ຊ່ວງນີ້ເວລາທີ່ກົດເຂົ້າໄປໜ້າ TikTok ເທື່ອໃດ ພໍໄດ້ເລື່ອນໜ້າຈໍໂທລະສັບກໍຈະເຫັນເພງໜຶ່ງທີ່ຮູ້ສຶກວ່າຟັງແລ້ວຕິດຫູ ດ້ວຍທີ່ດົນຕີມີຄວາມແປກໃໝ່ສົດໃສ ເຮັດໃຫ້ຕ້ອງໄດ້ໄປຫາຟັງແບບເຕັມໆ ແລະ ເພງນັ້ນຊື່ວ່າ GO! ຈາກສິລະປິນນ້ອງໃໝ່ວົງ CORTIS (ຄໍຕິສ) ນັ້ນເອງ.
ບໍ່ແປກໃຈເລີຍວ່າເປັນຫຍັງກະແສກໍຍັງມາແຮງຈົນຮອດຕອນນີ້ ເພາະນອກຈາກຄວາມເກັ່ງຮອບດ້ານແລ້ວ, ພວກເຂົາຍັງມີຄວາມກ້າທີ່ຈະເຮັດໃນສິ່ງທີ່ມັກ ແລະ ໂປຣດິວເພງເອງ ໂດຍການລົງມື້ເຮັດທຸກຂັ້ນຕອນ ລວມທັງເຮັດໃຫ້ສຸດທາງໃຊ້ຄວາມຄິດສ້າງສັນຂອງຕົນເອງມາປະກອບເຂົ້າເພື່ອຜະລິດຜົນງານອອກມາໃຫ້ເຮົາໄດ້ຊື່ນຊົມ ແລະ ຜົນລັບໃນການເຮັດນັ້ນມັນກໍອອກມາດີແບບຄາດບໍ່ເຖິງເລີຍ. ສິ່ງເຫຼົ່ານີ້, ໄດ້ເຮັດໃຫ້ຄົນຟັງຮູ້ສຶກປະທັບໃຈ ແລະ ມ່ວນ ເອງກໍຢາກນຳມາເລົ່າຕໍ່ໃຫ້ທຸກຄົນຟັງ.
ມື້ນີ້ ມ່ວນ ເລີຍຢາກຊວນທຸກຄົນມາສ່ອງກຸ່ມສິລະປິນຊາຍນ້ອງໃໝ່ຈາກເກົາຫຼີໃຕ້ກຸ່ມນີ້. ພວກເຂົາເປັນຕົວແທນຄວາມສົດໃສ, ພະລັງງານບວກ ແລະ ຄວາມຄິດສ້າງສັນ ທີ່ມາພ້ອມກັບການແບກຄວາມສາມາດມາແໜ້ນສຸດໆ. ພວກເຂົາຖືວ່າເປັນມ້າມືດໃນວົງການເພງ K-POP ຂອງ Gen 5 ໃນຝັ່ງຜູ້ຊາຍເລີຍກໍວ່າໄດ້ ແລະ ຕ້ອງຂໍບອກເລີຍວ່າພໍໄດ້ຮູ້ຈັກ ກໍຕ້ອງຮູ້ສຶກຕົກຂຸມຮັກພວກເຂົາກັນແນ່ນອນ. ລອງມາເບິ່ງນຳກັນຕື່ມວ່າຈະມີສະມາຊິກຄົນໃດທີ່ສາມາດຊື້ໃຈທຸກຄົນໄດ້ແດ່.
CORTIS ປະກອບດ້ວຍ 5 ສະມາຊິກໜຸ່ມຄື: Martin, James, Juhoon, Seonghyeon, ແລະ Keonho. ພວກເຂົາແມ່ນສິລະປິນສັງກັດໃນຄ້າຍ BIGHIT MUSIC ແລະ ຍັງເປັນຮຸ່ນນ້ອງພາຍໃນຄ້າຍດຽວກັນກັບສິລະປິນດັງລະດັບໂລກ ເຊັ່ນ: BTS ແລະ TOMORROW X TOGETHER. ພໍໄດ້ຍິນຂ່າວນີ້ສາວົກ K-POP ຢ່າງພວກເຮົາກໍສຸດແສນຈະຍິນດີ ແລະ ດີໃຈ ເພາະທາງຄ້າຍເອງຫາກໍໄດ້ເດບິວວົງບອຍແບນອອກມາໃນຮອບ 6 ປີ.
