ໜ້າຫຼັກ Muan.la - ສາລະບັນເທີງ Muan Watch - ມ່ວນຊວນເບິ່ງ ລວມກາຕູນ 8 ເລື່ອງເບົາສະໝອງໄວ້ເບິ່ງຕອນກິນເຂົ້າ ເບິ່ງກາຕູນທີ່ມັກເຮັດໃຫ້ອາຫານແຊບພິເສດກວ່າເກົ່າ
Muan Watch - ມ່ວນຊວນເບິ່ງ

ລວມກາຕູນ 8 ເລື່ອງເບົາສະໝອງໄວ້ເບິ່ງຕອນກິນເຂົ້າ ເບິ່ງກາຕູນທີ່ມັກເຮັດໃຫ້ອາຫານແຊບພິເສດກວ່າເກົ່າ

ແບ່ງປັນ

ເຂົ້າກໍຢາກກິນ ສະໝອງກໍຢາກພັກ ແລ້ວພວກເຮົາຈະເຮັດແນວໃດໃຫ້ກິນເຂົ້າແຊບກວ່າເົ່າລະ? ມື້ນີ້ມ່ວນເລີຍນຳກາຕູນ 8 ເລື່ອງໜ້າເບິ່ງມາແຊຣ໌ໃຫ້ທຸກຄົນ, ທີ່ເບິ່ງແລ້ວຈະເຮັດໃຫ້ຮູ້ສຶກອາລົມດີເບົາສະໝອງ, ໜ້າຮັກ ແລະ ຕະຫຼົກ.

ທັງ 8 ເລື່ອງທີ່ມ່ວນນຳມາຖືວ່າເປັນກາຕູນທີ່ເບິ່ງໄດ້ທຸກເພດທຸກໄວເໝາະທີ່ຈະເບິ່ງຕອນກິນເຂົ້າເພື່ອຜ່ອນຄາຍ ບັນທຶກເກັບໄວ້ເລີຍເພາະເບິ່ງຕອນກິນເຂົ້າກັບກາຕູນທີ່ມັກແຮງເຮັດໃຫ້ອາຫານມັນແຊບພິເສດຂຶ້ນໄປອີກ.

1. We Bare Bears

ເປັນເລື່ອງກ່ຽວກັບໝີສາມໂຕທີ່ມີບຸກຄະລິກແຕກຕ່າງກັນທີ່ພະຍາຍາມຈະໃຊ້ຊີວິດຮ່ວມກັບມະນຸດ, ເປັນເລື່ອງທີ່ທັງໜ້າຮັກຕະຫຼົກ ແລະ ດີຕໍ່ໃຈ.

2. Tom & Jerry

ກາຕູນທີ່ຫຼາຍຄົນມັກ ແລະ ຕ້ອງໄດ້ເບິ່ງກັນມາແຕ່ນ້ອຍ. ເລື່ອງແມ່ນໄດ້ເລົ່າເຖິງແມວທອມ ແລະ ໜູເຈີຣີ ທີ່ມັກແລ່ນໄລ່ລ່າກັນໄປມາ, ທັງສອງມັກຈະຫາກົນລະຍຸດໃນການແກ້ແຄ້ນກັນ ແລະ ກັນຕະຫຼອດ. ເຖິງວ່າທອມ ແລະ ເຈີຣີຈະມັກຜິດກັນແຕ່ມັນກໍຮູ້ໃຫ້ຄວາມສຶກວ່າທັງສອງຈະນັ້ນມີມິດຕະພາບດີໆໃຫ້ກັນ.

3. Scooby Doo

ເປັນເລື່ອງລາວກ່ຽວກັບນັກສືບໄວໜຸ່ມກຸ່ມໜຶ່ງທີ່ມັກຈະເດີນທາງເພື່ອໄປໄຂປິດສະໜາເລິກລັບຕ່າງໆພ້ອມກັບໝາເວົ້າໄດ້ທີ່ຊື່ Scooby Doo ເຊິ່ງເປັນຕົວສ້າງສີສັນຄວາມຮາ.

