ໜ້າຫຼັກ Gadzila ຝົນຕົກ-ບໍ່ຢ້ານປຽກ 3 ແອັບຮິດ ວາງແຜນການເດີນທາງ ຮັບມືສະພາບອາກາດ
Gadzila

ຝົນຕົກ-ບໍ່ຢ້ານປຽກ 3 ແອັບຮິດ ວາງແຜນການເດີນທາງ ຮັບມືສະພາບອາກາດ

ຝົນຕົກກໍບໍ່ຢ້ານປຽກ ລວມ 3 ແອັບພະຍາກອນຍອດຮິດຊ່ວຍວາງແຜນການເດີນທາງເພື່ອຮັບມືກັບສະພາບອາກາດ

ແບ່ງປັນ

ກ້າວເຂົ້າສູ່ລະດູຝົນກັນແບບເຕັມຕົວແລ້ວ ແລະ ພວກເຮົາຈະເຮັດແນວໃດເພື່ອຫຼີກລ້ຽງບໍ່ໃຫ້ຕົວເອງປຽກຝົນເວລາອອກໄປທາງນອກ ເພາະການຕາກຝົນມັນກໍຈະມັກມາພ້ອມກັບອາການບໍ່ສະບາຍໂລດ. ມື້ນີ້ ກອັດຈິ ເລີຍນຳ 3 ແອັບພລິເຄຊັນເຊັກສະພາບອາກາດຍອດຮິດທີ່ຄວນມີຕິດໄວ້ໃນໂທລະສັບມາຝາກທຸກຄົນ.

ການມີແອັບທີ່ສາມາດເຊັກສະພາບອາກາດໄວ້ຕິດໂທລະສັບມັນກໍຈະຊ່ວຍໃຫ້ພວກເຮົາວາງແຜນຊີວິດປະຈຳວັນໄດ້ງ່າຍສະບາຍຂຶ້ນ, ພ້ອມຮັບມືກັບທຸກສະພາບອາກາດ ບໍ່ວ່າຈະເປັນການເດີນທາງໄປຮຽນ, ເຮັດວຽກ, ການໄປນັ່ງຊິລຢູ່ຄາເຟ່, ຖ່າຍຮູບ ຫຼື ການອອກທຣິບນອກເມືອງ.

ຖ້າພ້ອມຮັບມືລະດູຝົນແລ້ວກໍດາວໂຫຼດແອັບເຫຼົ່ານີ້ໄດ້ເລີຍ ມີໃຫ້ດາວໂຫຼດທັງໃນ App Store ແລະ Google Play.

Windy.com – Weather & Radar

ເປັນແອັບທີ່ເໝາະກັບຄົນທີ່ຢາກວາງແຜນການເດີນທາງໄກ, ການຂີ່ລົດຈັກ ຫຼື ການເຮັດຄອນເທັນກາງແຈ້ງ, ມີຟີເຈີຣ໌ແຜນທີ່ບອກສະພາບອາກາດ ແລະ ຈຸດເດັ່ນທີ່ແອັບມີການສະແດງພາບເຣດາເປັນພາບຝົນຕົກ – ລົມແບບ Real time ແລະ ເມກຢ່າງລະອຽດ.

AccuWeather Weather Forecast

ເປັນແອັບທີ່ບອກສະພາບອາກາດແບບ Real-Tim ມີຟີເຈີຣ໌ພິເສດ Minute Cast™ ສຳລັບການອັບເດດແຈ້ງເຕືອນປະລິມານນ້ຳຝົນແບບນາທີຕໍ່ນາທີ. ຈຸດເດັ່ນຄືການບອກສະພາບອາກາດພ້ອມແຈ້ງເຕືອນຝົນຕົກສະເພາະພື້ນທີ່ໄດ້ດີ ເຊິ່ງແອັບນີ້ເໝາະກັບການກວດເບີ່ງທຸກມື້ກ່ອນອອກນອກເຮືອນ.

Weather

ເປັນແອັບພະຍາກອນອາການຟຣີທີ່ມີຟີເຈີຣ໌ຄົບເຄື່ອງທັງການບອກສະພາບອາກາດໃນພື້ນທີ່, ມີແຜນທີ່ອາກາດ, ອັບເດດສະພາບອາກາດເປັນລາຍຊົ່ວໂມງ ແລະ ລາຍວັນ. ຈຸດເດັ່ນແມ່ນຂໍ້ມູນຄົບຖ້ວນທັງຝົນ, ອຸນຫະພູມ, ດັດຊະນີ UV ແລະ ມົນລະພິດ ແລະ ແອັບນີ້ຍັງເໝາະກັບຄົນທີ່ເປັນພູມແພ້ ຫຼື ການວັດຄ່າຝຸ່ນ PM 2.5

ເຄັດລັບເສີມໃນລະດູຝົນ

1. ເປີດການແຈ້ງເຕືອນຝົນຕົກໄວ້ລ່ວງໜ້າໃນແອັບ

2. ໃຊ້ວິດເຈັດໜ້າຈໍເພື່ອເບິ່ງພະຍາກອນແບບໄວໆ ທັນໃຈ

3. ຖ້າມີແຜນເດີນທາງໄກໃຫ້ໃຊ້ແອັບ Windy ຄູ່ກັບ Google Maps ເພື່ອເບິ່ງເສັ້ນທາງຫຼີກເວັ້ນຝົນຕົກໜັກ

ອ່ານຕື່ມ:  ເຈົ້າເປັນນັກອ່ານສີໃດ? Find Your Color Type ບົດທົດສອບສຳຫຼວດຄວາມຄິດສຳລັບຄົນມັກອ່ານ

4. ກຽມອຸປະກອນກັນປຽກຝົນໄວ້ສະເໝີ ໂດຍການກຽມຄັນຮົ່ມຂະໜາດນ້ອຍ ຫຼື ເສື້ອກັນຝົນໄວ້ຕິດໃນກະເປົາສຳລັບສະພາບຝົນທີ່ອາດຕົກແບບບໍ່ຄາດຄິດ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Gadzila

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

Gadzila

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

Gadzila

NotebookLM: ແອັບ AI ສະຫຼຸບບັນທຶກ ແລະ ສ້າງ Podcast ສຽງເວົ້າຄືມະນຸດ

ພົບກັບຈຸດເດັ່ນທີ່ບໍ່ຄວນພາດ NotebookLM ແອັບ AI ຈາກ Google ຊ່ວຍສະຫຼຸບບັນທຶກ ແລະ ສ້າງເັປັນ Podcast ໃຫ້ສຽງເວົ້າຄືມະນຸດ ການໃຊ້ງານເໝາະກັບນັກຮຽນ,...

Gadzila

ປ້ອງກັນໄພຈາກເບີແປກ: ໃຊ້ແອັບຊ່ວຍກວດວ່າໃຜໂທມາເພື່ອຫຼີກລ້ຽງພວກມິດສາຊີບ

ຢ່າຕົກເປັນເຫຍື່ອຂອງພວກມິດສາຊີບ ຮູ້ທັນກົນໄກການຫຼອກລວງທາງໂທລະສັບແບບໃໝ່ໆ. ປ້ອງກັນຕົວເອງດ້ວຍແອັບກວດເບີໂທທີ່ຊ່ວຍເພີ່ມຄວາມປອດໄພ ແລະ ຄວາມໝັ້ນໃຈໃຫ້ກັບການໃຊ້ໂທລະສັບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.