ໜ້າຫຼັກ Muan Specialty 15 ຂໍ້ຄິດໃນການສ້າງທຸລະກິດສະຕາດອັບ ຈາກຊີຣີສ໌ Mad Unicorn
Muan Specialty

15 ຂໍ້ຄິດໃນການສ້າງທຸລະກິດສະຕາດອັບ ຈາກຊີຣີສ໌ Mad Unicorn

ແບ່ງປັນ
Getting your Trinity Audio player ready...

ຈາກທີ່ເບິ່ງຊີຣີສ໌ມາແຮງປະຈຳເດືອນນີ້ ສົງຄາມສົ່ງດ່ວນ (Mad Unicorn) ໃນມຸມມອງຂອງຂ້ອຍຜູ້ຂຽນ ທີ່ເຮັດສະຕາດອັບລົ້ມລຸກຄຸກຄານມາແຕ່ປີ 2013 ຈຶ່ງຢາກສະຫຼຸບ 15 ຂໍ້ຄິດໃນການສ້າງທຸລະກິດ ການບໍລິຫານ, ລວມທັງການສ້າງແບຣນດ໌ ສະຕາດອັບ ທີ່ໂຕເອງຮູ້ສຶກວ່າໜ້າຈະເປັນປະໂຫຍດກັບຄົນອ່ານ ແລະ ຕົນເອງທີ່ມີປະສົບການໃກ້ຄຽງໃນການເລີ່ມເຮັດທຸລະກິດແບບສະຕາດອັບ. ຍາວໆ ແບບນີ້ ໃຜພ້ອມກໍລຸຍອ່ານກັນເລີຍ!

ເລື່ອງຫຍໍ້

ສົງຄາມສົ່ງດ່ວນ ເປັນລະຄອນຊີຣີສ໌ ທີ່ໄດ້ຮັບແຮງບັນດານໃຈຈາກທຸລະກິດສະຕາດອັບຂົນສົ່ງບໍລິສັດໜຶ່ງ ທີ່ເຕີບໂຕຈົນກາຍມາເປັນທຸລະກິດ Unicorn ທຳອິດຂອງປະເທດໄທ, ຄວາມໝາຍຄື ເປັນບໍລິສັດທີ່ມີມູນຄ່າຫຼາຍກວ່າ 1ຕື້ໂດລາສະຫະລັດຂຶ້ນໄປໂດຍທີ່ຍັງບໍ່ໄດ້ເຂົ້າຕະຫຼາດຫຼັກຊັບ. ຊີຣີສ໌ນີ້ເລົ່າເລື່ອງລາວຂອງໂຕລະຄອນ ສັນຕິ ໜຸ່ມຈາກພູດອຍຫ່າງໄກທີ່ສູ້ຊົນ ຖີບຕົນເອງດ້ວຍຄວາມຮູ້ດ້ານພາສາ ແລະ ຄວາມມຸມານະ ເພື່ອສ້າງທຸລະກິດຂົນສົ່ງ “Thunder Express” ພາຍໃຕ້ບັນຍາກາດການແຂ່ງຂັນທີ່ທ້າທາຍ ດຸເດືອດ ກັບ ຄູ່ແຂ່ງທີ່ເປັນບໍລິສັດທີ່ມີນາຍທຶນໃຫຍ່ກວ່າ.

