ຖ້າຄວາມເຫງົາຄືສຽງເພງ… ມັນຄົງເປັນສຽງຂອງ Anatomy Rabbit: ວົງດົນຕີທີ່ເຂົ້າໃຈຄົນຂີ້ເຫງົາທີ່ສຸດ

ແບ່ງປັນ

ຖ້າຄວາມເຫງົາຄືສຽງເພງ… ມັນຄົງເປັນສຽງຂອງ Anatomy Rabbit: ວົງດົນຕີທີ່ເຂົ້າໃຈຄົນຂີ້ເຫງົາທີ່ສຸດ

17 February 2026 161

Highlights

  • Anatomy Rabbit ຄືວົງດົນຕີທີ່ພິສູດໃຫ້ໂລກຮູ້ວ່າ ດົນຕີ Dream Pop ສຸດລະມຸນ ສາມາດສ້າງສັນ ແລະ ເຕີບໂຕໄດ້ຢ່າງແຂງແຮງຈາກຮາກເຫງົ້າຂອງຊາວອຸດອນທານີ.
  • Sad-Happy ທີ່ຊ່ວຍຮັກສາໃຈ ໂດດເດັ່ນດ້ວຍການປ່ຽນຄວາມເສົ້າໃຫ້ກາຍເປັນຄວາມສວຍງາມ ຜ່ານສຽງດົນຕີທີ່ລ່ອງລອຍ ແລະ ເຕັກນິກການຂຽນເນື້ອຮ້ອງທີ່ສະກົດໃຈຄົນຂີ້ເຫງົາໄດ້ດີທີ່ສຸດ.
  • Soft Power ຈາກທ້ອງຖິ່ນສູ່ສາກົນ ຈາກວົງອິນດີ້ DIY ສູ່ການຮ່ວມງານລະດັບອິນເຕີ ດ້ວຍການນຳສຽງ “ແຄນ” ໄປປາກົດໃນເພງສາກົນ ຕອກຍ້ຳວ່າດົນຕີບໍ່ມີພົມແດນ ແລະ ບໍ່ມີຂີດຈຳກັດ.


ໃນໂລກຂອງດົນຕີອິນດີ້, ຫຼາຍຄົນຄົງຈະເຄີຍໄດ້ຍິນຊື່ຂອງ “ວົງກະຕ່າຍກາຍະວິພາກ” ຫຼື Anatomy Rabbit. ຈາກຈຸດເລີ່ມຕົ້ນໃນຈັງຫວັດອຸດອນທານີ ປະເທດໄທ ສູ່ການເປັນໄອຄອນຂອງດົນຕີແນວ Dream Pop ທີ່ຍຶດຄອງ Playlist ຂອງໄວລຸ້ນທັງໄທ ແລະ ລາວ. ແຕ່ຖ້າວ່າເຮົາລອງເຈາະເລິກລົງໄປຫຼາຍກວ່າພຽງແຕ່ເພງຮິດຮ້ອຍລ້ານວິວ, ເຮົາຈະເຫັນວ່າ Anatomy Rabbit ແມ່ນປາກົດການທາງວັດທະນະທຳ ແລະ ດົນຕີຂອງບ້ານໃກ້ເຮືອນຄຽງເຮົາ ທີ່ໜ້າສົນໃຈຫຼາຍ.

ກ່ອນທີ່ເຮົາຈະໄປພົບກັບເຂົາເຈົ້າທີ່ນະຄອນຫຼວງວຽງຈັນ ໃນງານ NewFriend Memory in Melody ເຊິ່ງຈະຈັດຂຶ້ນໃນວັນທີ 5 ມີນາ 2026 ນີ້, ເຮົາຈະພາທຸກຄົນໄປຮູ້ຈັກຕົວຕົນຂອງພວກເຂົາໃຫ້ລະອຽດກວ່າທີ່ເຄີຍ.

