ໜ້າຫຼັກ Muan.la - ສາລະບັນເທີງ The Interview ພາຮູ້ຈັກ ດີອາສ ພາຣາກອນ ນາຍແບບໜຸ່ມຄາສັກສະຖານສູ່ເສັ້ນທາງວົງການແຟຊັນໃນລາວ
The Interview

ພາຮູ້ຈັກ ດີອາສ ພາຣາກອນ ນາຍແບບໜຸ່ມຄາສັກສະຖານສູ່ເສັ້ນທາງວົງການແຟຊັນໃນລາວ

ແບ່ງປັນ
Getting your Trinity Audio player ready...

“ຂ້ອຍຕ້ອງການຈະມີປະສົບການທີ່ຫຼາກຫຼາຍໃນຊີວິດ ແລະຕອນນີ້, ຂ້ອຍຕ້ອງການເຂົ້າໃຈວ່າຄົນລາວມີຊີວິດແບບໃດ? ພວກເຂົາຄິດແນວໃດ?” 

ນີ້ຄືຄຳເວົ້າຂອງ Dias Paragon, ນາຍແບບໜຸ່ມຈາກປະເທດຄາສັກສະຖານ ຜູ້ທີ່ຕັດສິນໃຈເດີນທາງມາຢູ່ ແລະ ສ້າງຊື່ສຽງໃນວົງການແຟຊັນທີ່ປະເທດລາວ. ດ້ວຍອາຍຸພຽງ 21 ປີ, ດີອາສ ບໍ່ພຽງແຕ່ເປັນນາຍແບບທີ່ເຕັມໄປດ້ວຍຄວາມຝັນ, ແຕ່ລາວຍັງເປັນຜູ້ສະແຫວງຫາປະສົບການຊີວິດທີ່ເລິກເຊິ່ງ.

ເຖິງຈະເປັນຄົນຄາສັກສະຖານ, Dias Aubakir ແຕ່ຫຼາຍຄົນມັກຈະເອີ້ນລາວວ່າ Dias – ດີອາສ ແຕ່ຊື່ໃນວົງການຂອງລາວຄື Dias Paragon. ລາວໄດ້ບອກວ່າ: “Paragon ນີ້ແມ່ນຊື່ທີ່ໂຕລະຄອນທີ່ມັກໃນນິຍາຍ ເຊິ່ງຊື່ນີ້ຈະໄດ້ຮັບເມື່ອພວກເຂົາບັນລຸຄວາມສຳເລັດອັນຍິ່ງໃຫຍ່, ສະນັ້ນ ຂ້ອຍຈຶ່ງໃຊ້ຊື່ນີ້ເພື່ອເປັນການສະແດງອອກເຖິງຄວາມມຸ່ງຫວັງຂອງຂ້ອຍ.”

ສິ່ງທີ່ເຮັດໃຫ້ໃຜຫຼາຍໆຄົນຮູ້ຈັກ ແລະ ຈື່ ດີອາສ ໄດ້ດີແມ່ນມາຈາກນິໄສທີ່ມ່ວນຊື່ນຂອງລາວ, ໂດຍສະເພາະລັກສະນະເດັ່ນຂອງລາວຄືການມີ “ຄວາມສົດໃສແບບເດັກນ້ອຍ” ດ້ວຍທີ່ເປັນຄົນທີ່ເຕັມໄປດ້ວຍພະລັງບວກ ແລະ ມັກສຽງຫົວມັກຄວາມມ່ວນຊື່ນ ຈຶ່ງເຮັດໃຫ້ຫຼາຍຄົນຈື່ ດີອາສ ໄດ້ ເພາະຖ້າດີອາສຢູ່ໃສ ບັນຍາກາດດີໆກໍຈະຢູ່ບ່ອນນັ້ນນຳ

ດີອາສໄດ້ບອກກັບມ່ວນວ່າ ປະເທດລາວຮ້ອນຫຼາຍສຳລັບລາວ ແລະອາດຈະເຮັດໃຫ້ບາງຄົນຮູ້ສືກວ່າມັນຍາກໃນການປັບໂຕສຳລັບຄົນຕ່າງປະເທດແຕ່ລາວກໍບອກວ່າ: “ມັນບໍ່ແມ່ນບັນຫາໃຫຍ່, ຖ້າຂ້ອຍປັບໂຕໄດ້ ອຸປະສັກແບບໃດ ຂ້ອຍກໍສູ້ໄຫວ” ແລະ ດີອາສຍັງມີງານອະດິເລກຄື ຊ່ວງເວລາວ່າງໆຈາກການເຮັດວຽກແມ່ນຈະມີຄວາມສຸກກັບການໄດ້ໄປແລ່ນອອກກຳລັງກາຍ ຫຼື ຂັບລົດຖີບຢູ່ຕາມເສັ້ນທາງລົດເມ BRT ໃໝ່ໃນຕອນກາງເວັນທີ່ບໍ່ມີລົດ, ເພາະມັນເຮັດໃຫ້ລາວຮູ້ສຶກໄດ້ຢູ່ກັບຕົວເອງ ແລະ ມີຄວາມສຸກທີ່ສຳພັດກັບບັນຍາກາດອ້ອມຕົວ

ກ່ອນທີ່ຈະເປັນ ດີອາສ ທີ່ສົດໃສຄືທຸກມື້ນີ້, ລາວຍອມຮັບວ່າຊີວິດເຄີຍຜ່ານຊ່ວງເວລາທີ່ໜັກໜ່ວງມາກ່ອນກໍຄື
“ການທີ່ຮູ້ສຶກວ່າຊີວິດທີ່ຢູ່ໄປແບບບໍ່ມີຄວາມໝາຍ ແລະ ຂ້ອຍບໍ່ມັກຊີວິດແບບນັ້ນ.”