ໃນວັນທີ 10 ສິງຫາ 2025 ທີ່ຜ່ານມາ, ພວກເຂົາໄດ້ປ່ອຍເພງກ່ອນເດບິວ (Pre-release) ທີ່ມີຊື່ວ່າ GO! ອອກມາ ແລະ ເຮັດໃຫ້ເພງນີ້ກາຍເປັນກະແສທີ່ຄົນເວົ້າເຖິງກັນຫຼາຍໃນອອນລາຍ ແລະ ໃນໄລຍະເວລາພາຍໃນ 24 ຊົ່ວໂມງ ເພງນີ້ກໍມີຍອດຄົນເບິ່ງສູງເຖິງ 1.8 ລ້ານວິວ ໂດຍສະມາຊິກທຸກຄົນໄດ້ສະແດງຄວາມສາມາດມີສ່ວນຮ່ວມໃນການແຕ່ງເພງ ແລະ ລົງມືເຮັດເອງທຸກຂັ້ນຕອນ.
ສຳລັບເພງ GO! ຍັງບໍ່ແມ່ນເພງເດບິວຂອງພວກເຂົາເທື່ອ ເພາະຫຼັງຈາກນັ້ນໃນວັນທີ 18 ສິງຫາ 2025 ພວກເຂົາກໍໄດ້ປ່ອຍເພງເດບິວຢ່າງເປັນທາງການອອກມາຊື່ວ່າ What You Want ເພງນີ້ເປັນເພງຕົ້ນໃນອາລະບຳ “COLOR OUTSIDE THE LINES” ແລະ ຕໍ່ມາກໍປ່ອຍເພງທີ 3 ອອກມາຢ່າງຕໍ່ເນື່ອງຄືເພງ FaSHioN ເຊິ່ງເພງທັງໝົດທີ່ປ່ອຍອອກມາໃຫ້ໄດ້ຟັງໃນຕອນນີ້, ແມ່ນເຜີຍໃຫ້ເຫັນເຖິງແນວທາງຂອງວົງໃຫ້ເຫັນພາບຢ່າງຊັດເຈນ ທີ່ພວກເຂົາມີຄວາມຄິດອອກນອກກອບໃນດ້ານດົນຕີທີ່ໜ້າສົນໃຈຫຼາຍ.
ນອກຈາກນີ້, ພວກເຂົາຍັງໄດ້ເຮັດໃຫ້ພວກເຮົາເຫັນເຖິງພາບລັກ ແລະ ໄດ້ຂ້າມຂີດຈຳກັດໃໝ່ໆໃນວົງການເພງ K-POP ແລະ ຄວາມສົດໃໝ່ທີ່ມີເອກະລັກຂອງການປະສົມປະສານດົນຕີແນວ Hip-Hop, Synthpop ແລະ Minimal Trap Beat ທີ່ແຕກຕ່າງຈາກວົງອື່ນໆໃນວົງການເພງເກົາຫຼີ.
ຄວາມໝາຍຊື່ CORTIS
ຊື່ວົງ CORTIS ແມ່ນເປັນການປະສົມປະສານຕົວສະກົດ 6 ໂຕຈາກປະໂຫຍກ COLOR OUTSIDE THE LINES ທີ່ມີຄວາມໝາຍວ່າ “ການລະບາຍສີນອກເສັ້ນ” ທີ່ສື່ໃຫ້ເຫັນເຖິງຄວາມຄິດສ້າງສັນຂອງພວກເຂົາທີ່ລົ້ນຈົນເກີນຂອບເຂດທີ່ໂລກກໍາໜົດໄວ້ ຫຼື ອີກຄວາມໝາຍໜຶ່ງຄື ຊື່ນີ້ຍັງໄດ້ສະທ້ອນຕົວຕົນຂອງພວກເຂົາທີ່ໄດ້ຖ່າຍທອດເລື່ອງລາວທຸກສິ່ງທຸກຢ່າງຕັ້ງແຕ່ ການແຕ່ງເພງ, ແນວດົນຕີ, ທ່າເຕັ້ນ, ແນວທາງຂອງວົງ ໄປຈົນຮອດເນື້ອຫາໃນວິດີໂອທີ່ພວກເຂົາຄິດດ້ວຍຕົວພວກເຂົາເອງ.

