ໜ້າຫຼັກ Muan.la - ສາລະບັນເທີງ The Interview ອານິສະຣາ ໄຊຍະກອນ: ສ້າງສິ່ງທີ່ຮັກໃຫ້ເປັນຜົນງານຈົບການສຶກສາດ້ວຍ Art Toy Collection NUOL
The Interview

ອານິສະຣາ ໄຊຍະກອນ: ສ້າງສິ່ງທີ່ຮັກໃຫ້ເປັນຜົນງານຈົບການສຶກສາດ້ວຍ Art Toy Collection NUOL

ແບ່ງປັນ

ຫຼາຍຄົນຄົງຄິດບໍ່ເຖິງວ່າ ອາດທອຍ (Art Toy) ຈະສາມາດກາຍມາເປັນໂຄງການຈົບຊັ້ນທີ່ໜ້າສົນໃຈໄດ້ ແຕ່ ໄອລິນ – ອານິສະຣາ ໄຊຍະກອນ ປັດຈຸບັນ ອາຍຸ 22 ປີ, ນັກສຶກສາປີສຸດທ້າຍ ຈາກຄະນະສະຖາປັດຕະຍະກຳສາດ, ສາຂາອອກແບບຜະລິດຕະພັນ ໄດ້ພິສູດໃຫ້ເຫັນວ່າຄວາມຮັກໃນການສະສົມ Art Toy ສາມາດເປັນແຮງບັນດານໃຈມາສ້າງສັນເປັນ Collection ‘NUOL’ ເພື່ອເປັນຕົວແທນຂອງນັກສຶກສາແຕ່ລະຄະນະ ໄດ້ສົ່ງເອກະລັກຂອງແຕ່ລະຄະນະມາຖ່າຍທອດຜ່ານຕົວລະຄອນທີ່ໜ້າຮັກ ແລະ ມີຄວາມໝາຍທີ່ເລິກເຊິ່ງ. ນີ້ຄືເລື່ອງລາວຂອງຄວາມມຸ່ງໝັ້ນ ແລະ ຄວາມທ້າທາຍໃນການສ້າງສິ່ງໃໝ່ໆທີ່ບໍ່ເຄີຍມີໃຜເຮັດມາກ່ອນຂອງນັກສຶກສາຈົບໃໝ່ຄົນນີ້.

ລາວເລົ່າວ່າ ຄວາມທ້າທາຍທີ່ຄົນຮຸ່ນໃໝ່ມັກຈະພົບເລີຍກໍຄື ປັດຈຸບັນໂລກເຄື່ອນທີ່ ພັດທະນາໄປໄວຫຼາຍ ມີສິ່ງໃໝ່ໆເຂົ້າມາສະເໝີ ແລະ ສິ່ງນັ້ນຈະເປັນໄອເດຍໃໝ່ທີ່ເຮັດໃຫ້ພວກເຂົາສາມາດສ້າງສັນຜົນງານທີ່ດີຍິ່ງຂຶ້ນ.

ທັງນີ້, Art Toy ກໍເປັນອີກສິ່ງທີ່ເປັນກະແສ ທີ່ຄົນໃນຍຸກນີ້ມັກຊື້ໄວ້ສະສົມ ແລະ ກໍກາຍມາເປັນໄອເດຍໃຫ້ສິລະປິນຫຼາຍຄົນສ້າງສັນຜົນງານໃນຮູບແບບຂອງຕົນເອງອອກມາ.

ສໍາລັບຄົນຮຸ່ນໃໝ່, ຂ້ອຍຄິດວ່າຄວາມທ້າທາຍທີ່ອາດຈະພົບຄືການສ້າງສັນສິ່ງໃໝ່ ແລະ ແປກຈາກເກົ່າ, ແຕ່ເຊື່ອໝັ້ນວ່າຄົນຮຸ່ນໃໝ່ເຮັດໄດ້ແນ່ນອນ. ຂໍພຽງແຕ່ມີຄວາມກ້າທີ່ຈະຄິດ ແລະ ກ້າທີ່ຈະລົງມືເຮັດກໍພຽງພໍແລ້ວ.

