ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ DEKSAVAN ປ່ອຍເພງຮັກສຸດຫວານ “PILL ແມ່ນເຈົ້າ” ພ້ອມເທຄວາມສົດໃສໃຫ້ຄົນຟັງ
Muan Listen - ມ່ວນຊວນຟັງ

DEKSAVAN ປ່ອຍເພງຮັກສຸດຫວານ “PILL ແມ່ນເຈົ້າ” ພ້ອມເທຄວາມສົດໃສໃຫ້ຄົນຟັງ

ແບ່ງປັນ

ໃນໂລກນີ້ແຄ່ມີພຽງເຈົ້າກໍເກີນພໍ…

DEKSAVAN ປ່ອຍເພງໃໝ່ທີ່ມີຊື່ວ່າ ‘PILL ແມ່ນເຈົ້າ’ ທີ່ໄດ້ຈັບໃຈຜູ້ຟັງດ້ວຍເນື້ອເພງແບບຫວານໆ ແລະ ຄວາມຫຼົງໃຫຼສຸດຫົວໃຈ, ພ້ອມຊວນທຸກຄົນມາຄົ້ນພົບສະເໜ່ ແລະ ຄວາມສົດໃສຂອງເພງໃໝ່ຫຼ້າສຸດນີ້ກັນ.

ມ່ວນໄດ້ລອງເປີດຟັງທຳອິດ ພ້ອມສິ່ງທີ່ຄິດຂຶ້ນມາໃນຫົວແມ່ນນີ້ມັນເພງຈີບກັນຄັກໆ ໂດຍເນຶ້ອເພງໄດ້ບັນຍາຍເຖິງຄົນໆໜຶ່ງເຖິງຄວາມໜ້າຮັກ, ຄວາມຫຼົງໃຫຼທີ່ມີ ແລະ ໃນໂລກນີ້ບໍ່ເອົາໃຜແລ້ວເພາະໃຫ້ເຂົາໄປໝົດແລ້ວ.

ໃນເອັມວີກໍໜ້າຮັກເຖິງວ່າຈະບໍ່ໄດ້ມີເລື່ອງລາວຊັບຊ້ອນ ແຕ່ກໍເຮັດໃຫ້ເຫັນເຖິງສະເໜ່ທີ່ບັນດານັກສະແດງ ແລະ ສິລະປິນມີ ເພາະວ່າມັນກໍສົດໃສສົມໄວ ແລະ ເຂົ້າກັບເພງໄດ້ດີ.

DEKSAVAN ຍັງມີຜົນງານໃຫ້ໄດ້ຟັງກັນຫຼາຍເພງບໍ່ວ່າຈະເປັນ TEM CARABEL – ເຕັມຄາລາເບວ (2023), ຜູ້ສາວ (2024), PULL UP (2025) ແລະ ຫຼ້າສຸດແມ່ນເພງ PILL ແມ່ນເຈົ້າ. ເພງຂອງພວກເຂົາຈະເປັນແນວ Rap – Hip hop ບີທແບບເດືອດໆມັນໆ, ຖ້າໃຜກຳລັງແນມຫາເພງແນວນີ້ຕ້ອງລອງຟັງເລີຍ.

ອ່ານຕື່ມ:  Jazz & Hip Hop ການປະສົມປະສານເພງສະໄຕລ໌ໃໝ່ຈາກ UKNOWHATIMEAN ໃນເພງ "ສະອາດ"
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

VEILED MUSICIAN LAOS: ລາຍການປະກວດຮ້ອງເພງເພື່ອຊອກຫາຕົວແທນໄປແຂ່ງທີ່ປະເທດເົກາຫຼີໃຕ້

VEILED MUSICIAN LAOS ລາຍການປະກວດຮ້ອງເພງທີ່ຄັດເລືອກດ້ວຍ “ສຽງຮ້ອງເພງທີ່ມ່ວນ” ແລະ ດີທີ່ສຸດພຽງ 3 ຄົນ ເພື່ອເປັນຕົວແທນໄປແຂ່ງທີ່ເກົາຫຼີໃຕ້. ໃນຕອນທີ 1...

OOPS ກຸ່ມສິລະປິນລາວ 5 ຄົນທີ່ມີຜົນງານເພງອິນດີ້ທີ່ມີເອກະລັກ
Muan Listen - ມ່ວນຊວນຟັງ

ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນຮອບເກືອບ 2 ປີ OOPS BAND ກັບມາດ້ວຍ “What If?” ເພງອິນດີ້ທີ່ຊວນໃຫ້ຜູ້ຟັງຄິດຕາມ ແລະເປີດໃຈກັບຄວາມຮູ້ສຶກ.

Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.