ໜ້າຫຼັກ Muan Specialty The Marketing Renaissance ເສບຄອນເທັນບໍ່ມີໂຫຍດຈົນສະໝອງເນົ່າ – Brain Rot ກາຍເປັນຄຳສັບແຫ່ງປີ ແລະ ສິ່ງທີ່ນັກການຕະຫຼາດຄວນຫຼີກເວັ້ນໃນການເຮັດຄອນເທັນ
The Marketing Renaissance

ເສບຄອນເທັນບໍ່ມີໂຫຍດຈົນສະໝອງເນົ່າ – Brain Rot ກາຍເປັນຄຳສັບແຫ່ງປີ ແລະ ສິ່ງທີ່ນັກການຕະຫຼາດຄວນຫຼີກເວັ້ນໃນການເຮັດຄອນເທັນ

ແບ່ງປັນ

ໃນແຕ່ລະມື້ ແຕ່ລະ day, ເຮົາໃຊ້ເວລາສະເລ່ຍເຖິງ 6 ຊົ່ວໂມງ 36 ນາທີໃນໂລກອອນລາຍ, ອີງຕາມຂໍ້ມູນຈາກ Statista ແລະ ບາງເທື່ອເຮົາອາດຈະເປັນສ່ວນໜຶ່ງໃນການເບິ່ງວິດີໂອ Reels ໃນ Instagram ທີ່ຍອດລວມທົ່ວໂລກຢູ່ທີ່ 150,000 ລ້ານວິວຕໍ່ມື້ ແລະ ຫຼາຍຄັ້ງເຮົາກໍໄຖໜ້່າຈໍເບິ່ງວິດີໂອສັ້ນ ຫຼື ຄອນເທັນທີ່ບໍ່ມີປະໂຫຍດແບບ non-stop ບໍ່ຍອມຫຼັບຍອມນອນ ຈົນເປັນທີ່ມາຂອງຄຳວ່າ Brain Rot.

ຄຳວ່າ Brain Rot ທີ່ແປວ່າ ‘ສະໝອງເນົ່າ’ ຫຼື ‘ສະໝອງເສື່ອມ’ ຖືກປະກາດໃຫ້ເປັນຄຳສັບແຫ່ງປີ 2024 ໂດຍ ສຳນັກພິມມະຫາວິທະຍາໄລອັອກຊ໌ຟອດ ເນື່ອງຈາກໃນບໍ່ເທົ່າໃດປີທີ່ຜ່ານມາ ຄຳສັບນີ້ຖືກກ່າວເຖິງເປັນວົງກວ້າງ ຄຽງຄູ່ກັບການມາຂອງກະແສການເຮັດຄອນເທັນປະເພດວິດີໂອສັ້ນ.

ຄຳສັບນີ້ເປັນຄຳທີ່ໃຊ້ເພື່ອອະທິບາຍຜົນກະທົບທີ່ເກີດຈາກການທີ່ຄົນເຮົາໃຊ້ເວລາເສບຄອນເທັນໃນໂລກອອນລາຍຫຼາຍເກີນໄປ ໂດຍສະເພາະຄອນເທັນທີ່ບໍ່ທ້າທາຍຄວາມຄິດ, ຄອນເທັນທີ່ບໍ່ມີຄຸນນະພາບ ເຊັ່ນ: ຄອນເທັນວິດີໂອສັ້ນ–ມີມ ຕ່າງໆທີ່ບໍ່ມີປະໂຫຍດ ເຊິ່ງບໍ່ໄດ້ນຳໄປສູ່ການສ້າງຄວາມຮູ້ ຫຼື ຄວາມຄິດສ້າງສັນ.

ເມື່ອເຮົາເສບຄອນເທັນເຫຼົ່ານີ້ເລື້ອຍໆ ແລະ ເປັນເວລາດົນນານ ຈຶ່ງເຮັດໃຫ້ເກີດການເສື່ອມຖອຍຂອງສະພາບຈິດໃຈ ຫຼື ສະຕິປັນຍາ ຈົນເປັນທີ່ມາຂອງຄຳວ່າ Brain Rot.

ໃນປີ 2023–2024 ຄຳວ່າ Brain Rot ມີການນຳໃຊ້ຫຼາຍຂຶ້ນເຖິງ 230% ໂດຍກຸ່ມຄົນສ່ວນໃຫຍ່ທີ່ໃຊ້ຄຳນີ້ເລື້ອຍຈະເປັນກຸ່ມ Gen Z ແລະ Gen Alpha ເພື່ອແຊວໂຕເອງ ວ່າໂຕເອງຫຼິ້ນໂຊຊຽວດົນເກີນໄປຈົນ Brain Rot ໝົດແລ້ວ.

