ໃຜທີ່ກຳລັງເພິ່ງພາ AI ແບບ ChatGPT ແບບສຸດໂຕ ບໍ່ວ່າຈະຂຽນບົດລາຍງານ, ຄິດແຄັບຊັນປັງໆ ຫຼືແມ່ນແຕ່ຊ່ວຍສະຫຼຸບຂໍ້ມູນຊັບຊ້ອນ ກຽມຟັງຂ່າວນີ້ໃຫ້ດີ. ເພາະຫຼ້າສຸດຜົນວິໄຈຈາກ MIT (Massachusetts Institute of Technology) ອອກມາເຕືອນແລ້ວວ່າ ການເພິ່ງພາ AI ເຫຼົ່ານີ້ຫຼາຍເກີນໄປ ອາດສົ່ງຜົນໃຫ້ “ສະໝອງຂອງເຮົາຄິດໜ້ອຍລົງ” ແຖມຍັງຂີ້ລືມງ່າຍຂຶ້ນພ້ອມໃດ໋!
ເວົ້າງ່າຍໆ ກໍຄື ເຖິງແມ່ນວ່າ AI ຈະຊ່ວຍໃຫ້ເຮົາເຮັດວຽກໄດ້ໄວຂຶ້ນ ແລະ ງ່າຍຂຶ້ນຄືກັບເສກໄດ້ ແຕ່ຂໍ້ກັງວົນທີ່ຜົນວິໄຈສະບັບນີ້ກຳລັງບອກເຮົາຢ່າງຊັດເຈນກໍຄື ມັນກຳລັງກັດກິນ ທັກສະການຮຽນຮູ້ ຂອງເຮົາໄປເທື່ອລະໜ້ອຍ! ນັ້ນໝາຍຄວາມວ່າຄົນທີ່ໃຊ້ AI ຫຼາຍໆ ມີທ່າອ່ຽງທີ່ຈະ “ຮຽນຮູ້” ເລື່ອງຕ່າງໆ ໄດ້ຕ່ຳລົງ ເມື່ອທຽບກັບຄົນທີ່ໃຊ້ AI ໜ້ອຍກວ່າ ຫຼື ຄົນທີ່ໃຊ້ສະໝອງຄິດເອງລ້ວນໆ.
ເຈາະເລິກຜົນວິໄຈ: ສະໝອງໃຜເຮັດວຽກຫຼາຍກວ່າກັນ?
ທີມວິໄຈຈາກ MIT Media Lab ເຂົາບໍ່ໄດ້ມາເວົ້າລອຍໆ ແຕ່ທຳການສຶກສາຢ່າງຈິງຈັງ. ພວກເຂົາແບ່ງກຸ່ມຕົວຢ່າງ 54 ຄົນ ອອກເປັນ 3 ກຸ່ມ ເພື່ອເຮັດວຽກຂຽນບົດຄວາມຄືກັນ ແຕ່ໃຊ້ເຄື່ອງມືຕ່າງກັນ:
- ກຸ່ມທຳອິດ: ໃຊ້ LLM (Large Language Model) ຢ່າງ ChatGPT ໄດ້ເຕັມທີ່
- ກຸ່ມທີສອງ: ຄົ້ນຫາຂໍ້ມູນຈາກ Search Engine ໄດ້
- ກຸ່ມສຸດທ້າຍ: ຕ້ອງ ຄິດເອງທັງໝົດ ບໍ່ມີຕົວຊ່ວຍໃດໆ
ລະຫວ່າງທີ່ທຸກຄົນກຳລັງກົ້ມໜ້າກົ້ມຕາຂຽນ ທີມວິໄຈກໍສຽບເຄື່ອງ EEG (ເຄື່ອງວັດຄື້ນສະໝອງ) ວັດການເຮັດວຽກຂອງສະໝອງຜູ້ເຂົ້າຮ່ວມທົດລອງຕະຫຼອດເວລາ ຈາກນັ້ນກໍເອົາຜົນງານທີ່ໄດ້ມາວິເຄາະ ແລະສຳພາດທຸກຄົນແບບຈັດເຕັມ.
ຜົນລັບສຸດຊັອກ: ສະໝອງໃຜຂີ້ຄ້ານທີ່ສຸດ?
