ໝາຍເຫດ: ເນື້ອຫານີ້ອາດມີສະປອຍ ແລະ ອ້າງອີງຈາກຕົ້ນສະບັບເອນິເມຊັນ.
The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ ແມ່ນເອນິເມຊັນສັນຊາດຍີ່ປຸ່ນທີ່ສ້າງມາຈາກມັງງະ. ມີເນື້ອຫາເວົ້າເຖິງຄວາມຜູກພັນຂອງໝູ່ສະໜິດ, ຄວາມລຶກລັບ ແລະ ການຕົວະຕົນເອງ ເພາະຢ້ານຄວາມຈິງທີ່ຍອມຮັບບໍ່ໄດ້.
ລະດູຮ້ອນສຳລັບໃຜຫຼາຍໆຄົນ ອາດເປັນລະດູແຫ່ງຄວາມສົດໃສ ແລະ ຄວາມຊົງຈຳດີໆ ແຕ່ສຳລັບ ໂຢຊິກິ (Yoshiki) ໃນລະດູຮ້ອນນີ້ມັນໄດ້ເປັນຕົ້ນກໍາເນີດຂອງບາດແຜທີ່ຢາກລືມ ແຕ່ລືມບໍ່ໄດ້.

ບັນຍາກາດໃນເລື່ອງເຮັດໃຫ້ເກີດຄວາມຮູ້ສຶກເຢືອກເຢັນ ແລະ ກົດດັນທາງອາລົມ ໂດຍເລີ່ມຕົ້ນຈາກຄວາມງາມຂອງທຳມະຊາດໃນໝູ່ບ້ານຊົນນະບົດ ໄປສູ່ຄວາມຫຼອນທີ່ຫາຍາກຈະລືມ.
ການດຳເນີນເລື່ອງເລີ່ມຈາກການຫາຍຕົວໄປຂອງ ຮິຄາຣຸ (Hikaru) ທີ່ເປັນໝູ່ສະໜິດຕັ້ງແຕ່ຍັງນ້ອຍທີ່ເຕີບໃຫຍ່ມານຳກັນຂອງ ໂຢຊິກິ ໄດ້ຫາຍເຂົ້າໄປໃນປ່າປະມານໜຶ່ງອາທິດ ແລ້ວພໍກັບມາກໍມີສິ່ງທີ່ເຮັດໃຫ້ຕ້ອງແປກໃຈ ເພາະຄວາມຮູ້ສຶກໄດ້ບອກໃຫ້ ໂຢຊິກິ ຮູ້ທັນທີວ່າ “ນີ້ບໍ່ແມ່ນຮິຄາຣຸຄົນເກົ່າ”.
ມັນເປັນຄວາມປ່ຽນແປງທີ່ບໍ່ອາດອະທິບາຍໄດ້ ນີ້ຈຶ່ງເປັນຈຸດເລີ່ມຕົ້ນຂອງການຜະຈົນໄພໃນການນຳຫາຄວາມຈິງ ແລະ ຄວາມເລີກລົງໄປໃນຈິດໃຈມະນຸດທີ່ຊັບຊ້ອນ. ດ້ວຍຄວາມຮັກ ແລະ ຄວາມຄິດຮອດທີ່ ໂຢຊິກິ ມີຕໍ່ ຮິຄາຣຸ ລາວເລີຍເລືອກທີ່ຈະ “ຢູ່ກັບ” ສິ່ງນັ້ນຕໍ່ໄປ ເຖິງແມ່ນວ່ານັ້ນຈະບໍ່ແມ່ນຮິຄາຣຸ.
ເບິ່ງ “The Summer Hikaru Died – ລະດູຮ້ອນທີ່ຮິຄາຣຸຈາກໄປ” ໄດ້ທີ່ Netflix.