັງຍຶດຕິດຢູ່ກັບຄວາມຫວັງທີ່ຈະສາມາດ “ແກ້ໄຂອະດີດ” ແລະ ຮຽກຮ້ອງໃຫ້ຄົນຮັກກັບຄືນມາເພື່ອສ້າງຊ່ວງເວລາທີ່ດີຮ່ວມກັນອີກຄັ້ງ.

ພໍ ມ່ວນ ໄດ້ຟັງສຽງຂອງ Dr.Isolate ໃນເພງນີ້ ກໍເຮັດໃຫ້ຄິດວ່າ ສຽງຂອງລາວມ່ວນມີເອກະລັກ ພ້ອມທັງການຖ່າຍທອດອາລົມອອກມາໄດ້ດີໃນແນວເພງທີ່ມີກິ່ນອາຍເພງ Pop Indie ທີ່ໃຫ້ຄວາມຮູ້ສຶກທັງ ສຸກ ແລະ ເສົ້າ ລວມໆກັນ, ພໍຟັງວົນໆກໍຮູ້ເລີຍວ່າໃນຄວາມຮູ້ສຶກນັ້ນມີຄວາມຮູ້ສຶກເສຍໃຈພ້ອມກັບຄວາມເຈັບປວດທີ່ຫຼາຍຈົນລົ້ນອອກມາຜ່ານເພງ “ເປັນດັ່ງມື້ວານ”.

ອ່ານຕື່ມ:  ຢາກຮູ້ (Are you 4real) ຂອງ Aluna Thavonsouk ເພງທີ່ສື່ເຖິງຄວາມຈິງໃຈຈາກຄວາມສໍາພັນ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ”

MVIIZ ກັບມາດ້ວຍເພງໃໝ່ “ສຳຄັນຕົວເອງຜິດໄປ” ທີ່ຖ່າຍທອດຄວາມຮູ້ສຶກຮັກຝ່າຍດຽວ ຜ່ານສຽງເພງ L-POP. ຟັງໄດ້ແລ້ວທຸກແພລດຟອມ!

“ຕ້າໂຢ່ວ” ແລະ “ບ່ອງສະໂໜດບຽງ” ສອງຄຳທີ່ຕ້ອງຮູ້ ກ່ອນເບິ່ງ “ຖີ່ຫຍົດ 3”

ຄົ້ນຄວາມໝາຍຂອງ 'ຕ້າໂຢ່ວ' ແລະ 'ບ່ອງສະໂໜດບຽງ' ສອງຄຳສັບລີ້ລັບໃນຕົວຢ່າງໜັງ ຖີ່ຫຍົດ 3 ກ່ອນເຂົ້າໂຮງວັນທີ 1 ຕຸລາ 2025.

ອ້າຍແຈັກ ເລື່ອງມັນເປັນແບບນີ້! ລວມ 4 ເລື່ອງຜີຢູ່ລາວ ຈາກ The Ghost Radio ທີ່ຟັງແລ້ວຕ້ອງມີຂົນລຸກ!

ລວມ 4 ເລື່ອງຜີສຸດຫຼອນຈາກ The Ghost Radio ທີ່ເກີດຂຶ້ນໃນລາວ ຟັງແລ້ວຂົນຫົວລຸກ ສະທ້ອນຄວາມເຊື່ອ ແລະ ປະເພນີທ້ອງຖິ່ນ.

ຟັງເພງ ກຸຫຼາບປາກຊັນ ຈາກ GEMI9PK ແຮງບັນດານໃຈຈາກອະມະຕະເພງລາວ ແລະ ຄວາມຮັກຕໍ່ສາວປາກຊັນ

ເພງ 'ກຸຫຼາບປາກຊັນ' ຈາກ GEMI9PK ຖ່າຍທອດຄວາມຮັກທີ່ເຕັມໄປດ້ວຍຄວາມເສຍສະລະ ແລະ ຄວາມຈິງໃຈ ທີ່ຍອມໃຫ້ຄົນທີ່ຮັກໄດ້ມີຄວາມສຸກ ຜ່ານເນື້ອເພງທີ່ງົດງາມ ແລະ ກິນໃຈ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.