15 ຂໍ້ຄິດ ການສ້າງທຸລະກິດ ການບໍລິຫານ, ການສ້າງແບຣນດ໌ ສະຕາດອັບ

  • ໂຕເອກດ້ວຍອາດີດທີ່ລຳບາກ, ເຈັບປວດຈາກການເປັນຄົນທີ່ຢູ່ເທິງພູດອຍ ຫ່າງໄກສອກຫຼີກ ບີບໃຫ້ບໍ່ມີທາງເລືອກໃນການທຳມາຫາກິນ, ຄ່າໃຊ້ຈ່າຍໃນການຊື້ສິນຄ້າພັດແພງກວ່າຄົນໃນໂຕເມືອງ. ຈຶ່ງໃຊ້ຄວາມລຳບາກເປັນແຮງໃຈໃນການຕໍ່ສູ້, ໂຕລະຄອນສັນຕິ ປ່ຽນຄວາມທຸກຍາກລຳບາກຂອງຕົນເອງ ເປັນແຮງຊຸກຍູ້, ແລະ ໃຊ້ພະລັງນີ້ເປັນຄວາມກ້າລຸຍ, ເບິ່ງຫາໂອກາດທີ່ຄົນອື່ນໆ ເບິ່ງຂ້າມ.
  • ໂຕລະຄອນ ສັນຕິ ເປັນຄົນທີ່ມີຄວາມຮູ້ເປັນອາວຸດ ເຖິງວ່າຈະບໍ່ໄດ້ຮຽນວິຊາສະເພາະທີ່ສູງ ແຕ່ທັກສະຄວາມຮູ້ທາງພາສາຕ່າງປະເທດທີ່ຕິດໂຕມາແຕ່ນ້ອຍ ກາຍເປັນຂໍ້ໄດ້ປຽບໃນການຊອກວຽກໃນໂຕເມືອງໃຫຍ່ ຈົນໄປຮອດການເຈລະຈາທຸລະກິດ.
  • ເບິ່ງຫາຊ່ອງວ່າງໃນຕະຫຼາດ ຫຼື ເບິ່ງເຫັນບັນຫາທີ່ຍັງບໍ່ມີໃຜແກ້ໄດ້ດີພໍ ໃນພາສາສະຕາດອັບ ເຮົາເອີ້ນວ່າ ຈຸດ Pain Point ຂອງຜູ້ຄົນທີ່ມີຄວາມຕ້ອງການສິນຄ້າ ຜະລິດຕະພັນ ຫຼື ບໍລິການໃໝ່ ທີ່ຍັງບໍ່ມີໃຜຄິດພໍ້ ຫຼື ເຮັດໄດ້ດີພໍ ມາຕອບໂຈດ. ເມື່ອ ສັນຕິ ສັງເກດວ່າ ບັນຫາການຂົນສົ່ງລາຄາແພງຍັງບໍ່ມີໃຜຢາກແກ້ໄຂ ຈຶ່ງໄດ້ມີຄວາມຄິດໂຕນີ້ຈາກການທີ່ໄດ້ເຫັນສັກກະຍະພາບຂອງບໍລິການຂົນສົ່ງໃນປະເທດຈີນທີ່ເຮັດໄດ້ດີກວ່າ.
  • ໃຊ້ຄວາມທ້າທາຍເປັນຈຸດເດັ່ນ: ການທີ່ບໍລິສັດ Thunder Express ກ້າເປີດໂຕທ້າທາຍຄູ່ແຂ່ງຈາກນາຍທຶນໃຫຍ່ Easy Express ຕາມທ້ອງເລື່ອງນັ້ນ ເຮັດໃຫ້ແບຣນດ໌ຂອງພວກພະເອກມີພາກລັກເປັນ ທີມທີ່ກ້າຫານ ໃນສາຍຕາລູກຄ້າ ແລະ ນັກລົງທຶນ.
  • ການສ້າງປະສົບການໃໝ່ໃຫ້ລູກຄ້າທີ່ບໍ່ເຄີຍມີມາກ່ອນ, ໃນພາສາສະຕາດອັບເຮົາເອີ້ນວ່າ ການສ້າງ User Experience (UX) ເຊິ່ງສຳຄັນຫຼາຍໃນການສ້າງຄວາມຮູ້ສຶກແຕກຕ່າງຈາກຄູ່ແຂ່ງ, ໃນເນື້ອເລື່ອງ Thunder Express ໃຊ້ວິທີ ໄປຮັບເຄື່ອງເຖິງໜ້າບ້ານ ເຊິ່ງເປັນບໍລິການທີ່ຍັງບໍ່ທັນມີໃຜກ້າເຮັດມາກ່ອນ ເຮັດໃຫ້ລູກຄ້າປະທັບໃຈໃນຈຸດນີ້.