ຜົນຈາກເຄື່ອງ EEG ຊັດເຈນຫຼາຍວ່າ ກຸ່ມທີ່ຄິດເອງທັງໝົດ ສະໝອງເຮັດວຽກຫຼາຍທີ່ສຸດ! ໃນຂະນະທີ່ກຸ່ມທີ່ໃຊ້ Search Engine ສະໝອງກໍເຮັດວຽກໜ້ອຍລົງມາໜ້ອຍໜຶ່ງ. ແຕ່ທີ່ໜ້າຕົກໃຈຄື ກຸ່ມທີ່ໃຊ້ LLM ແບບ ChatGPT ນີ້ ສະໝອງເຮັດວຽກຕ່ຳທີ່ສຸດໃນຊ່ວງທ້າຍຂອງການທົດລອງ! ນີ້ຄືສັນຍານອັນຕະລາຍ.
ເທົ່ານັ້ນຍັງບໍ່ພໍ, ທີມວິໄຈຍັງລອງໃຫ້ກຸ່ມຕົວຢ່າງສະຫຼັບເຄື່ອງມືກັນພ້ອມ. ຜົນຄື ກຸ່ມທີ່ເຄີຍໃຊ້ LLM ມາກ່ອນ ພໍຕ້ອງມາຄິດເອງ, ບາງເທື່ອສະໝອງຊໍ້າພັດເຮັດວຽກໜ້ອຍກວ່າກຸ່ມທີ່ຄິດເອງມາຕະຫຼອດ ແລ້ວຈຶ່ງມາໃຊ້ LLM ຊໍ້າອີກ. ແຖມຄົນທີ່ໃຊ້ LLM ຍັງມີທ່າອ່ຽງທີ່ຈະ “ລືມ” ວ່າຕົນເອງຂຽນຫຍັງລົງໄປ ທັງໆ ທີ່ຫາກໍຂຽນແລ້ວເມື່ອບໍ່ພໍເທົ່າໃດນາທີທີ່ຜ່ານມາ.
ພ້ອມນີ້, ທີ່ໜ້າຄິດໄປອີກຂັ້ນຄື ຈາກການວິເຄາະເນື້ອຫາທີ່ຂຽນດ້ວຍເຕັກນິກ Named Entities Recognition (NER) ພົບວ່າ ວຽກທີ່ຂຽນໂດຍກຸ່ມທີ່ໃຊ້ LLM ມັກຈະມີຂໍ້ມູນທີ່ “ກະຈຸກຕົວສູງ” ເຊັ່ນ: ຖ້າເວົ້າເຖິງນັກປັດຊະຍາ ກໍມັກຈະວົນຢູ່ແຕ່ຊື່ຂອງ Plato ເທົ່ານັ້ນ. ໃນຂະນະທີ່ກຸ່ມທີ່ຄິດເອງທັງໝົດ ຈະມີການເວົ້າເຖິງຊື່ຕ່າງໆ ທີ່ຫຼາກຫຼາຍ ແລະກະຈາຍຕົວຫຼາຍກວ່າ. ສະແດງວ່າ AI ອາດຈະເຮັດໃຫ້ເຮົາເບິ່ງເຫັນຫຍັງແຄບໆ ໄປ ຫຼື ບໍ່?
ທີມງານ MIT ຢໍ້າຊັດເຈນວ່າ ນີ້ເປັນພຽງຈຸດເລີ່ມຕົ້ນຂອງການສຶກສາຜົນກະທົບຂອງການໃຊ້ AI ກັບການຮຽນຮູ້ໃນໄລຍະຍາວເທົ່ານັ້ນ, ແຕ່ຜົນລັບທີ່ໄດ້ກໍເປັນສັນຍານເຕືອນທີ່ດັງພໍໃຫ້ເຮົາຕ້ອງກັບມາທົບທວນພຶດຕິກຳການໃຊ້ AI ກັນແລ້ວ. ຢ່າປ່ອຍໃຫ້ AI ຍາດວຽກສະໝອງເຮົາໄປໝົດໃດ! ບໍ່ດັ່ງນັ້ນອາດຈະກາຍເປັນຄົນຂີ້ລືມ ແລະສະໝອງບໍ່ເຮັດວຽກເອົາໄດ້.