ກາຍເປັນໄວຣໍລ (Viral) ທັນທີຫຼັງຈົບຮອບພຣີລິມ (Preliminary Competition) ຂອງເວທີ Miss Grand Thailand 2026 ເມື່ອຜູ້ເຂົ້າປະກວດຈາກຈັງຫວັດກາລະສິນ “ດາດ້າ ດາຣາທອນ ຢູທອງ” ໂຊວສະເຕັບການເຕັ້ນຮິບຮອບ (Hip-hop) ໃນເພງ Nobody ພ້ອມກັບອິນເນີການເມ້ມສົບເຕັ້ນທີ່ເປັນເອກະລັກບໍ່ຄືໃຜ ຈົນກາຍເປັນໄວຣໍລໃນໝູ່ຜູ້ຊົມຊາວໄທ ແລະ ລ່າສຸດກໍໄດ້ກາຍເປັນໄວຣໍລໃນລະດັບໂລກໄປແລ້ວ.
ໃນການປະກວດຮອບພຣີລິມ ດາດ້າ ດາຣາທອນ ປາກົດຕົວພ້ອມທ່າເຕັ້ນທີ່ເນັ້ນຄວາມໝັ້ນໃຈ ແລະ ພະລັງເທິງເວທີ ສ້າງພາບຈຳໃຫ້ຜູ້ຊົມໄດ້ຢ່າງຊັດເຈນ. ເຖິງແມ່ນວ່າຈະເປັນສະໄຕລ໌ທີ່ແຕກຕ່າງຈາກຄວາມງາມແບບເດີມໆ ແຕ່ກັບກາຍເປັນຈຸດເດັ່ນທີ່ເຮັດໃຫ້ນາງຖືກເວົ້າເຖິງຢ່າງໄວວາ. ກະແສໃນໂລກໂຊຊຽວມີທັງສຽງຊື່ນຊົມໃນຄວາມກ້າ ແລະ ເອກະລັກ ລວມເຖິງຄວາມເຫັນທີ່ຫຼາກຫຼາຍ ເຊິ່ງຍິ່ງເຮັດໃຫ້ຊື່ຂອງນາງຕິດເທຣນໃນຊ່ວງຂ້າມຄືນ.
ຄລິບການເຕັ້ນຂອງນາງຖືກແຊຣ໌ອອກໄປຢ່າງກວ້າງຂວາງ ສື່ໃຫຍ່ລະດັບໂລກຢ່າງ CNN ຫຼື ຊ່ອງຂ່າວ CNA ກໍໄດ້ເອົາວິດີໂອຂອງນາງໄປນຳສະເໜີ ເຮັດໃຫມີຍອດການເຂົ້າເບິ່ງຖົ່ມທະລາຍ. ມີທັງຄົນເຮັດຄລິບຄັຟເວີ (Cover) ແລະ ຄລິບຣີແອັກຊັນ (Reaction) ເປັນຈຳນວນຫຼວງຫຼາຍ ລວມເຖິງຊາວຕ່າງຊາດທີ່ເຂົ້າມາຄອມເມນຊື່ນຊົມຢ່າງຫຼາກຫຼາຍ. ແມ່ນແຕ່ຜູ້ປະກາດຂ່າວສະພາບອາກາດຊື່ດັງຂອງອາເມຣິກາຢ່າງ Nick Kosir ກໍໄດ້ເຮັດຄລິບອອກມາບອກວ່າ ລາວມັກສະເຕັບຂອງນາງຫຼາຍ ແລະ ເຖິງແມ່ນວ່ານາງຈະບໍ່ໄດ້ຮັບຕຳແໜ່ງໃດໆ ແຕ່ນາງກໍຊະນະໃຈຄົນທົ່ວໂລກໄປແລ້ວ (ແລະ ຖ້າມີໂອກາດ, ລາວຍັງຢາກຊວນນາງໄປເຕັ້ນນຳກັນຢູ່ທີ່ໄທມ໌ສະແຄວຣ໌ (Times Square) ອີກດ້ວຍ).