ໃນແງ່ຂອງການເຮັດວຽກ ໂດຍສະເພາະການຕະຫຼາດ ຄຳນີ້ສະທ້ອນເຖິງທ່າອ່ຽງ, ທິດທາງ ຫຼື ຄວາມກັງວົນຂອງສັງຄົມກ່ຽວກັບເລື່ອງຕ່າງໆນຳ. ຕົວຢ່າງໃນປີ 2017 ຄຳສັບແຫ່ງປີໂດຍ American Dialect Society ແມ່ນ Fake News ທີ່ສະທ້ອນເຖິງຄວາມກັງວົນກ່ຽວກັບການສົ່ງຕໍ່ຂ່າວປອມໃນໂລກອອນລາຍ ຫຼື ໃນປີ 2019 ຄຳສັບແຫ່ງປີໂດຍ Oxford University Press ແມ່ນ Climate Emergency ທີ່ສະທ້ອນເຖິງຄວາມກັງວົນດ້ານສະພາບອາກາດຂອງໂລກ.

ອ່ານຕື່ມ:  "ໂດຍໄດ້" ຕອບຮັບວຽກ ແຕ່ບໍ່ເຂົ້າໃຈທີ່ຫົວໜ້າສັ່ງ ຄວນເຮັດແນວໃດດີ?

ສ່ວນໃນປີ 2024, ຄຳວ່າ Brain Rot ສະທ້ອນໃຫ້ເຫັນເຖິງຄວາມກັງວົນໃນການໃຊ້ເວລາໃນໂລກອອນລາຍຂອງຄົນເຮົາທີ່ຫຼາຍຈົນເກີນໄປ ເຊິ່ງໃນນັ້ນມີຄອນເທັ້ນຈຳນວນຫຼາຍກໍບໍ່ໄດ້ກໍ່ໃຫ້ເກີດປະໂຫຍດ ຫຼື ຄວາມຄິດສ້າງສັນ ເຮັດໃຫ້ເກີດການເສື່ອມຖອຍຂອງສະພາບຈິດໃຈ ແລະ ສະຕິປັນຍາ. ສິ່ງທີ່ເຮົາສາມາດເຮັດໄດ້ໃນຖານະນັກການຕະຫຼາດ ທ່າມກາງສະພາບແບບນີ້ແມ່ນ ຫຼີກເວັ້ນການເຮັດຄອນເທັ້ນທີ່ເຂົ້າຂ່າຍ Brain Rot ແລ້ວປ່ຽນໄປເຮັດຄອນເທັ້ນທີ່ໃຊ້ຄວາມຄິດສ້າງສັນ ແລະ ໃຫ້ຜູ້ຕິດຕາມໄດ້ຮັບປະໂຫຍດຫຼາຍຂຶ້ນ.

ອ່ານມາຮອດນີ້ ຫຼາຍຄົນອາດຈະຄິດວ່າ ຄົນເຮົາມາໃຊ້ໂຊຊຽວກໍເພື່ອຫຼີກໜີຈາກເລື່ອງທີ່ໜັກສະໝອງ ຫຼື ຊີຣຽສ ແລ້ວຍັງຈະມາໃຫ້ເສີບສິ່ງທີ່ເຂົາເຈົ້າບໍ່ມັກຮອດໜ້າຈໍເຂົາເຈົ້າອີກຢູ່ຫວາ?

ທາງອອກຂອງສິ່ງນີ້ແມ່ນ ຄອນເທັ້ນທີ່ຜະລິດອອກມາ ສາມາດເປັນຄອນເທັນແບບ Edutainment ເຊິ່ງເປັນຄອນເທັນທີ່ໃຫ້ທັງຄວາມບັນເທີງ ແລະ ຄວາມຮູ້ຄູ່ກັນ ເຊັ່ນ: ວິດີໂອສັ້ນສອນເຕັກນິກ ຫຼື ເຄັດລັບຕ່າງໆ, ວິດີໂອພາທ່ຽວແລ້ວສອດແຊກເລົ່າເລື່ອງລາວປະຫວັດສາດທີ່ຍ່ອຍງ່າຍ ຫຼື ຈະເປັນຄອນເທັນທີ່ໃຫ້ຄວາມຮູ້ດ້ານຕ່າງໆເຊັ່ນ ດ້ານການເງິນ ຫຼື ການພັດທະນາທັກສະ ທີ່ກຳລັງໄດ້ຮັບຄວາມສົນໃຈຫຼາຍຂຶ້ນຈາກກຸ່ມໄວໜຸ່ມຍຸກໃໝ່ທີ່ຢາກພັດທະນາໂຕເອງໃຫ້ດີຂຶ້ນ.

