ໃນອຸດສາຫະກຳຄວາມງາມ ແລະ ການປະກວດຂອງລາວ ການຈະກ້າວຂຶ້ນມາເປັນຜູ້ບໍລິຫານຈັດການເວທີລະດັບປະເທດ ບໍ່ແມ່ນເລື່ອງທີ່ໃຜກໍສາມາດເຮັດໄດ້ງ່າຍໆ. ແຕ່ສຳລັບ “ເບຍ – ພຸດຖາວອນ ອິນທະວົງ” ຊາຍໜຸ່ມຜູ້ມີຈຸດເລີ່ມຕົ້ນຈາກການຈັບແປງແຕ່ງໜ້າ, ຄວາມຫຼົງໄຫຼໃນສິລະປະ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ທຳມະຊາດຂອງຜູ້ເຂົ້າປະກວດ ໄດ້ກາຍເປັນໃບເບີກທາງສຳຄັນທີ່ພາລາວກ້າວຂ້າມຂີດຈຳກັດຂອງຕົນເອງ.
ມື້ນີ້ Muan ຈະພາທຸກຄົນໄປເຈາະເລິກທຸກແງ່ມຸມ, ທຸກຄວາມຮູ້ສຶກ ແລະ ທຸກບາດກ້າວທີ່ເຕັມໄປດ້ວຍຄວາມທ້າທາຍ ຂອງອະດີດຊ່າງແຕ່ງໜ້າຄິວທອງ ທີ່ມື້ນີ້ໄດ້ກາຍມາເປັນຜູ້ກຳນົດທິດທາງ ແລະ ສ້າງຄວາມຝັນໃຫ້ກັບໄວໜຸ່ມລາວທັງປະເທດ.
PART 1: ຈາກປາຍແປງແຕ່ງໜ້າ ສູ່ການຮຽນຮູ້ຫຼັງມ່ານກອງປະກວດ
ກ່ອນອື່ນໝົດ ຢາກໃຫ້ເລົ່າເຖິງຈຸດເລີ່ມຕົ້ນ ທີ່ພາຕົນເອງກ້າວເຂົ້າມາສູ່ເສັ້ນທາງຂອງການເປັນຊ່າງແຕ່ງໜ້າ?
“ຈຸດເລີ່ມຕົ້ນແທ້ໆ ມັນເກີດມາຈາກ ‘ຄວາມຮັກ’ ລ້ວນໆເລີຍ. ເບຍເປັນຄົນທີ່ມັກຮັກໃນຄວາມງາມ ແລະ ມີແນວຄິດສ້າງສັນຢູ່ໃນຫົວຕະຫຼອດເວລາ. ການແຕ່ງໜ້າມັນບໍ່ແມ່ນແຕ່ການເອົາສີມາທາລົງເທິງໜ້າ ແຕ່ມັນຄືສິລະປະທີ່ສາມາດດຶງເອົາຄວາມໝັ້ນໃຈຂອງຄົນໆໜຶ່ງອອກມາໄດ້. ຄວາມຫຼົງໄຫຼນີ້ແຫຼະ ທີ່ເປັນຈຸດປະກາຍໃຫ້ເບຍສານຝັນ ແລະ ຍູ້ດັນຕົນເອງໃຫ້ຝຶກຝົນ ຈົນກ້າວເຂົ້າມາຢືນຢູ່ໃນຈຸດທີ່ເປັນຊ່າງແຕ່ງໜ້າອາຊີບໄດ້.”
ໃນຊ່ວງທີ່ຍັງເປັນຊ່າງແຕ່ງໜ້າ ເຮົາເຄີຍມອງພາບວົງການປະກວດນາງງາມ-ຊາຍງາມ ແນວໃດແດ່?
