ໜ້າຫຼັກ Muan.la - ສາລະບັນເທີງ The Interview ເບຶ້ອງຫຼັງຄວາມສຳເລັດດ້ວຍຄວາມຝັນ ຢາກໄປແຂ່ງເຕັ້ນຢູ່ຕ່າງປະເທດ ຂອງນັກກິລາປະເພດເຕັ້ນ BBOY “Ka-G”
The Interview

ເບຶ້ອງຫຼັງຄວາມສຳເລັດດ້ວຍຄວາມຝັນ ຢາກໄປແຂ່ງເຕັ້ນຢູ່ຕ່າງປະເທດ ຂອງນັກກິລາປະເພດເຕັ້ນ BBOY “Ka-G”

ແບ່ງປັນ

Ka-G ນັກເຕັ້ນ BBOY ຜູ້ຄວ້າລາງວັນອັນດັບທີ 3 ຈາກງານແຂ່ງເຕັ້ນ BBOY ປະເພດດ່ຽວໃນລະດັບສາກົນ. ກັບເບື້ອງຫຼັງຄວາມສຳເລັດ ແລະ ອີກດ້ານໜຶ່ງທີ່ຫຼາຍຄົນບໍ່ຮູ້.

ເພັດນິລັນ ແກ້ວວົງສີ (Ka-g Andaman Crew) ອາຍຸ 27 ປີ ເຄີຍສຶກສາຢູ່ທີ່ ສະຖາບັນວິຈິດສິນແຫ່ງຊາດ, ນິໄສຈະເປັນຄົນງຽບໆ, ເວົ້າໜ້ອຍແຕ່ເນັ້ນລົງມືເຮັດໂຕຈິງ. ເຊິ່ງນອກຈາກເປັນນັກເຕັ້ນ BBOY ແລ້ວກໍຍັງເປັນ Tattoo artist ທີ່ເຮັດຄວບຄູ່ກັນໄປນຳ.

Ka-G ໄດ້ເລົ່າຍ້ອນເຖິງຈຸດເລິ່ມຕົ້ນໃຫ້ມ່ວນຟັງວ່າ: ໄດ້ຮູ້ຈັກການເຕັ້ນ BBOY ມາຕັ້ງແຕ່ປີ 2009 ແລະ ໄດ້ເລີ່ມຮຽນເຕັ້ນຕັ້ງແຕ່ ປີ 2010 ຕອນນັ້ນອາຍຸໄດ້ປະມານ 13 ປີພຽງເທົ່ານັ້ນ.

ການເລີ່ມເຕັ້ນທຳອິດຍ້ອນວ່າຕອນນັ້ນອ້າຍຂອງລາວບໍ່ມີຄົນເຕັ້ນນຳກໍເລີຍຖືກບັງຄັບໃຫ້ເຕັ້ນນຳເປັນໝູ່ເຮັດໃຫ້ລາວເລີ່ມເຕັ້ນແຕ່ນັ້ນມາ.

ແຮງບັນດານໃຈໃນການເຕັ້ນແມ່ນຕອນທຳອິດລາວຢາກໄປແຂ່ງຢູ່ຕ່າງປະເທດ ເພາະລາວເປັນຄົນທີ່ຢາກໄປຕ່າງປະເທດຢູ່ແລ້ວ ແຕ່ບໍ່ມີໂອກາດໄດ້ໄປ, ພໍໄດ້ເຫັນລຸ້ນອ້າຍໄດ້ໄປແຂ່ງຢູ່ຕ່າງປະເທດກໍຢາກໄປຄືເຂົາເຈົ້າ ແລະ ກໍມີລຸ້ນອ້າຍໃນວົງການເຕັ້ນຫຼາຍໆຄົນທີ່ເປັນແບບຢ່າງ, ມີຫຼາຍຄົນທີ່ສອນ ແລະ ໃຫ້ຄຳແນະນຳທີ່ດີຕະຫຼອດຈົນມາຮອດທຸກມື້ນີ້.

ສຳລັບຊື່ໃນວົງການເຕັ້ນທຸກຄົນຈະຮູ້ຈັກລາວໃນຊື່ BBOY Ka-G, ເຊິ່ງຊື່ນີ້ລາວໄດ້ເລົ້າໃຫ້ຟັງຕື່ມອີກວ່າບໍ່ໄດ້ມີຄວາມຫມາຍຫຍັງ ແຕ່ວ່າ Ka-G ຫຼື ກາຈີ ເປັນຊື່ທີ່ຄອບຄົວ ແລະ ພີ່ນ້ອງມັກເອີ້ນຕອນຍັງນ້ອຍ, ເພາະວ່າຕອນຍັງນ້ອຍໆມັກໃຫ້ຮ້ອງວ່າ ກາຈີ ກາຈີ ແລ້ວພວກເພິ່ນກະເອີ້ນວ່າ ກາຈີ ຕັ້ງແຕ່ນັ້ນມາ. ພໍໄດ້ມາເລີ່ມເຕັ້ນກະເລີຍເລືອກຊື່ Ka-G ມາຕັ້ງເປັນ AKA ຂອງລາວເລີຍ.

