ໜ້າຫຼັກ Muan.la - ສາລະບັນເທີງ The Interview ເພງທີ່ແຕ່ງຂຶ້ນຈາກປະສົບການຄວາມຮັກໄວໃສຂອງ ເຈນນີ ເບວລາ ແລະ ຕົວຕົນທີ່ຫຼາຍຄົນບໍ່ຮູ້
The Interview

ເພງທີ່ແຕ່ງຂຶ້ນຈາກປະສົບການຄວາມຮັກໄວໃສຂອງ ເຈນນີ ເບວລາ ແລະ ຕົວຕົນທີ່ຫຼາຍຄົນບໍ່ຮູ້

ແບ່ງປັນ

ມ່ວນໄດ້ພາສາວງາມລູກຊອດລາວ-ອັງກິດ ເຈົ້າຂອງຜົນງານເພງດ່ຽວ ”CLWM – ຮັກໄດ້ບໍ່” ເຊິ່ງຢາກບອກວ່າສາວນ້ອຍຄົນນີ້ພະລັງສຽງການຮ້ອງບໍ່ທຳມະດາເລີຍ ແລະ ຫຼ້າສຸດວິດີໂອການຮ້ອງໂຄເວີເພງຫວຽດຂອງລາວກໍກາຍເປັນໄວຣັສໂດ່ງດັງຢູ່ທີ່ຫວຽດນາມ.

ມື້ນີ້ມ່ວນເລີຍພາມາລົມກັບລາວ ແລະ ບອກເລົ່າກ່ຽວກັບຜົນງານໃໝ່ໆເລື່ອງແຮງບັນດານໃຈຕ່າງໆ, ເພື່ອໃຫ້ໄດ້ມາທຳຄວາມຮູ້ຈັກກັນໃຫ້ຫຼາຍຂຶ້ນ ແລະ ທຸກຄົນຈະຕ້ອງຫຼົງຮັກກັນແນ່ນອນ.

ລາວແມ່ນນັກຮ້ອງສາວສຽງຫວານ ແລະ ພະລັງສຽງມີເອກະລັກ ເຈນນີ ເບວລາ ແກ້ວມໍລະກົດ (Jenny Bella Keowmorlakot ) ປັດຈຸບັນ ອາຍຸ 24 ປີ, ລາວແມ່ນນັກຮ້ອງສິລະປິນໃນສັງກັດ A-Modeling and Advertising.

ເຈນນີ ໄດ້ເລົ່າໃຫ້ມ່ວນຟັງວ່ານິໄສທີ່ຫຼາຍຄົນບໍ່ຄ່ອຍຮູ້ຄື: ໂຕແທ້ເຈນນີເປັນຄົນທີ່ເຂົ້າເຖິງງ່າຍຕະຫຼົກ, ອາລົມດີ ແລະ ຂິ້ອ້ອນ, ມັກເຮັດໃຫ້ຄົນອ້ອມຂ້າງມີຄວາມສຸກໄປນຳ ແລະ ເຈນນີເປັນຄົນທີ່ມັກການກິນເປັນທີ່ສຸດ, ຈະມີຄວາມສຸກກັບສິ່ງທີ່ມັກກິນຫຼາຍ. ສ່ວນກິດຈະກຳທີ່ມັກເຮັດໃນເວລາວ່າງແມ່ນ: ມັກຊ້ອມຮ້ອງເພງ, ເບິ່ງໜັງ, ອອກກຳລັງກາຍ ແລະ ໄປຄາເຟ່.

ເຈນນີ ມີຄວາມປະທັບໃຈທັງໝົດເລີຍໃນຜົນງານເພງ ”CLWM – ຮັກໄດ້ບໍ່“ ເພາະທັງດົນຕີຂອງເພງ ແລະ ເນື້ອຫາຂອງເພງ, ຫຼັກໆແມ່ນທີມງານຈາກ “Buffkhot Production ແລະ ທີມງານສັງກັດ A-Modeling and Advertising ຂອງເຈນນີ. ພວກເຂົາມີຄວາມອົດທົນຫຼາຍແຮງເພື່ອຢາກໃຫ້ເອັມວີອອກມາດີ ແລະ ທຸກລາຍລະອຽດຂອງເພງນີ້ອອກມາດີທີ່ສຸດ, ມີຄວາມຕັ້ງໃຈສະມັກຄີມັນເລີຍເຮັດໃຫ້ເຈນນີມີກຳລັງໃຈໃນການຖ່າຍທຳຜົນງານເພງໃນຄັ້ງນີ້.

ແຮງບັນດານໃຈໃນການສ້າງສັນຜົນງານເພງນີ້ແມ່ນມາຈາກເຈນນີເອງເລີຍ, ເປັນສ່ວນໜຶ່ງຈາກປະສົບການຊີວິດຄວາມຮັກທີ່ຍັງຢູ່ໃນຊ່ວງໄວໃສໃນຕອນນັ້ນ, ເລີຍໄດ້ປະຊຸມກັບທີມງານ ແລະ ຜູ້ກຳກັບ ເພື່ອຈະໄດ້ວາງແຜນເຮັດໂປຣເຈັກນີ້ ແລະ ໄດ້ Alex smoke ເປັນຜູ້ຂຽນບົດເພງນີ້ຂື້ນມາໃຫ້ຈຶ່ງເກີດເປັນເພງ “CLWM – ຮັກໄດ້ບໍ່”.

