ເປີດໃຫ້ໃຊ້ງານໄດ້ແລ້ວສຳລັບ Adobe Photoshop ໃນ iPhone ຕອບສະໜອງໃຫ້ຜູ້ໃຊ້ງານສາມາດເຂົ້າເຖິງເຄື່ອງມືການແກ້ໄຂພາບໃຫ້ໄດ້ປະສິດທິພາບຂອງ Photoshop ໃນ iPhone ໄດ້ງ່າຍຂຶ້ນ.
ຈຸດປະສົງການເປີດຕົວ ໃຫ້ໃຊ້ງານໄດ້ໃນໂທລະສັບໄດ້ກໍເພື່ອໃຫ້ຜູ້ໃຊ້ສາມາດແກ້ໄຂພາບ ແລະ ສ້າງສັນຜົນໃນການອອກແບບຕ່າງໆໄດ້ທຸກສະຖານທີ່ ແລະ ທຸກເວລາ.
ຄຸນສົມບັດຫຼັກຂອງ Photoshop ໃນ iPhone
ການແກ້ໄຂພາບເພື່ອໃຫ້ເບິ່ງໂດດເດັ່ນ
ຜູ້ໃຊ້ງານສາມາດແຕ່ງພາບດ້ວຍເຄື່ອງມືທີ່ມີຄວາມຫຼາກຫຼາຍຢ່າງການປັບແສງ, ປັບຄວາມຄົມຊັດ, ການປັບຄວາມສົມດຸນຂອງສີໄດ້ຢ່າງລະອຽດ ແລະ ການໃຊ້ຂໍ້ຄວາມຕ່າງໆໃນພາບ
ການປ່ຽນສີຂອງສິ່ງຕ່າງໆ
ສາມາດເລືອກພື້ນທີ່ໃນພາບຂອງຜູ້ໃຊ້ດ້ວຍເຄື່ອງມື Tap Select ຫຼື Lasso ໃນການປັບຄວາມແຈ້ງເພີ່ມຄວາມສົດໃສ.
ປ່ຽນພາບພຶ້ນຫຼັງ
ສ້າງພາບພື້ນຫຼັງໃໝ່ດ້ວຍການ Generate Image ມາໃຊ້ເຈີຣ໌ AI ໂດຍສາມາດເລືອກໃຊ້ຮູບພາບຈາກໂທລະສັບ ຫຼື ໃນ Adobe Stock.
ລົບອົງປະກອບທີ່ບໍ່ຕ້ອງການ
ຟີເຈີຣ໌ນີ້ສາມາດລົບບາງສິ່ງໃນຮູບທີ່ບໍ່ຕ້ອງການໄດ້ຢ່າງວ່ອງໄວ ໂດຍການເລືອກວັດຖຸ ຫຼື ບຸກຄົນໃດໜຶ່ງດ້ວຍເຄື່ອງມື Tap Select ແລ້ວໃຊ້ Generative Fill ເພື່ອໃຫ້ຜົນລັບທີ່ເບິ່ງຄືເປັນທຳມະຊາດ.
ລົບຮ່ອງຮ່ອຍຕ່າງໆສະເພາະຈຸດ
ລົບສິ່ງຕ່າງໆທີ່ເປັນບັນຫາກວນໃຈດ້ວຍ Spot Healing Brush ບໍ່ວ່າຈະເປັນສິວ, ຈຸດດ່າງດຳ ແລະ ອື່ນໆ.
ໂດຍ: ທີມບັນນາທິການ Gadzila