ອ່ານຕື່ມ:  ບໍ່ມັກຂ້ອຍ ບໍ່ເປັນຫຍັງ ເພາະນັ້ນຄືປັນຫາຂອງເຈົ້າ! DICE ສົ່ງຊິງເກິນໃໝ່ “Swipe Up” ຖ່າຍທອດຕົວຕົນທີ່ໃຫຍ່ຂຶ້ນກວ່າເກົ່າ

ຈາກ Side Project ຫຼັງຮ້ານເຫຼົ້າ ສູ່ສັນຍາລັກຂອງ “ອິນດີ້ຕ່າງແຂວງ”

Anatomy Rabbit ບໍ່ໄດ້ເລີ່ມຕົ້ນຈາກຄ້າຍເພງຍັກໃຫຍ່ໃນເມືອງຫຼວງກຸງເທບຂອງໄທ, ແຕ່ເກີດຈາກເຄືອຂ່າຍນັກດົນຕີນອກກະແສໃນອຸດອນທານີ. 2 ສະມາຊິກຫຼັກ ນັ້ນກໍຄື ໂອ໊ກ (ສຸພັດກິດ ຖະຫວິນການ) ຈາກວົງ Wila ແລະ ທັດ (ນັດຖະພົງ ສຸດທິວົງກອນ) ມືກອງຈາກວົງ Jeebbs ໄດ້ຕັດສິນໃຈສ້າງ Side Project ນີ້ຂຶ້ນມາ ເພື່ອສະແດງອອກເຖິງແນວດົນຕີທີ່ລ່ອງລອຍ ແລະ ເປັນສ່ວນຕົວຫຼາຍຂຶ້ນ.

ດ້ວຍຈິດວິນຍານແບບ DIY (Do It Yourself) ທີ່ພວກເຂົາເຮັດເອງທຸກຢ່າງ ຕັ້ງແຕ່ການຂຽນເນື້ອຮ້ອງ, ບັນທຶກສຽງ ໄປຈົນຮອດການໂປຣດິວເຊີ. ຄວາມເປັນອິດສະຫຼະນີ້ເອງທີ່ເຮັດໃຫ້ Anatomy Rabbit ສາມາດຮັກສາລາຍເຊັນຂອງຕົນເອງໄວ້ໄດ້ຢ່າງໜຽວແໜ້ນ ໂດຍບໍ່ຕ້ອງງໍ້ຄ້າຍເພງໃຫຍ່.

Dream Pop ທີ່ປ່ຽນຄວາມເຫງົາໃຫ້ເປັນເວດມົນສະກົດໃຈຜູ້ຟັງ

ຫາກຈະໃຫ້ຈຳກັດຄວາມດົນຕີຂອງພວກເຂົາ, ຄຳວ່າ Dream Pop ແລະ Alternative Pop ຄົງຈະຊັດເຈນທີ່ສຸດ. ຈຸດເດັ່ນຄືສຽງກີຕ້າທີ່ພິ້ວໄຫວ, ລ່ອງລອຍ ແລະ ການສ້າງບັນຍາກາດທີ່ ຟຸ້ງ ຫຼື ເບຼີ (Blur) ຄືກັບຢູ່ໃນຄວາມຝັນ.

ໂອ໊ກ ມັກໃຊ້ເຕັກນິກການຂຽນເນື້ອເພງແບບ ຢໍ້າຄຳຊ້ຳໆ ຫຼື Repetitive Lyrics ເພື່ອສ້າງສະພາວະກຶ່ງສະກົດຈິດໃຫ້ຜູ້ຟັງ ເຮັດໃຫ້ເພງຢ່າງ ອອກມາຍັງ? ຫຼື ທຳມະດາແສນພິເສດ ກາຍເປັນເພງທີ່ຕິດຫູງ່າຍ ແລະ ສ້າງຄວາມຮູ້ສຶກເຄີ້ມໄດ້ທັນທີ.