  • ການສ້າງແບຣນດ໌ຂອງ Thunder Express ໃນແງ່ຂອງການຊອກຫາຄູ່ຮ່ວມລົງທຶນ ແລະ ນັກລົງທຶນ ບໍ່ໄດ້ອາໄສແຕ່ວ່າມີບໍລິການຂົນສົ່ງທີ່ດີ ໄວ ແຕ່ຍັງຂາຍເລື່ອງລາວທີ່ສາຍການຕະຫຼາດເອີ້ນວ່າ Story Telling ໂດຍນຳໃຊ້ເລື່ອງລາວຄວາມລຳບາກສ່ວນຕົວຂອງ ສັນຕິ ຜູ້ກໍ່ຕັ້ງບໍລິສັດມາເປັນແຮງຂັບເຄື່ອນໃນການເຊື່ອມໂຍງກັບລູກຄ້າໃຫ້ສາມາດຈັບຕ້ອງໄດ້.
  • ຄວາມໄວ ສຳຄັນກວ່າຄວາມສົມບູນແບບ, ໃນການເຮັດທຸລະກິດສະຕາດອັບນັ້ນ ເຮົາຈະໃຊ້ວິທີການເຮັດວຽກທີ່ເອີ້ນວ່າ Agile (ເອີ້ນວ່າ ອາຈາຍ) ເປັນຂະບວນການພັດທະນາຜະລິດຕິພັນຮູບແບບໜຶ່ງ ທີ່ນິຍົມໃນກຸ່ມນັກພັດທະນາໂປຣແກຣມ ເພາະໃນໂລກຂອງການຂຽນໂປຣແກຣມ ມັນບໍ່ມີໂປຣແກຣມໃດໃນໂລກສົມບູນແບບ, ການພັດທະນາບໍ່ມີຄຳວ່າສິ້ນສຸດ ສະນັ້ນ ຄວາມໄວໃນການອອກອັບເດດນັ້ນສຳຄັນກວ່າ ເພື່ອທົດສອບຕະຫຼາດ ທົດສອບລະບົບ ແລ້ວຄ່ອຍເກັບເອົາບັນຫາ ເກັບຈຸດອ່ອນ ມາປັບຕາມຮອບຂອງການພັດທະນາ. ໃນການເຮັດສະຕາດອັບນັ້ນ, ຮອບການພັດທະນາມີຄວາມຖີ່ສູງ ບາງການແຂ່ງຂັນອາດຕ້ອງເບິ່ງເປັນມື້ຕໍ່ມື້ ເພື່ອປັບ.
  • ການບໍລິຫານຊັບພະຍາກອນທີ່ມີຈຳກັດ, ການເຮັດສະຕາດອັບ ທີ່ເລີ່ມຈາກສູນ ມີທຶນເລີ່ມຕົ້ນທີ່ຈຳກັດກວ່າ ຕ້ອງໃຊ້ທຸກຢ່າງໃຫ້ເກີດຜົນລັບທີ່ຄຸ້ມຄ່າທີ່ສຸດ ໃນເລື່ອງຈະເຫັນວ່າ ທີມໂຕເອກນຳໃຊ້ການເຊົ່າຫ້ອງພັກເປັນບ່ອນພັດທະນາລະບົບເກືອບ 24 ຊມ. ຕໍ່ເນື່ອງໃນແຕ່ລະວັນ ເພື່ອໃຫ້ມີລະບົບຕົວຢ່າງເອົາໄປສະເໜີໃຫ້ກັບນັກລົງທຶນໃຫ້ທັນ ບໍ່ຊັ້ນເງິນທຶນເລີ່ມຕົ້ນກໍຈະໝົດ ຈົນບໍ່ສາມາດຈ້າງພະນັກງານຕໍ່ໄດ້.
  • ການແຂ່ງຂັນຕັດລາຄາ ໄດ້ໃຈໃນຕອນເລີ່ມ ແຕ່ຈະສ້າງບັນຫາໃນໄລຍະຍາວ, ທຸກທຸລະກິດມັນຈະມີການຊອກຫາສົມດຸນຂອງລາຄາໃນຕະຫຼາດຢູ່ສະເໝີ ລາຄາສູງເກີນໄປ ຄູ່ແຂ່ງກໍສາມາດຫາຈຸດທີ່ຖືກກວ່າໄດ້, ຕ່ຳເກີນໄປ ໄລຍະຍາວກໍ່ບໍ່ສາມາດມີເງິນມາດຳເນີນງານໄດ້ພຽງພໍ. ສະນັ້ນ, ຖ້າຫາກທີມການເງິນບໍ່ແຂງ ບໍ່ສາມາດປະເມີນໄດ້ວ່າ ທຶນທີ່ມີສາມາດເຜົາໄປໄດ້ຊ່ຳໃດຈົນກວ່າຈະສາມາດລະດົມທຶນໃນຮູບຖັດໄປໄດ້ ທຸລະກິດນັ້ນກໍຈະຕົກໃນຄວາມສ່ຽງໃນການປິດໂຕໄວກວ່າເກົ່າເພາະຕັດລາຄາເຂົ້າສູ້.
