ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຫຼົງເຈົ້າແລ້ວ ຢ່າມາເຮັດໂຕໜ້າຮັກຢູ່ນີ້ ຟັງເພງ “ບອກມາ” ຈາກ lilfishyyy ft lilg
Muan Listen - ມ່ວນຊວນຟັງ

ຫຼົງເຈົ້າແລ້ວ ຢ່າມາເຮັດໂຕໜ້າຮັກຢູ່ນີ້ ຟັງເພງ “ບອກມາ” ຈາກ lilfishyyy ft lilg

ແບ່ງປັນ

“ເຈົ້າຢ່າມາເຮັດໂຕໜ້າຮັກຢູ່ນີ້”


lilfishyyy ສິລະປິນສະໄຕລ໌ R&B ສຸດ Cool ຈາກບ້ານ Huen Crew ທີ່ເປັນທີ່ຈັບຕາເບິ່ງອີກຄົນໜຶ່ງ, ໄດ້ປ່ອຍເພງໃໝ່ “Tell me ຫຼື ບອກມາ” ໂດຍໄດ້ lilg ມາຮ່ວມ ft. ດ້ວຍທຳນອງທີ່ມີເອກະລັກ, ສະໄຕລ໌ໃຫ້ຟິວອິນເຕີເບົາໆ.


ເພງນີ້ໃຫ້ຟິລຮ້ອງເພງຈີບສາວ ແລະ ເຕັ້ນໂຍກໄດ້ເບົາໆ, ແຕ່ພິເສດດ້ວຍການແຣັບທີ່ມີສະເໜ່ໂຄດເທ່ບໍ່ຄືໃຜ. ເພງ Tell me ຈະກ່ຽວກັບຄົນຄຣັ່ງຮັກຄົນໜຶ່ງ ແລະ ບໍ່ວ່າຄົນທີ່ເຮົາຮັກຈະເຮັດຫຍັງກໍໜ້າຮັກໄປໝົດ, ຖ້າບອກຮັກ ຫຼື ເຮັດຫຍັງຖືກໃຈພຽງບອກມາຈະເປໃຫ້ທຸກຢ່າງ .


lilfishyyy ຍັງເປັນເຈົ້າຂອງເພງຮິດຢ່າງ “ສາວຕິກຕອກ” ທີ່ຕອນນີ້ມີຍອດວິວແຕະ 1.5 ລ້ານແລ້ວ ທີ່ lilfishyyy ຮ່ວມຮ້ອງກັບ TONGFOW11, UKNOWHATIMEAN, SNAKEF, BOMBLEB, SWAGWAZZ) ແລະ ເພງ ”ຫຼາຍກວ່າໝູ່” ທີ່ເຮັດກັບໝູ່ໆຂອງລາວ.


ຜົນງານທີ່ຜ່ານກໍມີເພງ ຮັກເຈົ້າ 8 ນາທີ, ຖ້າເຈົ້າຢູ່ຄຳມ່ວນ, CIRCLE ວົງມົນ. ບອກເລີຍວ່າມີແຕ່ເພງມ່ວນໆ ແລະ ຍັງມີອີກຫຼາຍເພງທີ່ຄົນຮູ້ຈັກຫຼາຍ, ແຕ່ມື້ນີ້ມ່ວນຂໍເອົາມາແຕ່ຕົວຕຶງໆ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ເປັນຄືກັນບໍ່? ຢາກເຂົ້າສັງຄົມ ແຕ່ມັກການຢູ່ຄົນດຽວ – JUST” ກັບມາພ້ອມກັບເພງໃໝ່ LONER

ເປັນນັກຮ້ອງທີ່ເປັນຄົນລາວ ແຕ່ເນື້ອເພງຂອງລາວມັກມີພາສາອັງກິດມານຳ ແຕ່ລາວຊໍ້າພັດຢູ່ໃນສັງກັດຢູ່ໄທ ເອະ? ລາວຄົນນີ້ບໍ່ແມ່ນໃຜ ແຕ່ເປັນໜຸຸ່ມ JUST” ທີ່ໃນເທື່ອນີ້ລາວກັບມາພ້ອມກັບເພງໃໝ່ຂອງລາວ Loner ເຊິ່ງເປັນການ feature ກັບ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.