ປາກົດການ Sad-Happy ເມື່ອຄວາມເສົ້າຖືກຫຸ້ມຫໍ່ດ້ວຍຄວາມສວຍງາມ

ສິ່ງທີ່ເຮັດໃຫ້ Anatomy Rabbit ຄອງໃຈຄົນຂີ້ເຫງົາໄດ້ດີທີ່ສຸດ ຄືຄວາມຍ້ອນແຍ້ງໃນບົດເພງ ທີ່ນັກວິຈານມັກເອີ້ນວ່າ Sad-Happy. ພວກເຂົາມັກນຳສະເໜີເນື້ອຫາທີ່ໝົ່ນໝອງ ຫຼື ເຈັບປວດ ຜ່ານທຳນອງດົນຕີທີ່ຟັງແລ້ວຜ່ອນຄາຍ ຫຼື ເຮັດໃຫ້ເຮົາຢາກຕີງໂຕ.

ອ່ານຕື່ມ:  ມີນາ ຕ້ອງມີຄອນ! ຊວນໝູ່ໄປກອດຄໍຮ້ອງເພງໃຫ້ໃຈຟູໃນງານ NewFriend Memory in Melody

ຕົວຢ່າງ ເພງ “ຂັບລົດຫຼິ້ນ” ທີ່ໄດ້ແຮງບັນດານໃຈມາຈາກການຜິດກັບຄົນຮັກ ແລະ ການຕ້ອງການພື້ນທີ່ສ່ວນຕົວ ໃຫ້ກາຍເປັນຈັງຫວະທີ່ມ່ວນ ແລະ ລ່ອງລ່ອຍໄປກັບການຂັບລົດເທິງຫົນທາງ.

ອີກເພງທີ່ໜ້າສົນໃຈແມ່ນ ເພງ “ຕາຟາ” (Tapha) ເຊິ່ງເປັນບົດເພງທີ່ເລິກເຊິ່ງທີ່ສຸດ. ເພງນີ້ແຕ່ງຂຶ້ນເພື່ອລະນຶກເຖິງລູກຂອງ ທັດ ທີ່ເສຍຊີວິດໄປ ເຊິ່ງຖືກຖ່າຍທອດອອກມາດ້ວຍຄວາມນຸ່ມນວນ ແລະຊ່ວຍບຳບັດຄວາມເຈັບປວດໃຫ້ກາຍເປັນຄວາມຊົງຈຳທີ່ງົດງາມ.

ສັນຍາລັກ “ກະຕ່າຍກາຍະວິພາກ” ແລະ ພາບລັກທີ່ເທ້ແບບສຸດໆ

ຊື່ວົງ Anatomy Rabbit ບໍ່ໄດ້ຕັ້ງມາພຽງແຕ່ໃຫ້ເບິ່ງເທ້ເທົ່ານັ້ນ, ແຕ່ມີນິຍາມແຝງທີ່ວ່າ: ກະຕ່າຍເປັນສັດທີ່ນຸ້ມນິ້ມ, ໜ້າຮັກ ແລະ ເຂົ້າເຖິງງ່າຍ ແຕ່ໃນຂະນະດຽວກັນກໍລະແວດລະວັງ ແລະ ພ້ອມຈະໂດດໜີໄປໃນທິດທາງທີ່ຄາດບໍ່ເຖິງ.

ພາບລັກຂອງວົງຍັງໂດດເດັ່ນດ້ວຍສະໄຕລ໌ “ໄວລຸ້ນອຸດອນທາວ” ທີ່ເນັ້ນຄວາມເທ້ແບບສຸດໆ. ພວກເຂົາມັກຈະແຕ່ງຕົວແບບຫຼາຍຊັ້ນ (Layers) ຫຼື ໃສ່ເສື້ອທີ່ມີຂົນສັດ ເຖິງວ່າອາກາດຈະຮ້ອນສໍ່າໃດກໍຕາມ ເພື່ອສ້າງ Visual Branding ຫຼື ພາບຈຳທີ່ແຕກຕ່າງ ແລະ ກາຍເປັນໄອຄອນຂອງຄວາມເທ້ໃນສິ່ງທີ່ພວກເຂົາເປັນ.