“ທີ່ຈິງວົງການປະກວດ ເປັນພື້ນທີ່ທີ່ເບຍຮູ້ສຶກຜູກພັນ ແລະ ຄຸ້ນເຄີຍມາໂດຍຕະຫຼອດ ເພາະເຮົາເຮັດວຽກຄຸກຄີຢູ່ກັບສາຍນີ້ມາກ່ອນ. ເບຍມອງວ່າມັນເປັນວົງການທີ່ຕ້ອງໃຊ້ປະສົບການ ແລະ ຫົວຄິດສ້າງສັນສູງຫຼາຍ ເພື່ອສ້າງໂຊໜຶ່ງຂຶ້ນມາໃຫ້ສົມບູນ. ການທີ່ໄດ້ມາເຮັດວຽກໃນວົງການນີ້ ມັນເປັນຜົນດີຫຼາຍ ເພາະນອກຈາກຈະໄດ້ເຂົ້າໃຈລະບົບໜ້າວຽກຢ່າງເລິກເຊິ່ງແລ້ວ ສິ່ງທີ່ມີຄ່າທີ່ສຸດຄືການໄດ້ຮູ້ຈັກຜູ້ຄົນ, ໄດ້ສ້າງມິດຕະພາບທີ່ດີກັບທີມງານ, ທີມຊ່າງແຕ່ງໜ້າດ້ວຍກັນ ແລະ ບຸກຄະລາກອນທີ່ເຮັດວຽກຢູ່ເບື້ອງຫຼັງທຸກໆຄົນ ທີ່ລ້ວນແຕ່ເປັນກຳລັງສຳຄັນຂອງທຸກໆເວທີ.”
ເຫດການໃດທີ່ຖືເປັນ ‘ຈຸດປ່ຽນ’ ເຮັດໃຫ້ເຮົາໄດ້ເຂົ້າໄປສຳຜັດກັບການແຕ່ງໜ້າໃນກອງປະກວດຢ່າງເຕັມຕົວ?
“ຕ້ອງຍ້ອນໄປຕອນໂປຣເຈັກ Makeup Artist Competition x Miss Universe Laos 2023. ຕອນນັ້ນມີອ້າຍທີ່ຮູ້ຈັກກັນເຊິ່ງເພິ່ນກໍເປັນຊ່າງແຕ່ງໜ້າຄືກັນ ໄດ້ຊັກຊວນໃຫ້ເບຍເຂົ້າຮ່ວມເປັນຊ່າງແຕ່ງໜ້າປະຈຳກອງປະກວດ ເພື່ອຮ່ວມກັນເສີມສ້າງຄວາມງາມ ແລະ ຄວາມຫຼໍ່ໃຫ້ກັບຜູ້ເຂົ້າປະກວດ. ນັ້ນຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ເຮົາໄດ້ເຂົ້າໄປຢູ່ຈຸດໃຈກາງຂອງຄວາມດຸເດືອດ ແລະ ຄວາມສວຍງາມຂອງວົງການນີ້ແທ້ໆ.”
ການເປັນຊ່າງແຕ່ງໜ້າ ເຮັດໃຫ້ເຮົາໄດ້ໃກ້ຊິດກັບຜູ້ເຂົ້າປະກວດຫຼາຍທີ່ສຸດ. ເຮົາເບິ່ງເຫັນຫຍັງໃນຕົວພວກເຂົາ ທີ່ຄົນນອກອາດຈະມອງຂ້າມໄປ?
“ຊ່າງແຕ່ງໜ້າຄືຄົນທີ່ໄດ້ເຫັນຜູ້ເຂົ້າປະກວດໃນມຸມທີ່ເປັນທຳມະຊາດທີ່ສຸດ. ສິ່ງທີ່ເບຍເຫັນ ແລະ ປະທັບໃຈຄື ‘ຄວາມໜ້າຮັກ ແລະ ຄວາມເອັນດູ’. ເຮົາໄດ້ເຫັນຄວາມພະຍາຍາມຂອງເຂົາເຈົ້າໃນການເຂົ້າມາໂອ້ລົມ, ສ້າງຄວາມສະໜິດສະໜົມກັບທີມຊ່າງແຕ່ງໜ້າ. ບາງຄົນຈາກທີ່ບໍ່ເຄີຍຮູ້ຈັກກັນ ກໍກາຍມາເປັນຄວາມຮູ້ສຶກຮັກແພງ, ລຶ້ງເຄີຍກັນ ຄືກັບອ້າຍນ້ອງ. ມັນເປັນມິດຕະພາບຫຼັງເວທີທີ່ໜ້າຮັກສຸດໆ ແລະ ເຮັດໃຫ້ເຮົາຮູ້ວ່າໃຜມີທັດສະນະຄະຕິທີ່ແທ້ຈິງແນວໃດ.”
