ມື້ນີ້ມ່ວນຢາກພາມາທຳຄວາມຮູ້ຈັກກັບ “ໂອດ” ໜຸ່ມຫຼໍ່ສົດໃສທີ່ມາພ້ອມກັບຄວາມສາມາດ ແລະ ປະສົບການທີ່ຫຼາກຫຼາຍ, ຜູ້ທີ່ມີຄວາມຝັນທີ່ຢາກຈະເປັນສິນລະປິນກັບປະສົບການໄປອໍດິຊັ່ນຢູ່ປະເທດໄທ.
ສະບາຍດີ ຂ້າພະເຈົ້າ ທ. ຊາຍສະຫວັນ ເພັດທະວົງ ຫຼື ເອິ້ນສັ້ນໆວ່າ ໂອດ (OAT Xaiysavanh) ກະໄດ້ ຕອນນີ້ອາຍຸ 20 ຈະເຂົ້າ 21 ແລ້ວ, ກຳລັງສຶກສາຢູ່ຄະນະສະຖາປັດຕະຍະກຳສາດ ປີທີ 4 ແຍ້ວວວ! ແລ້ວກໍຮຽນຢູ່ທີ່ສະຖາບັນພາສາຕ່າງປະເທດໂລໂກສ ປີທີ 3. ກິດຈະກຳໃນຍາມຫວ່າງຂອງໂອດກໍມີຮ້ອງເພງຫຼິ້ນ, Badminton, ລະກໍເກັບສະສົມເວລານອນໃຫ້ໄດ້ຫລາຍທີ່ສຸດ.

ນິໄສສ່ວນຕົວໂອດເອງເປັນຄົນ ແມ່ນແລ້ວເປັນຄົນ! ຄົນ! ຄົນອີຫຼີບໍ່ແມ່ນໂຕສະແດງ ຢອກໆ ໂອດເປັນຄົນເຮັດຫຍັງຕາມສະຖານະການ, ວາງແຜນໄວ້ບັກຄັກໆສຸດທ້າຍກະດົ້ນສົດຕະຫຼອດ, ແຜນຄືຫຍັງບໍ່ຮູ້ແຕ່ກະອອກມາດີໃດ໋ລະ ຮາຮາ.
ສາເຫດທີ່ເຮັດໃຫ້ໂອດສົນໃຈໄປອໍດິຊັ່ນຢູ່ໄທນັ້ນກໍຄື ແຕ່ກ່ອນໂອດກະເຄີຍອໍດິຊັ່ນໃນລາວຄືກັນ ແຕ່ກໍບໍ່ເຄີຍຜ່ານຮອບອອນລາຍອໍດິຊັ່ນເລີຍ, ກະເລີຍປະຊົດໃສ່ໂລດສົ່ງຂ້າມປະເທດລອງເບິ່ງ555, ອີກຢ່າງຕ້ອງຍອມຮັບເລີຍວ່າຢູ່ໄທມັນກະມີໂອກາດທີ່ຫຼາກຫຼາຍກວ່າແນ່ນອນ. ຕົວຢ່າງເຊັ່ນ: ເອື້ອຍແຮນນ່າ 4eve ແລະ ກໍອີກຫຼາຍໆຄົນ.
ສຳລັບປະສົບປະການທີ່ຜ່ານມາຂອງໂອດກະຈະມີສະແດງລະຄອນເວທີ, ໜັງສັ້ນ, ເປັນ Extra ໃນຊີຣີສ໌, ແຂ່ງຮ້ອງເພງ, ເຕັ້ນ Cover ໂຊໃນງານໂຮງຮຽນໜ້ອຍໜຶ່ງ.

