BTS ກັບມາທວງບັນລັງໃນເພງໃໝ່ 2.0 ພ້ອມສ້າງມາດຕະຖານໃນຖານະສິລະປິນລະດັບໂລກ

ແບ່ງປັນ

BTS ກັບມາທວງບັນລັງໃນເພງໃໝ່ 2.0 ພ້ອມສ້າງມາດຕະຖານໃນຖານະສິລະປິນລະດັບໂລກ

02 April 2026 7

Highlights

  • ເປັນການກັບມາທີ່ຍິ່ງໃຫຍ່ກວ່າເກົ່າຂອງ BTS ໃນເວີຊັນ 2.0 ເພື່ອທວງຄືນຕຳແໜ່ງ ແລະ ຄວາມສຳເລັດໃນວົງການດົນຕີ.
  • ການນຳສະເໜີພາບລັກທີ່ສົດໃໝ່ ແລະ ຊົງພະລັງ ເພື່ອກ້າວຂ້າມທຸກຂີດຈຳກັດທີ່ມີເພື່ອກ້າວສູ່ລະດັບໂລກ.
  • ການສ້າງມາດຕະຖານໃໝ່ ແລະ ເດັດຂາດໃນການກຳຈັດອຸປະສັກ ຖິ້ມສິ່ງເກົ່າໆທີ່ບໍ່ມີປະໂຫຍດ ເພື່ອເປີດທາງໃຫ້ໂຕຕົນໃໝ່ໄດ້ເຂົ້າມາແທນ.


ເພງ 2.0 ຂອງວົງ BTS ບໍ່ໄດ້ເປັນພຽງແຕ່ການຕັ້ງຊື່ຕາມຕົວເລກທຳມະດາ, ແຕ່ມັນຄືການປະກາດກ້ອງກັງວານໄປທົ່ວໂລກ. ນີ້ຄືການເລີ່ມຕົ້ນເຂົ້າສູ່ຍຸກສະໄໝໃໝ່ທີ່ເຕັມໄປດ້ວຍຄວາມໝັ້ນໃຈໃນສັກກະຍະພາບທີ່ຜ່ານມາ, ພວກເຂົາກັບມາເພື່ອທວງຄືນບັນລັງຄວາມສຳເລັດໃນເສັ້ນທາງດົນຕີທີ່ເປັນຂອງພວກເຂົາ ແລະ ພ້ອມກ້າວຂ້າມຂີດຈຳກັດສູ່ເວີຊັນທີ່ສົມບູນແບບກວ່າເກົ່.

ເພງນີ້ເຮັດໃຫ້ເຮົາໄດ້ເຫັນເຖິງການພັດທະນາໃນຮູບແບບໃໝ່ເຖິງວິວັດທະນາການທີ່ບໍ່ມີວັນສິ້ນສຸດ ເຊິ່ງ BTS ໄດ້ຍົກລະດັບໂຕເອງຂຶ້ນສູ່ຮູບແບບໃໝ່ທີ່ນຳສະເໝີພາບລັກອັນສົດໃໝ່, ແຂງແກ່ນ ແລະ ຊົງພະລັງກວ່າທີ່ເຮົາເຄີຍເຫັນມາ.

ມັນຄືການທຳລາຍກຳແພງ ກ້າວຂ້າມຂີດຈຳກັດເກົ່າໆທີ່ເຄີຍຜູກມັດພວກເຂົາໄວ້ ແລະ BTS ຈະພິສູດໃຫ້ເຫັນຕື່ມວ່າຈຸດສູງສຸດຂອງພວກເຂົາແມ່ນຍັງຢູ່ໄກກວ່າທີ່ໃຜຈະຈິນຕະນາການໄດ້.

ນອກຈາກນີ້, ຍັງມີການໃຊ້ຄຳເວ້າໃນເນື້ອຫາເພງທີ່ມີຄວາມໝາຍເດັດຂາດ, ການໃຊ້ຄຳເວົ້າທີ່ຊັດເຈນໃນເພງທີ່ມີຄວາມໝາຍທີ່ຈະກຳຈັດອຸປະສັກ ແລະ ສິ່ງກີດຂວາງຕ່າງໆ ປຽບຄືການປັດກວາດຂີ້ເຫຍື້ອ ຫຼື ສິ່ງທີ່ບໍ່ມີປະໂຫຍດໃນອະດີດອອກໄປໃຫ້ໝົດ.

ເພງ 2.0 ຈຶ່ງບໍ່ແມ່ນການເລີ່ມຕົ້ນໃໝ່ແບບທຳມະດາ ແຕ່ແມ່ນການລົບລ້າງມາດຕະຖານຂອງວົງການດົນຕີໂລກຄືນໃໝ່ ເພື່ອເປີດທາງໃຫ້ໂຕເອງໃນເວີຊັນທີ່ດີທີ່ສຸດ.

Army ທຸກຄົນພ້ອມແລ້ວບໍ່ທີ່ຈະເຫັນການປ່ຽນແປງໃໝ່ໆຂອງ BTS ແລະ ຮ່ວມເດີນທາງໄປສູ່ຍຸກສະໄໝທີ່ຮຸ່ງເຮືອງທີ່ສຸດນຳກັນ ສ່ວນ ມ່ວນຊວນຟັງ ນັ້ນຈະໄປປັ່ນວິວຕໍ່ກ່ອນແລ້ວເດີ.

ອ່ານຕື່ມ:  5 ຄວາມລັບທີ່ເຊື່ອງຢູ່ໃນ MV ເພງ The Fate of Ophelia ຂອງ Taylor Swift

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.