  • ການວາງຕຳແໜ່ງຂອງທຸລະກິດຕົນເອງໃນໝວດທີ່ຖືກຕ້ອງ (Business/Brand Positioning) ຄືການສາຍພາບລົງໃນແຜນວາດວ່າ ທຸລະກິດທີ່ເຮົາເຮັດນັ້ນ ທັບຊ້ອນກຸ່ມລູກຄ້າດຽວກັບໃຜຢູ່ຫຼືບໍ່ ເພາະນັ້ນໝາຍເຖິງວ່າ ໂຕທຸລະກິດຈະບໍ່ມີຈຸດເດັ່ນເປັນຂອງໂຕເອງ ພາໃຫ້ເວລາເຮັດການຕະຫຼາດຈະບໍ່ສາມາດສື່ສານຈຸດຂາຍທີ່ເປັນເອກະລັກຂອງຕົນເອງໄດ້ ລູກຄ້າກໍຈະສັບສົນ. ໃນເລື່ອງທຸລະກິດຂອງໂຕເອກ ວາງຕຳແໜ່ງວ່າຈະເປັນຜູ້ຫຼິ້ນທີ່ເນັ້ນສະດວກສຸດໆ ໃນລາຄາຊ່ຳກັນ, ສ່ວນເຈົ້າອື່ນອາດຈະເປັນ ເນັ້ນຄວາມເຊື່ອໝັ້ນ, ໃຫ້ບໍລິການສະເພາະອົງກອນ ແຕ່ລາຄາສູງກວ່າເປັນຕົ້ນ.
  • ການສ້າງທີມສະຕາດອັບ ໂດຍສະເພາະແມ່ນທີມຜູ້ກໍ່ຕັ້ງ ມີຄວາມສຳຄັນທີ່ສຸດ ມັນຄືຫົວໃຈຂອງທຸລະກິດຮູບແບບນີ້ ເພາະ ສະຕາດອັບ ຕ້ອງໄວ, ແກ້ບັນຫາຢ່າງມີຕັກກະເຫດຜົນສູງ, ຕັດສິນໃຈໄວ, ທະເຍີທະຍານ, ໃຊ້ເທັກສະເພາະທາງຂອງໂຕເອງມາແກ້ບັນຫາໃຫ້ຫຼາຍທີ່ສຸດ ແຕ່ກໍຍັງຢູ່ໃນແຜນງົບປະມານທີ່ວາງໄວ້. ສະນັ້ນ, ທີມໜຶ່ງນອກຈາກຕ້ອງມີ ຜູ້ນຳທີ່ກ້າຫານ ກ້າສ່ຽງ ກ້າຕັດສິນໃຈໃນເລື່ອງຍາກໆ ແລ້ວ ຈຶ່ງຄວນປະກອບມີ ຄວາມຮູ້ເລື່ອງການອອກແບບສ້າງປະສົບການຜູ້ໃຊ້, ຄວາມຮູ້ເທັກໂນໂລຊີ, ເຄີຍຂຽນໂປຣແກຣມ ຫຼື ພັດທະນາແອັບເອງແຮງດີ, ນອກຈາກນັ້ນກໍຕ້ອງມີຄົນທີ່ມີຄວາມເຂົ້າໃຈໃນການຈັດສັນງົບບໍ່ໃຫ້ບານປາຍ, ຄຸມງົບໄດ້.
  • ທຸກຄົນມີຈຸດແຂງ ຈຸດອ່ອນຕ່າງກັນ ສະນັ້ນຕ້ອງເລືອກໃຊ້ປະໂຫຍດຈາກຈຸດແຂງຂອງແຕ່ລະຄົນໃຫ້ຖືກຈຸດ, ເຊັ່ນ ໂຕລະຄອນ ຣຸຍເຈຍ ເປັນໂປຣແກຣມເມີທີ່ເກັ່ງ, ໄວ, ແຕ່ມຸ່ງໝັ້ນ, ເຮັດວຽກຈິງຈັງລະດັບໂຫດ, ເວົ້າແຮງ ເວົ້າກົງ, ດ່າຊະ ຖ້າໃຜເຮັດວຽກບໍ່ໄດ້ເລື່ອງ, ຫຼື