ແລ້ວໃນຕອນນັ້ນ ພາບຈຳຂອງຄຳວ່າ “ເຈົ້າຂອງເວທີ” ສຳລັບເບຍ ມັນຍິ່ງໃຫຍ່ ຫຼື ຍາກສໍ່າໃດ?
“ໂອ້… ຕອນນັ້ນຮູ້ສຶກເລີຍວ່າ ບົດບາດນີ້ມັນຍິ່ງໃຫຍ່ມະຫາສານຫຼາຍ! ມັນມາພ້ອມກັບຄວາມຮັບຜິດຊອບທີ່ສູງລິບລິ່ວ ແລະ ໜ້າວຽກທີ່ໜັກໜ່ວງ. ເບຍເຄີຍຄິດໃນໃຈສະເໝີວ່າ ຄົນທີ່ຈະສາມາດກ້າວຜ່ານຄວາມກົດດັນ ແລະ ບໍລິຫານສິ່ງເຫຼົ່ານີ້ໄດ້ ຕ້ອງເປັນຄົນທີ່ເກັ່ງ ແລະ ແຂງແກ່ນພໍສົມຄວນ. ເພາະມັນບໍ່ແມ່ນແຕ່ການຈັດງານໜຶ່ງມື້ ແຕ່ມັນຄືການບໍລິຫານຄົນ, ບໍລິຫານຄວາມຮູ້ສຶກ ແລະ ບໍລິຫານຄວາມຄາດຫວັງຂອງສັງຄົມ.”

PART 2: ກ້າວສູ່ບົດບາດໃໝ່ “President of Miss & Mister Teen Laos”
ວິນາທີທຳອິດທີ່ຮູ້ວ່າຕົນເອງຈະໄດ້ກ້າວຂຶ້ນມາເປັນ President ຄວາມຮູ້ສຶກມັນເປັນແນວໃດ? ມັນມີຄວາມລັງເລແດ່ບໍ່?
“ມື້ທີ່ໄດ້ຮັບການທາບທາມ ແລະ ມອບໝາຍໜ້າທີ່ໃຫ້ເປັນ President of Miss & Mister Teen Laos ຄວາມຮູ້ສຶກທຳອິດຄື ‘ດີໃຈແຮງ’. ເບຍບໍ່ລັງເລເລີຍ ຕັດສິນໃຈຕົກລົງຮັບໜ້າທີ່ນີ້ທັນທີ! ເຫດຜົນຫຼັກໆ ແມ່ນຍ້ອນເບຍຕິດຕາມເວທີ Miss Teen Laos ມາຕັ້ງແຕ່ເລີ່ມຕົ້ນການຈັດປະກວດໃນປີທຳອິດ. ເບຍຫຼົງຮັກມົນສະເໜ່ຂອງເວທີນີ້ ມັນເປັນເວທີທີ່ເຕັມໄປດ້ວຍກິ່ນອາຍຂອງຄວາມສົດໃສ, ຄວາມໜ້າຮັກ ແລະ ສົມໄວຂອງເດັກໄວລຸ້ນ. ມັນເປັນພື້ນທີ່ທີ່ມີພະລັງງານບວກສູງຫຼາຍ.”
ຊ່ວຍຂະຫຍາຍຄວາມໃຫ້ຟັງແດ່ ວ່າອັນໃດຄືຈຸດເຊື່ອມຕໍ່ ທີ່ພາຊ່າງແຕ່ງໜ້າຄົນໜຶ່ງ ມາຈັບໄມ້ບໍລິຫານກອງປະກວດລະດັບປະເທດໄດ້?
