ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ວາເລັນໄທນ໌ທີ່ແສນເສົ້າ ດອກໄມ້ໃນມືບໍ່ມີຄ່າຫຍັງຖ້າບໍ່ມີຄົນໃຫ້ ເພງໃໝ່ຈາກ Tongflow11
Muan Listen - ມ່ວນຊວນຟັງ

ວາເລັນໄທນ໌ທີ່ແສນເສົ້າ ດອກໄມ້ໃນມືບໍ່ມີຄ່າຫຍັງຖ້າບໍ່ມີຄົນໃຫ້ ເພງໃໝ່ຈາກ Tongflow11

ແບ່ງປັນ
Getting your Trinity Audio player ready...

ຫຼັງຈາກທີ່ຫ່າງກັນໄປເກືອບເຄິ່ງປີ Tongflow11 ແຣັປເປີໂດດເດັນໃນເລື່ອງໂຟຼໃນການແຣັປທີ່ກິນໃຈ, ໜຶ່ງໃນສາມະຊິກ HuenCrew ກໍໄດ້ກັບມາພ້ອມສົ່ງເພງໃໝ່ທີ່ແສນເສົ້າປະສົມຄວາມເຫງົາຢ່າງເພງ “ດອກໄມ້ໃນມື ຫຼື Lost flowers”. ການກັບມາຄັ້ງມານີ້ມາພ້ອມເພງທີ່ຈະມອບຄວາມດຳດິ່ງສູ່ຄວາມເສົ້າ “ດອກໄມ້ໃນມື” ກັບແນວເພງ R&B Hip-Hop ທີ່ມອບຄວາມເປັນ Sad Boy ທີ່ເຂົ້າກັນໄດ້ດີ.

“ດອກໄມ້ໃນມື” ບໍ່ໄດ້ເປັນພຽງເພງເສົ້າແຕ່ເປັນສຽງສະທ້ອນຂອງຄວາມຮູ້ສຶກຂອງການຖືກຖິ້ມ, ເມື່ອຄວາມຮັກບໍ່ມີຄ່າກໍປຽບເໝືອນດອກໄມ້ທີ່ບໍ່ມີຄວາມໝາຍຖ້າຫາກບໍ່ມີຄົນທີ່ຢາກຈະມອບໃຫ້. 

ໃນເອັມວີເພງໄດ້ເລົ່າໃຫ້ເຫັນພາບວ່າ Tongflow11 ໄດ້ນຶກເຖິງວັນວານທີ່ເຄີຍມີໃຜຢູ່ຂ້າງໆ, ການຕ້ອງມາຢູ່ຄົນດຽວແບບໂດດດ່ຽວ, ຄິດຮອດຄົນຮັກທີ່ຕອນນີ້ບໍ່ໄດ້ຢູ່ນຳກັນແລ້ວ, ຕໍ່ໃຫ້ພ້ອມປ່ຽນແປງເພື່ອໃຫ້ເຂົາກັບມາ ແຕ່ສຸດທ້າຍກໍຕ້ອງທຳໃຈ ແລະ ປ່ອຍມືໄປ. 

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຟັງເພງ "ແອບມັກຄົນມີແຟນ" ສິລະປິນລາວຈາກແດນໃຕ້ Bao Seang ft. Ple B.D.A & Icesky
ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.