NUOL Collection ເອກະລັກທີ່ເປັນເຄື່ອງທີ່ລະນຶກ

ພາບ : Ailin Sayakone 

ໄອລິນເລົ່າວ່າ ແຮງບັນດານໃຈຂອງລາວແມ່ນ ຢາກມີເຄື່ອງທີ່ລະນຶກທີ່ເປັນເອກະລັກສະເພາະຂອງແຕ່ລະຄະນະ ແລະ ທີ່ບໍ່ແມ່ນຂອງຂອງຂວັນທົ່ວໄປ. ລາວເລີຍເລືອກສ້າງ Art Toy Collection ‘NUOL’ (ຕົວລະຄອນນັກສຶກສາມະຫາວິທະຍາໄລແຫ່ງຊາດ) ເພື່ອເປັນເຄື່ອງທີ່ລະນຶກກ່ອນຈົບການສຶກສາ. ເປົ້າໝາຍຫຼັກແມ່ນຢາກໃຫ້ທຸກຄົນທີ່ເຫັນ Art Toy ແຕ່ລະໂຕສາມາດຮູ້ໄດ້ທັນທີວ່າຕົວລະຄອນນີ້ມາຈາກຄະນະໃດ. ດັ່ງນັ້ນ, ລາວຈຶ່ງໄດ້ອອກແບບໂດຍເນັ້ນເອກະລັກທີ່ໂດດເດັ່ນຂອງແຕ່ລະຄະນະ ເຊັ່ນ:

  • ຄະນະສະຖາປັດຕະຍະກຳສາດ: ໂດດເດັ່ນດ້ວຍການຕັດໂມເດວເຮືອນ ແລະ ການພາຍກະບອກເຈ້ຍ, ສິ່ງທີ່ຂາດບໍ່ໄດ້ຄື “ກາລະວັດສີສົ້ມ” ທີ່ເປັນສັນຍາລັກ.
  • ຄະນະນິຕິສາດ ແລະ ລັດຖະສາດ: ດ້ວຍເນື້ອໃນການຮຽນກ່ຽວກັບກົດໝາຍ, ສິ່ງທີ່ນຶກເຖິງຄື “ສານໄອຍະການ”, ຈຶ່ງໄດ້ນຳມາອອກແບບພ້ອມກັບ “ກາລະວັດສີແດງເລືອດໝູ” ອັນເປັນເອກະລັກ.
  • ຄະນະກະເສດສາດ: ເປັນຄະນະທີ່ຮຽນກ່ຽວກັບ “ການປູກຝັງ ແລະ ລ້ຽງສັດ”, ໄອລິນຈຶ່ງອອກແບບໃຫ້ Art Toy ກຳລັງເກັບກ່ຽວຜັກ ແລະ ໃສ່ໝວກກຸບເພີ່ມຄວາມໜ້າຮັກ.
ອ່ານຕື່ມ:  ຍ້ອນຫຍັງການມາຂອງ Clozer ຈຶ່ງປຸກກະແສ Boy Band ລາວຂຶ້ນມາອີກຄັ້ງ ໃນຮອບ 10 ປີ?

ນອກຈາກນັ້ນ, ການຕັ້ງຊື່ຂອງຕົວລະຄອນແຕ່ລະໂຕກໍມີຄວາມໝາຍເລິກເຊິ່ງ ໂດຍນຳສັບຈາກພາສາບາລີ-ສັນສະກິດມາຕັ້ງເຊັ່ນ: ນ້ອງ ພະນາ (ໝາຍເຖິງປ່າໄມ້) ຈາກຄະນະວິທະຍາສາດປ່າໄມ້ ແລະ ນ້ອງ ທາລາ (ໝາຍເຖິງສາຍນໍ້າ) ຈາກຄະນະຊັບພະຍາກອນນໍ້າ.