ເຮັດບໍ່ທັນກຳນົດສົ່ງງານທີ່ມອບໝາຍ. ການບໍລິຫານທີມແບບນີ້ ອາດສ້າງຄວາມກົດດັນໃຫ້ກັບທີມຈົນສ່ຽງທີມຫຼົ້ມ, ສະນັ້ນ, ໜ້າທີ່ການສ້າງຈຸດເຊື່ອມຕໍ່ກັບພະນັກງານ ກໍຈຳເປັນຕ້ອງໃຫ້ຄົນອື່ນທີ່ຊ່າງເວົ້າຫຼາຍກວ່າ ໃນການສື່ສານ ມາເປັນຫາຈຸດເຊື່ອມໃຫ້ຖືກຈັງຫວະ ຜ່ອນໜັກຜ່ອນເບົາຕາມສະຖານະການ.
  • ຕໍ່ໃຫ້ເປັນສະຕາດອັບກໍຕ້ອງມີລະບຽບວິໄນ ຖ້າຢາກຢູ່ລອດໃນທຸລະກິດໄລຍະຍາວ, ໃນເລື່ອງມັນຈະມີປະເດັນທີ່ພະນັກງານສໍ້ໂກງບໍລິສັດ ເຖິງຈະເປັນເລື່ອງເລັກນ້ອຍຄືການໂກງນ້ຳມັນລົດ, ອອກບິນເກີນ ແຖມຍັງແມ່ນໝູ່ຂອງເຈົ້າຂອງບໍລິສັດເອງທີ່ເຮັດແບບນັ້ນ ແຕ່ໂຕ ສັນຕິ ຜູ້ເປັນເຈົ້າຂອງບໍລິສັດກໍ່ຕ້ອງລົງໂທດ ເພື່ອຮັກສາກົດລະບຽບ ເພື່ອຄວາມເທົ່າທຽມແລະ ບໍ່ເກີດເປັນແບບຢ່າງທີ່ຜິດໃຫ້ກັບຄົນອື່ນໆ.
  • ການມີເປົ້າໝາຍຮ່ວມກັນຈາກຄົນທັງບໍລິສັດ, ຕັ້ງແຕ່ເລີ່ມເປີດບໍລິສັດ ທາງທີມໂຕເອກ ຈະມີການສື່ສານ ມີການຕິດປ້າຍ ແລະ ຕັ້ງເປົ້າໝາຍໃຫ້ທຸກຄົນ ທຸກພະແນກ ທຸກພາກສ່ວນ ໄປຮອດແມ່ບ້ານ ໄດ້ເຫັນເຖິງພາລະກິດທີ່ທຸກຄົນມີຄວາມຮັບຜິດຊອບຮ່ວມກັນ, ເພາະການມີເປົ້າໝາຍຮ່ວມກັນ ຈະເຮັດໃຫ້ທຸກຄົນເຮັດໜ້າທີ່ຂອງໂຕເອງໃຫ້ດີທີ່ສຸດ ເພາະທຸກໜ້າມີຜົນກະທົບເຊິ່ງກັນແລະກັນ ໃຫ້ໄດ້ເປົ້າໝາຍນັ້ນໄປນຳກັນ.
  • ຄວາມຮັບຜິດຊອບຂອງຄົນທີ່ເປັນຫົວໜ້າ, ໃນເລື່ອງນີ້ ມີຫຼາຍຈຸດທີ່ສະແດງໃຫ້ເຫັນເຖິງ ຄວາມຮັບຜິດຊອບ ພາລະ ຄວາມກົດດັນ ຂອງຄົນທີ່ຕ້ອງຕັດສິນໃຈ ລວມໄປເຖິງຫົວໜ້າທີມຍ່ອຍ ທີ່ຕ້ອງຮັບຜິດຊອບອີກຫຼາຍຊີວິດພາຍໃຕ້ການຈັດການບໍລິຫານຂອງຕົນເອງ. ເພາະຖ້າທຸລະກິດຖືກປິດ ມັນບໍ່ແມ່ນວ່າ ຈົບແຍກຍ້າຍ ແຕ່ມັນຄືຄວາມສູນເສຍວຽກເຮັດງານທຳຂອງຫຼາຍພັນຄົນທີ່ມີສ່ວນກ່ຽວຂ້ອງນຳກັນ.
ອ່ານຕື່ມ:  ຮ່ວມແກ້ໄຂປິດສະໜາຜ່ານຄວາມງາມຂອງດອກໄມ້ ແລະ ຄວາມມືດມິດໃນໃຈມະນຸດ ຊີຣີສ໌ແນວສືບສວນເລິກລັບ Dalah Death and the Flowers

