Zamio P ທ້າທາຍແນວເພງໃໝ່ສົ່ງເພງ ບາດແຜ (After U) ອະທິບາຍຄວາມຮັກສຸດຊ້ຳທີ່ເຮັດໃຫ້ເຈັບເລິກ

ແບ່ງປັນ

Zamio P ທ້າທາຍແນວເພງໃໝ່ສົ່ງເພງ ບາດແຜ (After U) ອະທິບາຍຄວາມຮັກສຸດຊ້ຳທີ່ເຮັດໃຫ້ເຈັບເລິກ

27 March 2026 13

Highlights

  • ຄວາມສຳພັນທີ່ Toxic ຄືກັບການຖືກດຶງລົງຂຸມດຳ ແລະ ຖືກກີດບາດແຜຊ້ຳໆ ດ້ວຍຄຳຫຼອກລວງ ຈົນສ້າງຄວາມວິຕົກກັງວົນ ແລະ ກັດກິນໂຕຕົນໃຫ້ຈົມຢູ່ກັບຄວາມມືດມົນ.
  • ໃນວັນທີ່ເລີ່ມມີສະຕິ, ວິທີການບັນເທົາຄວາມເຈັບປວດທີ່ດີທີ່ສຸດແມ່ນການ “ຍອມຮັບຄວາມຈິງ” ແລະ ກ້າທີ່ຈະຕັດສິນໃຈຖິ້ມອະດີດທີ່ເຄີຍສ້າງບາດແຜໄວ້ເບື້ອງຫຼັງ.
  • ບົດເພງສົ່ງຕໍ່ກຳລັງໃຈໃຫ້ທຸກຄົນລຸກຂຶ້ນຢືນໃໝ່, ຮຽນຮູ້ທີ່ຈະກັບມາຮັກໂຕເອງ ແລະ ໃຊ້ຊີວິດໃຫ້ດີກວ່າເກົ່າ ແທນການຈົມປັກຢູ່ກັບຄວາມຊົງຈຳທີ່ບໍ່ດີ.


ບາງເທື່ອການຍອມຮັບຄວາມຈິງ ກໍເປັນສິ່ງທີ່ຍາກເກີນທີ່ຈະອະທິບາຍໄດ້ ແລະ ຖ້າມັນເປັນບາດແຜທາງໃຈທີ່ເກີດຈາກຄວາມຮັກທີ່ຫຼອກລວງນັ້ນເທົ່າກັບຄວາມເຈັບປວດມະຫາສານທີ່ກະແທກໃຈເຮົາ. ມ່ວນຊວນຟັງ ເລີຍຈະມາແຊຣ໌ເພງໃໝ່ “ບາດແຜ (After U)” ຈາກ Zamio P ໃຫ້ທຸກຄົນໄດ້ລອງຟັງ.

ຄວາມສຳພັນທີ່ Toxic ເຮັດໃຫ້ຄົນໆໜຶ່ງຕ້ອງເຈັບ ແລະ ຈົມກັບຄວາມຮູ້ສຶກເຈັບປວດພາຍໃນທີ່ແນມບໍ່ເຫັນ ມັນກໍປຽບຄືກັບການຖືກດຶງເຂົ້າສູ່ຂຸມດຳ ແລະ ມີມືທີ່ເບິ່ງບໍ່ເຫັນມາກີດບາດແຜລົງຮ່າງກາຍເຮົາຊ້ຳໆ ເຊິ່ງນີ້ຄືທັງໝົດຂອງຄວາມຮູ້ສຶກທີ່ແສນຄວາມເຈັບປວດທີ່ Zamio P ໄດ້ສື່ສານຜ່ານເພງໃໝ່ ບາດແຜ (After U).

ໃນເອັມວີເພງ (MV) ສື່ສານໃຫ້ເຫັນເຖິງຄວາມວິຕົກກັງວົນຈາກການຖືກຫຼອກລວງ ພໍເບິ່ງແລ້ວມັນກໍເຮັດໃຫ້ຮູ້ສຶກສັບສົນໄປນຳ ພ້ອມທັງເຫັນວ່າໂຕຕົນໄດ້ຖືກຄວາມມືດກັດກິນຢ່າງຮຸນແຮງ ນີ້ແມ່ນຄວາມເຈັບປວດຈາກຄວາມຮັກທີ່ຫຼາຍຄົນອາດຈະກຳລັງຜະເຊີນໜ້າຢູ່ ເຊິ່ງໃນເວລານັ້ນເຮົາອາດຈະລືມທີ່ຈະຮັກໂຕເອງ ແລະ ຫາທາງອອກບໍ່ໄດ້ເລີຍ.

ແຕ່ພໍຄວາມເຈັບເລີ່ມຊາ ແລະ ເລີ່ມມີສະຕິ, ເຮົາກໍເລີ່ມທີ່ຈະເຫັນທາງອອກທີ່ດີທີ່ສຸດໃນເວລານັ້ນ ຄືການບັນເທົາມັນໄດ້ດ້ວຍການ “ຍອມຮັບຄວາມຈິງ ແລະ ການຕັດສິນໃຈຖິ້ມອະດີດທີ່ເຮັດໃຫ້ເຈັບ”.

ບົດເພງນີ້ໄດ້ເຮັດໃຫ້ເຫັນວ່າ ພວກເຮົາບໍ່ຄວນຈົມຢູ່ກັບອະດີດທີ່ມັນທຳຮ້າຍເຮົາ, ລຸກຂຶ້ນຢືນໃໝ່ ເພື່ອກ້າວເດີນອອກຈາກອະດີດທີ່ຂົມຂື່ນ ແລະ ຄວນໃຊ້ຊີວິດໃຫ້ດີກວ່າແຕ່ກ່ອນນັ້ນ.

ອ່ານຕື່ມ:  ສະວິຟຕີ້ລໍຖ້າເລີຍ! Taylor Swift ປະກາດອາລະບຳໃໝ່ the Life of a Showgirl

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.