ໜ້າຫຼັກ Muan.la - ສາລະບັນເທີງ The Interview ຈີນ່າ ແຊຣ໌ປະສົບການຕິດຢູ່ໃນບົດບາດທີ່ສະແດງ ຕົວລະຄອນ ເນດ ໃນສຸກໃຈ It’s Okay the series
The Interview

ຈີນ່າ ແຊຣ໌ປະສົບການຕິດຢູ່ໃນບົດບາດທີ່ສະແດງ ຕົວລະຄອນ ເນດ ໃນສຸກໃຈ It’s Okay the series

ແບ່ງປັນ

ມື້ນີ້ມ່ວນຈະພາມາຮູ້ຈັກກັນໃຫ້ຫຼາຍຂຶ້ນກັບນັກສະແດງສາວ “ທິດາວັນ ອຸດົມວິໄລ ຫຼື ຈີນ່າ” ປັດຈຸບັນ ອາຍຸ 23 ປີ, ຮັບບົດເປັນ ເນດ ໃນເລື່ອງ ສຸກໃຈ It’s Okay the series. ຈີນ່າ ຖືວ່າເປັນອີກຄົນໜຶ່ງທີ່ມີຄວາມສາມາດຫຼາກຫຼາຍເພາະລາວເປັນທັງນັກສະແດງ, ນັກຮ້ອງປະຈຳຮ້ານ Berlin, ພາສາລາວ,ໂກດັງ ແລະ ຍັງເຮັດວຽກປະຈຳຢູ່ທີ່ Hope Vison Laos.

ບົດບາດຕົວລະຄອນ ເນດ ທີ່ຈີນ່າໄດ້ສະແດງແມ່ນຖືກກົດດັນຈາກຜູ້ເປັນພໍ່ໃນເລື່ອງຂອງການຮຽນ, ຕ້ອງເສັງເອົາທຶນພື່ອໄປຮຽນຕໍ່ຕ່າງປະເທດໃຫ້ໄດ້ຕາມຄວາມຄາດຫວັງຂອງພໍ່ ແລະ ໃນເລື່ອງນັ້ນລາວກໍໄດ້ຮັບບົດສະແດງເປັນຄົນທີ່ມີສະພາວະຂອງໂລກຊຶມເສົ້າ.

ພໍຈີນ່າຮູ້ວ່າໄດ້ຖືກເລືອກໃຫ້ສະແດງບົດບາດນີ້ກໍມີວິທີກຽມຕົວໃນການຮັບບົດບາດຂອງຄົນເປັນໂລກຊຶມເສົ້າໂດຍການໄດ້ເຮັດວຽກບ້ານເລີ່ມທີ່ຈະຫາເບິ່ງຊີຣີສ໌, ອະນິເມຊັ່ນຂອງຕ່າງປະເທດກ່ຽວກັບສຸຂະພາບຈິດ ແລະ ພະຍາຍາມເຂົ້າໃຈໂຕລະຄອນເນດວ່າ: “ຖ້າຈີ່້ນ້າເປັນເນດເອງນັ້ນຈີນ້າຈະຮູ້ສຶກແນວໃດ?”

ມັນເປັນໂອກາດທີ່ດີ ແລະ ທີ່ ຈີນ່າ ໄດ້ສະແດງບົດນີ້ເພາະຈີນ່າເຊື່ອວ່າຕົວເອງນັ້ນກໍອາດຈະເປັນຄົນໜຶ່ງທີ່ມີສະພາວະຊຶມເສົ້າ, ເຊິ່ງມີມາຕັ້ງແຕ່ກ່ອນສະແດງເກືອບ 2 ປີ ແຕ່ບໍ່ເຄີຍໄປກວດເທື່ອແຕ່ເຊື່ອວ່າມີເພາະກໍມັກສັງເກດອາລົມຕົວເອງ, ບາງເທື່ອກໍເກີດການຄວບຄຸມໄດ້ ແລະ ບາງເທື່ອກໍຄວບຄຸມບໍ່ໄດ້.

