Highlights
- ການຄົ້ນພົບຮັກແທ້ທີ່ເປັນພື້ນທີ່ປອດໄພ ແລະ ການຕາມຫາຄວາມຮັກທີ່ຈິງໃຈທ່າມກາງຄວາມເມື່ອຍລ້າ ແລະ ໂດດດ່ຽວ ຈົນໄດ້ພົບກັບຄົນທີ່ເຂົ້າມາເຕີມເຕັມຊີວິດ.
- ເຖິງວ່າທຸກຢ່າງຈະປ່ຽນແປງໄປ ແຕ່ຄວາມຮັກ ແລະ ຄວາມຈິງໃຈຂອງຄົນຜູ້ນີ້ຍັງຄົງໂອບກອດ ແລະ ຄຽງຂ້າງກັນສະເໝີ ບໍ່ວ່າຈະໃນສະຖານະການໃດ.
- ບົດເພງແທນຄຳຂອບໃຈອັນບໍລິສຸດ ເພື່ອສະແດງຄວາມຂອບໃຈຕໍ່ຄວາມຮັກທີ່ນັບມື້ຍິ່ງຊັດເຈນ ແລະ ມີຄວາມໝາຍ.
ສຳຜັດຄວາມໝາຍຂອງຮັກແທ້ ແລະ ພື້ນທີ່ປອດໄພຜ່ານເພງ “ຄືເຈົ້າ Always Been You” ຈາກ Aluna ບົດເພງທີ່ຖ່າຍທອດການເດີນທາງຂອງຫົວໃຈທີ່ບອກເລົ່າເລື່ອງລາວຄວາມຮັກອັນບໍລິສຸດ ແລະ ການຂອບໃຈຄົນທີ່ຄຽງຂ້າງໃນວັນທີ່ອ່ອນແອ.
ມ່ວນຊວນຟັງ ຈະຂໍພາທຸກຄົນອອກໄປສຳຜັດທຸກຄວາມຮູ້ສຶກຮັກອັນອົບອຸ່ນ, ຮັກແທ້ ແລະ ແສນດີ ໃນເພງ “ຄືເຈົ້າ Always Been You” ຈາກ Aluna.
ຫຼາຍຄົນຄົງສົງໄສ ພ້ອມຄິດວ່າໃນຊີວິດນີ້, ເຮົາອາດຈະໄດ້ເຈິຮັກແທ້ທີ່ຈິງໃຈ ແລະ ເປັນພື້ນທີ່ປອດໄພທີ່ບໍ່ທຳຮ້າຍໃຈກັນຄືຄົນອື່ນຫຼືບໍ່ ເພາະການອອກຕາມຫາຮັກແທ້ນັ້ນມັນເຮັດໃຫ້ທັງເມື່ອຍ ແລະ ລ້າຫຼາຍເກີນໄປ.
ແຕ່ພໍໄດ້ພົບກັນທຸກຢ່າງມັນໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງຄວາມໝາຍໃຫ້ເລິກເຊິ່ງຂຶ້ນ…
“ເມື່ອຊີວິດໄດ້ລິຂິດ ໃຫ້ພົບເຈົ້າ ເພື່ອຮຽນຮູ້ໃຫ້ເຂົ້າໃຈໃນຄວາມໝາຍ
ສິ່ງຕ່າງໆອາດປ່ຽນແປງໄປຫຼາຍຢ່າງ ມີຄວາມບໍ່ແນ່ນອນ
ໃນວັນທີອ່ອນແອ ຄວາມຮັກເຈົ້າຍັງໂອບກອດຂ້ອຍໄວ້”
ອີງຈາກເນື້ອເພງທີ່ Aluna ໄດ້ແຕ່ງ ແລະ ຮຽບຮຽງມານັ້ນ ໄດ້ບອກທຸກຄວາມຮູ້ສຶກທີ່ລາວມີ ແລະ ໄດ້ຖ່າຍທອດປະສົບການທີ່ຜ່ານມາໃຫ້ເຮົາໄດ້ສຳຜັດເຖິງຊ່ວງຊີວິດຕ່າງໆ.
ເຖິງແມ່ນວ່າສະຖານະການອ້ອມຂ້າງຈະປ່ຽນແປງໄປຕາມການເວລາ ແຕ່ ຄວາມຮັກ ແລະ ຄວາມຈິງໃຈ ຂອງຮັກແທ້ຍັງຄົງໂອບກອດ ແລະ ຄຽງຂ້າງໃນວັນທີ່ອ່ອນແອສະເໝີ.
ເພງນີ້ຈຶ່ງປຽບເໝືອນການສະແດງຄວາມຂອບໃຈຕໍ່ຄວາມຮັກອັນບໍລິສຸດ ທີ່ນັບມື້ນັບຊັດເຈນຂຶ້ນຕາມວັນເວລາທີ່ຜ່ານໄປ.