4. Shin chan

ເປັນກາຕູນທີ່ເວົ້າເຖິງຊີວິດປະຈຳວັນຂອງຊິນຈັງ ເດັກນ້ອຍຂີ້ດື້ ແລະ ຄອບຄົວຂອງລາວ ດ້ວຍຄວາມອາລົມດີຂອງຊິນຈັງ ແລະ ສະຖານະການຮາຮາທີ່ເກີດຂຶ້ນ ເຮັດໃຫ້ກາຕູນເລື່ອງນີ້ໄດ້ສ້າງຮອຍຍິ້ມໃຫ້ກັຍຄົນເບິ່ງໄດ້ງ່າຍ.

5. Adventure Time

ເປັນກາຕູນກ່ຽວກັບການຜະຈົນໄພຂອງເດັກນ້ອຍຜູ້ຊາຍທີ່ມີແຕ່ຄວາມມ່ວນຊື່ນ ແລະ ຈິນຈະນາການໄຮ້ຂອບເຂດ.

6. The Amazing World of Gumball

ກາຕູນທີ່ເຕັມໄປດ້ວຍຄວາມລຽບງ່າຍແຕ່ຕະຫຼົກທີ່ເກີດເຫດການໃນຊີວິດປະຈຳວັນຂອງກຳບອລ ແລະ ໝູ່ໆຂອງລາວ.

7. Larva TUBA

ເປັນກາຕູນທີ່ບໍ່ມີບົດເວົ້າ, ເປັນເລື່ອງລາວຂອງໂຕໜອນສີແດງ ແລະ ສີເຫຼືອງ. ເຊິ່ງໃນການໃຊ້ຊີວິດປະຈຳວັນທີ່ໃນແຕ່ລະມື້ຄືຕ້ອງມີເລື່ອງເຂົ້າມາໃຫ້ເຈັບຫົວ ແລະ ບໍ່ປົກກະຕິເພາະຈະມີຫຼາຍຕົວລະຄອນທີ່ເຂົ້າມາສ້າງວຸ່ນວາຍສະໜຸກສະໜານ.

ອ່ານຕື່ມ:  ຈາກການ Bully ສູ່ການໃຫ້ອະໄພ A Silent Voice ສອນໃຫ້ເຮົາເຂົ້າໃຈຄົນອື່ນຫຼາຍຂຶ້ນ

8. Powerpuff Girl

ສາມສາວນ້ອຍທີ່ມີພະລັງວິເສດທີ່ຕ້ອງໄດ້ປົກປ້ອງຄົນໃນເມືອງ, ດ້ວຍການປະສົມຄວາມໜ້າຮັກ, ຄວາມແຂງແຮງ ແລະ ອາລົມດີ ມັນຈຶ່ງເຮັດໃຫ້ເປັນກາຕູນທີ່ໃຫ້ຄວາມມ່ວນຊື່ນ ແລະ ສ້າງຄວາມສຸກໃຫ້ຄົນເບິ່ງ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

Wednesday Season 2: ຄວາມມືດມົນທີ່ກັບມາພ້ອມຄະດີຄາດຕະກຳສຸດເລິກລັບ

ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ....

Muan Watch - ມ່ວນຊວນເບິ່ງ

ເຂັມຈິຣາຕ້ອງລອດ: ຊີຣີສ໌ທີ່ຫຼອນໄດ້ໃຈ ເນື້ອຫາສຸດເຂັ້ມຂຸ້ນທີ່ມາພ້ອມກັບຄວາມເລິກລັບ

ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller...

Muan Watch - ມ່ວນຊວນເບິ່ງ

ເອົາໃຈຊ່ວຍຄົນໂສດຈີບກັນໃນລາຍການ Better Late Than Single

ໂສດມາທັງຊີວິດກໍເຖິງເວລາເປີດໃຈ ຕິດຕາມລາຍການ Better Late Than Single ຈາກ Netflix ນຳໜຸ່ມ-ສາວ 10 ຄົນທີ່ບໍ່ເຄີຍມີແຟນມາກ່ອນ ມາຮຽນຮູ້ຄວາມຮັກເປັນຄັ້ງທຳອິດ.

Muan Watch - ມ່ວນຊວນເບິ່ງ

ໝູ່ສະໜິດທີ່ຫາຍຕົວໄປໃນປ່າໜຶ່ງອາທິດກັບມາ ພ້ອມປ່ຽນໄປ ຫຼື “ນີ້ບໍ່ແມ່ນຮິຄາຣຸ”

ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ. The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.