Art Toy ເປັນສິ່ງທີ່ມັກຈຶ່ງເລືອກນຳມາເຮັດເປັນໂຄງການບົດຈົບຊັ້ນ

ດ້ວຍຄວາມທີ່ ໄອລິນ ມັກ ແລະ ສົນໃຈ Art Toy ມາໄດ້ໄລຍະໜຶ່ງແລ້ວນັ້ນ, Art Toy ມັນມີຄວາມໝາຍທີ່ຫຼາກຫຼາຍ, ມີເລື່ອງລາວ, ມີຄວາມໝາຍເຊື່ອງຢູ່ໃນທຸກໆຜົນງານສະເໝີ. ລາວຍັງເປັນນັກສະສົມຕົວຍົງທີ່ເລີ່ມສະສົມຕັ້ງແຕ່ Art Toy ໄປຈົນຮອດຕຸກກະຕາທຸກຮູບແບບມາແຕ່ນ້ອຍຢູ່ແລ້ວ, ອີກຢ່າງໜຶ່ງກໍຄື Art Toy ຍັງບໍ່ທັນມີຄົນເຮັດເປັນບົດໂຄງການຈົບຊັ້ນເທື່ອ ລາວກໍເລີຍຢາກລອງນຳມາເຮັດເປັນບົດໂຄງການຈົບຊັ້ນຂອງຕົວເອງ ເພາະຄິດວ່າມັນໜ້າສົນໃຈດີ ແລະ ບໍ່ຄືໝູ່.

ພາບ : Ailin Sayakone 

ຄວາມທ້າທາຍທີ່ພົບລະຫວ່າງການເຮັດບົດຈົບຊັ້ນ

ການສ້າງໂຄງການບົດຈົບຊັ້ນດ້ວຍ Art Toy ບໍ່ແມ່ນເລື່ອງງ່າຍສຳລັບ ໄອລິນ ເພາະທຸກຢ່າງແມ່ນຖືວ່າໃໝ່ໝົດ ແລະ ຄວາມທ້າທາຍທີ່ລາວພົບ ແລະ ຄິດວ່າເປັນໂຈດທີ່ແກ້ຍາກທີ່ສຸດມີຢູ່ 2 ຢ່າງນຳກັນ ເຊັ່ນ:

  1. ງົບປະມານ: ການນຳເຂົ້າວັດສະດຸຈາກຕ່າງປະເທດມີຄ່າໃຊ້ຈ່າຍສູງ ເຊິ່ງເປັນອຸປະສັກໃຫຍ່ໃນຕອນທຳອິດ ເພາະຢູ່ໃນລາວຍັງບໍ່ຄ່ອຍມີຄົນເຮັດ, ໄອລິນ ຍັງບໍ່ທັນມີກຳລັງຊັບພຽງພໍ ເຮັດໃຫ້ເກີດມີຄວາມຮູ້ສຶກທໍ້.
  2. ຂັ້ນຕອນການຜະລິດ: ການພິມ 3D ແລະ ການລົງສີ Art Toy ທັງ 14 ໂຕເປັນວຽກທີ່ລະອຽດອ່ອນ ແລະ ຕ້ອງໃຊ້ຄວາມພະຍາຍາມຫຼາຍ. ໄອລິນ ຕ້ອງໄດ້ລອງຜິດລອງຖືກຫຼາຍຄັ້ງ ແຕ່ໂຊກດີທີ່ໄດ້ຮຸ່ນອ້າຍມີຄວາມຮູ້ດ້ານນີ້ໂດຍສະເພາະມາຊ່ວຍໃຫ້ຄຳປຶກສາ ແລະ ຊ່ວຍເຫຼືອຈົນສຳເລັດ.