ສ່ວນການຮ້ອງເພງເເມ່ນເຈນນີໄດ້ຄ່ອຍໆພັດທະນາດ້ວຍຕົນເອງ, ໝັ້ນຝຶກຝົນຢູ່ສະເໝີ ແລະ ເຮັດໃຫ້ຮູ້ອີກວ່າການຈະເປັນສິລະປິນນັກຮ້ອງມັນບໍ່ແມ່ນເລື່ອງງ່າຍ ແລະ ແຕ່ມັນກໍບໍ່ມີເລື່ອງໃດທີ່ເຮັດບໍ່ໄດ້ ຖ້າເຮົາພະຍາຍາມໝັ່ນຝຶກຝົນຕົນເອງຢູ່ສະເໝີ.

ອ່ານຕື່ມ:  ຊວນຮູ້ຈັກ ໂຈບີ້ ວິບູນສຸກ ພະເອກເອັມວີໜ້າໃສໃນເພງ Trust Issues ຂອງ Imel

ຖ້າຖາມເຈນນີວ່າໃນອານາຄົດຢາກຮ້ອງເພງແບບໃດ? ເຈນກໍຕອບບໍ່ໄດ້ຄືກັນເພາະຕອນນີ້ເຈນໄດ້ເຮັດເເນວເພງເປັນສະໄຕລ໌ Pop ທີ່ມີກິ່ນອາຍຂອງ R&B ຢູ່, ຕໍ່ໄປອາດຈະເຮັດເພງທີ່ມີກິ່ນອາຍຂອງຄວາມເປັນລາວ ເພາະຕອນນີ້ເຈນນີ ແລະ ທີມງານກຳລັງວາງແຜນເພງຕໍ່ໄປຢູ່.

ເປົ້າໝາຍໃນຊີວິດຂອງສິລະປິນທີ່ຕ້ອງເຮັດໃຫ້ໄດ້ຫຼັກໆແມ່ນ ເຈນນີ ຢາກສ້າງຊື່ສຽງໃຫ້ກັບປະເທດລາວ, ຢາກໄປເວທີຕ່າງປະເທດຈັກ 1 ຄັ້ງ ເພາະເປັນຄວາມຝັນຕັ້ງແຕ່ຕອນເຈນນີຍັງນ້ອຍໆ, ຖ້າຟັງເບິ່ງອາດຈະຮູ້ສຶກວ່າເປັນຄວາມຝັນທີ່ໄກໂພດ ແຕ່ເຈນນີເຊື່ອວ່າຖ້າມີໂອກາດນັ້ນມາຈະບໍ່ພາດແນ່ນອນລະຈະຕັ້ງໃຈເຮັດມັນໃຫ້ດີທີ່ສຸດ.

ເຈນນີຢາກຊຸກຍູ້ວົງການເພງລາວເຮົາໃຫ້ທົ່ວໂລກໄດ້ຟັງ, ໄດ້ເຫັນຄວາມສາມາດຂອງຄົນລາວທີ່ບໍ່ເເພ້ຊາດໃດ ແລະສົ່ງເສີມສິລະປິນລາວທຸກຄົນບໍ່ວ່າເປັນລຸ້ນໃໝ່ ຫຼື ລຸ້ນປັດຈຸບັນໃຫ້ສ້າງຜົນງານດີໆອອກມາໃຫ້ໄດ້ຫຼາຍທີ່ສຸດ.

ສຸດທ້າຍນີ້ຂໍຝາກຜົນງານເພງ “CLWM – ຮັກໄດ້ບໍ່” ຂອງເຈນນີ ຟັງໄດ້ທາງ YouTube ແລະ ຝາກຕິດຕາມຊ່ອງທາງ TikTok “Jenny bella“ ໃນໄວໆນີ້ ເຈນນີກໍຈະມີເພງໃໝ່ໃຫ້ທຸກຄົນໄດ້ຟັງເລື່ອຍໆເດີ ຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ສິລະປິນໂຕນ້ອຍໆຢ່າງ ເຈນນີ ເບວລາ ກັນແດ່ເດີ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ຢາຫຼອກ: ຟັງຄວາມໝາຍທີ່ສື່ເຖິງຄວາມເຈັບປວດດ້ວຍຮັກປອມໆ ໂດຍ JENNY BELLA ft. SENJX

ເມື່ອເຮົາກຳລັງຢູ່ໃນຊ່ວງເວລາທີ່ຫົວໃຈບອບບາງ ຄວາມຮັກທີ່ບໍ່ມີຢູ່ຈິງກໍອາດກາຍເປັນສິ່ງທີ່ຄ່ອຍໆປອບໃຈເຮົາໄດ້. ມັນຄືກັບ “ຢາຫຼອກ (Placebo)” ທີ່ເຖິງແມ່ນບໍ່ມີສານອອກລິດແທ້, ແຕ່ຄວາມເຊື່ອທີ່ວ່າມັນຈະຊ່ວຍປິ່ນປົວກໍສາມາດເຮັດໃຫ້ເຮົາຮູ້ສຶກດີຂຶ້ນໄດ້ຊົ່ວຄາວ. ຄວາມສຸກແບບປອມໆນີ້ເຮັດໃຫ້ເຮົາຫຼົງຢູ່ໃນພາບລວງຕາ, ຫຼົງຄິດວ່າຄວາມຮັກນັ້ນເປັນຄວາມຈິງ. ແຕ່ເມື່ອຄວາມຈິງຖືກເປີດເຜີຍ, ຄວາມສຸກນັ້ນກໍຫາຍໄປຢ່າງສິ້ນເຊີງ, ເຫຼືອໄວ້ພຽງຄວາມເຈັບປວດທີ່ຍິ່ງໃຫຍ່ກວ່າເກົ່າ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.