ເງິນທຶນຢ່າງດຽວອາດບໍ່ພໍ! ເປັນຫຍັງ SMEs ລາວຮຸ່ນໃໝ່ ຕ້ອງຮູ້ຈັກ “Private Equity Fund” ຈາກ Abacus Capital?

ໃນໂລກຂອງການເຮັດທຸລະກິດຍຸກໃໝ່ “ເງິນທຶນ” ປຽບເໝືອນອົກຊີແຊນທີ່ຊ່ວຍໃຫ້ທຸລະກິດໄປຕໍ່ໄດ້. ແຕ່ສຳລັບຜູ້ປະກອບການຮຸ່ນໃໝ່ໃນລາວທີ່ກຳລັງຢູ່ໃນຊ່ວງ Scale-up ຫຼື ຂະຫຍາຍທຸລະກິດນັ້ນ, ບັນຫາທີ່ພົບ ມັກຈະບໍ່ແມ່ນພຽງແຕ່ການຂາດເງິນທຶນ, ແຕ່ຍັງລວມເຖິງການຂາດ “ລະບົບ” ແລະ “ຄູ່ຄິດ” ທີ່ຈະມາຊ່ວຍຍົກລະດັບທຸລະກິດໃຫ້ກາຍເປັນມືອາຊີບ.
ການເປີດຕົວຢ່າງເປັນທາງການຂອງ ບໍລິສັດ ອາບາຄາສ ແຄັບປິຕໍ ບໍລິຫານກອງທຶນ ຈຳກັດ (Abacus Capital Fund Management) ເມື່ອວັນທີ 20 ກຸມພາ 2026 ທີ່ຜ່ານມາ ຈຶ່ງບໍ່ແມ່ນພຽງແຕ່ຂ່າວການເປີດບໍລິສັດທາງດ້ານເງິນທຶນໃໝ່, ແຕ່ແມ່ນການສົ່ງສັນຍານວ່າ ລະບົບນິເວດການລົງທຶນໃນລາວ ກຳລັງກ້າວໄປອີກຂັ້ນ.
Private Equity: ທາງເລືອກໃໝ່ທີ່ຫຼາຍກວ່າການກູ້ຢືມ
ໃນຕະຫຼາດລາວ, SMEs ສ່ວນໃຫຍ່ຄຸ້ນເຄີຍກັບການກູ້ຢືມທະນາຄານ (Debt Financing). ແຕ່ ທ່ານ ຖະໜອມ ມິດປະສົງ, ຜູ້ອຳນວຍການໃຫຍ່ ຂອງ Abacus Capital ໄດ້ນຳສະເໜີແນວທາງ Private Equity (PE) ຫຼື ການຮ່ວມລົງທຶນໃນບໍລິສັດເອກະຊົນ ທີ່ເນັ້ນຄວາມໂປ່ງໃສ ແລະ ການສ້າງຜົນຕອບແທນໄລຍະຍາວ.