ນັ້ນຈຶ່ງເປັນຈຸດປ່ຽນທີ່ເຮັດໃຫ້ລາວຕັດສິນໃຈອອກຈາກປະເທດເພື່ອເດີນທາງທົ່ວໂລກ ແລະ ການເດີນທາງນີ້ເອງທີ່ເຮັດໃຫ້ລາວໄດ້ “ຮູ້ຈັກກັບປະເທດລາວ”. ເມື່ອຕັດສິນໃຈມາຢູ່ປະເທດລາວ, ດີອາສໄດ້ບອກກັບມ່ວນວ່າ: “ມີຄວາມສຸກຫຼາຍກັບການທີ່ພົບກັບໝູ່ເພື່ອນທີ່ຢູ່ປະເທດລາວ.”

ສຳລັບ ດີອາສ, ວຽກສະແດງແລະນາຍແບບເປັນສິ່ງທີ່ຊ່ວຍໃຫ້ລາວໄດ້ຄົ້ນພົບໂລກກວ້າງ ແລະ ເຂົ້າເຖິງວັດທະນະທຳລາວຢ່າງເລິກເຊິ່ງ. ລາວເວົ້າວ່າ:

“ຂ້ອຍຕ້ອງການຈະມີປະສົບການທີ່ຫຼາກຫຼາຍໃນຊີວິດ ແລະຕອນນີ້, ຂ້ອຍຕ້ອງການເຂົ້າໃຈວ່າຄົນລາວມີຊີວິດແບບໃດ? ພວກເຂົາຄິດແນວໃດ?” 

ລາວຖືວ່າການສະແດງແລະການເປັນນາຍແບບເປັນວິທີທີ່ໄວທີ່ສຸດທີ່ຈະໄດ້ຮັບປະສົບການທີ່ແຕກຕ່າງກັນ. ສິ່ງທີ່ລາວໃຫ້ຄວາມສຳຄັນທີ່ສຸດໃນການເຮັດວຽກແມ່ນການສົ່ງຕໍ່ ຄວາມຮູ້ສຶກດີໆ ໃຫ້ກັບຜູ້ຊົມ, ເຊິ່ງກົງກັບເປົ້າໝາຍສ່ວນຕົວຂອງລາວທີ່ຈະ “ເຮັດໃຫ້ຄົນຮູ້ສຶກມີຄວາມສຸກ.”

ໃນບັນດາຜົນງານທີ່ຜ່ານມາ, ລາວມັກທີ່ສຸດແມ່ນງານປະກວດເຕັ້ນຂອງ C-vitt, ເພາະຕື່ນເຕັ້ນຫຼາຍທີ່ໄດ້ພົບກັບ “ຄົນໜຸ່ມທີ່ມີພອນສະຫວັນຫຼາຍຄົນຢູ່ໃນບ່ອນດຽວ.”

ສຳລັບອະນາຄົດ, ດີອາສ ມີເປົ້າໝາຍທີ່ຈະກ້າວໄປເປັນ ດາລາ-ນັກສະແດງ ແລະ ການທີ່ສາມາດເວົ້າພາສາລາວແລະພາສາໄທໄດ້ຢ່າງຄ່ອງແຄ້ວ. ຄວາມຝັນສະເພາະຂອງລາວແມ່ນ: “ຂ້ອຍຢາກເປັນນັກສະແດງໃນ MV ຂອງເອື້ອຍ ອາລູນ້າ ແລະ ຫວັງວ່າມັນຈະເກີດຂຶ້ນໃນໄວໆນີ້.”

ເມື່ອຖາມວ່າຄວາມສຳເລັດສຳລັບ Dias Paragon ໝາຍເຖິງຫຍັງ? ລາວຕອບຢ່າງຊັດເຈນວ່າ:

“ເມື່ອເຮົາໄດ້ທຸ້ມເທທຸກຢ່າງໃນການສ້າງສິ່ງໃດສິ່ງໜຶ່ງ ແລ້ວເບິ່ງມັນແລະຮູ້ສຶກພູມໃຈກັບຜົນງານນັ້ນ. ນີ້ຄືຄວາມສຳເລັດທີ່ເຮົາພະຍາຍາມໄປໃຫ້ເຖິງ.”

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

7 ປີທີ່ລໍຄອຍ Wanna One ກັບມາຮວມໂຕຖ່າຍລາຍການດ້ວຍກັນໃນປີ 2026

ຢືນຢັນຢ່າງເປັນທາງການວ່າ "Wanna One" ກຸ່ມສິລະປິນໜຸ່ມຈາກລາຍການ Produce 101 Season 2 ຈະກັບມາຮວມໂຕເພື່ອຖ່າຍລາຍການດ້ວຍກັນໃນປີ 2026.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.