FCS The Viper ປ່ອຍເພງ “ພໍ່” ແທນຄວາມຮູ້ສຶກທີ່ບໍ່ທັນໄດ້ເວົ້າຄວາມໃນໃຈ ຫຼັງການສູນເສຍພໍ່ຢ່າງກະທັນຫັນ ແລະ ເລື່ອງລາວຈາກບາຣິສຕາສູ່ການຮ້ອງເພງແຮັບ.
ຈ່ອນນີ້-ລັດຕະນະວົງ ບຸດດີ ຜູ້ເຂົ້າປະກວດ Mister Universe 2025 ຈາກ ສະຫວັນນະເຂດ ລາວເປັນຜູ້ທີ່ມີຄວາມຝັນ ແລະ ຄວາມມຸ່ງໝັ້ນໃນການພັດທະນາຕົນເອງ.
2 ແຣັບເປີ 2 ປະເທດມາເຈິກັນ ເມື່ອ Faz $F ຈາກ ມາເລເຊຍ ແລະ AP The Tripper ຈາກລາວເຮົາ ມາປ່ອຍເພງສາຍTrap Beat ສຸດເທ້ ຈັງຫວະເດີນຂະບວນດຸລິຍານແບບໄວລຸ້ນເມກາເບົາໆ. Gas Up ຄືຜົນງານເພງຂອງການຈັບມືລະຫວ່າງ 2 ສິລະປິນຮິບຮັອບຈາກອາຊີຕາເວັນອອກສຽງໃຕ້...
”ມັນບໍ່ມີຄົນວິເສດ ມັນມີແຕ່ຄົນທໍາມະດາທີ່ສ້າງຄວາມວິເສດ” ປະໂຫຍກເປີດ MV ເພງ Trapper of the Year ຈາກ Swagwazz ທີ່ຟັງແລ້ວຈີ້ດໃຈ, ຈູງໃຫ້ຄົນທີ່ກຳລັງຕາມຄວາມຝັນໃຫ້ມີພະລັງຂຶ້ນມາ. Swagwazz ຄົນນີ້ຫ່າງຫາຍໄປຮຽນຕໍ່ກວ່າປີ ກັບມາຄັ້ງນີ້ບໍ່ໄດ້ມາຫຼິ້ນໆ ແຕ່ມາພ້ອມຄວາມຊັດເຈນ, ພະລັງ ແລະ ຄວາມເຊື່ອໝັ້ນໃນເສັ້ນທາງຂອງຕົນເອງ ເພງນີ້ສະທ້ອນທັດສະນະຄະຕິຂອງຄົນທີ່ບໍ່ຖ້າປະຕິຫານ ແຕ່ລົງມືສ້າງມັນດ້ວຍຕົວເອງ. ເພງບໍ່ນີ້ໄດ້ມາພຽງທ່ອນຮຸກເທ່ໆ ສໄຕລ໌...
ເພງ “ຢາກຮູ້ (Are you 4real)” ຂອງ Aluna Thavonsouk ເປັນການນໍາເພງເກົ່າມາເລົ່າໃໝ່ໃນປີ 2025 ໄດ້ຢ່າງລົງຕົວ ດ້ວຍເນື້ອຫາທີ່ສະທ້ອນຄວາມຮູ້ສຶກຂອງຄົນທີ່ເຄີຍຊິນກັບການຢູ່ຄົນດຽວ, ແຕ່ຖ້າຈະມີໃຜຈັກຄົນຈະເຂົ້າມາໃນຊິວິດ ກ່ອນທີ່ຈະເປີດໃຈກໍຢາກຈະຮູ້ວ່າ ເຂົາມີຄວາມຈິງໃຈກັບເຮົາແທ້ຈິງ ຫຼື ບໍ່. “ເຈົ້າມີບໍ່ຄວາມຈິງໃຈ….ຢາກຮູ້” ເປັນຫົວໃຈຫຼັກຂອງເພງທີ່ຕ້ອງການຄວາມສື່ຊັດ ແລະ ຄວາມຊັດເຈນໃນຄວາມສໍາພັນ, ສະແດງໃຫ້ເຫັນເຖິງຄວາມກັງວົນ ແລະ...