ໜ້າຫຼັກ The Crown Exclusive ຕາໜຶ່ງ ຈັນທະແສນສັກ ຄວ້າລາງວັນ Best Talent Award ໃນການປະກວດ Miss International Queen 2025
The Crown Exclusive

ຕາໜຶ່ງ ຈັນທະແສນສັກ ຄວ້າລາງວັນ Best Talent Award ໃນການປະກວດ Miss International Queen 2025

ຕາໜຶ່ງ ຈັນທະແສນສັກ ຕົວແທນຈາກລາວ ຄວ້າລາງວັນ Best Talent ໃນ Miss International Queen 2025 ດ້ວຍການສະແດງບົ່ງບອກຄວາມເປັນຕົວເອງ ແລະ ລາວ.

ແບ່ງປັນ

ເປັນລາງວັນແຫ່ງຄວາມພາກພູມໃຈທີ່ຕົວແທນປະເທດລາວ ຕາໜຶ່ງ – ອິນທະວົງ ຈັນທະແສນສັກ ສາມາດຄວ້າມາໄດ້ ນັ້ນກໍຄືລາງວັນ ຄວາມສາມາດພິເສດດີເດັ່ນ (Best Talent) ໃນການປະກວດ Miss International Queen 2025 ທີ່ປະເທດໄທ.

ຕາໜຶ່ງ – ອິນທະວົງ ຈັນທະແສນສັກ ເປັນຜູ້ດຳລົງຕຳແໜ່ງ Miss Queen Laos 2025 ເຊິ່ງໄດ້ເດີນທາງເຂົ້າຮ່ວມການປະກວດເຊິ່ງຈັດຂຶ້ນຢູ່ໄທ ໃນລະຫວ່າງເດືອນກັນຍາ 2025 ນີ້.

ສຳລັບການແຂ່ງຂັນຮອບ National Costume and Talent Quest ແມ່ນມີຂຶ້ນໃນວັນທີ 15 ກັນຍາ 2025 ເຊິ່ງໃນຮອບນີ້ ຕາໜຶ່ງ ຕົວແທນຈາກປະເທດລາວໄດ້ຂຶ້ນສະແດງໂຊປະສົມປະສານ ລະຫວ່າງການຟ້ອນໃນຊຸດລາວໃນຕອນຕົ້ນ ກ່ອນທີ່ຈະປ່ຽນຊຸດກາຍເປັນຊຸດສີແດງ ພ້ອມທັງເຕັ້ນ “ຢ່າບູລີ້” ເຊິ່ງເປັນຜົນງານຂອງລາວເອງຮ່ວມກັບທີມ Reeriew ພາຍໃຕ້ສັງກັດ Alist Laos. ທີ່ພິເສດກໍຄືການສະແດງນີ້ ລາວໄດ້ສະມາຊິກທີມຂອງລາວຈາກ Reeriew ຂຶ້ນຮ່ວມສະແດງນຳ.

ເພງທີ່ລາວເຕັ້ນ ນອກຈາກຈະເປັນຜົນງານຂອງໂຕເອງແລ້ວ ຍັງມີການນຳເອົາເພງຂອງ Beyonce ມາ remix ໃໝ່ເປັນເວີຊັນປະສົມປະສານກັບດົນຕີລາວ ເພື່ອສະແດງຄວາມເປັນລາວໃຫ້ຄົນທົ່ວໂລກເຫັນການ

ຕາໜຶ່ງ ໄດ້ໃຫ້ສຳພາດຫຼັງການສະແດງຈົບວ່າ “ຕາໜຶ່ງເກີດຂຶ້ນມາຈາກທີມ ຫຼີລຽວທ່ຽວລາວ ຖ້າບໍ່ມີພວກເຂົາ ກໍຈະບໍ່ມີຕາໜຶ່ງໃນມື້ນີ້. ຢາກໃຫ້ຮູ້ວ່າ ກະເທີຍລາວກໍມີດີຄືກັນເດີ.”