ພາບ: COR | BIGHIT MUSIC
ເປີດປະຫວັດສະມາຊິກ CORTIS
ຜົນງານຂອງພວກເຂົາໄດ້ຮັບການຍອມຮັບຢ່າງຈາກຄົນຟັງເພງ ຈົນເຮັດໃຫ້ໄວຣັລຕິດເປັນກະແສ ແລະ ເຮັດໃຫ້ວົງການ K-POP ກັບມາມີສີສັນອີກຄັ້ງ, ພວກເຂົາຍັງກາຍເປັນໜຶ່ງໃນວົງດົນຕີທີ່ຖືກຈັບຕາເບິ່ງຫຼາຍທີ່ສຸດໃນເວລານີ້ ແລະ ແນ່ນອນວ່າ ມ່ວນ ຈະພາດບໍ່ໄດ້ເລີຍໃນການໄປຊອກ, ໄປຄົ້ນຫາ ນຳສິ່ງດີໆມາຝາກໃຫ້ທຸກຄົນໄດ້ຮູ້ຈັກກັບໜຸ່ມໆວົງ CORTIS ກັນຫຼາຍຂຶ້ນ.
MARTIN – CORTIS
ເລີ່ມຕົ້ນທີ່ສະມາຊິກຄົນທຳອິດເລີຍທີ່ ຫົວໜ້າວົງ CORTIS ຜູ້ທີ່ມີບຸກຄະລິກສົດໃສ ແລະ ສຽງດັງທີ່ສຸດໃນວົງ. ລາວມີຊື່ວ່າ Martin (ຊື່ເຕັມ Martin Edwards Park) ເກີດວັນທີ 20 ມີນາ 2008, ເປັນລູກຊອດແຄນາດາ – ເກົາຫຼີໃຕ້. ລາວເປັນຄົນທີ່ມີຄວາມສາມາດຮອບດ້ານທັງການເຕັ້ນ, ຮ້ອງ, ແຕ່ງເພງ ແລະ ຍັງສາມາດໂປຣດິວເພງ ເຊິ່ງໃນອາລະບຳທຳອິດຂອງພວກເຂົາ Martin ໄດ້ມີສ່ວນຮ່ວມໃນການແຕ່ງ ແລະ ໂປຣດິວຫຼາຍເຖິງ 5 ເພງ ແລະ ມີສ່ວນຮ່ວມອອກແບບທ່າເຕັ້ນໃນເພງ Go! ອີກດ້ວຍ.

ພາບ: martin.cortis
JAMES – CORTIS
ສະມາຊິກຄົນທີ່ສອງທີ່ຫຼາຍຄົນຄົງຄຸ້ນໜ້າຄຸ້ນຕາກັນຢູ່ແລ້ວ ເພາະລາວເຄີຍເປັນເດັກຝຶກຂອງກຸ່ມ Trainee A ມາກ່ອນ, James ຫຼື Zhao Yu Fan ເກີດວັນທີ 14 ຕຸລາ 2005, ລູກຊອດໄທ-ຈີນ (ຮົງກົງ). ເປັນອ້າຍໃຫຍ່ຂອງວົງ ແລະ ຍັງເປັນຄົນທີ່ມີໄອເດຍຫຼາຍຈົນຖືກຍົກໃຫ້ເປັນ “ສາງໄອເດຍຂອງວົງ”. ລາວຍັງເປັນຜູ້ທີ່ມີຄວາມສາມາດຮອບດ້ານອີກຄົນໜຶ່ງໃນວົງ ໂດຍມີສ່ວນຮ່ວມໃນການໂປຣດິວເພງໃນອາລະບຳຂອງວົງ 5 ເພງ, ຮ່ວມແຕ່ງອີກ 3 ເພງ ແລະ ຍັງສາມາດເວົ້າໄດ້ຫຼາຍພາສາທັງ ເກົາຫຼີ, ຈີນ, ອັງກິດ, ໄທ ແລະ ຍີ່ປຸ່ນ (ເວົ້າໄດ້ໜ້ອຍໜຶ່ງ).