ສະຫຼຸບ

ໃນເລື່ອງ Mad Unicorn ສົງຄາມ ສົ່ງດ່ວນ ເລື່ອງນີ້ໄດ້ຈຳລອງໃຫ້ເຫັນວ່າ ການປ່ຽນແປງຊີວິດ ແລະ ການສ້າງທຸລະກິດແບບສະຕາດອັບ ຕ້ອງອາໄສແຮງຍູ້ຫຼາຍຊ່ຳໃດ ໂດຍສະເພາະກັບຄົນທີ່ຕົ້ນທຶນຊີວິດທີ່ແຕກຕ່າງກັນ,​ ນອກຈາກນັ້ນ ການດຳເນີນເລື່ອງຍັງພາໃຫ້ເຫັນເຖິງແງ່ຄິດ ທັກສະ ພາວະຜູ້ນຳ ໃນຫຼາກຫຼາຍສະຖານນະການ ທີ່ເຖິງວ່າຈະມີຄວາມເປັນດຣາມ່າ ມີການສະແດງທີ່ເວີ້ວັງອະລັງການໄປແດ່ເພື່ອອັດຖະລົດ ແຕ່ເຮົາກໍປະຕິເສດບໍ່ໄດ້ວ່າ ເລື່ອງລາວທັງໝົດມີຫຼາຍຈຸດທີ່ສາມາດເອົາມາສຶກສາ ປັບໃຊ້ກັບການເຮັດທຸລະກິດແທ້ໄດ້ ບໍ່ວ່າຈະເປັນ ການວິເຄາະຈຸດແຂງຈຸດອ່ອນ, ການສື່ສານພາຍໃນທີມ, ການຮັດກຸມເລື່ອງການເງິນ, ຄວາມຮັບຜິດຊອບຕໍ່ໜ້າທີ່, ວິໄນທີ່ເຂັ້ມແຂງ ເພື່ອໃຫ້ທຸລະກິດສາມາດຂະຫຍາຍຕົວໄດ້ຢ່າງຍືນຍົງ ຖືກທີ່ ແລະ ຖືກເວລາ.

ຂຽນໂດຍ
Johnny Sayasane - CEO of Muan (Laos), Co-Founder & Chief Creative Officier of Bizgital/Muan/LOCA

[Art, Creative, Game, Tech & Science] CEO of Muan (Laos), Co-Founder of Bizgital/Muan/LOCA 宇宙人1.1 ???????????????? ????????????????

ບົດຄວາມທີ່ກ່ຽວຂ້ອງ

The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ...

ອ່ານເກມ “ທຸລະກິດທ່ອງທ່ຽວ” ເຂົ້າໃຈຕະຫຼາດ Niche ໂອກາດໃໝ່ໃນວົງການທ່ອງທ່ຽວ

ສະກູ໊ບພິເສດ Muan x the Standard ເມື່ອກ່ອນເວລາຄິດຫາການທ່ອງທ່ຽວ ຄົນບ້ານເຮົາມັກຈະຄິດວ່າ ການທ່ຽວ = ພັກຜ່ອນ ແມ່ນບໍ່? ແຕ່ພາບຈຳເຫຼົ່ານັ້ນກຳລັງປ່ຽນໄປ...

ອ່ານເກມທຸລະກິດ ຮັບມືແນວໃດກັບໂລກ ຫຼັງຍຸກໂລກາພິວັດ ໃນມື້ທີ່ໂລກເລີ່ມໂຫດຂຶ້ນກວ່າເກົ່າ

ສະກູ໊ບພິເສດ Muan x the Standard ຫຼາຍຄົນອາດຈະຄຸ້ນເຄີຍກັບຄຳເວົ້າທີ່ວ່າ: “ເຮົານິຢູ່ຍຸກໂລກາພິວັດແລ້ວ ເຮັດຫຍັງກໍງ່າຍ ສະດວກສະບາຍ ໄປມາຫາສູ່ກັນໄດ້ໝົດ ມີອິນເຕີເນັດຕິດຕໍ່ກັນໄດ້ທົ່ວໂລກ…” ແຕ່ເຈົ້າຮູ້ບໍ່ວ່າຕອນນີ້...

ໝູ່ສະໜິດທີ່ຫາຍຕົວໄປໃນປ່າໜຶ່ງອາທິດກັບມາ ພ້ອມປ່ຽນໄປ ຫຼື “ນີ້ບໍ່ແມ່ນຮິຄາຣຸ”

ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ. The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.