Ka-G ຍັງບອກກັບມ່ວນອີກວ່າ: ຄວາມຮູ້ສຶກໃນຕອນທີ່ຮູ້ວ່າຕົວເອງໄດ້ອັນດັບທີ 3 ໃນງານຫຼ້າສຸດ, ກໍຮູ້ສຶກດີໃຈຫຼາຍ ເພາະວ່າເກີນຄວາມຄາດໝາຍໂຕເອງໄວ້. ເພາະຕອນທຳອິດຕັ້ງເປົ້າໄວ້ວ່າຂໍພຽງແຕ່ຜ່ານເຂົ້າໄປແຂ່ງໃນຮອບ 8 ຄົນ, ແຕ່ກໍເຖິງເປົ້າຫມາຍທີ່ຕັ້ງໄວ້ແລ້ວ. ເພາະປີກາຍນີ້ລາວຖືກຕົກຮອບ 32 ຄົນ, ປີນີ້ເລີຍຄິດວ່າຢາກເຮັດໃຫ້ດີກ່ອນປີທີ່ຜ່ານມາກະເທົ່ານັ້ນ.

ປະສົບການຕັ້ງແຕ່ເລີ່ມເຕັ້ນຂອງລາວມາຈົນຮອດປະຈຸບັນແມ່ນຖືວ່າໄດ້ແຂ່ງຂັນມາກໍຜ່ານມາຫຼາຍເວທີຈົນນັບບໍ່ໄດ້ແລ້ວ, ທັງພາຍໃນປະເທດ ແລະ ຕ່າງປະເທດ. ແຕ່ງານທີ່ເຮັດໃຫ້ລາວປະທັບໃຈທີ່ສຸດກໍແມ່ນງານ BATTLE OF THE YEAR WORLD FINAL ໃນປີ 2018, ຢູ່ທີ່ເມືອງ montpellier ປະເທດຝຣັ່ງ.

ອ່ານຕື່ມ:  MVIIZ ພ້ອມເສີບ ແຈກຄວາມຫວານສົດໃສ ໃນເພງ ຫວານ ນຳມາຮ້ອງໃໝ່ໃນສະໄຕລ໌ LPOP

ເພາະງານນີ້ເປັນເປົ້າໝາຍສູງສຸດຂອງລາວໃນຕອນນັ້ນທີ່ຈະຢາກໄປແຂ່ງຈັກເທື່ອໃນຊີວິດ ແລະ ກໍສາມາດເຮັດຕາມເປົ້າຫມາຍທີ່ຕັ້ງໄວ້ເພາະເຮັດຜົນງານໄດ້ເກີນຄາດໝາຍທີ່ຕັ້ງໄວ້ໃນຕອນນັ້ນນຳ, ເຊິ່ງມີທີມທີ່ໄດ້ຜ່ານເຂົ້າໄປແຂ່ງຂັນທັງຫມົດ 16 ປະເທດ ແລະ ໃນທີ່ສຸດທີມຂອງລາວ ສາມາດເຮັດໃຫ້ໄດ້ອັນດັບທີ 5 ຂອງໂລກໃນປີນັ້ນ.

ລາວໄດ້ເລົ່າໃຫ້ຟັງກ່ຽວກັບອຸປະສັກ ແລະ ຄວາມຍາກລຳບາກທີ່ຜ່ານມາຂອງລາວ, ທີ່ບາງເທື່ອກະຍັງຮູ້ສຶກທໍ້ຢູ່ ແລະ ການໝົດ passion. ເພາະມີຫຼາຍຄົນເຄີຍເວົ້າໃຫ້ວ່າຊິເຕັ້ນໄປເຮັດຫຍັງ, ເສຍເວລາ, ຄືບໍ່ເອົາເວລາໄປເຮັດແນວອື່ນດີກວ່າ. ໂດຍສະເພາະບາງຊ່ວງທີ່ບໍ່ມີງານແຂ່ງ ຫຼື ງານໂຊເລີຍ, ນັກເຕັ້ນຫຼາຍຄົນກໍເລີ່ມເຊົາເຕັ້ນ, ຄົນທີ່ຍັງເຕັ້ນຢູ່ກໍເຫຼືອແຕ່ສໍ່າຢິບມືດຽວ ສ່ວນລາວເອງກະບໍ່ຮູ້ວ່າຊິຊ້ອມໄປເຮັດຫຍັງ, ແຂນຫັກຍ້ອນເຕັ້ນກໍເຄີຍຜ່ານມາແລ້ວ, ມີຫຼາຍຄົນກະບອກໃຫ້ເຊົາເຕັ້ນແຕ່ຕອນນັ້ນ, ແຕ່ກໍຍັງເຮັດມັນມາຈົນຮອດທຸກມື້ນີ້.