“ ການທີ່ໄດ້ຮັບບົດບາດນີ້, ຈີນ່າກໍຄິດວ່າມັນເປັນໂອກາດທີ່ຈະໄດ້ຖ່າຍທອດມັນອອກໄປ, ແລ້ວທຸກສິ່ງທຸກຢ່າງທີ່ຮູ້ສຶກຄຽດ, ຮູ້ສຶກບໍ່ດີຜິດຫວັງເສຍໃຈ ແລະ ຄິດຫຼາຍ ເຮົາຈະຂໍຝາກໄວ້ກັບຕົວລະຄອນນີ້ບໍ່ໃຫ້ຫຼົງເຫຼືອໄວ້ກັບຕົວຈີນ່າເລີຍຫຼັງຈາກສະແດງຈົບສາກການ ‘ຂ້າຕົວຕາຍຂອງເນດ’. ພໍຈີນ່າກັບຮອດບ້ານກໍມີຊ່ວງໜຶ່ງທີ່ຄິດຢາກຈະເຮັດແບບເນດແທ້ທັງໆທີ່ເປັນຄົນທີ່ຫົວເດັດຕີນຂາດກະຊິບໍ່ຍອມຄິດຂ້າຕົວເອງ.

ຈີນ່າ ບໍ່ເຄີຍຄິດເລີຍວ່າຊ່ວງເວລານັ້ນມັນຈະມີຄວາມຮູ້ສຶກໜຶ່ງທີ່ຖືກດຶງລົງໄປແລ້ວບອກຕົວເອງວ່າ ‘ຕາຍເບາະເລື່ອງຈະໄດ້ຈົບ’ ຮ່າງກາຍໄດ້ເຄື່ອນຕົວໄປຈັບຄັດເຕີແຕ່ມັນກໍເໝືອນມີສຽງຮ້ອງໃສ່ວ່າ ‘ບ້າຕີ້ ແນະ! ຮູ້ເດີ້ອັນນີ້ບໍ່ແມ່ນຈີນ່າ, ຈີນ່າບໍ່ແມ່ນຄົນແນວນີ້ບໍ່ໄດ້ຄິດແນວນີ້’ ແລ້ວກໍຄິດໃນໃຈຕໍ່ວ່າ ‘ເນດແມ່ນບໍ? ໂອເຄ ພໍແລ້ວ, ສະແດງຈົບແລ້ວເນາະຢູ່ໃນທີ່ຂອງເຈົ້າສະ ຂ້ອຍເຮັດໜ້າທີ່ຂ້ອຍເຕັມທີ່ໃຫ້ເຈົ້າພໍແລ້ວ ຂ້ອຍຂໍຊີວິດຂ້ອຍຄືນ’ “ ຈີນ່າໄດ້ເວົ້າກ່ຽວກັບຈິດໃຕ້ສຳນຶກໃນຊ່ວງໜຶ່ງທີ່ມີຕົວລະຄອນເນດວາບຂຶ້ນມາໃນຫົວ.

ການເລົ່າເລື່ອງກ່ຽວກັບໂລກຊຶມເສົ້າໃນໜັງ ຫຼື ຊີຣີສ໌ມັນມີຄວາມສຳຄັນຫຼາຍເພື່ອປູກຈິດສຳນຶກໃນສັງຄົມລາວເພາະມັນສາມາດສ້າງຄວາມເຫັນອົກເຫັນໃຈຂອງຄົນໃກ້ຊິດໄດ້ຫຼາາຍຂຶ້ນ, ເພາະການທີ່ມີພາບແສງສີສຽງອາລົມເລື່ອງລາວທີ່ສາມາດສື່ໃຫ້ເຫັນເລື່ອງລະອຽດອ່ອນພາຍໃນສັງຄົມຄອບຄົວ ແລະ ພາຍໃນໃຈທີ່ບາງຄັ້ງຕົວພວກເຮົາເອງໍອາດຈະບໍ່ຮູ້ທັນໃຈຂອງເຮົາເອງ, ມັນຊ່ວຍໃຫ້ພວກເຮົາໄດ້ກັບມາໃຫ້ຄວາມສຳຄັນຕັ້ງຄຳຖາມກັບຕົວເອງ ແລະ ຜູ້ອື່ນຄືນວ່າຈິດໃຈເຮົາ ແລະ ເຂົາຍັງໂອເຄແທ້ໆບໍ ຫຼື ທີ່ບອກວ່າໂອເຄຍ້ອນທີ່ຜ່ານມາບໍ່ໄດ້ຮັບຮູ້ວ່າມັນບໍ່ໂອເຄ.