ຈາກອຸດອນສູ່ໂຕກຽວ: ການສົ່ງອອກ Soft Power ອີສານ

ໃນປີ 2022, Anatomy Rabbit ໄດ້ສ້າງປະຫວັດສາດດ້ວຍການຮ່ວມງານກັບວົງໄອດໍບອຍແບນຍີ່ປຸ່ນ SUPER★DRAGON ໃນເພງ “love or like (Tokyo)”. ສິ່ງທີ່ໜ້າປະທັບໃຈແມ່ນ ໂອ໊ກ ນັກຮ້ອງນຳຂອງວົງໄດ້ນຳເອົາສຽງ “ແຄນ” ເຄື່ອງດົນຕີພື້ນເມືອງຂອງຊາວອີສານ ໄປໃສ່ໄວ້ໃນເພງສາກົນໄດ້ຢ່າງລົງຕົວ ພິສູດໃຫ້ເຫັນວ່າ ພາສາດົນຕີສາມາດເຊື່ອມໂຍງອັດຕະລັກຂອງອຸດອນທານີ ເຂົ້າກັບຄວາມທັນສະໄໝຂອງໂຕກຽວໄດ້ຢ່າງສົມບູນ.

ກຽມພົບກັບພວກເຂົາໃນ NewFriend Memory in Melody

ຕະຫຼອດ 8 ປີໃນເສັ້ນທາງດົນຕີ, Anatomy Rabbit ພິສູດແລ້ວວ່າພວກເຂົາບໍ່ແມ່ນສິລະປິນທີ່ດັງພຽງແຕ່ຊ່ວງດຽວທີ່ເພງຂອງເຂົາເຈົ້າຖືກຟັງນັບ 100 ລ້ານຄັ້ງ, ແຕ່ເປັນສິນລະປິນທີ່ມີການເຕີບໂຕ ແລະ ມີຖານແຟນຄລັບທີ່ໜັກແໜ້ນຢ່າງຕໍ່ເນື່ອງມາຈົນເຖິງປັດຈຸບັນ.

ອ່ານຕື່ມ:  ຈະເປັນແນວໃດ ຖ້າວ່າ… OOPS ປ່ອຍເພງໃໝ່ໃນຮອບເກືອບ 2 ປີ ທີ່ຟັງແລ້ວຕ້ອງມີຄຳຖາມໃນໃຈ

ໃນວັນທີ 5 ມີນາ 2026 ນີ້, Anatomy Rabbit ຈະນຳເອົາບົດເພງທີ່ເຄີຍປອບໂຍນພວກເຮົາໃນມື້ທີ່ໂດດດ່ຽວ ມາສ້າງເປັນຄວາມຊົງຈຳໃໝ່ຮ່ວມກັນເທິງເວທີ NewFriend Memory in Melody. ທີ່ ເດີ່ນບຶງ ບ້ານດົງຄຳຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ. ກຽມຕົວໃຫ້ພ້ອມ ແລ້ວມາລອຍໄປໃນໂລກສີພາສເທວໄປນຳກັນ.

ເບິ່ງຂໍ້ມູນກ່ຽວເພີ່ມເຕີມ ແລະ ຊື້ບັດເຂົ້າງານໄດ້ທີ່ ewent.la ຫຼື eventy5 ໄດ້ເລີຍ. ປີ້ລາຄາ 219,000 ກີບ.

🎟️ Tickets Available Now

ຊື້ບັດເຂົ້າຊົມຄອນເສີດໄດ້ແລ້ວມື້ນີ້!

ບັດມີຈຳນວນຈຳກັດ! ຟ້າວໄປຈັບຈອງກັນເລີຍ ສາມາດເລືອກຊື້ຜ່ານຊ່ອງທາງທີ່ທ່ານສະດວກດ້ານລຸ່ມນີ້:

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.