Ka-G ຍັງໄດ້ຝາກເຖິງຄົນທີ່ຢາກເຕັ້ນ BBOY ວ່າ: ຖ້າຮູ້ວ່າຕົວເອງຢາກຮຽນເຕັ້ນແທ້ໆ, ປັດຈຸບັນນີ້ກໍມີຫຼາກຫຼາຍຊ່ອງທາງສາມາດຮຽນເອງກໍໄດ້, ໂຮງຮຽນທີ່ຮັບສອນກໍມີ ຫຼື ຈະເປັນແບບ Private class ກໍມີຄືກັນ. ໃຜທີ່ຄິດວ່າໂຕເອງບໍ່ມີກຳລັງຊັບທີ່ຈະໄປຈ້າງຮຽນ ຫຼື ບໍ່ມີເວລາທີ່ຈະໄປຮຽນ. ເຈົ້າສາມາດຮຽນຂັ້ນພື້ນຖານງ່າຍໆດ້ວຍໂຕເອງຜ່ານທາງ youtube ກໍມີສອນໝົດ, ມັນຢູ່ທີ່ໂຕເຈົ້າວ່າຢາກເຮັດກໍມີແຕ່ເລີ່ມເລີຍ ຫຼື ຖ້າຢາກມາຊ້ອມກັບພວກຂ້ອຍກໍໄດ້ ຢູ່ ທີ່ສາລາທາດຫຼວງ ຫຼື ບາງມື້ກະໄປວຽງຈັນເຊັນເຕີ້ຊັ້ນ 2 ຕອນແລງ, 6-9 ໂມງ. ອາທິດລະ 3-4 ມື້ ຢາກຊ້ອມນຳກໍເຂົ້າມາຫາພວກເຮົາໄດ້.

ປັດຈຸບັນນີ້ນັກເຕັ້ນໃນວົງການ BBOY ກໍມີບໍ່ຄ່ອຍຫຼາຍ, ກໍເລີຍຢາກຊວນໃຫ້ຄົນລຸ້ນໃໝ່ໃຫ້ຫັນມາສົນໃຈການເຕັ້ນ BBOY ຫຼາຍຂຶ້ນ, ຢາກໃຫ້ລອງເປີດໃຈເຂົ້າມາລອງຮຽນເຕັ້ນເບິ່ງ. ຂ້ອຍຄິດວ່າວົງການເຕັ້ນລາວເຮົາຍັງໄປໃດ້ໄກກວ່ານີ້ຫຼາຍ.

ສຳລັບແຜນໃນອະນາຄົດຂອງ Ka-G ຕອນນີ້ແມ່ນຍັງບໍ່ມີງານແຂ່ງທີ່ຈະໄປເທື່ອ. ແຕ່ຖ້າເປັນໄປໄດ້ຢາກໃຫ້ປະເທດລາວເຮົາມີໂອກາດສົ່ງນັກກີລາ Breaking ເຂົ້າຮ່ວມແຂ່ງຂັນກິລາຊີເກມຄັ້ງທີ່ໃກ້ຈະມາເຖິງນີ້ ກໍຫວັງວ່າຈະໄດ້ມີໂອກາດນັ້ນ ຖ້າເປັນແນວໃດກໍຖາມຕິດຕາມນຳກັນ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  Déymi ກັບຜົນງານທຳອິດສິລະປິນທີ່ຈະພາເຮົາຫຼົງໃຫຼໄປກັບ Lost in the Ocean

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Update

Bboy KA-G ນັກເຕັ້ນຈາກລາວ ແທັກທີມອາຊຽນ ຄວ້າແຊ້ມ CLOUDJAM ຢູ່ຈີນ

ວົງການ Breaking Dance ເດືອດອີກຄັ້ງ ເມື່ອ ເພັດນິລັນ ແກ້ວວົງສີ ຫຼື ທີ່ຮູ້ຈັກກັນໃນນາມ Bboy KA-G ນັກເຕັ້ນໜຸ່ມພຽງໜຶ່ງດຽວຈາກ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.