ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ BAY6IX & LALA ປ່ອຍເພງໃໝ່ “ຮູ້ຈັກເພື່ອຈາກລາ” ໄດ້ນັກຮ້ອງດັງ ເຣນິສະຣາ (เรนิษรา) ຈາກຝັ່ງໄທມາຮ່ວມຮ້ອງ
Muan Listen - ມ່ວນຊວນຟັງ

BAY6IX & LALA ປ່ອຍເພງໃໝ່ “ຮູ້ຈັກເພື່ອຈາກລາ” ໄດ້ນັກຮ້ອງດັງ ເຣນິສະຣາ (เรนิษรา) ຈາກຝັ່ງໄທມາຮ່ວມຮ້ອງ

ແບ່ງປັນ

“ເຖິງຮັກກັນເທົ່າໃດ ແຕ່ມັນຕ້ອງມີຈັກວັນ ທີ່ເຮົາສອງຄົນຈະຈາກລາ” ໜຶ່ງໃນທ່ອນຮ້ອງຈາກເພງ “ຮູ້ຈັກເພື່ອຈາກລາ” ຮ້ອງໂດຍສິລະປິນ BAY6IX & LALA ft. เรนิษรา ເປັນທ່ອນຮ້ອງທີ່ຕິດຫູຫຼາຍສຳລັບເພງໃໝ່ຈາກສິລະປິນ BAY6IX & LALA ທີ່ມີເພງດັງຢ່າງ “ຕື່ນຈາກຝັນ” ເຊິ່ງປັດຈຸບັນມີຄົນຟັງຫຼາຍກວ່າ 185 ລ້ານວິວໃນຍູທູບ.

ການກັບມາໃນຄັ້ງນີ້ຍັງເຮັດແຟນເພງຕື່ນເຕັ້ນຫຼາຍເພາະໄດ້ພະເອກເອັມວີຢ່າງ ຊານົນ ມະນີຜົນ (ຮອງອັນດັບ 4 Mister Supranational 2024) ແລະ ນາງເອກເອັມວີ ເລດີ້ ຊະຊິກອນ (Miss International Laos 2024) ມາຮ່ວມສະແດງເອັມວີເພື່ອຖ່າຍທອດຄວາມຮັກຫວານເລິກເຊິ່ງຂອງສັງສອງຄົນໃຫ້ເຮົານັ້ນຕ້ອງຍິ້ມຕາມໃນເອັມວີ.

ການເຊີໄພຂອງ BAY6IX & LALA ຍັງບໍ່ໝົດພຽງເທົ່ານີ້, ເພາະເພງນີ້ໄດ້ດືງສິລະປິນດັງຈາກຝັ່ງໄທເຊັ່ນ: “เรนิษรา ຫຼື ເຣນິສະຣາ” ມາຮ່ວມຮ້ອງທີ່ຖືວ່າເປັນສິລະປິນອິນດີ້ທີ່ຄອງອັນດັບເພງຮັກທີ່ບໍ່ສົມຫວັງຫຼາຍທີ່ສຸດອີກວົງໜຶ່ງ ແລະ ຍັງມີເພງດັງຢ່າງ “ຜູ້ຖືກເລືອກໃຫ້ຜິດຫວັງ(ผู้ถูกเลือกให้ผิดหวัง), ນັກສະສົມຄວາມເສົ້າ (ฉันคือนักสะสมความเศร้า)” ທີ່ໃຜຟັງກໍຮູ້ສຶກວ່າທັງເຫງົາທັງເສົ້າອິນຕາມສຸດໆ.

ເພງ “ຮູ້ຈັກເພື່ອຈາກລາ” ໃນຄັ້ງທຳອິດທີ່ເຫັນຊື່ຫຼາຍໆຄົນຄົງຄິດວ່າເປັນເພງເສົ້າທີ່ຕ້ອງເຮັດໃຫ້ດິ່ງກັນແນ່ນອນ, ແຕ່ຍ້ອນດົນຕີແມ່ນມີຄວາມອົບອຸ່ນສະບາຍໆ ແລະ ເຣນິສະຣາ ໄດ້ເຂົ້າມາຊ່ວຍເຮັດໃຫ້ອາລົມຂອງເພງມີທັງຄວາມຮູ້ສຶກຫວານປົນເສົ້າ, ເຖິງວ່າເນື້ອເພງຈະເສົ້າບໍ່ສົມຫວັງ ແຕ່ເພງຍັງເປັນແນວທີ່ເຮັດໃຫ້ເຮົາຕ້ອງຈື່ເປັນຄວາມຊົງຈຳການຈາກລາທີ່ຍັງມີມິດຕະພາບທີ່ດີຕໍ່ກັນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Listen - ມ່ວນຊວນຟັງ

ລົມຫາຍໃຈ: ບົດເພງທີ່ປ່ຽນຄວາມເຈັບປວດໃຫ້ເປັນພະລັງໃຈ

"ລົມຫາຍໃຈ" ເພງທີ່ສ້າງແຮງບັນດານໃຈຈາກ ທະວີໄຊ ແກ້ວບຸນພັນ ເລົ່າເຖິງຄວາມເຈັບປວດ ແລະ ຄວາມສູນເສຍ ພ້ອມຊຸກດັນໃຫ້ຜ່ານພົ້ນໃນການເລີ່ມຕົ້ນໃໝ່ດ້ວຍພະລັງໃຈຂອງຕົນເອງ.

Muan Listen - ມ່ວນຊວນຟັງ

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

Muan Listen - ມ່ວນຊວນຟັງ

FAZ $F: ສິລະປິນລາວ-ສັນຊາດມາເລເຊຍ ປ່ອຍເພງໃໝ່ “SHOW YOU MY LOVE”

ຜົນງານນີ້ບໍ່ພຽງແຕ່ສະແດງເຖິງຄວາມສາມາດໃນການແຕ່ງເພງທີ່ມີຫຼາຍພາສາຂອງລາວເທົ່ານັ້ນ, ແຕ່ຍັງເປັນການເລີ່ມຕົ້ນການເດີນທາງສາຍດົນຕີຄັ້ງໃໝ່ຂອງ FAZ $F ເພື່ອສ້າງສັນຜົນງານທີ່ມີຄຸນນະພາບສູງໃຫ້ກັບແຟນເພງ.

Muan Listen - ມ່ວນຊວນຟັງ

ZiXNA ກັບມາແບບສົດໃສໃນເພງ “ໜ້າຮັກກະແທກໃຈ” ຟັງແລ້ວບໍ່ຕິດຫູກໍຕິດໃຈ

ZiXNA ກັບມາດ້ວຍເພງໃໝ່ “ໜ້າຮັກກະແທກໃຈ” ທີ່ສົດໃສໃນສະໄຕລ໌ Rap, Pop ແລະ R&B ທີ່ຕິດຫູຄົນຟັງໄດ້ຕັ້ງແຕ່ຄັ້ງທໍາອິດ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.