“ຈຸດນີ້ຕ້ອງຂໍຂອບໃຈທາງບໍລິສັດ 78Creation ແລະ ຂໍຂອບໃຈ ‘ອ້າຍຕ້າ’ ເປັນພິເສດ ທີ່ມອງເຫັນສັກກະຍະພາບ ແລະ ມອບໂອກາດອັນຍິ່ງໃຫຍ່ນີ້ໃຫ້ເບຍ. ຈຸດເລີ່ມຕົ້ນແທ້ໆ ແມ່ນມາຈາກການທີ່ເບຍເຄີຍມີປະສົບການໃນການບໍລິຫານຈັດການກອງປະກວດເວທີໜຶ່ງມາກ່ອນ. ເມື່ອທາງຜູ້ໃຫຍ່ເລັງເຫັນເຖິງປະສົບການໂຕນັ້ນ ເພິ່ນຈຶ່ງຊວນມາຮ່ວມງານ ແລະ ແລກປ່ຽນວິໄສທັດກັນ. ມັນຈຶ່ງກາຍເປັນຂົວຕໍ່ສຳຄັນ ທີ່ພາເບຍກ້າວຈາກຊ່າງແຕ່ງໜ້າ ມາສູ່ການເປັນຜູ້ບໍລິຫານຢູ່ເບື້ອງຫຼັງວົງການປະກວດຢ່າງເຕັມຕົວ.”
ພໍໄດ້ມາລົງມືເຮັດແທ້ໆ ການເປັນເຈົ້າຂອງເວທີ ມັນແຕກຕ່າງຈາກພາບທີ່ເຮົາເຄີຍມອງໄວ້ໃນຕອນທີ່ຍັງເປັນພຽງຄົນເບື້ອງຫຼັງບໍ່?
“ຕ່າງກັນແບບໜ້າໄມ້ເປັນຫຼັງມືເລີຍ! ມັນທ້າທາຍກວ່າທີ່ຄິດໄວ້ຫຼາຍເທົ່າຕົວ. ການເຮັດວຽກຫຼັງບ້ານມັນເຕັມໄປດ້ວຍຄວາມກົດດັນສຸດໆ ເພາະເຮົາຕ້ອງເບິ່ງແຍງທຸກລາຍລະອຽດ ເພື່ອເຮັດໃຫ້ເວທີໄວໜຸ່ມນີ້ອອກມາມີສີສັນ ແລະ ເປັນທີ່ໜ້າສົນໃຈຂອງທຸກຄົນ. ແຕ່ເຖິງມັນຈະຍາກ ແລະ ທ້າທາຍສໍ່າໃດ ກໍບໍ່ມີຫຍັງມາເປັນອຸປະສັກໄດ້. ກົງກັນຂ້າມ, ມັນພັດເຮັດໃຫ້ເບຍຮູ້ສຶກມ່ວນ ແລະ ມີໄຟໃນການເຮັດວຽກທຸກໆມື້.”
ມີບົດຮຽນ ຫຼື ຄວາມຈິງຂໍ້ໃດບໍ່ ທີ່ເຮົາຫາກໍມາ “ຕາສະຫວ່າງ” ຫຼື ເຂົ້າໃຈຢ່າງເລິກເຊິ່ງ ກໍຕອນທີ່ໄດ້ມາເປັນເຈົ້າຂອງເວທີນີ້ແຫຼະ?
“ສິ່ງທີ່ເບຍຕົກພຶກ ແລະ ເຂົ້າໃຈຢ່າງເລິກເຊິ່ງທີ່ສຸດຫຼັງຈາກມາຮັບຕຳແໜ່ງ President ຄື ຄຳວ່າ ‘ໜ້າທີ່ຮັບຜິດຊອບ’. ມັນບໍ່ແມ່ນການເຮັດເພື່ອໃຫ້ເວທີມີຊື່ສຽງ ຫຼື ແຄ່ຈັດງານໃຫ້ຈົບໆໄປ. ແຕ່ພາລະກິດທີ່ສຳຄັນທີ່ສຸດຂອງເຮົາ ຄືການ ‘ພັດທະນາຄົນ’. ເຮົາຕ້ອງດູແລ ແລະ ເຈຍລະໄນເດັກນ້ອຍທັງ 36 ຄົນທີ່ຍ່າງເຂົ້າມາຫາເຮົາ ໃຫ້ເຂົາເຈົ້າເກັ່ງຂຶ້ນ, ມີຄວາມໝັ້ນໃຈຂຶ້ນ ເພື່ອສຸດທ້າຍແລ້ວ ເຮົາຈະສາມາດເຟັ້ນຫາ 2 ຄົນທີ່ດີທີ່ສຸດ ແລະ ພ້ອມທີ່ສຸດ ໃຫ້ກາຍເປັນແບບຢ່າງຂອງໄວໜຸ່ມລາວໄດ້.”