“ອິງຟ້າ ວາຣາຫະ” ລຸ້ນເອື້ອຍໃນວົງການ Miss grand Thailand 2022 ໄດ້ໂພສຂໍ້ຄວາມເຖິງນາງວ່າ: “ຕັ້ງແຕ່ມື້ຄືນ ເອື້ອຍຍັງລຶບພາບມິສແກຣນ ກາລະສິນ ບໍ່ໄດ້ເລີຍ ຕາຕຶງຈິດ”. ເຊິ່ງທາງດ້ານ ດາດ້າ ເອງກໍເຂົ້າມາຕອບກັບໂພສດັ່ງກ່າວວ່າ “ຂໍໂທດທີ່ເຮັດໃຫ້ຕົກໃຈເອື້ອຍຟ້າ”, ເຊິ່ງອິງຟ້າກໍຕອບກັບວ່າ “ເອື້ອຍຊ້ອມຢູ່”. ສິ່ງນີ້ໄດ້ສ້າງບັນຍາກາດທີ່ໜ້າຮັກໃນໝູ່ແຟນນາງງາມຢ່າງຫຼາຍ. ໂມເມັ້ນດັ່ງກ່າວຍິ່ງຊ່ວຍຕອກຢໍ້າວ່າ ໂຊວຂອງນາງສາມາດສ້າງອິມແພັກໄດ້ແທ້ ເຖິງແມ້ວ່າ ຈະຢູ່ໃນຮອບທຳອິດຂອງການແຂ່ງຂັນກໍຕາມ.
ຮູ້ຈັກ “ດາດ້າ ດາຣາທອນ” ມິສແກຣນກາລະສິນ
ສຳລັບ “ດາດ້າ ດາຣາທອນ ຢູທອງ” ຜູ້ເຂົ້າປະກວດໝາຍເລກ MGT04 ແມ່ນອີກໜຶ່ງຕົວແທນທີ່ຖືກຈັບຕາມອງ ດ້ວຍບຸກຄະລິກທີ່ໝັ້ນໃຈ ແລະ ສະໄຕລ໌ການນຳສະເໜີທີ່ຊັດເຈນ.
- ປະຫວັດການສຶກສາ: ຮຽນຈົບຈາກໂຮງຮຽນສາທິດ ມະຫາວິທະຍາໄລຣາຊະພັດບ້ານສົມເດັດເຈົ້າພະຍາ.
- ລະດັບມະຫາວິທະຍາໄລ: ສຶກສາດ້ານພາສາອັງກິດ ແລະ ພາສາສາດ ຈາກມະຫາວິທະຍາໄລຣາມຄຳແຫງ.
- ຕົວຕົນໃນໂລກອອນລາຍ: ນອກຈາກຄວາມສາມາດເທິງເວທີ ນາງຍັງມີຕົວຕົນເທິງໂຊຊຽວທີ່ເປີດເຜີຍ ແລະ ເຂົ້າເຖິງງ່າຍ ເຮັດໃຫ້ແຟນໆ ສາມາດຕິດຕາມໄລຟ໌ສະໄຕລ໌ ແລະ ມຸມຕ່າງໆ ຂອງນາງໄດ້ຫຼາຍຂຶ້ນ.
ການສະແດງໃນຄັ້ງນີ້ເຮັດໃຫ້ “ມິສແກຣນກາລະສິນ” ກາຍເປັນໜຶ່ງໃນຜູ້ເຂົ້າປະກວດທີ່ຖືກເວົ້າເຖິງຫຼາຍທີ່ສຸດໃນຊ່ວງເວລານີ້. ເຖິງແມ່ນວ່າຈະຍັງຢູ່ໃນຊ່ວງຕົ້ນຂອງການແຂ່ງຂັນ ແຕ່ກະແສຕອບຮັບທີ່ເກີດຂຶ້ນຖືເປັນແຮງສົ່ງສຳຄັນ. ຫຼາຍຄົນມອງວ່າເວທີນາງງາມຍຸກໃໝ່ເປີດກວ້າງຫຼາຍຂຶ້ນສຳລັບຄວາມແຕກຕ່າງ ແລະ ຜູ້ເຂົ້າປະກວດທີ່ກ້າສະແດງອອກຢ່າງມີເອກະລັກ ກໍມີໂອກາດສ້າງພື້ນທີ່ຂອງຕົວເອງໄດ້ບໍ່ຍາກ.
