ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງເພງຂອງ Saluna “ຖຽງນານ້ອຍຄອຍຊາຍ” ໄດ້ Coya ແຣັບເປີຈາກອາເມຣິກາ ມາຮ່ວມຮ້ອງ
Muan Listen - ມ່ວນຊວນຟັງ

ຟັງເພງຂອງ Saluna “ຖຽງນານ້ອຍຄອຍຊາຍ” ໄດ້ Coya ແຣັບເປີຈາກອາເມຣິກາ ມາຮ່ວມຮ້ອງ

ແບ່ງປັນ
Getting your Trinity Audio player ready...

ເພງ Waiting ຫຼື ຖຽງນານ້ອຍຄອຍຊາຍ ຈາກ Saluna Ft. CØYA ເປັນເພງທີ່ເວົ້າເຖິງຄວາມຮັກຂອງສາວລາວຄົນໜຶ່ງທີ່ຍັງໝັ້ນຄົງໃນຮັກ ແລະ ຍັງລໍຖ້າຄົນຮັກຂອງລາວເປັນເວລາດົນເຖິງ 3 ປີ, ຢູ່ໃນໃຈຂອງລາວຍັງຄົງຄິດຮອດເວລາທີ່ໄດ້ໃຊ້ຮ່ວມກັນ ແລະ ນຶກເຖິງສັນຍາທີ່ຄົນຮັກໃຫ້ໄວ້.

ແນວເພງກໍຈະແມ່ນການຮ້ອງ ແລະ ແຣັບທີ່ຜະສົມສຽງເພງພື້ນເມືອງລາວ ແລະ ຈັງຫວະ EDM. ເຮັດໃຫ້ເພງນັ້ນມີຄວາມແປກໃໝ່ໜ້າສົນໃຈ ແລະ ມີສະເໜ່.

Saluna ເປັນແຣັບເປີສາວລາວພຽງໜຶ່ງດຽວຈາກຄ້າຍເພງ Highbros Entertainment ແລະ ພິເສດໄປກວ່ານັ້ນແມ່ນໄດ້ນັກຮ້ອງແຣັບເປີໜ້າໃໝ່ຈາກອາເມຣິກາຢ່າງ CØYA ມາຮ່ວມຮ້ອງ ແລະ ຮ່ວມຖ່າຍທຳໃນເອັມວີເພງເພື່ອຖ່າຍທອດເລື່ອງລາວຄວາມຮັກອອກມາໃຫ້ເຮົາຮູ້ສຶກຮ່ວມໄປກັບເຂົາທັງສອງຄົນ.

ສະຖານທີ່ຖ່າຍທຳທັງສອງແຫ່ງກໍແມ່ນ ວັງວຽງ ແລະ ເມືອງເຟືອງ ແຂວງວຽງຈັນ, ໃນເອັມວີແມ່ນໃຫ້ຄວາມຮູ້ສຶກຄິດຮອດບັນຍາກາດທີ່ມີທໍາມະຊາດສວຍງາມ ແລະ ຍັງມີສະຖານທີ່ທ່ອງທ່ຽວທີ່ມີເອກະລັກດຶງດູດໃຈເຊັ່ນ: ຮ້ານບຣາທີ່ມາພ້ອມກັບແສງສີສຽງມີກິ່ນອາຍຂອງເອເຊຍ ແລະ ຕາເວັນຕົກ.

ມີໃຜໄດ້ລອງຟັງກັນແລ້ວຫຼືຍັງ? ເພງລາວສະໄຕລແຣັບທີ່ມີທຳນອງ ແລະ ເນື້ອຮ້ອງດີແບບນີ້ໃຫ້ເຮົາໄດ້ຮ້ອງຕາມໄດ້ງ່າຍໆ. ມ່ວນເລີຍນຳເນື້ອຮ້ອງບາງສ່ວນມາແບ່ງປັນໃຫ້ທຸກຄົນກັນ.

ເນື້ອຮ້ອງບາງສ່ວນຈາກເພງ Waiting ຫຼື ຖຽງນານ້ອຍຄອຍຊາຍ

“ຜ່ານເນີນນານເປັນປີບໍ່ມີແມ້ຈົດໝາຍ

ຍັງຮັກອ້າຍຄົນດີ ແລະ ຊິຮັກໄປຈົນຕາຍ

ຖຽງນາຍັງຖ້າຄອຍໃຫ້ຊາຍນັ້ນກັບມາ

ຢ່າປ່ອຍໃຫ້ກິນນ້ຳຕາ ຈົນມື້ທີ່ນາງນັ້ນຂາດໃຈ”

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.