ອ່ານຕື່ມ:  ແນ່ມ ສາວປັອບສະຕາ ຢາກໃຊ້ສຳນຽງທ້ອງຖິ່ນທີ່ເປັນເອກະລັກປະສົມກັບດົນຕີສະໄໝໃໝ່ສ້າງສີສັນແປກໃໝ່ໃຫ້ເພງບ້ານເຮົາ

ໃນຊີວິດປະຈໍາວັນເຈົ້າມັກເຮັດຫຍັງເພື່ອຜ່ອນຄາຍຈາກວຽກທີ່ເຄັ່ງຄຽດ ຫຼື ວິທີລົດອາການ ຫຼື ການອອກຈາກຕົວລະຄອນທີ່ຍັງຕິດຢູ່ໃນການສະແດງ?

ກິດຈະກຳໃນແຕ່ລະມື້ທີ່ຊ່ວຍຜ່ອນຄາຍຈາກການເຮັດວຽກຂອງຈີນ່າແມ່ນການຫຼິ້ນກັບແມວ, ການພັກຜ່ອນໃຫ້ພຽງພໍ, ການໄດ້ໂອ້ລົມກອດກັບຄົນທີ່ຮັກແພງ ແລະ ໄວ້ໃຈ. ສິ່ງສຳຄັນໃນການຫຼຸດອອກຈາກຕົວລະຄອນທີ່ຍັງຕິດຢູ່ໃນການສະແດງແມ່ນ “ໝັ່ນມີສະຕິ, ໝັ່ນເອີ້ນຊື່ໂຕເອງອອກມາ ແລະ ຄິດໃນໃຈສະເໝີວ່ານີ້ຄືຕົວເຮົາເອງຫ້າມໄປເອົາໃຜເຂົ້າມາເປັນເຮົາ, ເຮົາມີຄົນດຽວ ແລະ ເປັນຄົນແບບນີ້ ແທ້ບໍ ຫຼື ແບບນັ້ນ”. ຖ້າຈັບໄດ້ວ່າມັນບໍ່ແມ່ນຕົວເອງ, ຈີນ່າຈະເອີ້ນຊື່ຕົວເອງກັບມາ ແລະ ທວນຄືນກັບວ່າຕົວເອງເປັນຄົນແນວໃດ? ມັກກິນຫຍັງ? ມັກເຮັດຫຍັງ? ຢາກເປັນຫຍັງ?

ກິດຈະກຳທີ່ມັກເຮັດໃນເວລາວ່າງແມ່ນການອະນາໄມບ້ານ, ຟັງເພງ, ພອດແຄສ, ແຕ່ງກິນ, ພາແມວອອກໄປຍ່າງ, ການນອນພັກຜ່ອນ ແລະ ການໄດ້ອອກໄປໃຊ້ເວລາຫາກິດຈະກຳຫຼິ້ນກັບໝູ່ເພື່ອນ. ສ່ວນລາຍການທີ່ມັກເບິ່ງກໍມີ: Inside out ທັງ 2 ພາກ (animation), ຊີຣີສ໌ເກົາຫຼີ It’s okay to Not Be Okay (2020), The Gifted (ຊີຣີສ໌ໄທ).

ສຳລັບສະໄຕລ໌ການແຕ່ງຕົວທີ່ສື່ເຖິງຕົວຕົນແມ່ນຖືວ່າເປັນເລື່ອງຍາກທີ່ຈະບອກ ແລະ ຖ້າບໍ່ນັບເລື່ອງການແຕ່ງຕົວທີ່ຕ້ອງໃຫ້ກຽດສະຖານທີ່ກັບຖືກຕາມສະຖານະການ, ຈີນ່າເປັນຄົນທີ່ມັກຈະແຕ່ງຕົວແນວໃດກໍໄດ້ທີ່ເຮັດໃຫ້ຮ່າງກາຍຕົວເອງຮູ້ສຶກສະບາຍ ແລະ ຜ່ອນຄາຍທີ່ສຸດ.