ຫຼັງຈາກທີ່ໂຄງການສຳເລັດ, ຂ້ອຍຮູ້ສຶກພູມໃຈຫຼາຍທີ່ສາມາດນຳເອົາຄວາມຄິດທັງໝົດມາສ້າງເປັນຜົນງານທີ່ຈັບຕ້ອງໄດ້, ຮູ້ສຶກດີໃຈທີ່ໄດ້ເຮັດໃນສິ່ງທີ່ຮັກ ເຖິງວ່າຈະເມື່ອຍກໍຍັງສູ້ບໍ່ທໍ້ຖອຍ ຍັງຢາກເຮັດຕໍ່ໄປໃຫ້ສຳເລັດ. ຂ້ອຍຮູ້ສຶກຂອບໃຈຄອບຄົວ, ໝູ່ເພື່ອນທີ່ຊ່ວຍເຫຼືອຕັ້ງແຕ່ຕົ້ນຈົນຈົບ ຮູ້ສຶກຕົກໃຈທີ່ຕົວເອງສາມາດເຮັດສິ່ງນີ້ອອກມາໄດ້ແທ້ ແລະ ມີຄົນເຫັນໃນຄວາມຕັ້ງໃຈຂອງເຮົາ.

ຄວາມຕັ້ງໃຈໃນອະນາຄົດ

ເຖິງວ່າຈະມີຫຼາຍຄົນສົນໃຈ ແລະ ໄດ້ຮັບສຽງຕອບຮັບໄປໃນດ້ານທີ່ດີຈາກຫຼາຍພາກສ່ວນ, ແຕ່ລາວເລົ່າວ່າ ຕົນເອງຕັ້ງໃຈຈະບໍ່ເຮັດເປັນທຸລະກິດແບບຈິງຈັງ ເພາະວ່າຢາກໃຫ້ Art Toy ທີ່ສ້າງນັ້ນ ເປັນພຽງອີກໜຶ່ງ Hobby (ວຽກທີ່ມັກເຮັດຍາມວ່າງ) ທີ່ເຮັດດ້ວຍໃຈຮັກເທົ່ານັ້ນ ແຕ່ກໍມີແຜນຈະເປີດໃຫ້ສັ່ງຊື້ເປັນຮອບໆໃນຊ່ວງຮັບໃບປະລິນຍາ.

ອ່ານຕື່ມ:  ບໍ່ຕ້ອງລໍຖ້າມື້ອື່ນ: ເປີ້ - ໄຊຊະນະ ລາຊາພູມີ ໜຸ່ມລາວໄວ 18 ຜູ້ຄວ້າທຶນຮຽນຟຣີ 100% ສາຂານິເທດສາດ ມ. ກຸງເທບ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

ສຸດໃຈ MEL01 ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຂອງທຸກເຜົ່າ
Crown Talk

ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ສຸດໃຈ ຮັບໄຊທອງ MEL01 ຕົວແທນຊົນເຜົ່າລາວ ຜູ້ມີຄວາມຝັນຈະເປັນກະບອກສຽງໃຫ້ທຸກຊົນເຜົ່າ ສົ່ງເສີມຄວາມສະເໝີພາບ ແລະສືບສານວັດທະນະທໍາລາວໃຫ້ໂລກໄດ້ເຫັນ.

The Interview

ຍ້ອນຫຍັງການມາຂອງ Clozer ຈຶ່ງປຸກກະແສ Boy Band ລາວຂຶ້ນມາອີກຄັ້ງ ໃນຮອບ 10 ປີ?

Clozer ວົງບອຍແບນກຸ່ມໃໝ່ພາຍໃຕ້ສັງກັດ Miracle Music ເປີດຕົວດ້ວຍເພງ “Fighter” ທີ່ສະແດງເຖິງຄວາມໝັ້ນໃຈ ປຸກກະແສ LPOP ລາວໃນຮອບ 10 ປີ.

The Interview

ສຽງຂອງພໍ່ມັນດັງກ້ອງໃນໃຈ FCS The Viper ແຕ່ງເພງແທນຄວາມຮູ້ສຶກທີ່ຢາກເວົ້າ

FCS The Viper ປ່ອຍເພງ “ພໍ່” ແທນຄວາມຮູ້ສຶກທີ່ບໍ່ທັນໄດ້ເວົ້າຄວາມໃນໃຈ ຫຼັງການສູນເສຍພໍ່ຢ່າງກະທັນຫັນ ແລະ ເລື່ອງລາວຈາກບາຣິສຕາສູ່ການຮ້ອງເພງແຮັບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.