ພາບ: james__cortis
JUHOON – CORTIS
ສະມາຊິກຄົນທີ 3 ຜູ້ທີ່ມີຄວາມອົບອຸ່ນ Juhoon (ຊື່ເຕັມ Kim Ju Hoon) ເກີດວັນທີ 3 ມັງກອນ 2008 ຈາກເມືອງ Soul ປະເທດ ເກົາຫຼີໃຕ້. ເປັນຄົນທີ່ມັກໃສ່ໃຈຖາມສະມາຊິກທຸກມື້ວ່າຈະກິນຫຍັງ ແລະ ຍັງເປັນຄົນທີ່ກິນເກັ່ງທີ່ສຸດໃນວົງ. ລາວແມ່ນສູນລວມຂອງວົງ ເພາະມັກທີ່ຈະສະຫຼຸບຄວາມຄິດເຫັນຂອງສະມາຊິກໃຫ້ເປັນກ້ອນດຽວກັນ, ມີສ່ວນຮ່ວມໃນການແຕ່ງ 4 ເພງໃນອາລະບຳ ລວມເຖິງໄດ້ຮ່ວມໂປຣດິວທຸກເພງ ແລະ ອອກແບບທ່າເຕັ້ນເພງ GO!

ພາບ: juhoon.cortis
SEONGHYEON – CORTIS
ມາຕໍ່ກັນທີ່ Seong Hyeon (ຊື່ເຕັມ Eom Seong Hyeon) ເກີດວັນທີ 13 ມັງກອນ 2009 ທີ່ເມືອງ Daejeon ປະເທດ ເກົາຫຼີໃຕ້. ລາວເປັນເດັກຝຶກຢູ່ທີ່ຄ້າຍມາເຖິງ 5 ປີ, ມີພອນສະຫວັນດ້ານການຮ້ອງ ແລະ ເຕັ້ນ, ເປັນນັກແຕ່ງເພງຕັ້ງແຕ່ສະໄໝເປັນເດັກຝຶກທີ່ມີຜົນງານຫຼາຍກວ່າ 100 ເພງ, ຍັງໄດ້ຮ່ວມອອກແບບທ່າເຕັ້ນເພງ GO! ແລະ ມີສ່ວນຮ່ວມແຕ່ງເພງໃນອາລະບຳທັງ 5 ເພງ.

ພາບ: seonghyeon.cortis
KEONHO – CORTIS
ສະມາຊິກນ້ອງນ້ອຍຄົນສຸດທ້າຍ Keonho (ຊື່ເຕັມ Ahn Keon Ho) ເກີດວັນທີ 14 ກຸມພາ 2009 ຈາກ Gyeonggi-do ປະເທດ ເກົາຫຼີໃຕ້. ລາວເປັນຄົນທີ່ມີສະເໜ່ດ້ວຍໂທນສຽງທີ່ເປັນເອກະລັກ, ໂດດເດັ່ນໃນເວລາສະແດງເທິງເວທີ ແລະ ໃນຊ່ວງເວລາການໃຊ້ຄວາມຄິດສ້າງສັນຜົນງານ. ລາວຍັງໄດ້ຮ່ວມອອກແບບທ່າເຕັ້ນເພງ GO! ແລະ ແຕ່ງເພງຫຼາຍເຖິງ 4 ເພງ ພ້ອມທັງໄດ້ໂປຣດິວທັງອາລະບຳຂອງ COLOR OUTSIDE THE LINES.

ພາບ: keonho.cortis