“ຢືນໜຶ່ງ” ເພງໃໝ່ຈາກ Youd Salavan ft. PEKY DUANGCHAM ໄດ້ປ່ອຍໃຫ້ຟັງກັນແລ້ວ ແລະ ໃນຄັ້ງນີ້ຍັງໄດ້ Zamio P ຜູ້ທີ່ເປັນທັງສິລະປິນ ແລະ Producer ມາຊ່ວຍດູແລເບື້ອງຫຼັງເພງນີ້ໃຫ້.
ຢຸດ ສາລະວັນ ເປັນເຈົ້າຂອງເພງດັງຢ່າງເພງ “ ບໍ່ມີໃຜທຽບເຈົ້າໄດ້ “ ທີ່ມີຍອດວິວທີ່ຄົນເບິ່ງສູງເຖິງ 18 ລ້ານວິວໃນຍູທູບ.
ໃນເດືອນ ມິຖຸນາ 2024 ທີ່ຜ່ານມາ ຢຸດ ສາລະວັນ ມີໂອກາດໄປຮ່ວມງານສະແດງໃນຄອນເສີດ Sabaidee Fest ຢູ່ສະຫະລັດອາເມລິກາ. ໃນການຮ່ວມງານຄອນເສີດຄັ້ງນັ້ນຍິ່ງເຮັດໃຫ້ ຢຸດ ສາລະວັນ ເປັນທີ່ຮູ້ຈັກເປັນວົງກວ້າງຫຼາຍຂຶ້ນ.
ເພງ “ຢືນໜຶ່ງ” ແມ່ນໄດ້ໄດ້ປ່ອຍອອກມາພຽງແຕ່ 1 ມື້ເທົ່ານັ້ນກໍສາມາດເຮັດໃຫ້ຕິດເທຣນດິງໃນຍູທູບ ແລະ ຕິດອັນດັບທີ 28. ດ້ວຍສຽງທີ່ມີເອກະລັກຕິດຫູປະກອບກັບສຽງພິນດົນຕີລາວ ແລະ ເນື້ອເພງທີ່ເສົ້າກິນໃຈໃນສະໄຕລ໌ຄົນອົກຫັກທີ່ແສນທໍລະມານ.
ໂດຍ: ທີມບັນນາທິການ Muan