ຄິດວ່າການທີ່ຕົນເອງເຕີບໂຕມາຈາກສາຍ Makeup ມັນກາຍເປັນ “ອາວຸດລັບ” ທີ່ເຮັດໃຫ້ເຮົາມອງເຫັນຜູ້ເຂົ້າປະກວດໃນມຸມທີ່ແຕກຕ່າງຈາກຜູ້ບໍລິຫານຄົນອື່ນໆແນວໃດ?
“ແນ່ນອນວ່າມັນເປັນປະໂຫຍດຫຼາຍ! ເບຍເອົາປະສົບການຈາກການເປັນຊ່າງແຕ່ງໜ້າ ມາເປັນໜຶ່ງໃນເກນການຕັດສິນໃຈ. ເພາະຕອນທີ່ເຮົາເປັນຊ່າງ ເຮົາເຄີຍພົບເຫັນບັນຫາຫຼາກຫຼາຍຮູບແບບຈາກຕົວນາງງາມ ແລະ ພຶດຕິກຳຫຼັງເວທີ. ດັ່ງນັ້ນ, ສິ່ງທີ່ເບຍໃຫ້ຄວາມສຳຄັນເປັນອັນດັບຕົ້ນໆ ເໜືອກວ່າຄວາມງາມພາຍນອກ ກໍຄື: ‘ມາລະຍາດ’, ‘ການເຂົ້າສັງຄົມ’ ແລະ ‘ພາວະຄວາມເປັນຜູ້ນຳ (Leadership)’. ເພາະຄວາມສວຍຄວາມຫຼໍ່ເຮົາສາມາດແຕ່ງແຕ້ມກັນໄດ້ ແຕ່ເນື້ອແທ້ຂອງນິໄສໃຈຄໍ ມັນປິດບັງກັນບໍ່ໄດ້ໃນຍາມທີ່ພວກເຂົາຢູ່ຫຼັງກ້ອງ.”

PART 3: ວິໄສທັດ, ຄວາມຝັນ ແລະ ອະນາຄົດຂອງໄວໜຸ່ມລາວ
ໃນຖານະ President ເຮົາຢາກວາງຈຸດຢືນໃຫ້ Miss & Mister Teen Laos ເປັນພື້ນທີ່ແບບໃດສຳລັບໄວລຸ້ນລາວ?
“ເປົ້າໝາຍຂອງເບຍຊັດເຈນຫຼາຍຕັ້ງແຕ່ມື້ທຳອິດ ຄືການສ້າງພື້ນທີ່ນີ້ໃຫ້ເປັນ ‘ເວທີແຫ່ງໂອກາດ’. ເຮົາຢາກສົ່ງເສີມໃຫ້ໄວໜຸ່ມລາວ ຫັນມາມີຄວາມກ້າສະແດງອອກ, ກ້າທີ່ຈະດຶງເອົາຄວາມສາມາດ ແລະ ສັກກະຍະພາບທີ່ເຊື່ອງຢູ່ໃນຕົວອອກມາ. ເບຍເຊື່ອໝັ້ນສະເໝີວ່າ ໄວໜຸ່ມລາວມີຄວາມສາມາດທີ່ບໍ່ແພ້ຊາດໃດໃນໂລກ ແລະ ທີ່ນີ້ແຫຼະ ຄືເວທີທີ່ພ້ອມຈະເປັນບ່ອນໃຫ້ພວກເຂົາໄດ້ປ່ອຍຂອງ, ໂຊຄວາມສາມາດຢ່າງເຕັມທີ່ ເພື່ອເປັນຂົວຕໍ່ກ້າວເຂົ້າສູ່ວົງການບັນເທີງຢ່າງສະຫງ່າງາມ.”