ການທີ່ແບຣນສາມາດຫຼີກລ່ຽງການສ້າງຄອນເທັນ Brain Rot ນອກຈາກຈະຫຼີກລ່ຽງການສ້າງຜົນກະທົບດ້ານລົບຕໍ່ກັບຜູ້ເສບຄອນເທັນແລ້ວ ຍັງສ້າງພາບລັກທີ່ດີໃຫ້ກັບແບຣນ ແລະ ເຮັດໃຫ້ລູກຄ້າຈົດຈຳແບຣນຂອງເຮົາໄດ້ດີຍິ່ງຂຶ້ນອີກດ້ວຍ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan SpecialtyWorking Tips

3 ຂັ້ນຕອນ: ກຽມໂຕແນວໃດ ກ່ອນໄປສຳພາດວຽກ

ເຈົ້າເຄີຍຮູ້ສຶກແບບນີ້ບໍ່? ຜູ້ຂຽນຍັງຈື່ໄດ້ສະໄໝຮຽນຈົບໃໝ່ໆ ບັນຍາກາດຕອນຍ່າງເຂົ້າໄປໃນຫ້ອງສຳພາດວຽກດ້ວຍຄວາມຕື່ນເຕັ້ນ ແລະ ໝັ້ນໃຈ ແຕ່ພໍເຈິຄຳຖາມທຳອິດທີ່ອາດຈະບໍ່ໄດ້ຄິດມາກ່ອນເທົ່ານັ້ນແຫຼະ, ຄວາມໝັ້ນໃຈທີ່ເຄີຍມີ ກໍກັບໄປບ້ານເກົ່າຈົນໝົດ. ຖ້າເຈົ້າຢາກກຽມພ້ອມໃຫ້ຄົບເຄື່ອງ, ລອງກຽມ 3 ຂັ້ນຕອນສຳຄັນນີ້...

Muan SpecialtyWorking Tips

“ຫົວໜ້າມັກສັ່ງແຕ່ວຽກດ່ວນ” ຂຸດສາເຫດທີ່ເຮັດໃຫ້ຫຼາຍຄົນ “ຄິດແຜນໄລຍະຍາວ” ຍາກ

ສາເຫດເລິກໆ ທີ່ຫົວໜ້າມັກສັ່ງມື້ນີ້ ຂໍມື້ແລງ ເຊື່ອວ່າຫຼາຍຄົນທີ່ໄດ້ເຂົ້າສູ່ວົງໂຄຈອນຂອງການເຮັດວຽກ ເຄີຍປະສົບບັນຫານີ້ ທັງໃນມູມຂອງພະນັກງານທີ່ໄດ້ຮັບແຕ່ວຽກດ່ວນທຸກມື້ ຫຼື ຈະເປັນໃນມູມຂອງເຈົ້າຂອງທຸລະກິດທີ່ລູກຄ້າຂໍສັ່ງວຽກແບບຈານດ່ວນປະຈຳ. ບັນຫາເຫຼົ່ານີ້ບາງເທື່ອບໍ່ແມ່ນຍ້ອນວ່າ “ຈັດການບໍລິຫານເວລາບໍ່ດີ”, ແຕ່ມັນອາດມາຈາກ ບັນຫາຂອງລະບົບຄວາມຄິດ...

Muan SpecialtyThe Marketing Renaissance

ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່

ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່ ບໍ່ວ່າຈະຜ່ານມາຈັກຍຸກສະໄໝ ໜຶ່ງສິ່ງໃນວົງການການຕະຫຼາດທີ່ຢູ່ເໜືອການເວລາ ແລະ ຖືກພິສູດມາຫຼາຍຕໍ່ຫຼາຍຄັ້ງແລ້ວວ່າ ສາມາດສ້າງຜົນລັບໄດ້ຈິງ ນັ້ນກໍຄື ການເລົ່າເລື່ອງ ຫຼື Storytelling. ດຽວບົດຄວາມ The...

oost happiness at work with insights from world-class leaders—simple strategies for daily fulfillment!
Muan SpecialtyWorking Tips

5 ຂໍ້ຄິດສຳລັບການເຮັດວຽກ ຈາກບຸກຄົນລະດັບໂລກ ທີ່ຈະເຮັດໃຫ້ເຮົາມີຄວາມສຸກທຸກມື້ໃນບ່ອນເຮັດວຽກ

ການສ້າງຄວາມສຸກໃນບ່ອນເຮັດວຽກບໍ່ແມ່ນຄວາມຝັນ—ມັນເປັນໄປໄດ້! ຮຽນຮູ້ 5 ຂໍ້ຄິດຈາກຜູ້ນໍາທີ່ປະສົບຄວາມສຳເລັດລະດັບໂລກ ເພື່ອສ້າງຄວາມພິເສດໃນທຸກໆມື້ຂອງການເຮັດວຽກ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.