ການປາກົດຕົວຂອງ “ດາດ້າ ດາຣາທອນ” ໃນຮອບພຣີລິມ Miss Grand Thailand 2026 ກາຍເປັນຈຸດປ່ຽນທີ່ເຮັດໃຫ້ນາງຖືກຈັບຕາມອງໃນທັນທີ. ດ້ວຍສະໄຕລ໌ທີ່ໂດດເດັ່ນ ແລະ ແຕກຕ່າງ ເຖິງແມ່ນວ່າຈະມີທັງສຽງຊື່ນຊົມ ແລະ ວິຈານ ແຕ່ກໍປະຕິເສດບໍ່ໄດ້ວ່ານາງສາມາດສ້າງ “ພາບຈຳ” ໃຫ້ຜູ້ຊົມໄດ້ຢ່າງຊັດເຈນ.

ນອກຈາກການເຕັ້ນຮິບຮອບແລ້ວ ໃນຮອບຊຸດລອຍນໍ້າ ດາດ້າກໍມາພ້ອມກັບທ່ວງທ່າທີ່ບໍ່ຄືໃຜ. ນາງຍ່າງແບບໝັ້ນໃຈ ແລະ ໂຊຄວາມແຂງແກ່ນຂອງມັດກ້າມຊີ້ນ ດ້ວຍການກະໂດດລົງໄປນັ່ງໄຂວ່ຫ້າງເທິງເກີບສົ້ນສູງ, ຫັນຫຼັງໃຫ້ຜູ້ຊົມແລ້ວສະບັດກົ້ນໃຫ້ເຫັນກ້າມຊີ້ນແບບຈັດເຕັມ, ປິດທ້າຍດ້ວຍການເບັ່ງກ້າມ ແລະ ຂະຫຍັບໜ້າເອິກທັກທາຍທຸກຄົນຢູ່ລຸ່ມເວທີ.
ຖືໄດ້ວ່າການນຳສະເໜີຕົວເອງຂອງນາງ ເປັນການສະແດງພາບລັກໃໝ່ໆ ຂອງຜູ້ເຂົ້າປະກວດນາງງາມ ທີ່ເຕັມໄປດ້ວຍຄວາມກ້າທີ່ຈະຈີກກອບເດີມໆ ພ້ອມທັງນຳສະເໜີຄວາມເປັນຍິງທີ່ແຂງແກ່ນ ແລະ ມີຄວາມມ່ວນຊື່ນໃນຕົວເອງ. ນາງໃຊ້ຮ່າງກາຍສື່ສານເຖິງຄວາມແຂງແຮງຂອງນັກເຕັ້ນທີ່ຕ້ອງໃຊ້ກ້າມຊີ້ນຢ່າງໜັກ ປ່ຽນເວທີນາງງາມໃຫ້ກາຍເປັນພື້ນທີ່ສະແດງສັກກາຍະພາບທາງຮ່າງກາຍ ແທນທີ່ຈະເປັນພຽງການຍ່າງໂຊທ່ວງທ່າ ຫຼື ສັດສ່ວນຕາມມາດຕະຖານເດີມເທົ່ານັ້ນ.
ບໍ່ພຽງແຕ່ເທົ່ານັ້ນ, ເມື່ອຕິດຕາມຜ່ານໂຊຊຽວມີເດຍຂອງນາງ ກໍຈະເຫັນໄດ້ຊັດເຈນວ່ານາງເປັນຄົນທີ່ມີອາລົມຂັນ ແລະ ຍັງເປັນນັກຫຼິ້ນເກມ Roblox ຕົວຢົງ. ນາງຍັງໄດ້ເຮັດຄລິບແຊວຕົວເອງໄວ້ວ່າ: “ນາງງາມທີ່ບ້າໂຣບັອກ (Roblox) ຂະໜາດນີ້ ເປັນຂອງທ່ານເດີ້” ເຊິ່ງສະແດງໃຫ້ເຫັນພາບຄວາມເປັນຄົນຮຸ່ນໃໝ່ທີ່ເຂົ້າເຖິງງ່າຍ ແລະ ເຮັດໃຫ້ຜູ້ຊົມຮູ້ສຶກໃກ້ຊິດຕົວນາງຫຼາຍຂຶ້ນ. ນອກຈາກຄວາມສາມາດທາງຮ່າງກາຍ ແລະ ອາລົມຂັນແລ້ວ ນາງຍັງສາມາດສື່ສານພາສາອັງກິດໄດ້ເປັນຢ່າງດີອີກດ້ວຍ.