ສິ່ງນີ້ໝາຍຄວາມວ່າ Abacus Capital ຈະບໍ່ໄດ້ເປັນພຽງ “ນັກລົງທຶນ” ແຕ່ຈະເຂົ້າມາເປັນ “Partner” ທີ່ຊ່ວຍທັງເລືອກເງິນທຶນ ແລະ ການວາງລະບົບການບໍລິຫານ ໂດຍມີຜະລິດຕະພັນຫຼັກທີ່ອອກແບບມາເພື່ອຕອບໂຈດຍຸກສະໄໝ ເຊັ່ນ:
- ກອງທຶນເພື່ອການລົງທຶນພາຍໃນປະເທດ (Local Investment Fund): ເນັ້ນການລົງທຶນໃນ SMEs ແລະ ອະສັງຫາລິມະຊັບ. ຈຸດເດັ່ນຄືການບໍ່ໄດ້ໃຫ້ແຕ່ເງິນທຶນ, ແຕ່ຍັງຊ່ວຍເສີມສ້າງຂີດຄວາມສາມາດ (Capacity Building), ສ້າງເຄືອຂ່າຍຍຸດທະສາດ (Strategic Networking) ແລະ ທີ່ສຳຄັນແມ່ນການນຳ AI ເຂົ້າມາຊ່ວຍໃນການບໍລິຫານໃຫ້ທັນສະໄໝ.
Skin in the Game: ກົນຍຸດສ້າງ Trust ໃນໂລກການເງິນ
ໃນວົງການ Fund Management ສິ່ງທີ່ແພງທີ່ສຸດບໍ່ແມ່ນເງິນທຶນ, ແຕ່ແມ່ນ “ຄວາມເຊື່ອໝັ້ນ”. ເພື່ອເປັນການຢືນຢັນເຖິງຄວາມມຸ່ງໝັ້ນນີ້ ທ່ານ ໂຊກໄຊ ສົມໃຈນຶກ, ປະທານບໍລິສັດ ອາບາຄາສ ແຄັບປິຕໍ ໄດ້ປະກາດ Strategic Move ທີ່ສຳຄັນວ່າ:
ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ກຸ່ມບໍລິສັດໂຊກໄຊຈະຮ່ວມລົງທຶນນຳໃນທຸກກອງທຶນທີ່ບໍລິສັດ ອາບາຄາສ ແຄັບປິຕໍ ຈັດຕັ້ງ ແລະ ບໍລິຫານ.

ໃນທາງ Strategic Marketing, ນີ້ຄືການໃຊ້ຫຼັກການ Skin in the Game — ເມື່ອຜູ້ບໍລິຫານກ້າເອົາທຶນລົງມາ “ສ່ຽງ” ແລະ “ເຕີບໂຕ” ໄປພ້ອມກັບລູກຄ້າ, ມັນຄືການສ້າງ Trust ທີ່ຊັດເຈນທີ່ສຸດ ໂດຍບໍ່ຕ້ອງໃຊ້ຄຳໂຄສະນາໃດໆ.
ແລ້ວເລື່ອງນີ້ບອກຫຍັງກັບເຮົາແດ່?
ການເຂົ້າມາຂອງ Abacus Capital ຄືສິ່ງທີ່ຢັ້ງຢືນວ່າ ຕະຫຼາດທຶນໃນລາວກຳລັງອັບເກຣດຕົວເອງໃຫ້ເຂົ້າສູ່ມາດຕະຖານສາກົນ:
- SMEs ຕ້ອງປັບຕົວ: ການຈະດຶງດູດກອງທຶນ PE ໄດ້, ທຸລະກິດນັ້ນຕ້ອງມີ Governance ທີ່ດີ ແລະ ບັນຊີທີ່ໂປ່ງໃສ.
- ຄົນລາວຈະບໍ່ໄດ້ຖືກຈຳກັດຢູ່ແຕ່ການຝາກປະຢັດ ຫຼື ຊື້ທີ່ດິນ ຄືກັບກັບເມື່ອກ່ອນ, ແຕ່ກຳລັງຈະມີມືອາຊີບມາຊ່ວຍພາໄປລົງທຶນໃນລະດັບສາກົນ.
ສະຫຼຸບແລ້ວ, Abacus Capital ບໍ່ໄດ້ມາເພື່ອເປັນພຽງທາງເລືອກໃນການຫາເງິນທຶນ, ແຕ່ມາເພື່ອສ້າງການເຕີບໂຕໃຫ້ກັບທຸລະກິດລາວ. ສິ່ງທີ່ໜ້າຕິດຕາມຕໍ່ໄປຄື SMEs ລາວໃດຈະເປັນລາຍທຳອິດທີ່ Abacus ເຂົ້າໄປປົດລັອກສັກກະຍະພາບໃຫ້ເຕີບໂຕໃນລະດັບພາກພື້ນໄດ້?




“Building prosperity with Abacus”
ຂໍ້ມູນຕິດຕໍ່ 📌 Abacus Capital Fund Management Co., Ltd.
📍 ບ້ານສີຫອມ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ
📞 Tel: +8562095556663
📧 Email: [email protected]