ທຸກຄົນ… ມື້ນີ້ຂ້ອຍນອນໝົດສະພາບຢູ່ໜ້າພັດລົມຄືກັບນ້ຳກ້ອນທີ່ກຳລັງລະລາຍ.
ເຄີຍເປັນບໍ່? ມື້ທີ່ອາກາດຮ້ອນໆ ເຮົາຈະຮູ້ສຶກວ່າຮ່າງກາຍມັນໜັກອຶ້ງ, ສະໝອງຕື້, ບໍ່ຢາກເຮັດຫຍັງເລີຍນອກຈາກນອນໄຖໂທລະສັບໄປມາ. ແລ້ວສຸດທ້າຍກໍມາຮູ້ສຶກຜິດກັບຕົວເອງວ່າ: “ເປັນຫຍັງມື້ນີ້ຂ້ອຍຄືມາຂີ້ຄ້ານແທ້ວະ?”
ແຕ່ດ໋ຽວກ່ອນ! ຂ້ອຍໄປອ່ານເຈິບົດຄວາມໜຶ່ງຂອງ The MATTER ມາ. ມັນປົດລັອກຄວາມຮູ້ສຶກຜິດໃນໃຈຂ້ອຍໄປໝົດເລີຍ!
ເຂົາບອກວ່າ ທີ່ເຮົາຮູ້ສຶກໝົດແຮງໃນມື້ທີ່ອາກາດຮ້ອນຈັດ… ມັນບໍ່ແມ່ນຍ້ອນເຮົາ “ຂີ້ຄ້ານ” ໃດ໋! ແຕ່ເປັນຍ້ອນກົນໄກທາງຮ່າງກາຍລ້ວນໆ.
ລອງຈິນຕະນາການເບິ່ງເດີ້ ຮ່າງກາຍເຮົາກໍຄືກັບໂທລະສັບມືຖື.
ຕອນທີ່ອາກາດປົກກະຕິ, ເຮົາກໍໃຊ້ພະລັງງານໄປກັບການເຮັດວຽກ, ຍ່າງ, ຄິດ (ຄືກັບການເປີດແອັບໜ້າຈໍຫຼັກ).
ແຕ່ພໍອາກາດຮ້ອນຈັດ… ຮ່າງກາຍເຮົາຕ້ອງເປີດ “ໂໝດເອົາຕົວລອດ” ທີ່ແລ່ນຢູ່ເບື້ອງຫຼັງ (Background Apps) ແບບເຕັມກຳລັງ! ຫົວໃຈຕ້ອງປ້ຳເລືອດໄວຂຶ້ນ, ເສັ້ນເລືອດຂະຫຍາຍຕົວ, ຕ່ອມເຫື່ອເຮັດວຽກໜັກ ເພື່ອລະບາຍຄວາມຮ້ອນອອກມາບໍ່ໃຫ້ເຮົາຊັອກ.
ເຮົານັ່ງຢູ່ຊື່ໆ, ບໍ່ໄດ້ຍົກເຄື່ອງໜັກຈັກກິໂລ, ແຕ່ທາງໃນຮ່າງກາຍເຮົາກຳລັງ “ແລ່ນມາຣາທອນ” ຕ້ານກັບອຸນຫະພູມຢູ່!
ສົມພໍ!!! ແບັດເຕີຣີຊີວິດເຮົາມັນຈຶ່ງໝົດໄວແບບບໍ່ຮູ້ໂຕ. ເຮົາບໍ່ໄດ້ຂີ້ຄ້ານ… ແຕ່ພະລັງງານເຮົາມັນຖືກດູດໄປໃຊ້ກັບການ “ເຮັດແນວໃດກໍໄດ້ໃຫ້ມີຊີວິດລອດຈາກແສງແດດ” ໄປໝົດແລ້ວ!
ນອກຈາກນັ້ນ, ບັນຍາກາດຮ້ອນໆອົບເອົ້າ ມັນຍັງເປັນບັນຍາກາດທີ່ເຮັດໃຫ້ທຸກຢ່າງເບິ່ງຊ້າລົງໄປໝົດ, ຄືກັບໂລກທັງໜ່ວຍກຳລັງເປີດໂໝດ Slow motion. ມັນກໍບໍ່ແປກທີ່ສະໝອງເຮົາຈະສັ່ງການໃຫ້ເຮົາຢາກພັກນຳ.
ພໍຮູ້ແບບນີ້ແລ້ວ ຂ້ອຍຮູ້ສຶກວ່າ… ບາງເທື່ອເຮົາກໍໃຈຮ້າຍກັບຕົວເອງຫຼາຍໂພດເນາະ.
ເຮົາອາໄສຢູ່ໃນຍຸກທີ່ທຸກຄົນຕ້ອງ Productive ຕະຫຼອດເວລາ ຈົນເຮົາລືມຟັງສຽງຂອງຮ່າງກາຍ. ເຮົາລືມໄປວ່າ ເຄື່ອງຈັກທີ່ສັບຊ້ອນທີ່ສຸດນີ້ ກໍຕ້ອງການ “ການພັກຈັກບຶດ” ເພື່ອ Cool down ລະບາຍຄວາມຮ້ອນຄືກັນ.
ແລ້ວທຸກຄົນເດ… ມື້ນີ້ອະນຸຍາດໃຫ້ຕົນເອງ “ຂີ້ຄ້ານ” ໂດຍບໍ່ຕ້ອງຮູ້ສຶກຜິດແລ້ວຫຼືຍັງ? ຫຼື ຍັງບັງຄັບໃຫ້ຮ່າງກາຍແລ່ນມາຣາທອນທັງໆທີ່ແບັດເຕີຣີເຫຼືອພຽງ 1% ຢູ່?