ລ່າສຸດຫຼັງຈາກທີ່ກາຍເປັນໄວຣໍລ, ນາງໄດ້ບອກເລົ່າຜ່ານແອັກເຄົາຕິກຕັອກ (TikTok) ຂອງຕົນເອງທີ່ໃຊ້ຊື່ວ່າ ‘ເຈ້ດາດ້າ ມິສແກຣນກາລະສິນ’ ເປັນພາສາອັງກິດເພື່ອສື່ສານກັບຜູ້ຊົມຊາວຕ່າງຊາດໂດຍສະເພາະ ໂດຍເລີ່ມຕົ້ນແບບຕິດລົກວ່າ: “ທຸກຄົນ, ຂ້ອຍຄິດວ່ານີ້ຮອດເວລາທີ່ພວກເຈົ້າຈະໄດ້ເຮັດຄວາມຮູ້ຈັກກັບຂ້ອຍແລ້ວ. ກ່ອນອື່ນເລີຍ, ກາລະສິນ ແມ່ນຊື່ຈັງຫວັດທີ່ຂ້ອຍເປັນຕົວແທນໃນການປະກວດ ສະນັ້ນຢ່າເອີ້ນຂ້ອຍວ່າ ກາລະສິນ ອີກເດີ້, ຂ້ອຍຊື່ ດາດ້າ ຄ່າ”
ແລະ ນາງຍັງເສີມອີກວ່າ: “ຫຼາຍຄົນສົງໄສກ່ຽວກັບພາສາອັງກິດຂອງຂ້ອຍ. ຂ້ອຍຮຽນຈົບດ້ານມະນຸດສາດ ເອກພາສາອັງກິດ ຈາກມະຫາວິທະຍາໄລຣາມຄຳແຫງຄ່າ” ເຊິ່ງເຮັດໃຫ້ຜູ້ຊົມຫຼາຍຄົນໄດ້ເຫັນສັກກາຍະພາບຂອງບັກດິດຈາກຮົ້ວຣາມຄຳແຫງ ທີ່ສາມາດໃຊ້ພາສາອັງກິດໄດ້ດີບໍ່ແພ້ໃຜ.
ດາດ້າ-ດາຣາທອນ ກຳລັງຈະມີອາຍຸຄົບ 27 ປີ ໃນເດືອນສິງຫາທີ່ຈະຮອດນີ້. ປັດຈຸບັນນາງເຮັດອາຊີບແດນເຊີ (Dancer) ເປັນຫຼັກ ທັງເຕັ້ນເທິງເວທີຄອນເສີດຕ່າງໆ ແລະ ໃນມິວສິກວິດີໂອ. ສຸດທ້າຍນາງຍັງໄດ້ສ້າງແຮຊແທັກ (Hashtag) ຂຶ້ນມາເພື່ອໃຫ້ທຸກຄົນຕິດຕາມນາງໄດ້ ນັ້ນຄື #DADAmahaDIVA ໃຜທີ່ສົນໃຈລອງເຂົ້າໄປເບິ່ງແຮຊແທັກນີ້ເພື່ອຕິດຕາມນາງກັນໄດ້ເລີຍ.
ຈາກນີ້ຕ້ອງຕິດຕາມຕໍ່ວ່າເສັ້ນທາງເທິງເວທີຂອງນາງຈະໄປໄດ້ໄກສໍ່າໃດ ທ່າມກາງການແຂ່ງຂັນທີ່ເຂັ້ມຂຸ້ນ ແລະ ສາຍຕາຂອງແຟນນາງງາມທົ່ວປະເທດ ເຊິ່ງໃຜຢາກຕິດຕາມນາງໃນຊີວິດປະຈຳວັນ ສາມາດຕິດຕາມໄດ້ທີ່:
- Facebook: Darathorn Yoothong
- Instagram: @dadakerema