TikTok & IG: iximmiii.oat
Idol ຫຼື role mode ໃນຄວາມຄິດຂອງໂອດແມ່ນ “My role model is Myself” ໃນຄວາມຫມາຍຂອງຄຳວ່າ role model ສຳຫລັບຂ້ອຍຄືບຸກຄົນຕົ້ນແບບທີ່ເຮົາເອົາມາເປັນແຮງບັນດານໃຈ ແລະ ຮູ້ສຶກວ່າໂຕເອງໂຄດຈະສູ້ຊີວິດແຮງທີ່ຜ່ານມາລະກະເອົາທຸກບົດຮຽນຂໍ້ຜິດພາດຂອງໂຕເອງຫັ້ນ ແລະ ມາພັດທະນາຕົວເອງໃນທຸກມື້, ແຕ່ຖ້າເປັນສິນລະປິນທີ່ມັກກະຈະເປັນ charlie puth ມັກທຸກຜົນງານຂອງລາວເລີຍ.
ປະສົບການໃນມື້ທີ່ໄປອໍດິຊັ່ນນັ້ນໂອດເອງຮູ້ສຶກປະມ່າ, ຢ້ານ, ຕື່ນເຕັ້ນ, ເຮັດໂຕບໍ່ຖືກ, ເບິ່ງແຕ່ລະຄົນແລ້ວໂອ້ໂຫກະເຈົ້າຄືຈັດເຕັມແທ້. ລະກໍຮູ້ສຶກກັງວົນເນື່ອງຈາກເຮົາບໍ່ໄດ້ຊ້ອມເລີຍຕອນໄປຮອດເພາະໃນມື້ນັ້ນມັນ 1000 Situation.
ຄວາມທ້າທາຍໃນການໄປອໍດິຊັ່ນຢູ່ປະເທດໄທແມ່ນການທີ່ເຮົາຕ້ອງແຂ່ງຂັນກັບຄົນເປັນພັນເປັນໝື່ນ ແລ້ວເຮົາສິເອົາຫຍັງໄປສູ້ເຂົານໍ. ແຕ່ເຮົາກະຫມັ້ນໃຈເຕັມທີ່ແລ້ວ, ສ່ວນອຸປະສັກທີ່ມີກໍຄື ເຮົາບໍ່ມີ Passport ເຮັດແນວໃດລະບາດນີ້ເຫຼືອເວລາພຽງ 5 ມື້ໃນການເຮັດ, ແລ້ວເອົາເງິນແຕ່ໃສເຮັດ? ພໍ່-ແມ່ເຮົາກໍບໍ່ໄດ້ມີໃຫ້ໃນສ່ວນນີ້ ແຕ່ກໍຍັງດີຍ້ອນມີຄົນອ້ອມຂ້າງອັນປະເສີດທີ່ສາມາດຊ່ວຍເຫຼືອເຮົາໄດ້ໃນເລື່ອງນີ້ນ້ຳຕາສິໄຫຼ ແລ້ວປະເດັນອີກຢ່າງກະຄືມື້ກ່ອນເດີນທາງກະເປັນໄອ ແລະ ເປັນຫວັດອີກ 1000 situation ບໍລະ.

ສ່ວນເປົ້າຫມາຍໃນອານາຄົດຂອງໂອດເອງ ກໍຍັງຢາກທີ່ຈະເຮັດຕາມຄວາມຝັນໃນການເປັນສິນລະປິນໃຫ້ສຳເລັດ. ຖ້າມີໂອກາດກະຈະບໍ່ປ່ອຍຜ່ານແນ່ນອນ, ສຳລັບກຳລັງໃຈ ແລະ ແຮງຊຸກຍູ້ໃນການເຮັດຕາມຄວາມຝັນຂອງໂອດເອງກະຄືເພື່ອອານາຄົດຂອງຕົນເອງທີ່ຢາກຈະເຮັດ, ຢາກຈະເປັນສິນລະປິນໃຫ້ໄດ້ ແລະ ສຸດທ້າຍກໍເພື່ອຄອບຄົວເທົ່ານັ້ນເລີຍ.
ຜົນງານໃນອານາຄົດໄວໆນີ້ກະຈະມີງານ “ຮູບເງົາສັ້ນລ້ານຊ້າງ ຄັ້ງທີ 4” ຈະຈັດຂື້ນ ໃນວັນທີ 18-19 ຕຸລາ 2024 ກະຈະເຫັນໂອດໃນຮູບເງົາເລື່ອງ “ບົດຮັກເລື່ອງສຸດທ້າຍ” ຝາກໄປຊົມໄປເຊຍແນ່ເດີ ລະກະຝາກທຸກຄົນໄປຕິດຕາມໂອດນຳແນ່ເດີ້ຈຸ໊ບມົວະ!
ໂດຍ: ທີມບັນນາທິການ Muan