ການສະແດງນີ້ ເວົ້າໄດ້ວ່າເປັນສະແດງອອກເຖິງຕົວຕົນຂອງ ຕາໜຶ່ງ ໄດ້ເປັນຢ່າງດີ ເຊິ່ງການເຕັ້ນ ເປັນສິ່ງທີ່ລາວຫຼົງໃຫຼ ແລະ ການນຳສະເໜີຄວາມເປັນ ຫຼີລຽວ ເຊິ່ງເປັນທີ່ມາຂອງລາວ ແລະ ເຮັດໃຫ້ເປັນທີ່ຮູ້ຈັກໃນວົງການບັນເທີງລາວ ແລະ ການສະແດງນີ້ກໍເຮັດໃຫ້ລາວຄວ້າລາງວັນ Best Talent Award ມາໄດ້.

ສຳລັບການປະກວດດັ່ງກ່າວນີ້ ຈະດຳເນີນໄປຕະຫຼອດເດືອນກັນຍາ 2025 ໂດຍມີຜູ້ເຂົ້າຮ່ວມການປະກວດຈາກທົ່ວໂລກຈຳນວນ 23 ປະເທດ.

ອ່ານຕື່ມ:  ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ທຸກຄົນສາມາດຕິດຕາມການປະກວດຄັ້ງນີ້ໄດ້ໃນຮອບຕ່າງໆ ເພື່ອໃຫ້ກຳລັງໃຈ ຕາໜຶ່ງ – ອິນທະວົງ ຈັນທະແສນສັກ ຕົວແທນຈາກປະເທດລາວໄດ້ ຕາມກຳນົດການດັ່ງນີ້:

-National Costume and Talent ວັນທີ 15 ກັນຍາ 2025 ທີ່ Emsphere

-The Preliminary ວັນທີ 18 ກັນຍາ 2025 ທີ່ Tiffany’s Show Pattaya

– The Crowning Finale ວັນທີ 20 ກັນຍາ 2025 ທີ່ Tiffany’s Show Pattaya

ຮັບຊົມການຖ່າຍທອດທຸກກິດຈະກຳການປະກວດໄດ້ທາງ YouTube ຂອງ Miss International Queen ແລະ ຮອບ The Crowning Finale ສາມາດຮັບຊົມໄດ້ທາງ ສະຖານີໂທລະພາບ ຊ່ອງ 3 ຂອງໄທ ເວລາ 21:40 ໂມງ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
ສຸດໃຈ MEL01 ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຂອງທຸກເຜົ່າ
Crown Talk

ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ສຸດໃຈ ຮັບໄຊທອງ MEL01 ຕົວແທນຊົນເຜົ່າລາວ ຜູ້ມີຄວາມຝັນຈະເປັນກະບອກສຽງໃຫ້ທຸກຊົນເຜົ່າ ສົ່ງເສີມຄວາມສະເໝີພາບ ແລະສືບສານວັດທະນະທໍາລາວໃຫ້ໂລກໄດ້ເຫັນ.

The Crown Exclusive

10 ສິ່ງທີ່ໜ້າຮູ້ກ່ຽວກັບ “ມົງຟ້າ” ເບື້ອງຫຼັງຄວາມງາມທີ່ຊົງພະລັງຂອງມຸງກຸດ Miss World

ມຸງກຸດ Miss World ບໍ່ພຽງແຕ່ເປັນເຄື່ອງປະດັບອັນງົດງາມ, ແຕ່ຍັງເປັນສັນຍາລັກແຫ່ງກຽດສັກສີ ແລະ ຄວາມຫວັງ. 'ມົງຟ້າ' ຂອງ Miss World ມີປະຫວັດທີ່ຍາວນານ...

Muan Listen - ມ່ວນຊວນຟັງ

ReeRiew Comeback ຈັດເຕັມຫຼິ້ນໃຫຍ່ທຸກຊີນ ຊວນຟັງເພງໃໝ່ຈາກ ReeRiew ໃນເພງ ຢ່າບູລີ້ ft Poppy Master

ມາແລ້ວເພງໃໝ່ “ຢ່າບູລີ້ ຫຼື Yaa Bully” ຂອງສາວໆແກັ່ງ ReeRiew ທີ່ມີສະມາຊິກຢ່າງ ໂອເລ້, ຕາໜຶ່ງ, ໂຕຊ້າງ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.