ຖ້າມີເວລາວ່າງມື້ດຽວ ແລະ ກິດຈະກຳທີ່ຢາກເຮັດເພື່ອເພີ່ມຄວາມສຸກໃນຊີວິດໃນສິ່ງທຳອິດທີ່ຢາກຈະເຮັດແມ່ນ: ຢາກກັບບ້ານໄປກິນເຂົ້າຝີມືແມ່, ກັບໄປສູດກິ່ນຜັກດົມກິ່ນປາ, ແລ່ນຢູ່ທົ່ງນາ ແລະ ອາບນ້ຳສ້າງກາງເຕັ້ນເບິ່ງດາວຕອນກາງຄືນຢູ່ບ້ານ.

ສຸດທ້າຍແລ້ວ ຈີນ່າຢາກຝາກເຖິງໃຜທີ່ມັກຄິດວ່າຕົວເອງຢູ່ຄົນດຽວ ຢາກໃຫ້ລອງໄປເບິ່ງຊີຣີສ໌ “ສຸກໃຈ it’s okay the series’ “ ລອງເບິ່ງແລ້ວຈະຮູ້ວ່າເຈົ້າບໍ່ໄດ້ຢູ່ຄົນດຽວ ແລະ ຜົນງານໃນອະນາຄົດແມ່ນອາດຈະຍັງບໍ່ທັນມີຫຍັງພິເສດແຕ່ລອງເບິ່ງໄປນຳກັນອີກວ່າສາວຈີນ່າ ໃນອາຍຸ 23 ປີ ຜູ້ນີ້ທີ່ມັກຄົ້ນຫາຄວາມສາມາດ ແລະ ຕົວຕົ້ນໃນດ້ານຕ່າງໆຈະເປັນຫຍັງໄດ້ອີກນອກຈາກນັກສະແດງ, ນັກຮ້ອງ ແລະ ນັກແຕ້ມ.

ອ່ານຕື່ມ:  ຟັງຄວາມຮູ້ສຶກຈາກການແຕ່ງເພງ ບົດສຸດທ້າຍ ຂອງ Phoenix Boii ນັກຮ້ອງ-ແຣັບເປີ ຈາກຫຼວງພະບາງ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
The Interview

ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!

The Crown ExclusiveUncategorized

“ເມລີ້” ນາງແບບຈາກລາວ ຜູ້ພ້ອມທີ່ຈະພາໂຕເອງໄປສູ່ອີກລະດັບໃນ The Face Thailand Season 6

ເມລີ້ ນາງແບບຈາກລາວ ຜູ້ທີ່ເປັນໜຶ່ງໃນ 500 ຄົນ ກ້າວເຂົ້າສູ່ The Face Thailand Season 6 ດ້ວຍຄວາມຝັນທີ່ຍິ່ງໃຫຍ່...

The Interview

SenJx ເຜີຍ “ຢາກເປັນສິລະປິນຕົວຢ່າງ” ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ

ໃນການສົນທະນາທີ່ເຕັມໄປດ້ວຍແຮງບັນດານໃຈກັບ SenJx ຈາກ HUEN CREW ໄດ້ພາເຮົາໄປສຳຜັດກັບມຸມມອງຂອງສິລະປິນຮຸ່ນໃໝ່ທີ່ບໍ່ພຽງແຕ່ຢາກສ້າງສັນຜົນງານຜ່ານສຽງດົນຕີເທົ່ານັ້ນ, ແຕ່ຍັງມຸ່ງສ້າງຊຸມຊົນຮິບຮັອບ-ແຣັບເປີ ໃຫ້ເປັນພື້ນທີ່ປອດໄພ ພ້ອມທັງສົ່ງເສີມຄົນຮຸ່ນໃໝ່ໃຫ້ກ້າວເດີນໃນແນວທາງທີ່ດີຜ່ານເນື້ອຮ້ອງ ແລະ ວິຖີຊີວິດທີ່ແທ້ຈິງຂອງລາວ. ການທີ່ໄດ້ລົມກັບ...

The Interview

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just”, XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?

ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ກຳລັງຈະປ່ຽນໂສມໜ້າຂອງເພງລາວແນວໃດ?

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.