|
Getting your Trinity Audio player ready...
|
1 ທັນວາ ປົກກະຕິມັນຄືມື້ເລີ່ມຕົ້ນຂອງຄວາມເຢັນສະບາຍ, ບາງບ່ອນກໍເລີ່ມມີບັນຍາກາດຂອງເທດສະການສົ່ງທ້າຍປີ… ແຕ່ສຳລັບຜູ້ຂຽນ, ມື້ນີ້ຄືມື້ເລີ່ມຕົ້ນຂອງການ “ຍ້ອນກັບໄປທົບທວນ” ເລື່ອງປວດໃຈໃນອະດີດ.
ໂດຍສະເພາະເວລາທີ່ Back to December ເພງຂອງ Taylor Swift ດັງຂຶ້ນມາໃນ playlist ໃນ Spotify.
ຖ້າຊິເວົ້າກັນແບບກົງໄປກົງມາ, ເພງນີ້ບໍ່ແມ່ນເພງຂອງຜູ້ຖືກກະທຳ ແຕ່ມັນຄືເພງຂອງ “ຄົນທີ່ຮູ້ສຶກຜິດ”. ມັນຄືຄວາມຮູ້ສຶກຂອງຄົນທີ່ເຄີຍເອົາແຕ່ໃຈ, ເຄີຍໃຫ້ຄວາມສຳຄັນກັບສິ່ງອື່ນໆ ຈົນເຜີ… ປ່ອຍມືຄົນທີ່ດີກັບເຮົາໄປ. ໃຜທີ່ມີບາດແຜຄວາມຮູ້ສຶກຜິດກັບແຟນເກົ່າ (ຫຼື ຄວາມສຳພັນທີ່ຈົບແບບບໍ່ສວຍງາມ)… ຟັງເພງນີ້ແລ້ວຕ້ອງຢຸດເໝີ່ລອຍຄິດເລື່ອງເຫຼົ່ານີ້ແນ່ນອນ.
ຍອມຮັບວ່າ: “ເຮົາຜິດເອງແຫຼະ… ບໍ່ໄດ້ມີໃຜມາເຮັດຫຍັງໃຫ້ເຮົາເລີຍ”
ສິ່ງທີ່ເພງນີ້ ເຮັດດີ ເຮັດເລີດ ຄືການທີ່ Taylor ຍອມຮັບຢ່າງຈິງໃຈວ່າໂຕເອງເປັນຝ່າຍຜິດ. ໃນຄວາມສຳພັນ, ບາງຄັ້ງເຮົາກໍພາດ, ເຮົາກໍເຫັນແກ່ຕົວ ຫຼື ເຮົາລະເລີຍ.
“I’d go back in time and change it, but I can’t. So, if the chain is on your door, I understand.” (ຂ້ອຍຢາກກັບໄປແກ້ໄຂ, ແຕ່ມັນເຮັດບໍ່ໄດ້… ຖ້າເຈົ້າປິດປະຕູໃສ່ຂ້ອຍ, ຂ້ອຍເຂົ້າໃຈດີ)
ວັກນີ້ຂອງເພງມັນຄືຄວາມຮູ້ສຶກທີ່ວ່າ: “ຖ້າເຂົາບໍ່ໃຫ້ອະໄພກໍບໍ່ເປັນຫຍັງ, ເພາະມັນສົມຄວນແລ້ວ”. ເວົ້າງ່າຍໆແມ່ນ ຄວາມຮູ້ສຶກຜິດທີ່ສຸດແມ່ນການທີ່ເຮົາຮູ້ວ່າເຮົາເຮັດໃຫ້ຄົນທີ່ຮັກເຮົາຕ້ອງເຈັບປວດ. ຄວາມຮັກທີ່ຜ່ານມາບໍ່ໄດ້ດີເລີດ, ແຕ່ເຮົາກໍບໍ່ໄດ້ໃຫ້ສິ່ງທີ່ດີທີ່ສຸດກັບເຂົາໃນຕອນນັ້ນ. ອາລົມຂອງມັນຄືການຂໍໂທດຢ່າງຈິງໃຈແບບທີ່ບໍ່ໄດ້ຫວັງວ່າຈະກັບໄປຄືນດີ ແຕ່ຫວັງພຽງຢາກໃຫ້ອີກຝ່າຍໄດ້ຮັບຮູ້.