ຖ້າໃຫ້ຫຼັບຕາແລ້ວນຶກພາບໄປອີກ 5 ປີຂ້າງໜ້າ ເມື່ອຄົນໃນສັງຄົມເວົ້າເຖິງເວທີນີ້ ເຮົາຢາກໃຫ້ພວກເຂົາເວົ້າເຖິງໃນແງ່ມຸມໃດ?
“ໃນອີກ 5 ປີຂ້າງໜ້າ ເບຍຢາກໃຫ້ທຸກຄົນຈົດຈຳ ແລະ ເວົ້າເຖິງ Miss & Mister Teen Laos ວ່າເປັນ ‘ເວທີອັນດັບ 1 ຂອງໄວໜຸ່ມລາວ’. ຢາກໃຫ້ມັນເປັນຈຸດໝາຍປາຍທາງທຳອິດ ຂອງທຸກໆຄົນທີ່ມີຄວາມຝັນຢາກກ້າວເຂົ້າສູ່ສາຍປະກວດນາງງາມ-ຊາຍງາມ. ໃຫ້ເວທີນີ້ປຽບເໝືອນໂຮງຮຽນແຫ່ງການເລີ່ມຕົ້ນ ທີ່ພວກເຂົາສາມາດມາຮຽນຮູ້, ພັດທະນາຕົນເອງ, ເກັບກ່ຽວປະສົບການ ເພື່ອກຽມຄວາມພ້ອມຢ່າງໜັກແໜ້ນ ໃນການໄປຕໍ່ຍອດບົນເວທີລະດັບໃຫຍ່ໆໃນອະນາຄົດ ເມື່ອອາຍຸເຖິງເກນ.”
ນອກຈາກມຸງກຸດ ແລະ ສາຍສະພາຍແລ້ວ ເຮົາຢາກປັ້ນໃຫ້ຜູ້ຊະນະເຕີບໃຫຍ່ໄປເປັນຄົນແບບໃດ ໃນຊີວິດຈິງນອກຈໍ?
“ສຳລັບເບຍແລ້ວ ຄວາມສຳເລັດໃນວົງການບັນເທີງເປັນພຽງຜົນກຳໄລ ແຕ່ແກ່ນແທ້ທີ່ສຳຄັນທີ່ສຸດຄື ການປັ້ນໃຫ້ພວກເຂົາເຕີບໂຕໄປເປັນ ‘ຄົນທີ່ມີຄຸນນະພາບ’. ເບຍຢາກໃຫ້ລູກໆທຸກຄົນຂອງເວທີນີ້ ເປັນຄົນຄຳຮູ້, ມີມາລະຍາດທີ່ງົດງາມ, ມີອັດທະຍາໄສໄມຕີທີ່ດີ, ເປັນຄົນດີຂອງສັງຄົມ ແລະ ສາມາດເປັນແບບຢ່າງທີ່ດີ ທີ່ເປັນທີ່ຍອມຮັບ ແລະ ຮູ້ຈັກໃນທາງທີ່ສ້າງສັນ.”
ແອບຖາມແດ່ ມັນຍັງມີໂປຣເຈັກ ຫຼື ຄວາມຝັນອັນໃດທີ່ຍັງບໍ່ທັນໄດ້ປ່ອຍອອກມາ ແຕ່ແອບວາງແຜນໄວ້ແລ້ວສຳລັບປີຕໍ່ໆໄປ?
