|
Getting your Trinity Audio player ready...
|
ມື້ນີ້ ກັອດຈິ ຈະມາແນະນຳເກມໃຫ້ທຸກຄົນລອງໄປຫຼິ້ນເບິ່ງເດີ ສຳລັບຄົນທີ່ມັກເກມແບບສະບາຍໆ ແລະ ມັກພາບງາມໆນີ້ຕ້ອງຮັກເລີຍແຫຼະ ແລະ ເກມນີ້ກໍມີຊື່ວ່າ Heartopia ກຳລັງເປັນກະແສສຳລັບສາຍເກມຢູ່.
ສຳລັບຄົນທີ່ມັກຫຼິ້ນເກມ ຫຼື ຄົນທີ່ຢາກລອງເກມແນວໃຊ້ຊີວິດໃນເມືອງແຫ່ງຄວາມຝັນທີ່ແສນໜ້າຮັກ ໂດຍສາມາດສ້າງບ້ານຕາມໄອເດຍຂອງເຮົາເອງ, ເຮັດກິດຈະກຳຜ່ອນຄາຍເກັບເຫັດ-ປູກຜັກ ແລະ ພົບປະໝູ່ເພື່ອນໃນເກມໄດ້ ເຊິ່ງເກມນີ້ກໍຖືວ່າຕອບໂຈດເພາະມີຫຼາຍ Server ທັງ ເອເຊຍ, ຈີນ ແລະ ຍູໂຣບ.
Heartopia ໄດ້ເປີດໃຫ້ຫຼິ້ນທົ່ວໂລກຕັ້ງແຕ່ວັນທີ 8 ມັງກອນ ປີ 2026 ເປັນຕົ້ນມາ ແລະ ຖືວ່າເປັນເກມທີ່ມີຄວາມ Popular ຫຼາຍອີກເກມໜຶ່ງເລີຍກໍວ່າໄດ້ ເພາະໃນປັດຈຸບັນແມ່ນມີຜູ້ຫຼິ້ນຫຼາຍເຖິງ 5 ລ້ານບັນຊີທົ່ວໂລກ.
Heartopia ຍັງມີກິດຈະກຳທີ່ເຮົາມັກໃຫ້ເລືອກຫຼິ້ນຫຼາຍຢ່າງບໍ່ວ່າຈະເປັນ ການເຮັດສວນປູກຕົ້ນໄມ້, ຕຶກເບັດ, ແຕ່ງກິນ, ຊ່ອງເບິ່ງນົກ, ສະສົມແມງໄມ້, ລ້ຽງແມວ ແລະ ລ້ຽງໝາ 🐱🐶
ພາຍໃນເມືອງ, ເຮົາສາມາດພົບປະກັບຕົວລະຄອນ NPC ໃນເມືອງ, ສາມາດເວົ້າລົມ ແລະ ສ້າງມິດພາບໄດ້, ພ້ອມທັງໄດ້ເຈິກັບຜູ້ຫຼິ້ນຕົວຈິງ ຫຼື ຖ້າຢາກຫຼິ້ນຄົນດຽວກໍສາມາດປັບລະດັບການໂຕ້ຕອບໄດ້ຕາມຕ້ອງການເລີຍ.
ຈຸດເດັ່ນຂອງເກມ Heartopia
- ອິດສະລະໃນການອອກແບບ: ສາມາດອອກແບບເຮືອນຕາມໃຈຜູ້ຫຼິ້ນ ແລະ ສາຍແຕ່ງໂຕແຟຊັນກໍມີຊຸດໃຫ້ປ່ຽນຫຼາຍສະໄຕລ໌.
- ມີກິດຈະກຳທີ່ຫຼາກຫຼາຍ (Diverse Hobbies): ມີລະບົບການຮຽນຮູ້ສາມາດພັດທະນາທັກສະໃນການເຮັດສວນ, ແຕ່ງກິນ ຫຼື ຕຶກເບັດ ເພື່ອປົດລັອກໄອເທັມພິເສດ.
- ມີລະບົບລ້ຽງສັດ: ສັດລ້ຽງໃນເກມນີ້ບໍ່ໄດ້ມີໄວ້ເພື່ອຢູ່ບ້ານຊື່ໆ ແຕ່ສາມາດໂຕ້ຕອບ, ໃຫ້ອາຫານ, ອາບນ້ຳ ແລະ ພານ້ອງໝາ-ນ້ອງແມວໄປຍ່າງຫຼິ້ນ ໃນເມືອງໄດ້.
- ຜ່ອນຄາຍ ບໍ່ເນັ້ນການແຂ່ງຂັນ: ເກມຖືກອອກແບບມາໃຫ້ຜູ້ຫຼິ້ນຊ່ວຍເຫຼືອກັນ ຫຼື ນັ່ງຫຼິ້ນນຳກັນແບບສະບາຍໆ ໂດຍບໍ່ມີລະບົບຈັດອັນດັບ (Ranking) ທີ່ກົດດັນ, ສາມາດເລືອກໄດ້ວ່າຈະໄປຈໍ້ແຈ້ກັບໝູ່ໃນເມືອງ ຫຼື ຈະປິດໂໝດການໂຕ້ຕອບເພື່ອຢູ່ຄົນດຽວໃນໂລກສ່ວນໂຕກໍໄດ້.
- ພາບ ແລະ ບັນຍາກາດ: ກຣາຟິກຂອງເກມມາໃນໂທນສີທີ່ນຸ່ມນວນ (Pastel Tone) ແລະ ມີເພງປະກອບທີ່ຟັງແລ້ວຮູ້ສຶກຜ່ອນຄາຍ ເໝາະສຳລັບການຫຼິ້ນເພື່ອຟື້ນຟູຈິດໃຈຫຼັງຈາກເຮັດວຽກ ຫຼື ຮຽນມາເມື່ອຍໆ.
Heartopia ເໝາະສຳລັບຄົນທີ່ຢາກຫຼິ້ນເກມທີ່ເນັ້ນຄວາມຜ່ອນຄາຍມີພາບງາມໆ ແນວອົບອຸ່ນລະມຸນຕາ, ບໍ່ກົດດັນ, ມັກການຕົກແຕ່ງບ້ານ ແລະ ແຕ່ງໂຕລະຄອນ, ເປັນເກມຟຣີທີ່ໃຫ້ພວກເຮົາໄດ້ທົດລອງຫຼິ້ນ ສາມາດດາວໂຫຼດມາຫຼິ້ນໄດ້ທັງລະບົບ Android, iOS ແລະ PC.