ນອກຈາກນັ້ນ, ໃນເພງນີ້, Taylor ບັນຍາຍເຖິງລາຍລະອຽດເລັກໆ ນ້ອຍໆ ຂອງແຟນເກົ່າ ເຊັ່ນ: ມີຜິວສີແທນ, ຮອຍຍິ້ມຫວານໆ ເຊິ່ງເຮັດໃຫ້ເພງມີນໍ້າໜັກຂຶ້ນມາທັນທີ. ມັນບໍ່ແມ່ນພຽງແຕ່ການຄິດຮອດແບບທົ່ວໄປ, ແຕ່ມັນຄືການ “ຄິດຮອດທຸກລາຍລະອຽດ” ທີ່ເຮົາເຄີຍມີ ແລະ ເຄີຍປ່ອຍໃຫ້ມັນຫຼຸດມືໄປ.
ລາຍລະອຽດເລັກໆນ້ອຍໆເຫຼົ່ານີ້ມັກຈະຖືກເບິ່ງຂ້າມຈົນກາຍເປັນບັນຫາໃຫຍ່. ເມື່ອເວລາຜ່ານໄປ… ເຮົາເຫັນພາບພວກນັ້ນຊັດເຈນຂຶ້ນ, ພ້ອມກັບຄວາມຮູ້ສຶກທີ່ວ່າ: “ເປັນຫຍັງຕອນນັ້ນເຮົາຄືບໍ່ເຫັນຄວາມສຳຄັນຂອງມັນ?”
“It turns out freedom ain’t nothing but missing you.”
ສຸດທ້າຍແລ້ວ ອິດສະລະພາບທີ່ໄດ້ມາ ມັນກໍບໍ່ມີຄ່າຫຍັງເລີຍ ນອກຈາກການຄິດຮອດເຈົ້າ
ເຄີຍຮູ້ສຶກບໍ່ວ່າ ເມື່ອຄວາມສຳພັນຈົບລົງ, ເຮົາໄດ້ “ອິດສະລະ” ຕາມທີ່ເຮົາຕ້ອງການແທ້ໆ ແຕ່… ຄວາມໂດດດ່ຽວມັນຊໍ້າພັດໜັກໜ່ວງກວ່າຕອນມີເຂົາຢູ່ຂ້າງໆ.
ເດືອນທັນວາເປັນເດືອນທີ່ເໝາະກັບການດື່ມດໍ່າກັບບັນຍາກາດເຢັນໆ. ຖ້າໃຜຍັງມີຄວາມຜິດທີ່ຄ້າງຢູ່ໃນໃຈກັບຄົນຮັກເກົ່າ… ລອງຟັງເພງນີ້ແລ້ວປ່ອຍໃຫ້ຕົວເອງຮູ້ສຶກໄປກັບມັນ. ບາງເທື່ອການຍອມຮັບຜິດອາດຈະຊ່ວຍໃຫ້ເຮົາ Move On ໄດ້ຢ່າງສົມບູນ.
ແລ້ວໝູ່ເພື່ອນເດ, ຖ້າສາມາດສົ່ງຂໍ້ຄວາມໄປຫາຄວາມສຳພັນເກົ່າທີ່ເຈົ້າຮູ້ສຶກຜິດໄດ້ໃນມື້ນີ້ (ໂດຍທີ່ເຂົາບໍ່ຈຳເປັນຕ້ອງຕອບກັບ)… ເຈົ້າຢາກບອກຫຍັງ? ມາຂຽນລະບາຍອອກມາໃນຄອມເມັ້ນໄດ້ເລີຍ ຫຼື ລອງໃຫ້ເພງນີ້ເປັນໂຕແທນຄຳຂໍໂທດ.