“ແນ່ນອນວ່າມີ ໃນປີຕໍ່ໆໄປ ເບຍວາງແຜນທີ່ຈະນຳເອົາໄອເດຍໃໝ່ໆເຂົ້າມາປະສົມປະສານ ເພື່ອສ້າງຄວາມແຕກຕ່າງ. ສິ່ງທີ່ຄິດໄວ້ຄືການດຶງເອົາເລື່ອງຂອງ ‘ກິລາ’ ແລະ ‘ສິລະປະ’ ເຂົ້າມາມີບົດບາດສຳຄັນຫຼາຍຂຶ້ນໃນກອງປະກວດ. ເພາະສອງສິ່ງນີ້ ເປັນສິ່ງທີ່ໄວໜຸ່ມຍຸກໃໝ່ໃຫ້ຄວາມສົນໃຈ ແລະ ຫຼົງໄຫຼຫຼາຍ. ເບຍເຊື່ອວ່າມັນຈະເປັນການເປີດມິຕິໃໝ່ໃຫ້ກັບວົງການປະກວດ ແລະ ຈະເປັນຈຸດດຶງດູດທີ່ໜ້າສົນໃຈທີ່ສຸດສຳລັບເວທີໄວໜຸ່ມ.”
ສຸດທ້າຍນີ້ ຖ້າສາມາດຍ້ອນເວລາກັບໄປບອກບາງຢ່າງກັບ “ເບຍ” ໃນວັນທີ່ຍັງເປັນພຽງຊ່າງແຕ່ງໜ້າທຳມະດາຄົນໜຶ່ງ ເຮົາຈະເວົ້າກັບຜູ້ຊາຍຄົນນັ້ນວ່າແນວໃດ?
“ເບຍຈະບອກກັບຕົວເອງໃນມື້ນັ້ນ ແລະ ບອກກັບຕົວເອງໃນທຸກໆມື້ນີ້ສະເໝີວ່າ… ‘ຢ່າລືມມື້ທີ່ເຮົາເລີ່ມຕົ້ນ’. ຢ່າລືມທີ່ຈະຮູ້ຈັກຄຳວ່າ ‘ຂອບໃຈ’ ໃຫ້ກັບທຸກຄົນ ແລະ ທຸກສິ່ງແວດລ້ອມອ້ອມຂ້າງ ທີ່ເຄີຍເປັນກັນລະຍານະມິດທີ່ດີໃຫ້ກັບເຮົາ. ບໍ່ວ່າຈະເປັນໝູ່ເພື່ອນ, ອ້າຍເອື້ອຍນ້ອງ ຫຼື ອາຈານ ທຸກຄົນລ້ວນແຕ່ມີສ່ວນໃນການຫຼໍ່ຫຼອມໃຫ້ເຮົາມາຢືນຢູ່ຈຸດນີ້. ແລະ ທີ່ສຳຄັນທີ່ສຸດ… ‘ຈົ່ງຂອບໃຈຕົວເອງ’ ທີ່ບໍ່ເຄີຍຍອມແພ້ຕໍ່ຄວາມຝັນ ແລະ ກ້າທີ່ຈະຍ່າງອອກມາຈາກຈຸດເດີມໆ.”

ການເດີນທາງຂອງ ເບຍ ພຸດຖາວອນ ໄດ້ພິສູດໃຫ້ເຮົາເຫັນແລ້ວວ່າ ບໍ່ວ່າຈຸດເລີ່ມຕົ້ນຂອງເຮົາຈະຢູ່ບ່ອນໃດ ຫາກເຮົາມີຄວາມຮັກໃນສິ່ງທີ່ເຮັດ, ມີຄວາມຕັ້ງໃຈ ແລະ ບໍ່ຢຸດທີ່ຈະຮຽນຮູ້ ເຮົາກໍສາມາດກ້າວຂຶ້ນມາເປັນຜູ້ສ້າງແຮງບັນດານໃຈ ແລະ ສ້າງພື້ນທີ່ແຫ່ງໂອກາດໃຫ້ກັບຄົນອື່ນໄດ້ຢ່າງຍິ່ງໃຫຍ່.
ສາມາດຕິດຕາມຜົນງານ ແລະ ເປັນກຳລັງໃຈໃຫ້ກັບ ເບຍ ພຸດຖາວອນ ລວມເຖິງເວທີ Miss & Mister Teen Laos ໄດ້ຕາມຊ່ອງທາງລຸ່ມນີ້:
- Facebook: Beer Phoutthaworn Inthavong
- Instagram: Beer Phoutthaworn Inthavong
- TikTok: BEER_MAKEUP19